ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ຈະມີເຂື່ອນໄຟຟ້າ ເຖິງ 100 ແຫ່ງ ໃນປີ 2021


ຕາໜ່າງສົ່ງໄຟຟ້າຈາກລາວ ໄປຂາຍໃຫ້ໄທ
ຕາໜ່າງສົ່ງໄຟຟ້າຈາກລາວ ໄປຂາຍໃຫ້ໄທ

ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່ຢືນຢັນວ່າ ລາວຈະມີເຂື່ອນໄຟ
ຟ້າເຖິງ 100 ແຫ່ງໃນປີ 2021 ໂດຍຈະມີກຳລັງຕິດຕັ້ງລວມຫຼາຍກວ່າ 13,000 ເມ
ກາວັດ ທີ່ຜະລິດໄຟຟ້າໄດ້ 67,000 ລ້ານກິໂລວັດຕໍ່ຊົ່ວໂມງ.

ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່ ຖະ
ແຫລງຢືນຢັນວ່າ ພາຍໃນປີ 2021 ສປປລາວ ຈະມີແຫລ່ງຜະລິດພະລັງງານໄຟຟ້າ
ເຖິງ 100 ໂຄງການ ມີກຳລັງຕິດຕັ້ງລວມຫຼາຍກວ່າ 13,000 ເມກາວັດ ທີ່ສາມາດ
ຜະລິດກະແສໄຟຟ້າໄດ້ ລວມກັນເຖິງ 67,000 ລ້ານກິໂລວັດຕໍ່ຊົ່ວໂມງຕໍ່ປີ ໂດຍ
ໃນນີ້ແບ່ງເປັນແຫລ່ງຜະລິດພະລັງງານໄຟຟ້າ ທີ່ມີຢູ່ແລ້ວ 46 ໂຄງການ ແລະທີ່ກຳ
ລັງດຳເນີນການກໍ່ສ້າງຢູ່ໃນເວລານີ້ 54 ໂຄງການ ຊຶ່ງສ່ວນໃຫຍ່ມີກຳນົດການກໍ່ສ້າງ
ແລ້ວສຳເລັດໃນປີ 2020-2021 ດັ່ງທີ່ ທ່ານຄຳມະນີ ໄດ້ໃຫ້ການຢືນຢັນວ່າ:

“ມາຮອດປັດຈຸບັນນີ້ ປະເທດຂອງພວກເຮົາ ມີເຂື່ອນຜະລິດພະລັງງານໄຟຟ້າ
ທັງໝົດ 46 ແຫ່ງ ໂດຍມີກຳລັງຕິດຕັ້ງທັງໝົດ 6,444 ເມກາວັດ ທີ່ສາມາດຜະລິດ
ພະລັງງານໄຟຟ້າໄດ້ເຖິງ 35,000 ລ້ານ ກິໂລວັດຕໍ່ຊົ່ວໂມງ ແລະພ້ອມກັນນີ້ ໃນ
ປັດຈຸບັນນີ້ກະມີ 54 ໂຄງການ ຊຶ່ງກຳລັງທຳການກໍ່ສ້າງຢູ່ ຊຶ່ງມີກຳລັງຕິດຕັ້ງທັງໝົດ
ປະມານ 6,618 ເມກາວັດ ທີ່ສາມາດຜະລິດພະລັງງານໄຟຟ້າ ໄດ້ເຖິງ 32,000
ລ້ານກິໂລວັດໂມງ ຄາດວ່າ ການກໍ່ສ້າງທັງໝົດ ຈະສຳເລັດຢູ່ໃນຊ່ວງປີ 2020-
2021.”

ທັງນີ້ໂດຍທາງການລາວ ທັງຂັ້ນສູນກາງ ແລະທ້ອງຖິ່ນ ໄດ້ລົງນາມ ໃນບັນທຶກຄວາມ
ເຂົ້າໃຈ (MOU) ຮ່ວມກັບບໍລິສັດເອກກະຊົນລາວ ແລະຕ່າງປະເທດກ່ຽວກັບການພັດ
ທະນາ ແຫລ່ງພະລັງງານໄຟຟ້າໄປແລ້ວ 357 ໂຄງການ ມີກຳລັງຕິດຕັ້ງລວມ 26,147
ເມກາວັດ ທີ່ຜະລິດກະແສໄຟຟ້າລາຍໃຫຍ່ ໃນກຸ່ມອາຊຽນ ກໍຄືການເປັນໝໍ້ໄຟຂອງອາ
ຊ່ຽນ (Battery of ASEAN) ໃຫ້ໄດ້ຢ່າງແທ້ຈິງ ນັ້ນເອງ.

ກ່ອນໜ້ານີ້ ລັດຖະມົນຕີພະລັງງານຂອງລາວ ໄທ ມາເລເຊຍ ແລະສິງກະໂປ ມີກຳ
ນົດຈະລົງນາມ ໃນບັນທຶກຄວາມເຂົ້າໃຈຮ່ວມ (MOU) ວ່າດ້ວຍການເຊື່ອມຕໍ່ລະບົບ
ສາຍສົ່ງກະແສໄຟຟ້າ ລະຫວ່າງກັນ ໃນປີ 2016 ຫາກແຕ່ກໍບໍ່ສາມາດຈັດການລົງ
ນາມໄດ້ ເນື່ອງຈາກລັດຖະບານມາເລເຊຍ ຕ້ອງການສຶກສາ-ສຳຫລວດກ່ຽວກັບ
ຜົນກະທົບ ຈາກການເຊື່ອຕໍ່ລະບົບສາຍສົ່ງກະແສໄຟຟ້າລະຫວ່າງມາເລເຊຍ ກັບ
ສິງກະໂປ ທີ່ໄດ້ມາດຕະຖານສາກົນເສຍກ່ອນ ແລະຈົນເຖິງປັດຈຸບັນນີ້ ການສຶກສາ
-ສຳຫຼວດດັ່ງກ່າວ ກໍຍັງບໍ່ແລ້ວສຳເລັດ ຈຶ່ງເຮັດໃຫ້ທັງ 4 ປະເທດຍັງບໍ່ສາມາດລົງ
ນາມຮ່ວມກັນໄດ້ຈົນເຖິງຂະນະນີ້.

ແຕ່ຢ່າງໃດກໍຕາມ ການພັດທະນາແຫລ່ງຜະລິດພະລັງງານໄຟຟ້າໃນລາວ ກໍບໍ່ໄດ້ມີ
ເປົ້າໝາຍພຽງພໍ ເພື່ອການສົ່ງອອກໄປຕ່າງປະເທດເທົ່ານັ້ນ ເພາະວ່າ ຄວາມຕ້ອງ
ການຊົມໃຊ້ພະລັງງານໄຟຟ້າພາຍໃນຂອງລາວ ກໍມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງເຊັ່ນ
ກັນ.

ໂດຍອີງຕາມລາຍງານຂອງລັດວິສາຫະກິດໄຟຟ້າລາວ ລະບຸວ່າ ການຊົມໃຊ້ພະລັງ
ງານໄຟຟ້າຂອງລາວ ໃນປີ 2015 ຢູ່ທີ່ລະດັບ 989 ເມກາວັດແລ້ວ ກໍເພີ່ມຂຶ້ນເປັນ
1,180 ເມກາວັດ ໃນປີ 2016 ຄິດເປັນອັດຕາການເພີ່ມ 20 ເປີເຊັນ ແລະໃນປີ 2017
ຄາດໝາຍວ່າ ການຊົມໃຊໄຟຟ້າໃນລາວ ຈະເພີ່ມຂຶ້ນເປັນ 1,579 ເມກາວັດ ເພີ່ມຂຶ້ນ
ເຖິງ 33 ເປີເຊັນ ທຽບໃສ່ປີ 2016 ທັງຍັງເຮັດໃຫ້ຄາດໝາຍໄດ້ວ່າ ການຊົມໃຊ້ພະລັງ
ງານໄຟຟ້າຂອງລາວ ຈະເພີ່ມຂຶ້ນເປັນ 2,862 ເມກາວັດ ໃນປີ 2020 ແລະ 7,093
ເມກາວັດ ໃນປີ 2030 ຕາມລຳດັບ.

ສ່ວນການຂະຫຍາຍຕາໜ່າງສາຍສົ່ງກະແສໄຟຟ້ານັ້ນ ໄດ້ໄປເຖິງປະຊາຊົນລາວແລ້ວ
1,010,100 ຄົວເຮືອນ ຄິດເປັນ 90 ເປີເຊັນ ຂອງຈຳນວນຄອບຄົວທັງໝົດໃນລາວ ຈຶ່ງ
ຍັງເຫຼືອອີກ 122,800 ກວ່າຄົວເຮືອນ ທີ່ຈະຕ້ອງຂະຫຍາຍຕາໜ່າງສາຍສົ່ງກະແສໄຟ
ຟ້າໄປໃຫ້ເຖິງທັງໝົດ ໃນປີ 2020 ຊຶ່ງຄາດວ່າ ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້
ຢ່າງເປັນຮູບປະທຳ ເພາະການລົງທຶນໃນພາກພະລັງງານໃນລາວທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງ.

ທາງການລາວທັງຂັ້ນສູນກາງ ແລະທ້ອງຖິ່ນ ໄດ້ລົງນາມ ໃນບັນທຶກຄວາມເຂົ້າໃຈ
(MOU) ຮ່ວມກັບບັນດາບໍລິສັດເອກະຊົນລາວ ແລະຕ່າງຊາດ ກ່ຽວກັບການພັດທະນາ
ແຫລ່ງພະລັງງານໄຟຟ້າໄປແລ້ວ 357 ໂຄງການ ມີກຳລັງຕິດຕັ້ງ ລວມ 26,147 ເມກາ
ວັດ ແລະຜະລິດພະລັງງານໄຟຟ້າໄດ້ລວມກັນເຖິງ 115,118 ລ້ານ ກິໂລວັດ/ໂມງຕໍ່ປີ.

ປັດຈຸບັນນີ້ໃນລາວມີແຫລ່ງຜະລິດໄຟຟ້າດ້ວຍພະລັງງານ 46 ແຫ່ງ ແລະໂຮງງານຜະລິດ
ໄຟຟ້າ ດ້ວຍພະລັງຄວາມຮ້ອນຈາກຖ່ານລິກໄນຕ໌ 1 ແຫ່ງທີ່ມີກໍາລັງຕິດຕັ້ງລວມ 6,444
ເມກາວັດ ທີ່ສາມາດຜະຫລິດກະແສໄຟຟ້າໄດ້ 35,000 ລ້ານກິໂລວັດ/ໂມງຕໍ່ປີ. ທັງນີ້
ລັດຖະບານໄທ ກໍໄດ້ຕົກລົງຮັບຊື້ກະແສໄຟຟ້າ ຈາກລາວເຖິງ 9,000 ເມກາວັດ ເປັນ
ເວລາເຖິງ 25 ປີຕິດຕໍ່ກັນ ນັບແຕ່ປີ 2019 ເປັນຕົ້ນໄປ.

XS
SM
MD
LG