ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ​ທີ່​ຖືກ​ກະ​ທົບ​ ຈາກເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ ​ໃນ​ປີກາຍນີ້ ຈະ​ບໍ່ມີ​ເຮືອນ​ຢູ່​ຖາ​ວອນ ​ຈົນ​ຮອດ​ 2022 ​


ຜົນ​ເສຍ​ຫາຍ​ຂອງ​ເມືອງ​ສະ​ໜາ​ມ​ໄຊ​ແຂວງ ອັດ​ຕະ​ປືຍ້ອນ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອ​ຍ ແຕກ ໃນ​ປີ 2018
ຜົນ​ເສຍ​ຫາຍ​ຂອງ​ເມືອງ​ສະ​ໜາ​ມ​ໄຊ​ແຂວງ ອັດ​ຕະ​ປືຍ້ອນ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອ​ຍ ແຕກ ໃນ​ປີ 2018

ປະ​ຊາ​ຊົນ​ທີ່​ຖືກ​ກະ​ທົບ​ຈາກ​ກໍ​ລະ​ນີ ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ​ໃນ​ປີ 2018 ຈະ​ຕ້ອງ​ຄອຍ​ຖ້າ​ຈົນ​ຮອດ​ປີ 2022 ຈຶ່ງ​ຈະ​ມີ​ເຮືອນ​ຢູ່​ທີ່​ຖາ​ວອນ ເພາະ​ທາງ​ການ​ລາວ ຍັງ​ຕົກ​ລົງ​ກັບ​ບໍ​ລິ​ສັດ ລົງ​ທຶນບໍ່​ທັນໄດ້ເທື່ອ. ຊົງ​ລິດ​ໂພນ​ເງິນ ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນແຂວງ​ອັດ​ຕະ​ປື ເປີດ​ເຜີຍ​ວ່າ ປະ​ຊາ​ຊ​ຊົນ​ລາວ ທີ່​ຢູ່​ໃນ​ເຂດ​ເມືອງ ສະ​ໜາມ​ໄຊ​ທີ່​ຖືກ​ກະ​ທົບ​ຈາກ​ກໍ​ລະ​ນີ ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ​ໃນວັນ​ທີ 23 ກໍ​ລະ​ກົດ ​ປີ 2018 ເປັນຕົ້ນ​ມາ​ຍັງ​ຈະ​ຕ້ອງ​ຄອຍ​ຖ້າຕໍ່​ໄປຈົນເຖິງ​ປີ 2022 ຈຶ່ງ​ຈະ​ມີ​ເຮືອນ​ຢູ່ຢ່າງ​ຖາ​ວອນ ເພາະ​ທາງ​ການ​ລາວ​ກັບກຸ່ມລົງ​ທຶນ ໃນ​ໂຄງ​ການເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ຈາກ​ເກົາ​ຫລີ​ໃຕ້ນັ້ນຍັງ​ບໍ່​ສາ​ມາດຕົກ​ລົງຮ່ວມ​ກັນໄດ້ເທື່ອ ແລະ​ໃນ​ປັດ​ຈຸ​ບັນ​ນີ້ ກໍ​ຍັງ​ເປັນ​ການ​ເຈ​ລະ​ຈາ​ສະ​ເພາະ​ໃນ​ສ່ວນ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຊົດ​ເຊີຍຄ່າເສຍ​ຫາຍ​ຕ່ງໆ ໃຫ້​ກັບ​ຜູ້​ປະ​ສົບ​ໄພ​ທັງ​ໝົດ​ໃຫ້​ຄົບ​ຖ້ວນ​ເສຍ​ກ່ອນ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃຫ້​ການ​ຢືນ​ຢັນກັບ​ອີ​ໂອ​ເອ​ວ່າ:
“ຖື​ວ່າ​ທາງ​ຄະ​ນະ​ກຳ​ມະ​ການ ກຳ​ລັງ​ສືບ​ຕໍ່​ເຈ​ລະ​ຈາ​ເປັນ​ຂັ້ນ​ຕອນ​ໄປ​ຫັ້ນ​ແຫລະ ເພື່ອ​ການ​ຊົດ​ເຊີຍ​ທີ່​ຜ່ານ​ມາ ໄດ້​ຮັບ​ການ​ຊົດ​ເຊີຍ​ເລື້ອງ​ຜູ້​ເສຍ​ຊີ​ວິດແລ້ວ​ກະ ລູກ​ກຳ​ພ້າ ກຳ​ພອຍ ແລ້ວ​ກະ 50 ເປີ​ເຊັນ ທາງ​ດ້ານ​ເສ​ດ​ຖະ​ກິດ​ຄົວ​ເຮືອນ 5-6 ບ້ານ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ໜັກ​ໜີ ປັດ​ຈະ​ບັນ​ນີ້ ກຳ​ລັງ​ສືບ​ຕໍ່​ຊິ​ຊົດ​ເຊີຍ​ສາມກຸ່ມ​ບ້ານທີ່​ຖືກ​ຜົນ​ກະ​ທົບກາງ ແລະກະ​ອີກ 13 ບ້ານ​ທີ່​ຖືກ​ຜົນ​ກະ​ທົບ​ເບົາ ເພື່ອ​ຊົດ​ເຊີຍ ນົນ​ເສ​ຍ​ຫາຍ​ເສດ​ຖະ​ກິດ ຄົວ​ເຮືອນ 50 ເປີ​ເຊັນກ່ອນ ແລະ​ຕໍ່​ໄປ ຈະ​ຕ້ອງ​ເຈ​ລະ​ຈາ ກະຕ້ອງ​ເວົ້າ​ເລື້ອງ​ການ​ປຸກ​ສ້າງ​ເຮືອນ​ຖາ​ອວນ. ອັນ​ນີ້ ກະ​ຕ້ອງ​ໄດ້ສືບ​ຕໍ່​ເຈ​ລະ​ຈາ​ບໍ່​ທັນ​ມີ​ການ​ຕົກ​ລົງ​ກັນເທື່ອ.”

ບ່ອນ​ຢູ່ຊົ່ວ​ຄາວ​ໃນ​ບ່ອນ​ຕົ້ງ​ຖິ່ນ​ຖານ​ໃໝ່ຂອງ​ພວກ​ຖືກ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້​ວມຍ້ອນ​ເຂື່ອນ​ແຕກ​ໃນ​ປີ 2018
ບ່ອນ​ຢູ່ຊົ່ວ​ຄາວ​ໃນ​ບ່ອນ​ຕົ້ງ​ຖິ່ນ​ຖານ​ໃໝ່ຂອງ​ພວກ​ຖືກ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້​ວມຍ້ອນ​ເຂື່ອນ​ແຕກ​ໃນ​ປີ 2018

ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ທີ່​ເກີດ​ຈາກ​ເຂື່ອນ​ເຊ​ປຽນ​ແຕກ​ໃນ​ວັນ​ທີ 23 ກໍ​ລະ​ກົດ 2018 ໄດ້​
ເຮັດໃຫ້ນາເຂົ້າເສຍຫາຍກວ່າ 8,050 ເຮັກຕາໂດຍທີ່ກະທົບຢ່າງໜັກໜ່ວງທີ່ສຸດຄືບ້ານ
ຫີນລາດ, ບ້ານສະໜອງໃຕ້, ບ້ານທ່າຫີນ, ບ້ານໃໝ່, ບ້ານທ່າແສງຈັນ ແລະ ບ້ານໃຫຍ່
ແທ ທີ່ມີປະຊາກອນລວມກັນ 7,095 ຄົນໃນ 1,611 ຄອບຄົວ ຊຶ່ງຫຼ້າສຸດກຸ່ມຜູ້ລົງທຶນ
ໄດ້ຈ່າຍເງິນເປັນມູນຄ່າຊົດເຊີຍໃຫ້​ກັບ 587 ຄອບ​ຄົວ​ໃນ​ອັດ​ຕາ 50 ເປີ​ເຊັນ ຂອງ​ການ​
ເສຍຫາຍຕົວຈິງ ໂດຍຄິດເປັນມູນຄ່າການຊົດເຊີຍລວມກັນ 26 ກວ່າຕື້ກີບ ສ່ວນຄອບ
ຄົວອື່ນໆທີ່ຍັງບໍ່ໄດ້ຮັບການຊົດເຊີຍນັ້ນຕ້ອງລໍຖ້າຜົນການປະເມີນໃນຮອບໃໝ່.

ທັງ​ນີ້ ອົງ​ການ​ຮ່ວມ​ມື​ສາ​ກົນ​ແຫ່ງ​ ເກົາຫຼີ​ໃຕ້ (KOICA) ໄດ້​ສົ່ງ​ມອບ​ການ​ຊ່ວຍ​ເຫຼືອ​ໃນ
​ມູນ​ຄ່ານຶ່ງລ້ານສອງແສນໂດລາ ໃຫ້ກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງລາວ ເມື່ອເດືອນ​ສິງ​ຫາ 2019 ເພື່ອນຳໃຊ້ໃນການຟື້ນຟູຊີວິດການເປັນຢູ່ຂອງປະ ຊາຊົນລາວທີ່ຖືກກະທົບຈາກເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກໂດຍຖືເປັນສ່ວນນຶ່ງ ຂອງການຊ່ວຍເຫຼືອທີ່ລັດຖະບານເກົາຫຼີໃຕ້ ໃຫ້ແກ່ລັດຖະບານລາວໃນຊ່ວງປີ 2019
-2023 ທີ່ມີມູນຄ່າລວມ 11 ລ້ານ 5 ແສນໂດລາ ສຳ​ລັບ ການພັດທະນາໃນດ້ານ ສາທາລະນະສຸກ, ການສຶກສາ, ກະສິກຳ, ການຝຶກອົບຮົມ ວິຊາຊີບ, ການພັດທະນາ ສະຫວັດດີການຂອງແມ່ແລະເດັກ, ການປ້ອງກັນໄພພິບັດ, ການພັດທະນາພື້ນຖານ
ໂຄງລ່າງ ແລະສ້າງທີ່ຢູ່ອາໄສຖາວອນ ໃຫ້ກັບຜູ້ປະສົບໄພ ຈາກເຂື່ອນແຕກ.

ສ່ວນ​ທ່ານເລັດ ໄຊ​ຍະ​ພອນ ເຈົ້າ​ແຂວງ​ອັດ​ຕະ​ປືໄດ້​ຢືນ​ຢັນ​ວ່າ​ການ​ຈັດ​ສັນແລະສ້າງ​
ເຮືອນຢູ່ອາໄສ ຊົ່ວ​ຄາວໃຫ້​ກັບປະຊາຊົນທີ່ຖືກກະທົບຈາກກໍລະນີ ເຂື່ອນເຊປຽນ-
ເຊນ້ຳນ້ອຍແຕກ ໃນປັດຈຸບັນເປັນການບຸກເບີກທີ່ດິນເພື່ອຮອງຮັບການສ້າງເຮືອນ ຢູ່ຖາວອນໃນເນື້ອທີ່ຂະໜາດ 800 ຕາແມັດຕໍ່ຄອບຄົວຊຶ່ງໄດ້ບຸກເບີກ ແລະຈັດສັນ
ໃຫ້ກັບປະຊາຊົນແລ້ວໃນເຂດບ້ານດົງບາກ ແລະບ້ານຕໍມໍຍອດ ໂດຍໃນປັດຈຸບັນ ກຳລັງຢູ່ໃນຂັ້ນຕອນຂອງການຮັບຮອງແບບ ແລະຄັດເລືອກຜູ້ຮັບເໝົາກໍ່ສ້າງຕາມ ລະບຽບກົດໝາຍ ຊຶ່ງເປັນການພິຈາລະນາຮ່ວມກັນລະຫວ່າງທາງການລາວ ກັບ
ບໍລິສັດຜູ້ລົງທຶນໃນໂຄງການເຂື່ອນເຊປຽນ-ເຊນ້ຳນ້ອຍ.

ໂດຍ​ຄຽງ​ຄູ່​ກັບ​ການ​ຈັດ​ສັນ​ທີ່​ດິນ​ສຳ​ລັບ​ສ້າງ​ເຮືອນ​ຢູ່​ຖາ​ວອນ​ດັ່ງ​ກ່າວນີ້ທາງ​ການ​ແຂວງ​
ອັດຕະປື ກໍໄດ້ບຸກເບີກທີ່ດິນ 2,140 ເຮັກຕາ ໃນເຂດບ້ານດົງບາກ, ບ້ານປີນດົງ
ແລະບ້ານຕໍມໍຍອດ ເພື່ອຈັດສັນໃຫ້ປະຊາຊົນ 1,611 ຄອບຄົວທີ່ຖືກກະທົບຈາກ
ເຂື່ອນແຕກຢູ່ໃນເຂດເມືອງສະໜາມໄຊ ສຳລັບປູກພືດເສດຖະກິດ ເພື່ອຕອບສະ
ໜອງຕະຫຼາດພາຍໃນ ແລະຕ່າງປະເທດເຊັ່ນ ອ້ອຍ, ມັນຕົ້ນ, ກ້ວຍ, ຖົ່ວລຽນ ແລະໝາກໄມ້ຕ່າງໆ ໂດຍ ໄດ້ຮ່ວມມືກັບບໍລິສັດເອກະຊົນລາວ ແລະຕ່າງປະເທດ
ໃນການເຂົ້າໄປສົ່ງເສີມ ແລະຊ່ວຍເຫຼືອດ້ານເງິນທຶນ, ວິຊາການ ແລະຕະຫຼາດ ສ່ວນ
ປະຊາຊົນເປັນຝ່າຍທີ່ອອກແຮງງານ ແລະທີ່ດິນ.

ສ່ວນການຈັດສັນທີ່ດິນໃຫ້ປະຊາຊົນນັ້ນ ໄດ້ໃຊ້ຫຼັກເກນກຳລັງແຮງງານໃນແຕ່ລະຄອບ
ຄົວເປັນສຳຄັນຄື ຄອບຄົວທີ່ມີກຳລັງແຮງງານ 2 ຄົນ ຈະໄດ້ຮັບທີ່ດິນ 1 ເຮັກຕາ, 3 ຄົນຈະໄດ້ 2 ເຮັກຕາ ແລະ 4-5 ຄົນ​ຈະໄດ້ 3 ເຮັກຕາ ສ່ວນຄອບ​ຄົວທີ່ມີແຕ່ຜູ້ເຖົ້າ ກັບເດັກນ້ອຍຈະໄດ້ 1 ເຮັກຕາ ຕາມ​ລຳ​ດັບ. ນອກ​ຈາກນັ້ນ ສຳ​ລັບ​ຄອບ​ຄົວ​ທີ່​ມີ​ຜູ້​ເສ​ຍ
​ຊີ​ວິດ ແລະ​ສູນ​ຫາຍ​ທັງ 71 ລາຍນັ້ນ ກໍ​ໄດ້​ຮັບ​ການ​ຊົດ​ເຊີຍ​ລາຍ​ລະ 10,000 ໂດ​ລາ ຫລື 85 ​ລ້ານກວ່າ​ກີບ ເມື່ອ​ທ້າຍ​ເດືອນ​ມັງ​ກອນ 2019 ທີ່ຜ່ານ​ມາ.

XS
SM
MD
LG