ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ປະກອບການໃນລາວ ອາດຕ້ອງເລີກຈ້າງແຮງງານເພີ້ມຂຶ້ນອີກ ຖ້າຫາກສາກົນບໍ່ສາມາດ ຄວບຄຸມ Covid-19 ໄດ້ ໃນ 3 ເດືອນຕໍ່ໜ້າ


ພາບໂຄງການກໍ່ສ້າງຕຶກອາຄານໃຫຍ່ແຫ່ງນຶ່ງໃນນະຄອນຫລວງວຽງຈັນ
ພາບໂຄງການກໍ່ສ້າງຕຶກອາຄານໃຫຍ່ແຫ່ງນຶ່ງໃນນະຄອນຫລວງວຽງຈັນ

ບັນດາຜູ້ປະກອບການໃນລາວຈະປະເຊີນກັບວິກິດການ ທາງດ້ານລາຍຮັບ ແລະຕ້ອງເລີກຈ້າງແຮງງານ ເພີ້ມຂຶ້ນ ຖ້າຫາກນາໆ ຊາດຍັງບໍ່ສາມາດຄວບຄຸມ Covid-19 ໄດ້ໃນ 3 ເດືອນຕໍ່ໜ້າ. ຊົງລິດໂພນເງິນ ມີລາຍລະອຽດ ກ່ຽວກັບເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ທ່ານຄໍາຕັນ ພູສີ, ຮອງຜູ້ອໍານວຍການບໍລິສັດ BKN ຈໍາກັດ ຊຶ່ງດໍາເນີນທຸລະກິດຜະລິດຖ່ານຂາວ ດ້ວຍໄມ້ຕິ້ວ ເພື່ອສົ່ງອອກໄປປະເທດຍີ່ປຸ່ນນັບເປັນໄລຍະເວລາ 17 ປີມາແລ້ວນັ້ນ ໃຫ້ການຢືນຢັນວ່າ ການລະບາດຂອງໄວຣັສ Covid-19 ເຮັດໃຫ້ບໍລິສັດສູນເສຍລາຍຮັບຈາກການສົ່ງອອກນັບເປັນເວລາ ເຖິງ 3 ເດືອນຕິດຕໍ່ກັນ ເພາະບໍ່ມີລາຍການສັ່ງຊຶ້ສິນຄ້າຈາກຍີ່ປຸ່ນມາເຖິງບໍລິສັດ ແລະຖ້າຫາກວ່າ ສະພາບການດັ່ງກ່າວນີ້ຍັງດໍາເນີນຕໍ່ໄປອີກໃນໄລຍະ 3 ເດືອນຕໍ່ໜ້າ ກໍຍ່ອມຈະກະທົບ ຕໍ່ກິດຈະການ ຂອງບໍລິສັດຢ່າງຫລີກລ້ຽງບໍ່ໄດ້ ຊຶ່ງອາດຈະຮຸນແຮງເຖິງຂະໜາດທີ່ຈະຕ້ອງຢຸດກິດຈະການໃນທີ່ສຸດ ກໍເປັນໄປໄດ້ ຖ້າຫາກວ່າ ນາໆຊາດຍັງຄົງບໍ່ສາມາດຄວບຄຸມການລະບາດຂອງພະຍາດໄວຣັສ Covid-19 ໄດ້ຢ່າງແທ້ຈິງດັ່ງທີ່ທ່ານຄໍາຕັນໄດ້ໃຫ້ການຢືນຢັນວ່າ:

“ຖ້າວ່າໂຄວິດຍັງແກ່ຍາວອີກ 3 ເດືອນແມ່ນບໍລິສັດເຮົາຈະມີບັນຫາເນາະ. ອາດຈະແມ່ນໄດ້ລະດົມກັນ ພັກປະມານ 50 ​ເປີເຊັນ ເພາະວ່າ ດຽວນີ້ເງິນຄັງຂອງພວກເຮົາ ຈະພໍແຕ່ຈ່າຍຄ່າບໍລິຫານຕ່າງໆ ໄດ້ ປະມານ 3-4 ເດືອນເທົ່ານັ້ນ ອັນນີ້ ແມ່ນບັນຫາສໍາຄັນ. ອັນທີສອງ ພວກເຮົາກະພະຍາຍາມພົວພັນ ນໍາທະນາຄານ ເພື່ອກູ້ເງິນຈໍານວນນຶ່ງມາແກ້ໄຂໂຄວິດນີ້ ຖ້າຫາກວ່າແກ່ຍາວເກີນຕື່ມອີກ 3-4 ເດືອນ ແລ້ວບັນດາສາຂາຂອງພວກເຮົາກໍອາດຈະໃຫ້ຜະລິດແຕ່ 50 ​ເປີເຊັນ ແລະເງິນເດືອນກະຈ່າຍ 50 ​ເປີເຊັນ ຖ້າວ່າເຖິງຂັ້ນທີ່ພວກເຮົາແບກຫາບບໍ່ໄດ້ກະໃຫ້ພວກເຮົາທໍາໃຈນໍາກັນ.”

ຂະນະທີ່ ທ່ານພົງໄຊສັກ ອິນທະລາດ, ຫົວໜ້າມກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະສະຫວັດດີ ການສັງຄົມ ຖະແຫລງວ່າ ຄະນະລັດຖະບານລາວ ໄດ້ມອບໝາຍໃຫ້ກະຊວງແຮງງານ ເປັນພາກສ່ວນທີ່ຮັບຜິດຊອບການປະສານງານກັບຫົວໜ່ວຍທຸລະກິດເອກະຊົນ ແລະນາຍຈ້າງໃນທົ່ວປະເທດ ເພື່ອຂໍໃຫ້ໂຈະແຜນການທີ່ຈະເລີກຈ້າງແຮງງານທີ່ຖືກກະທົບຈາກການລະບາດຂອງໄວຣັສ ໂຄວິດ-19 ໃນໄລຍະນີ້ ເພາະການເລີກຈ້າງແຮງງານນັ້ນ ຈະເປັນການຊໍ້າເຕີມເຮັດໃຫ້ສະພາບເສດຖະກິດລາວ ຕົກຕໍ່າລົງໄປອີກ ແລະເພື່ອຫລີກລ້ຽງຈາກສະພາບການດັ່ງກ່າວ ຈຶ່ງຈໍາເປັນຢ່າງຍິ່ງທີ່ບັນດາຫົວໜ່ວຍທຸລະກິດ ຈະຕ້ອງຈ້າງແຮງງານຕໍ່ໄປ ໂດຍສາມາດຫລຸດຜ່ອນດ້ານລາຍຈ່າຍລົງໄດ້ດ້ວຍການຈ່າຍຄ່າຈ້າງ ໃຫ້ກັບແຮງງານໃນອັດຕາ 50 ເປີເຊັນຂອງຄ່າຈ້າງເດີມເຕັມຈໍານວນ ສໍາລັບເດືອນເມສາ 2020 ທີ່ຕ້ອງໄດ້ຢຸດກິດຈະການຊົ່ວຄາມຕາມຄໍາສັ່ງຂອງນາຍົກລັດຖະມົນຕີເລກທີ 06/ນຍ ວ່າດ້ວຍການສະກັດກັ້ນ Covid-19 ໃນລາວນັ້ນ.

ທາງດ້ານ ທ່ານອຸເດດ ສຸວັນນະວົງ, ປະທານສະພາອຸດສາຫະກຳແລະການຄ້າແຫ່ງຊາດ ຢືນຢັນວ່າ ການລະບາດຂອງໄວຣັສ Covid-19 ນອກຈາກຈະກະທົບຕໍ່ລາຍໄດ້ຂອງຫົວໜ່ວຍທຸລະກິດແລ້ວ ກໍຍັງສົ່ງຜົນກະທົບຢ່າງໜັກຕໍ່ແຮງງານທີ່ບໍ່ມີຫລັກປະກັນດ້ານສະຫວັດດີການສັງຄົມ ເພາະວ່າມີແຮງງານພຽງ 96,000 ກວ່າຄົນຂອງກຳລັງແຮງງານຫລາຍກວ່າ 1 ລ້ານ 2 ແສນຄົນ ທີ່ເປັນລູກຈ້າງຂອຫົວໜ່ວຍທຸລະກິດໃນທົ່ວປະເທດທີ່ດ້ຮັບການຄຸ້ມຄອງຕາມລະບົບປະກັນສັງຄົມ ສ່ວນທີ່ເຫລືອເກີນກວ່າ 1 ລ້ານຄົນ ກໍຄືແຮງງານທີ່ເຂົ້າບໍ່ເຖິງລະບົບປະກັນດ້ານສະຫວັດດີການສັງຄົມ ແຕ່ຢ່າງໃດ.

ທັງນີ້ ເຖິງແມ່ນວ່າ ລັດຖະບານລາວຈະໄດ້ອອກມາດຕະການຂໍຄວາມຮ່ວມມືຈາກທະນາຄານຂອງລັດ ແລະທະນາຄານເອກະຊົນ ເພື່ອຂໍໃຫ້ຜ່ອນຜັນຫລືໂຈະການຊຳລະໜີ້ເງິນກູ້ແລະດອກເບ້ຍໃຫ້ແກ່ບັນດາຫົວໜ່ວຍທຸລະກິດເປັນເວລາ 3-12 ເດືອນກໍຕາມ ແຕ່ໃນການປະຕິບັດຕົວຈິງນັ້ນ ກັບປາກົດມີການຕິດຕາມທວງໜີ້ແລະຍຶດເອົາຊັບສິນຂອງຫົວໜ່ວຍທຸລະກິດເກີດຂຶ້ນຢ່າງກວ້າງຂວາງໃນເວລານີ້. ສ່ວນທະນາຄານທຸລະ ກິດ 43​ ລາຍໃນທົ່ວປະເທດໄດ້ລາຍງານຕໍ່ທະນາຄານແຫ່ງ ສປປ ລາວ ວ່າມີລູກໜີ້ຂອງທະນາ ຄານຈຳນວນ 4,918 ລາຍທີ່ຖືກກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ໄດ້ຂໍຜ່ອນຜັນ ແລະ ເລື່ອນການຊຳລະໜີ້ເງິນກູ້ ແລະ ດອກເບ້ຍຄືນໃຫ້ທະນາຄານເຈົ້າໜີ້ຕາມນະໂຍ ບາຍຂອງລັດຖະບານ ລາວ ໂດຍຄິດເປັນມູນໜີ້ລວມກັນເກີນກວ່າ 13,000 ຕື້ກີບ ຫຼື ຫຼາຍກວ່າ 1,444 ລ້ານໂດລາ.

ປັດຈຸບັນ ລາວມີຫົວໜ່ວຍທຸລະກິດ 128,690 ກວ່າລາຍໃນທົ່ວປະເທດໂດຍ 97 ເປີເຊັນ ເປັນວິສາຫະກິດຂະໜາດນ້ອຍແລະຂະໜາດກາງ (SME) ຊຶ່ງມີມູນຄ່າທາງເສດຖະກິດເຖິງ 16 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ຂອງລາວແລະມີການຈ້າງງານຫລາຍກວ່າ 1 ລ້ານ 2 ແສນຄົນ ຄິດເປັນ 63 ເປີເຊັນ ຂອງການຈ້າງງານທັງໝົດທີ່ມີໂອກາດຈະຖືກເລີກຈ້າງງານຫລາຍທີ່ສຸດ ໂດຍຍັງບໍ່ທັນ ຮວມແຮງງານລາວ ຫລາຍກວ່າ 3 ແສນຄົນ ທີ່ກັບມາຈາກໄທ.

XS
SM
MD
LG