ການຟຶ້ນຟູພື້ນທີ່ກະສິກຳແລະຊີວິດການເປັນຢູ່ຂອງຜູ້ປະສົບໄພນ້ຳຖ້ວມທີ່ເມືອງ
ສະໜາມໄຊ ໃຫ້ກັບຄືນສູ່ສະພາວະປົກກະຕິໄດ້ນັ້ນ ຈະຕ້ອງໃຊ້ເວລາໃນການຈັດຕັ້ງ
ປະຕິບັດຕົວຈິງ ບໍ່ນ້ອຍກວ່າ 2 ປີ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ທ່ານນາງວິໄລພອນ ວໍລະພິມ ຫົວໜ້າພະແນກກະສິກຳແລະປ່າໄມ້ ແຂວງອັດຕະປື ຢືນຢັນວ່າ
ການເກັບກຳຂໍ້ມູນດ້ານກະສິກຳ ໃນເຂດເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບຈາກໄພ
ນ້ຳຖ້ວມຄັ້ງໃຫຍ່ ທີ່ເກີດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ນັບຕັ້ງແຕ່ວັນທີ 23
ກໍລະກົດ 2018 ເປັນຕົ້ນມາ ພົບວ່າ ມີພື້ນທີ່ປູກເຂົ້າເສຍຫາຍໄປ ກວ້າງກວ່າ 8,050
ເຮັກຕາ ໃນນີ້ຮວມເຖິງ 6 ບ້ານ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ຄື ບ້ານຫີນ
ລາດ ບ້ານສະໜອງໃຕ້ ບ້ານທ່າຫີນ ບ້ານໃໝ່ ບ້ານທ່າແສງຈັນ ແລະບ້ານໃຫຍ່ແທ
ທີ່ມີປະຊາກອນຮວມກັນ 7,095 ຄົນ ໃນ 1,611 ຄອບຄົວ ຊຶ່ງຈະຕ້ອງໄດ້ຮັບການ
ຊ່ອຍເຫຼືອ ໃນທຸກໆດ້ານເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງພວກເຂົາເຈົ້າກັບຄືນສູ່
ສະພາວະປົກກະຕິ ໃຫ້ໄວທີ່ສຸດ.
ຫາກແຕ່ການທີ່ຈະສາມາດຈັດຕັ້ງປະຕິບັດໃຫ້ໄດ້ດັ່ງກ່າວ ກໍບໍ່ແມ່ນເລື້ອງງ່າຍ ເພາະໄພ
ນ້ຳຖ້ວມ ໄດ້ເຮັດໃຫ້ທັງ 6 ບ້ານ ໄດ້ຮັບການເສຍຫາຍຢ່າງສິ້ນເຊີງ ໃນທຸກໆດ້ານ
ທັງຍັງມີບັນຫາດ້ານຄວາມປອດໄພທີ່ກ່ຽວຂ້ອງກັບທີ່ຕັ້ງຂອງບ້ານແລະສິ່ງເສດເຫຼືອ
ຈາກໄພນ້ຳຖ້ວມທີ່ຈະຕ້ອງເກັບກູ້ຢ່າງຫຼວງຫຼາຍອີກດ້ວຍ ຊຶ່ງຄາດວ່າ ຈະຕ້ອງໃຊ້
ເວລາບໍ່ນ້ອຍກວ່າ 2 ປີ ຊຶ່ງຈະສາມາດຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພເຫຼົ່ານີ້
ໃຫ້ກັບຄືນສູ່ສະພາວະປົກກະຕິໄດ້ຢ່າງແທ້ຈິງ ດັ່ງທີ່ທ່ານນາງວິໄລພອນ ໄດ້ກ່າວຢືນ
ຢັນວ່າ “ ການແກ້ໄຂສະພາບຢູ່ໃນເຂດດັ່ງກ່າວ ກໍບໍ່ແມ່ນງ່າຍພໍປານໃດ ປີສອງປີ
ນີ້ ກໍຖືວ່າ ຍັງຈະໄວຢູ່ ເພາະວ່າເຮົາເບິ່ງໃນເຂດດັ່ງກ່າວ ມັນແມ່ນເວົ້າເລື້ອງການ
ໄຫຼຂອງຂີ້ຕົມທີ່ມາຈາບ່ອນສູງ ມັນສູງເປັນປະມານ ເເມັດເຄິ່ງ ກໍມີ ວ່າຊັ້ນຊະ
ດັ່ງນັ້ນການຟື້ນຟູໃນອະນາຄົດນີ້ ເຫັນວ່າ ຈະຕ້ອງໄດ້ມີການວາງແຜນ ຄົ້ນຄວ້າ
ແລະວິເຄາະກັນຢ່າງຄັກແນ່ ວ່າໃນເຂດດັ່ງກ່າວນັ້ນ ພວກເຮົາຈະວາງແຜນພັດທະນາ
ແນວໃດຕິດພັນກັບເງື່ອນໄຂເພື່ອຟື້ນຟູເຮັດໃຫ້ຊີວິດການເປັນຢູ່ໃຫ້ມັນດີຂຶ້ນ
ກວ່າຜ່ານມາ.”
ທັງນີ້ ໂດຍເມືອງສະໜາມໄຊທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ທີ່ເກີດຈາກເຂື່ອນ
ເຊປຽນ-ເຊນ້ຳນ້ອຍແຕກ ໃນຄັ້ງນີ້ ນັບເປັນເມືອງນຶ່ງທີ່ທຸກຍາກທີ່ສຸດ ໃນເຂວງອັດ
ຕະປື ໂດຍມີ 40 ບ້ານ 6,771 ຄອບຄົວ ມີພົນລະເມືອງທັງໝົດ 36,000 ກວ່າຄົນ
ໃນນີ້ ກໍມີບ້ານ ທີ່ຖືກກະທົບຈາກໄພນ້ຳຖ້ວມ 13 ບ້ານ ມີ2,717 ຄອບຄົວ ຫຼື 13,067
ຄົນ ໂດຍທີ່ໄດ້ຮັບຜົນກະທົບທັງ 100 ເປີເຊັນ ນັ້ນມີ6 ບ້ານດັ່ງກ່າວ ຊຶ່ງມີປະຊາກອນ
ຮວມກັນ 1,611 ຄອບຄົວ 7,095 ຄົນທີ່ຍ້າຍມາຢູ່ເຂດປອດໄພ 6 ຈຸດ ຄືເທດສະບານ
ເມືອງສະໜາມໄຊ ບ້ານຕໍມໍຍອດ ບ້ານດອນບົກ ບ້ານປີນດົງ ບ້ານຄອນທົດ ແລະໂຮງ
ຮຽນມັດທະຍົມຈັນທາໂດຍອຳນາດການປົກຄອງເມືອງສະໜາມໄຊໄດ້ມອບເງິນຊ່ອຍ
ເຫຼືອເບື້ອງຕົ້ນໃຫ້ກັບຜູ້ປະສົບໄພດັ່ງກ່າວແລ້ວ ຄອບຄົວລະ 5 ແສນກີບ ຫາກແຕ່ວ່າ
ກໍຍັງບໍ່ພຽງພໍກັບຄວາມຕ້ອງການໃນຊີວິດທີ່ເປັນຈິງ ຈຶ່ງເຮັດໃຫ້ທາງການແຂວງ
ອັດຕະປື ໄດ້ເພີ້ມການຊ່ອຍເຫຼືອ ອີກເດືອນລະ 1 ແສນກີບ ຕໍ່ຄົນ ໂດຍນັບແຕ່ເດືອນ
ກັນຍາເປັນຕົ້ນໄປ ດັ່ງທ່ານບຸນໂຮມ ພົມມະສານ ເຈົ້າເມືອງສະໜາມໄຊ ໃຫ້ການ
ຢືນຢັນວ່າ “ ຜ່ານມາພວກເຮົາໄດ້ຈ່າຍຄອບຄົວລະ 5 ແສນຫັ້ນ ເຫັນວ່າ ມັນກໍບໍ່
ປານໃດ ເພາະວ່າມັນມີຄອບຄົວຫຼາຍຄົນ ຄອບຄົວໜ້ອຍຄົນ ສະນັ້ນ ແຂວງຈຶ່ງ
ໄດ້ຄົ້ນຄວ້າຄືນໃໝ່ແລະໄດ້ຕົກລົງຈ່າຍໃຫ້ ຜູ້ລະແສນ ທັງນ້ອຍ ທັງໃຫຍ່ ເປັນເອກ
ກະພາບ ວ່າຊັ້ນຊະ ຈະບໍ່ໄດ້ແຍກວ່າ ຜູ້ນ້ອຍໄດ້ໜ້ອຍ ຜູ້ໃຫຍ່ໄດ້ຫຼາຍ ແລະຈ່າຍ
ເປັນເງິນເດືອນ ໃຫ້ປົກກະຕິ ແລະເງິນ ແລະເງິນທີ່ຈະເອົາມາຈ່າຍອັນນີ້ ກະແມ່ນ
ເງິນໄດ້ມາຈາກສັງຄົມປະກອບສ່ວນ.”
ສ່ວນທ່ານຄຳຫວັນ ຈັນທະໂຄດ ຫົວໜ້າພະແນກອຸດສາຫະກຳແລະການຄ້າແຂວງອັດ
ຕະປື ຢືນຢັນວ່າ ໃນແຕ່ລະວັນ ຕ້ອງໄດ້ຕອບສະໜອງເຂົ້າສານ ໃຫ້ກັບຜູ້ປະສົບໄພ
ໃນປະລິມານສະເລ່ຍ ເຖິງ 10 ໂຕນ ທີ່ໄດ້ຮັບຈາກການບໍລິຈາກຂອງພາກສ່ວນຕ່າງໆ
ທັງໃນແລະຕ່າງປະເທດ ນັບຕັ້ງແຕ່ວັນທີ 24 ກໍລະກົດ 2018 ເປັນຕົ້ນມາ ແຕ່ມາເຖິງ
ປັດຈຸບັນນີ້ ກໍປາກົດວ່າ ເຂົ້າສານທີ່ໄດ້ມາຈາກການບໍລິຈາກດັ່ງກ່າວ ຍັງຄົງເຫຼືອສຳລັບ
ໃຫ້ການຊ່ອຍເຫຼືອຜູ້ປະສົບໄພນ້ຳຖ້ວມ ໄດ້ບໍ່ເກີນ 6 ເດືອນ.
ທັງນີ້ ໃນຊ່ວງ ວັນທີ24 ກໍລະກົດ ຫາ ວັນທີ 6 ກັນຍາ 2018 ທາງການລາວໄດ້ຮັບການ
ບໍລິຈາກ ສຳລັບຊ່ອຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງສະໜາມໄຊ ໃນມູນຄ່າຮວມ
121 ກວ່າຕື້ກີບ ໃນນີ້ເປັນເງິນ 49 ກວ່າຕື້ກີບ ສ່ວນນອກນັ້ນ ເປັນເຄື່ອງອຸບປະໂພກ
ບໍລິໂພກ ເຄື່ອງໃຊ້ຕ່າງໆ ແລະເຂົ້າສານ 700 ກວ່າໂຕນ ໂດຍຍັງບໍ່ຮວມເງິນທີ່ບໍລິຈາກ
ຜ່ານກະຊວງແຮງງານແລະສະຫວັດດີການສັງຄົມອີກກວ່າ 36 ຕື້ກີບ ແຕ່ຢ່າງໃດ.