ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະບານ ລາວ-ໄທ ຕົກລົງເປັນຫຸ້ນສ່ວນຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາຢ່າງຍືນຍົງ


ຂະບວນລົດໄຟຂົນສົ່ງສິນຄ້າ ສາມາດເຫັນໄດ້ ຈອດຢູ່ສະຖານີ ໃນນະຄອນຫຼວງວຽງຈັນ.
ຂະບວນລົດໄຟຂົນສົ່ງສິນຄ້າ ສາມາດເຫັນໄດ້ ຈອດຢູ່ສະຖານີ ໃນນະຄອນຫຼວງວຽງຈັນ.

ລັດຖະບານ ລາວ-ໄທ ຕົກລົງເປັນຫຸ້ນສ່ວນຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາຢ່າງຍືນຍົງໂດຍເລີ່ມຈາກການພັດທະນາການເຊື່ອມຕໍ່ທາງລົດໄຟ ຈີນ-ລາວ-ໄທ ເພື່ອເພີ່ມການຄ້າລະຫວ່າງກັນ.

ການຕົກລົງວ່າດ້ວຍການເປັນຫຸ້ນສ່ວນຍຸດທະສາດເພື່ອຄວາມຈະເລີນເຕີບໂຕ ແລະ ການພັດທະນາຢ່າງຍືນຍົງລະຫວ່າງ ລາວ-ໄທ ໄດ້ມີຂຶ້ນໃນໂອກາດທີ່ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ ເດີນທາງຢ້ຽມຢາມປະເທດ ໄທ ຕາມການເຊີນຂອງພົນເອກ ປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ໄທ ໃນວັນທີ 1-2 ມິຖຸນາ 2022 ຜ່ານມາ ແລະ ເພື່ອເຮັດໃຫ້ສາມາດຈັດຕັ້ງປະຕິບັດຕາມການຕົກລົງດັ່ງກ່າວໄດ້ຢ່າງແທ້ຈິງ ລັດຖະບານລາວ-ໄທ ຍັງໄດ້ຈັດທຳແຜນປະຕິບັດການຮ່ວມກັນສຳລັບປີ 2022-2026 ທີ່ໄດ້ໃຫ້ຄວາມສຳຄັນເປັນພິເສດໃນການພັດທະ ນາທາງເສດຖະກິດເພື່ອຊີວິດ ແລະ ຄວາມເປັນຢູ່ທີ່ດີຂຶ້ນຂອງປະຊາຊົນລາວ-ໄທ ໂດຍທີ່ສາມາດຈັດຕັ້ງປະຕິບັດໄດ້ກ່ອນພາກສ່ວນອື່ນໆກໍຄືການພັດທະນາການເຊື່ອມຕໍ່ທາງລົດໄຟລະຫວ່າງ ຈີນ-ລາວ-ໄທ ທີ່ແນໃສ່ການເພີ່ມມູນຄ່າການຄ້າລະຫວ່າງກັນໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ ດັ່ງທີ່ພົນເອກ ປະຢຸດ ໄດ້ຖະແຫຼງຢືນຢັນວ່າ

“ເຮົາຈະເລັ່ງລັດ ແລະ ຂະຫຍາຍການເຊື່ອມໂຍງດ້ານຄົມມະນາຄົມ-ຂົນສົ່ງລະຫວ່າງກັນໃຫ້ຫຼາຍຂຶ້ນໂດຍສະ ເພາະການເດີນໜ້າເຊື່ອມຕໍ່ລະບົບລາງຂອງທັງສອງປະເທດ ດ້ວຍການສ້າງຂົວລົດໄຟຂ້າມແມ່ນໍ້າຂອງແຫ່ງໃໝ່ໃກ້ກັບຂົວມິດຕະພາບໄທ-ລາວແຫ່ງທີ 1 ໂດຍໜ່ວຍງານທີ່ກ່ຽວຂ້ອງຂອງສອງປະເທດຈະເລັ່ງຫາລືຮ່ວມກັນ ເພື່ອໃຫ້ໄດ້ຂໍ້ສະຫຼຸບກ່ຽວກັບຮູບແບບຂອງຂົວໃຫ້ແລ້ວສຳເລັດພາຍໃນປີນີ້ ແລະ ຈະໃຊ້ປະໂຫຍດຈາກໂຄງການລົດໄຟລາວ-ຈີນ ໃຫ້ເກີດປະໂຫຍດສູງສຸດຮ່ວມກັນ.”

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ຈະເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນກັບຈັງຫວັດໜອງຄາຍ ຊຶ່ງຈະເປັນຂົວທີ່ກໍ່ສ້າງຂະໜານກັນກັບຂົວຂ້າມແມ່ນໍ້າຂອງແຫ່ງທີ 1 ລະຫວ່າງ ລາວ-ໄທ ທີ່ນຳໃຊ້ໃນດ້ານການໂດຍ ສານ ແລະ ການຂົນສົ່ງສິນຄ້າທັງທາງລົດໄຟ ແລະ ລົດຍົນ ນັບຕັ້ງແຕ່ປີ 1994 ເປັນຕົ້ນມາ ແຕ່ສຳລັບຂົວຂ້າມນໍ້າຂອງແຫ່ງໃໝ່ນີ້ຈະຖືກນຳໃຊ້ເພື່ອຮອງຮັບການຂົນສົ່ງສິນຄ້າເປັນດ້ານຫຼັກ ໂດຍສະເພາະແມ່ນການຄ້າລະຫວ່າງ ຈີນ-ລາວ-ໄທ ທີ່ຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງນັ້ນ.

ທັງນີ້ທາງການໄທ ໄດ້ປັບປ່ຽນວິທີການຂົນສົ່ງສິນຄ້າໄປຈີນ ໂດຍຂະບວນລົດໄຟລາວ-ຈີນເປັນຄັ້ງທຳອິດເມື່ອວັນທີ 26 ມັງກອນ 2022 ທີ່ຜ່ານມາ ທັງຍັງຈະສືບຕໍ່ການສົ່ງສິນຄ້າໄປຈີນ ດ້ວຍວິທີການນີ້ເພີ່ມຂຶ້ນນັບມື້ ເພາະວ່າມີຄວາມສະດວກວ່ອງໄວ ແລະ ປະຢັດກວ່າການຂົນສົ່ງທາງລົດຍົນ ແລະ ທາງເຮືອໃນແມ່ນໍ້າຂອງ ໂດຍຄາດວ່າໄທ ຈະສົ່ງສິນຄ້າກະສິກຳເຊັ່ນຢາງພາລາ ແລະ ເຂົ້າສານໄປຈີນດ້ວຍລົດໄຟລາວ-ຈີນ ໃນປີ 2022 ນີ້ຄິດເປັນປະລິມານລວມເກີນກວ່າ 6 ລ້ານໂຕນ ຊຶ່ງຍັງບໍ່ລວມເຖິງໝາກໄມ້ 22 ຊະນິດທີ່ຄາດວ່າຈະມີປະລິມານເກີນກວ່າ 2.5 ລ້ານໂຕນ ຄິດເປັນມູນຄ່າຫຼາຍກວ່າ 5,600 ລ້ານໂດລາ.

ສ່ວນບໍລິສັດວຽງຈັນ Logistic Park ທີ່ໄດ້ຮັບອະນຸຍາດໃຫ້ເປັນຜູ້ລົງທຶນພັດທະນາໃນໂຄງການ Lao Logistic Link ທີ່ເຊື່ອງຕໍ່ລາວ-ຈີນ-ໄທ-ຫວຽດນາມ ດ້ວຍທາາງລົດໄຟ ແລະ ພັດທະນາລາວໃຫ້ເປັນສູນກາງການເຊື່ອມຕໍ່ດ້ານ ໂລຈິສຕິກ ລະຫວ່າງປະເທດໃຫ້ໄດ້ຢ່າງຄົບວົງຈອນນັ້ນ ກໍໄດ້ດຳເນີນການເຊື່ອມຕໍ່ລະຫວ່າງທາງລົດໄຟລາວ-ຈີນ ກັບທາງລົດໄຟໄທ-ລາວທີ່ທ່ານາແລ້ງ ເພື່ອຮອງຮັບການຂົນສົ່ງສິນຄ້າເປັນການສະເພາະທີ່ຈະເລີ່ມໃນວັນທີ 20 ມິຖຸນາ 2022 ນີ້ ດັ່ງທີ່ທ່ານສາຄອນ ພີລະງາມ ຜູ້ອຳນວຍການໃຫຍ່ບໍລິສັດທ່າບົກ-ທ່ານາແລ້ງຈຳກັດ ໄດ້ໃຫ້ການຢືນຢັນວ່າ

“ໂຄງການລົດໄຟລາວ-ຈີນ ແມ່ນມີຈຸດສິ້ນສຸດຢູ່ສະຖານີວຽງຈັນໃຕ້ ຖ້າຈະໄປຕໍ່ລະຫວ່າງສະຖານີ ວຽງຈັນໃຕ້ ແລະ ທ່າບົກ-ທ່ານາແລ້ງນີ້ ຄວນມີການເຊື່ອມຈອດກັນ ຊຶ່ງລັດຖະບານໄດ້ເຫັນດີ ແລະ ພວກຂ້າພະເຈົ້າກໍ່ສ້າງຕໍ່ໄປຈາກສະຖານີລາວ-ໄທນີ້ທີ່ກໍ່ສ້າງໄດ້ 1.2 ກມ. ດ້ວຍທຶນຂອງພວກຂ້າພະເຈົ້າເອງສ່ວນວ່າສະຖານີວຽງຈັນໃຕ້ແມ່ນຈະກໍ່ສ້າງມາ 2.8 ກມ ວັນທີ 20 ເດືອນ 6 ນີ້ກະແມ່ນຈະສຳເລັດໃນການກໍ່ສ້າງທັງ 2 ຝ່າຍແລ້ວມາທຽບກັນເປັນຈຸດເຄື່ອນຖ່າຍທາງລົດໄຟທີ່ມີຂະໜາດຄວາມກວ້າງຂອງລາງຕ່າງໆກັນ ລົດໄຟລາວ-ຈີນ ມີຄວາມກວ້າງ 1.435 ແມັດ, ລົດໄຟລາວ-ໄທ ກວ້າງ 1 ແມັດ.”

ໂດຍໃນຊ່ວງວັນທີ 3 ທັນວາ 2021 ເຖິງ 31 ພຶດສະພາ 2022 ລົດໄຟລາວ-ຈີນ ໄດ້ຂົນສົ່ງສິນຄ້າຫຼາຍກວ່າ 3 ລ້ານໂຕນ ແລະ ມີຜູ້ໂດຍສານເກີນກວ່າ 3 ລ້ານຄົນ ໃນນີ້ເກີນກວ່າ 90 ເປີເຊັນເປັນຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າໃນປະເທດ ຈີິນ ສ່ວນບໍ່ເຖິງ 10 ເປີເຊັນນັ້ນເປັນການຂົນສົ່ງສິນຄ້າ ແລະ ໂດຍສານໃນເຂດລາວ.

XS
SM
MD
LG