ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ແລະໄທ ຕົກລົງ ຈະຂະຫຍາຍ ການຮ່ວມມືກັນ ໃຫ້ໃກ້ຊິດຂຶ້ນ ໃນທຸກໆດ້ານ


ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຄະນະລັດຖະບານ ລາວ-ໄທ ຄັ້ງທີສອງ ທີ່ຈັດຂຶ້ນເມື່ອວັນທີ 19 ພຶດສະພາ 2013 ຢູ່ຈັງຫວັດຊຽງໃໝ່ ຂອງໄທ.
ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຄະນະລັດຖະບານ ລາວ-ໄທ ຄັ້ງທີສອງ ທີ່ຈັດຂຶ້ນເມື່ອວັນທີ 19 ພຶດສະພາ 2013 ຢູ່ຈັງຫວັດຊຽງໃໝ່ ຂອງໄທ.
ກອງປະຊຸມຮ່ວມຄັ້ງທີ 2 ລະຫວ່າງຄະນະລັດຖະບານລາວ
ກັບໄທໄດ້ສິ້ນສຸດລົງ ດ້ວຍການທີ່ທັງ 2 ຝ່າຍໄດ້ຕົກລົງ ທີ່
ຈະເສີມຂະຫຍາຍການຮ່ວມມືກັນໃຫ້ໃກ້ຊິດຫຼາຍຂຶ້ນໃນ
ທຸກໆດ້ານ.

ກອງປະຊຸມຮ່ວມຄັ້ງທີ 2 ລະຫວ່າງຄະນະລັດຖະບານລາວກັບ
ໄທ ໄດ້ມີຂຶ້ນຢ່າງເປັນທາງການເມື່ອວັນທີ 19 ພຶດສະພາທີ່ຜ່ານ
ມາ ຢູ່ຈັງຫວັດຊຽງໃໝ່ຂອງໄທ ໂດຍມີທ່ານທອງສິງ ທໍາມະວົງ
ນາຍົກລັດຖະມົນຕີລາວ ກັບທ່ານນາງ ຍິ່ງລັກ ຊິນນະວັດ ນາ
ຍົກລັດຖະມົນຕີໄທ ເປັນປະທານຮ່ວມກັນ. ກອງປະຊຸມກໍໄດ້
ສິ້ນສຸດລົງໃນມື້ດຽວກັນ ແລະຜູ້ນໍາລັດຖະບານຂອງທັງ 2 ຝ່າຍ
ກໍໄດ້ໃຫ້ການຢືນຢັນ ທີ່ຈະເສີມຂະຫຍາຍການຮ່ວມມືລະຫວ່າງ
ກັນໃຫ້ໃກ້ຊິດຫຼາຍຂຶ້ນໃນທຸກໆດ້ານ.

ທັງນີ້ໂດຍສະເພາະແມ່ນການພັດທະນາດ້ານຊາຍແດນ ເພື່ອຍົກລະດັບການຄ້າລະ ຫວ່າງກັນໃຫ້ມີມູນຄ່າເພີ່ມຂຶ້ນຢ່າງບໍ່ຢຸດຍັ້ງ ຊຶ່ງລວມເຖິງການອໍານວຍຄວາມສະດວກ
ໃນການເດີນທາງໄປ-ມາຂອງປະຊາຊົນລາວ ໄທ ແລະຊາວຕ່າງປະເທດ ເພື່ອການສົ່ງ
ເສີມການທ່ອງທ່ຽວທີ່ເຊື່ອມໂຍງກັນລະຫວ່າງລາວ-ໄທ ກໍຄືໃນເຂດລຸ່ມແມ່ນໍ້າຂອງ
ແລະອາຊ່ຽນ.

ພ້ອມກັນນີ້ ທາງການທັງ 2 ຝ່າຍກໍຍັງໄດ້ໃຫ້ຄວາມສໍາຄັນເປັນພິເສດ ກັບການເສີມສ້າງ
ຄວາມສະຫງົບຮຽບຮ້ອຍ ໃນຕະຫຼອດແນວເຂດຕິດຕໍ່ຊາຍແດນລະຫວ່າງກັນ ໂດຍຈະ
ສືບຕໍ່ການດໍາເນີນມາດຕະການກວດກາ ເພື່ອປ້ອງກັນແລະປາບປາມການຄ້າຢາເສບ
ຕິດ ການຄ້າມະນຸດແລະອາຊະຍາກໍາໃນທຸກຮູບແບບ ຊຶ່ງລວມໄປເຖິງການໃຫ້ຄວາມ ຄຸ້ມຄອງດ້ານສະວັດດີການແກ່ແຮງງານຕາມກົດໝາຍ ໂດຍກໍລະນີດັ່ງກ່າວນີ້ ນາຍົກ
ລັດຖະມົນຕີລາວກໍໄດ້ຮຽກຮ້ອງ ໃຫ້ເລັ່ງດໍາເນີນການຈົດທະບຽນແລະພິສູດສັນຊາດ
ແຮງງານລາວໃນໄທໃຫ້ໄດ້ ຢ່າງຄົບຖ້ວນໃຫ້ໄວທີ່ສຸດ.

ນາຍົກລັດຖະມົນຕີລາວ ແລະໄທຈັບມືກັນຫລັງເຊັນສັນຍາຮ່ວມມື ຫລັງກອງປະຊຸມລະຫວ່າງ ຄະນະລັດຖະບານລາວ-ໄທ ຄັ້ງທີສອງ
ນາຍົກລັດຖະມົນຕີລາວ ແລະໄທຈັບມືກັນຫລັງເຊັນສັນຍາຮ່ວມມື ຫລັງກອງປະຊຸມລະຫວ່າງ ຄະນະລັດຖະບານລາວ-ໄທ ຄັ້ງທີສອງ

ສ່ວນໃນດ້ານການຄ້າຊາຍແດນນັ້ນ ທາງການລາວກໍໄດ້
ຮຽກຮ້ອງຂໍໃຫ້ທາງການໄທ ເປີດຕະຫຼາດເພື່ອຮອງຮັບ ຜົນຜະລິດດ້ານການກະເສດຂອງລາວໃຫ້ຫຼາຍຂຶ້ນ ແລະ
ໃຫ້ຖືເປັນພາກສ່ວນນຶ່ງໃນຂໍ້ຕົກລົງວ່າດ້ວຍການຮ່ວມມື
ດ້ານການກະເສດທີ່ມີພັນທະສັນຍາຕໍ່ກັນ ຫຼື Contract
Farming ທີ່ລັດຖະບານທັງສອງໄດ້ຕົກລົງຮ່ວມກັນຢ່າງ
ເປັນທາງການແລ້ວ ດັ່ງທີ່ທ່ານນາມ ວີຍະເກດ ລັດຖະມົນ
ຕີວ່າການກະຊວງອຸດສາຫະກໍາແລະການຄ້າ ໄດ້ໃຫ້ການ
ອະທິບາຍໃນຕອນນຶ່ງວ່າ:

ພວກເຮົາກໍຮຽກຮ້ອງໃຫ້ລັດຖະບານໄທເປີດຕະຫຼາດໃຫ້ພວກເຮົາເລຶ່ອງ
ສິນຄ້າ ກະສິກໍາ ກະໝາຍຄວາມວ່າ ເພື່ອຊ່ວຍຍົກລະດັບເທື່ອລະກ້າວວ່າ
ຊັ້ນຊະ ຜະລິດສິນຄ້າໃຫ້ໄປສູ່ຕະຫຼາດໃຫ້ໄດ້ ເພາະວ່າການກະເສດ ຍັງມີ
ຫຼາຍເງື່ອນໄຂເທັກນິກ ດ້ານການຄ້າ ທີ່ມັນຕ້ອງໄດ້ຮັບການແກ້ໄຂແຕ່
ຫົວທີ ໂດຍສະເພາະກໍແມ່ນເລຶ່ອງການກັກກັນພືດເນາະ ຊຶ່ງວ່າໂຕນີ້ຖ້າວ່າ
ພວກເຮົາສາມາດຮ່ວມມືກັບໄທໄດ້ ກໍ ໝາຍຄວາມວ່າຈະແກ້ໄຂບັນຫານີ້
ໄດ້ດີ.”


ໃນຕະຫຼອດປີ 2012 ທີ່ຜ່ານມາ ການຄ້າລະຫວ່າງລາວກັບໄທ ມີມູນຄ່າລວມຫລາຍ
ກວ່າ 4,000 ລ້ານໂດລາ ຊຶ່ງໃນນີ້ເປັນການສົ່ງສິນຄ້າຂອງລາວມາໄທ ຄິດເປັນມູນຄ່າ
ລວມ 1,020 ລ້ານໂດລາ ແລະໃນຂະນະດຽວກັນກໍປາກົດວ່າ ລາວໄດ້ນໍາເຂົ້າສິນຄ້າ
ຈາກໄທ ຄິດເປັນມູນຄ່າລວມເຖິງ 2,990 ລ້ານໂດລາ ຈຶ່ງເຮັດໃຫ້ລາວເປັນຝ່າຍທີ່ຂາດ ດຸນການຄ້າໃຫ້ໄທ ຫຼາຍກວ່າ 1,900 ລ້ານໂດລາ.

ແຕ່ຢ່າງໃດກໍຕາມ ທາງການລາວກໍຄາດຫວັງວ່າ ສະພາວະການຂາດດຸນການຄ້າໃຫ້
ໄທ ຈະຫລຸດລົງພາຍໃນປີ 2015 ທີ່ທາງການລາວໄດ້ວາງເປົ້າໝາຍ ທີ່ຈະເພີ່ມການສົ່ງ
ອອກສິນຄ້າໄປໄທໃຫ້ໄດ້ເຖິງ 2,247 ລ້ານໂດລ່າ ແລະຄວບຄຸມການນໍາເຂົ້າສິນຄ້າ
ຈາກໄທໃຫ້ຢູ່ໃນມູນຄ່າລວມ ບໍ່ເກີນ 3,523 ລ້ານໂດລ່າ ຊຶ່ງກໍຈະເຮັດໃຫ້ລາວຂາດດຸນ
ການຄ້າຕໍ່ໄທໃນມູນຄ່າລວມ ບໍ່ເກີນ 1,276 ລ້ານໂດລ່າ ຫຼືຫລຸດລົງ ຈາກປີ 2012 ເຖິງ
35% ນັ້ນເອງ.

ນອກຈາກການວາງຄາດໝາຍການຄ້າດັ່ງກ່າວແລ້ວ ຜູ້ນໍາລັດຖະບານລາວກັບໄທກໍຍັງ
ໄດ້ຮ່ວມເປັນສັກຂີພະຍານ ໃນພິທີການລົງນາມໃນຮ່າງຂໍ້ຕົກລົງ ວ່າດ້ວຍການນໍາໃຊ້
ການບໍລິຫານແລະການສ້ອມບໍາລຸງຂົວມິດຕະພາບຂ້າມແມ່ນໍ້າຂອງແຫ່ງທີ 4 ລະຫວ່າງ
ລາວກັບໄທ ທີ່ເຊື່ອມຕໍ່ຈາກເມືອງຫ້ວຍຊາຍໃນແຂວງບໍ່ແກ້ວ ມາຍັງອໍາເພີຊຽງຂອງ ໃນ
ຈັງຫວັດຊຽງຣາຍຂອງໄທອີກດ້ວຍ ໂດຍຂົວມິດຕະພາບດັ່ງກ່າວ ຈະສ້າງສໍາເລັດແລະ
ມີກໍານົດການເປີດໃຊ້ ໃນທ້າຍປີ 2013 ນີ້.
XS
SM
MD
LG