ນາຍົກລັດຖະມົນຕີລາວ ຍອມຮັບວ່າ ເສດຖະກິດຂອງລາວ ໃນຕະຫຼອດປີ 2018 ນີ້
ຈະຂະຫຍາຍຕົວ ເພີ້ມຂຶ້ນໃນອັດຕາສະເລ່ຍ 6.5 ເປີເຊັນໂດຍມີ ສາເຫດສຳຄັນຈາກ
ການຂາດດຸນທາງດ້ານງົບປະມານແລະການຄ້າຊົງຣິດ ໂພນເງິນ ມີລາຍງານຈາກ
ບາງກອກ
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫຼງຍອມຮັບ ເນື່ອງໃນໂອກາດ
ໄຂກອງປະຊຸມສະໄໝສາມັນຄັ້ງທີ 6 ຂອງສະພາແຫ່ງຊາດລາວ ຊຸດທີ 8 ຢ່າງເປັນ
ທາງການ ໃນວັນທີ 20 ພະຈິກ 2018 ນີ້ວ່າ ສະພາວະເສດຖະກິດຂອງລາວ ໃນປີ
2018 ຈະຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 6.5 ເປີເຊັນ ຊຶ່ງຕ່ຳກວ່າ
ເປົ້າໜາຍທີ່ສະພາແຫ່ງຊາດ ໄດ້ກຳນົດໄວ້ ທີ່ອັດຕາສະເລ່ຍ 7 ເປີເຊັນ ໂດຍມີສາເຫດ
ສຳຄັນມາຈາກບັນຫາໜີ້ສິນທັງພາຍໃນແລະຕ່າງປະເທດ ທີ່ສົມທົບດ້ວຍບັນຫາຖານ
ລາຍຮັບຂອງລັດຖະບານທີ່ບໍ່ມີຄວາມແນ່ນອນ ແລະການຂາດດຸນການຄ້າຕ່າງປະເທດ
ຢ່າງຕໍ່ເນື່ອງ.
ແຕ່ຢ່າງໃດກໍຕາມ ການຂະຫຍາຍຕົວທາງເສດຖະກິດ ໃນອັດຕາສະເລ່ຍ 6.5 ເປີເຊັນ
ດັ່ງກ່າວ ກໍເຮັດໃຫ້ຍອດຜະລິດຕະພັນຮວມພາຍໃນ (GDP)ໃນປີ 2018 ສາມາດ
ສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວ ທີ່ລະດັບ 2,599 ໂດລາ ຕໍ່ຄົນ ຕໍ່ປີ ຊຶ່ງສູງ
ກວ່າເປົ້າໝາຍ ທີ່ສະພາແຫ່ງຊາດໄດ້ຮັບຮອງ ໄວ້ທີ່ອັດຕາສະເລ່ຍ 2,536 ໂດລາ
ຕໍ່ຄົນ ຕໍ່ປີ ດັ່ງທີ່ທ່ານທອງລຸນ ໄດ້ຖະແຫຼງ ຢືນຢັນວ່າ: “ຍ້ອນສະພາບຫຍຸ້ງຍາກ
ຂອງເສດຖະກິດມະຫາພາກ ທີ່ມີຄວາມສະສົມມາ ບໍ່ທັນແກ້ໝົດ ເປັນຕົ້ນແມ່ນ
ບັນຫາໜີ້ສິນພາຍໃນ ແລະຕ່າງປະເທດ ການຂາດດຸນການຄ້າ ຖານລາຍຮັບບໍ່ທັນ
ແນ່ນອນເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດ (GDP) ບັນລຸໄດ້ແຕ່
6.5 ເປີເຊັນ ຫຼຸດຄາດໝາຍທີ່ສະພາຮັບຮອງນັ້ນແມ່ນ 0.5 ເປີເຊັນ ສະເລ່ຍຕໍ່ຫົວຄົນ
ໝົດປີ ສາມາດບັນລຸໄດ້ 2,599 ໂດລາ ສະຫະລັດ ຕໍ່ຄົນ ຕໍ່ປີ ລື່ນແຜນທີ່ສະພາຮັບ
ຮອງເອົາແມ່ນ 2,536 ໂດລາ.”
ກ່ອນໜ້ານີ້ ຄະນະຊ່ຽວຊານຂອງທະນາຄານພັດທະນາແຫ່ງເອເຊຍ (ADB) ກໍໄດ້ປັບ
ຄາດໝາຍການເຕີບໂຕທາງເສດຖະກິດຂອງລາວ ໃນປີ 2018 ຈາກເດີມທີ່ລະດັບ 7
ເປີເຊັນ ລົງມາເປັນ 6.6 ເປີເຊັນ ເພາະໄພນ້ຳຖ້ວມຄັ້ງໃຫຍ່ ໄດ້ເຮັດໃຫ້ການຜະລິດ
ດ້ານກະສິກຳໄດ້ຕ່ຳກວ່າ ແຜນການທີ່ວາງໄວ້ ແລະຄາດວ່າ ການຜະລິດ ໃນພາກ
ກະສິກຳ ຂະຫຍາຍຕົວເພີ້ມຂຶ້ນພຽງ 2 ເປີເຊັນ ທຽບໃສ່ ປີ 2017 ຂະນະທີ່ການຜະລິດ
ດ້ານແຮ່ທາດຈະຫຼຸດລົງ 2 ເປີເຊັນ ເປັນຢ່າງນ້ອຍ ທັງຍັງຈະຕ້ອງປະເຊີນກັບບັນຫາ
ເງິນເຟີ້ທີ່ຈະເພີ້ມຂຶ້ນລະຫວ່າງ 3 ຫາ 5 ເປີເຊັນ ຈາກການປັບຂຶ້ນລາຄາສິນຄ້າ ທີ່ນຳ
ເຂົ້າຈາກຕ່າງປະເທດ ຊຶ່ງລັດຖະບານລາວ ກໍບໍ່ສາມາດຄວບຄຸມລາຄາສິນຄ້າ ໄດ້ຢ່າງ
ມີປະສິດທິພາບດ້ວຍນັ້ນ.
ນອກຈາກນີ້ ADB ຍັງຄາດໝາຍດ້ວຍວ່າ ພາກບໍລິການ ຈະຂະຫຍາຍຕົວເພີ້ມຂຶ້ນ
ໃນອັດຕາສະເລ່ຍ 9 ເປີເຊັນ ສ່ວນພາກອຸດສາຫະກຳ-ຫັດຖະກຳ ແລະພາກກະສິກຳ
-ປ່າໄມ້ນັ້ນ ກໍຈະຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 8 ເປີເຊັນ ແລະ 2.8 ເປີເຊັນ
ຕາມລຳດັບ ຫາກແຕ່ດ້ວຍການປັບການຄາດໝາຍຄັ້ງໃໝ່ນີ້ ກໍໄດ້ເຮັດໃຫ້ຕ້ອງປັບຫຼຸດ
ຄາດໝາຍການຂະຫຍາຍຕົວ ພາກອຸດສາຫະກຳ-ລົງມາທີ່ອັດຕາສະເລ່ຍ 6 ເປີເຊັນ
ຊຶ່ງກໍເຊັ່ນດຽວກັນກັບພາກບໍລິການແລະພາກກະສິກຳ ທີ່ປັບລົງມາເປັນ 7 ເປີເຊັນ
ແລະ 2 ເປີເຊັນ.
ໂດຍສະພາບການດັ່ງກ່າວ ຍັງໄດ້ສົ່ງຜົນກະທົບຕໍ່ແຜນການງົບປະມານລາຍຮັບແລະ
ລາຍຈ່າຍຂອງລັດຖະບານລາວໃນປີ 2018 ຢ່າງຫຼີກລ່ຽງບໍ່ໄດ້ ດ້ວຍເຊັ່ນກັນ ທັງນີ້
ກອງທຶນການເງິນສາກົນ (IMF) ລະບຸວ່າລັດຖະບານລາວ ຈະຕ້ອງຈັດເກັບລາຍຮັບ
ໃຫ້ໄດ້ບໍ່ໜ້ອຍກວ່າ 25,452 ຕື້ກີບ ຄິດເປັນ 17.02 ເປີເຊັນ ຂອງ GPD ທັງຍັງຈະ
ຕ້ອງຄຸມລາຍຈ່າຍ ໃຫ້ບໍ່ເກີນ 32,809 ຕື້ກີບ ຄິດເປັນ 21.94 ເປີເຊັນ ຂອງ GPD
ຊຶ່ງເຮັດໃຫ້ຕ້ອງຈັດຕັ້ງປະຕິບັດວິໄນການເງິນຢ່າງເຂັ້ມງວດ.
ຫາກແຕ່ການຈັດຕັ້ງປະຕິບັດໃຫ້ໄດ້ຕາມເງື່ອນໄຂດັ່ງກ່າວ ຕາມການສະເໜີແນະຂອງ
IMF ນັ້ນກໍບໍ່ແມ່ນເລື້ອງງ່າຍ ເພາະວ່າການຈັດຕັ້ງປະຕິບັດນະໂຍບາຍການເງິນ
ໃນບັນດາໜ່ວຍງານຕ່າງໆຂອງລັດຖະບານລາວ ຍັງຂາດວິໄນທາງການເງິນ ແລະມີ
ການຈ່າຍງົບປະມານ ທີ່ບໍ່ມີປະສິດທິພາບດ້ວຍ ທັງນີ້ ລັດຖະບານລາວຕ້ອງຄວບຄຸມ
ການຂາດດຸນງົບປະມານໃຫ້ບໍ່ເກີນ 7,357 ຕື້ກີບ ຫຼື 4.92 ເປີເຊັນ ຂອງ GDP ໃນປີ
2018 ຫາກແຕ່ໃນປີ 2017 ລັດຖະບານລາວ ຂາດດຸນ ງົບປະມານ ເຖິງ 8,019 ຕື້ກີບ
ຄິດເປັນ 6.18 ເປີເຊັນ ຊຶ່ງຍັງບໍ່ຮວມເຖິງໜີ້ເງິນກູ້ 6,216 ຕື້ກີບ ທີ່ລັດຖະບານລາວ
ໄດ້ຊຳລະຄືນໃຫ້ກັບເຈົ້າໜີ້ທັງພາຍໃນແລະຕ່າງປະເທດ ໃນປີ 2017 ທີ່ຜ່ານມາ
ແຕ່ຢ່າງໃດ.