ລາວເປັນປະເທດທີ່ສ້າງເຂື່ອນຫລາຍທີ່ສຸດໃນເຂດລຸ່ມແມ່ນ້ຳຂອງ ແລະກໍມີການສ້າງກົດໝາຍ ແລະລະບຽບໃນການຄຸ້ມຄອງແລະກວດກາການສ້າງເຂື່ອນໄຟຟ້າຢູ່ຕາມແມ່ນ້ຳຕ່າງໆ ທີ່ເປັນສາຂາຂອງແມ່ນ້ຳຂອງເພື່ອປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມ ແຕ່ນັກຊ່ຽວຊານເວົ້າວ່າ ການບັງຄັບໃຊ້ກົດໝາຍເຫລົ່ານັ້ນ ຍັງບໍ່ທັນໄດ້ດີເທື່ອ ຊຶ່ງບົວສະຫວັນ ຈະນຳເອົາລາຍລະອຽດມາ ສະເໜີທ່ານໃນອັນດັບຕໍ່ໄປ.
ການສ້າງເຂື່ອນເພື່ອຕອບສະໜອງການພັດທະນາເສດຖະກິດຂອງປະເທດ ແລະໃນຂົງເຂດຈະນຳຜົນດີມາໃຫ້ສັງຄົມ ແຕ່ຖ້າການສ້າງ ແລະບໍລິຫານເຂື່ອນເຫລົ່ານັ້ນ ບໍ່ໄດ້ຕາມມາດຕະຖານສາກົນໃນການຈັດການເຂື່ອນເພື່ອຈຳກັດຜົນກະທົບຕໍ່ສິ່ງແວດລ້ອມແລ້ວທຳມະຊາດ ຫລື ຖ້າຫາກລະບົບນິເວດຖືກທຳລາຍໄປແລ້ວກໍຈະບໍ່ສາມາດເອົາກັບຄືນມາໄດ້. ຈຸດນີ້ ບໍ່ພຽງແຕ່ເປັນສິ່ງທີ່ທຸກພາກສ່ວນກ່ຽວຂ້ອງກັບການສ້າງເຂື່ອນ ແລະລັດຖະບານຂອງແຕ່ລະປະເທດຕ້ອງໄດ້ຄຳນຶງເຖິງ ຊຶ່ງ ດຣ. ອານຸລັກ ກິຕິຄຸນ, ຫົວໜ້າຜູ້ບໍລິຫານ ຫລື CEO ຂອງກຳມາທິການແມ່ນ້ຳຂອງຫລື MRC ຊຶ່ງເປັນອົງການຈັດຕັ້ງຂອງ 4 ປະເທດໃນເຂດລຸ່ມແມ່ນ້ຳຂອງແມ່ນເຫັນພ້ອມນຳ.
ແຕ່ປາກົດວ່າ ໃນກອງປະຊຸມສຸດຍອດຄັ້ງຫລ້າສຸດ ທີ່ຈັດຂຶ້ນໃນນະຄອນຫລວງ ວຽງຈັນເມື່ອເດືອນເມສາຜ່ານມານີ້ ມີແຕ່ສອງປະເທດ ຄືຫວຽດນາມ ແລະກຳປູເຈຍເທົ່ານັ້ນ ໃນ 4 ປະເທດສະມາຊິກຂອງ MRC ທີ່ສະແດງໃຫ້ເຫັນວ່າ ມີຄວາມມຸ້ງໝັ້ນສູງຕໍ່ການອະນຸລັກສິ່ງແວດລ້ອມໃນເຂດລຸ່ມແມ່ນ້ຳຂອງ, ອີງຕາມການສັງເກດຂອງທ່ານໄບຣແອນ ອາຍເລີ (Brian Eyler), ນັກຄົ້ນຄວ້າອະວຸໂສກ່ຽວກັບແມ່ນ້ຳຂອງ ແລະຫົວໜ້າໂຄງການພະລັງງານ, ນ້ຳ ແລະຄວາມຍືນຍົງຂອງການພັດທະນາໃນເຂດເອເຊຍຕາເວັນອອກສຽງໃຕ້ຂອງສູນກາງສຕິມສັນ (Stimson) ຊຶ່ງທ່ານກ່າວດັ່ງນີ້:
“ຂ້າພະເຈົ້າຄິດວ່າ ການປະກາດ ແລະຄຳປາໄສຂອງນາຍົກລັດຖະມົນຕີຫວຽດນາມ ແລະ ກຳປູເຈຍໄດ້ໃຫ້ຄວາມມຸ້ງໝັ້ນສູງ ແລະ ສະແດງໃຫ້ເຫັນວ່າ 2 ປະເທດດັ່ງກ່າວ ໃຫ້ຄຳໝັ້ນສັນຍາວ່າຈະມີໂຄງການພາຍໃນປະເທດໃໝ່, ມີການດຳເນີນຄວາມພະຍາຍາມພາຍໃນປະເທດໃໝ່ ເພື່ອປົກປັກຮັກສາພາກ ສ່ວນຂອງເຂົາເຈົ້າໃນແມ່ນ້ຳຂອງ. ສຳລັບຫວຽດນາມແລ້ວ ບັນດາຄູ່ຮ່ວມພັດ ທະນາ ແລະ ຜູ້ໃຫ້ທຶນແມ່ນໄດ້ທຸ້ມເທເງິນຫລານຮ້ອຍລ້ານໂດລາ ເຂົ້າໃນການ ປົກປັກຮັກສາເຂດທົ່ງພຽງແມ່ນ້ຳຂອງ.”
ແຕ່ທາງ ດຣ. ອະນຸລັກນັ້ນອະທິບາຍວ່າ ເພື່ອຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມໃນເຂດລຸ່ມແມ່ນ້ຳຂອງທີ່ປະຊາຊົນ 60 ລ້ານກວ່າຄົນເພິ່ງພາອາໄສໃນການຫາລ້ຽງຊີບຢູ່ນັ້ນ ແນ່ນອນປະເທດເຂດລຸ່ມແມ່ນ້ຳຂອງຕ້ອງໄດ້ມີໂຄງການອະນຸລັກສິ່ງແວດລ້ອມຂອງຕົນເອງນຳ ເພາະຜົນກະທົບທາງສິ່ງແວດລ້ອມໃນເຂດລຸ່ມແມ່ນ້ຳຂອງບໍ່ແມ່ນເກີດມາແຕ່ຈາກການສ້າງເຂື່ອນໃນຕອນເທິງແມ່ນ້ຳຂອງເທົ່ານັ້ນ ມັນຍັງມາຈາກການປ່ຽນແປງຂອງດິນຟ້າອາກາດຊຶ່ງເປັນບັນຫາຂອງທົ່ວໂລກ ແລະການພັດທະນາຢູ່ໃນປະເທດເຫລົ່ານັ້ນ ອີກດ້ວຍ. ທ່ານເວົ້າກ່ຽວກັບສິ່ງທີ່ຫວຽດນາມກຳລັງເຮັດ ເພື່ອແກ້ໄຂບັນຫານີ້ ຕໍ່ວີໂອເອວ່າ:
ເມື່ອຖາມເຖິງຄວາມພະຍາຍາມຂອງປະເທດລາວນັ້ນ ດຣ. ອານຸລັກຕອບວ່າ ລັດຖະບານລາວ ກໍໄດ້ເອົາໃຈໃສ່ໃນດ້ານກົດໝາຍຄຸ້ມຄອງ ແລະພັດທະນາບຸກຄະລາກອນ ຊຶ່ງທ່ານເວົ້າວ່າ “ເພິ່ນກະມີການພັດທະນາທາງດ້ານກົດໝາຍ ແລະດ້ານເຄື່ອງມືຕ່າງໆ ເພື່ອວ່າ ມາຊ່ວຍບໍລິຫານນ້ຳໃນສາຂາແມ່ນ້ຳຂອງ ເຊັ່ນວ່າອອສເຕຣເລຍ, ເກົາຫລີ ມາຊ່ວຍເລື້ອງສ້າງລະບົບ, ສ້າງຄູ່ມື, ສ້າງຄວາມສາມາດອີ່ຫຍັງຕ່າງ ແລະກໍມີ MRC ເນາະທີ່ຊ່ວຍໃນການສ້າງຄວາມສາມາດ.”
ແຕ່ຢ່າງໃດກໍຕາມທາງຊ່ຽວຊານເຊັ່ນທ່ານ ອາຍເລີ (Eyler) ທີ່ທຳການຄົ້ນຄວ້າ ແລະຕິດຕາມບັນຫານີ້ຢ່າງໃກ້ຊິດຜັດເຫັນວ່າໃນການສ້າງເຂື່ອນສອງແຫ່ງໃສ່ແມ່ນ້ຳຂອງໃນເຂດຂອງລາວນັ້ນ ແມ່ນປະຕິບັດຕາມເງື່ອນໄຂຂອງ MRC ໄດ້ດີຫລາຍ ແຕ່ການສ້າງເຂື່ອນຢູ່ໃນສາຂາແມ່ນ້ຳຂອງທີ່ເປັນແຫລ່ງນ້ຳສຳຄັນຢ່າງຍິ່ງຕໍ່ຄວາມອຸດົມສົມບູນທາງດ້ານປາ ແລະຊີວະພັນນາໆຊະໜິດ ໃນແມ່ນນ້ຳຂອງຕອນລຸ່ມນັ້ນ ລັດຖະບານລາວຍັງຂາດເຄື່ອງມືທີ່ມີປະສິດທິຜົນໃນການບັງຄັບໃຊ້ກົດໝາຍຢູ່ ຊຶ່ງທ່ານໃຫ້ຂໍ້ສັງເກດດັ່ງນີ້:
“ລັດຖະບານລາວ ເຈົ້າຕ້ອງຢ່າລືມວ່າ ບໍ່ມີກ່ອງເຄື່ອງມືໃນການເປັນຜູ້ຈັດການ ບັນດາເຂື່ອນເຫລົ່ານີ້ ສະນັ້ນຫລະມັນຈຶ່ງພາໃຫ້ຕ່າງປະເທດຢາກເຂົ້າມາສ້າງ ເຂື່ອນໃນລາວຫລາຍ, ຝຣັ່ງ, ໄທ, ຈີນ, ຫວຽດນາມ ແລະປະເທດອື່ນອີກ ແລະບັນດາຜູ້ສ້າງເຂື່ອນແມ່ນມີລະດັບຄວາມຮັບຜິດຊອບ ແລະມີຄວາມສາມາດແຕກຕ່າງກັນ ບາງຄົນກໍສູງ ໃນຂະນະທີ່ບາງຄົນກໍຕ່ຳ ສະນັ້ນມີບັນຫາຢູ່ໃນລາວ ເຊັ່ນວ່າ ເລີ້ມມີການປ່ອຍນ້ຳອອກມາໃນລະດູຝົນ ແລະບໍ່ໄດ້ແຈ້ງໃຫ້ຊຸມຊົນຢູ່ເຂດລຸ່ມແມ່ນ້ຳຂອງຊາບ ແລະລັດຖະບານລາວກໍມີກົດລະບຽບທີ່ເວົ້າວ່າພວກສ້າງເຂື່ອນບໍ່ສາມາດເຮັດແນວນັ້ນໄດ້ ແຕ່ວ່າລັດຖະບານລາວກໍບໍ່ວິທີທີ່ຈະບອກໃຫ້ເຂົາເຈົ້າປະຕິບັດຕາມກົດລະບຽບນັ້ນໄດ້.”
ບັນຫານີ້ແມ່ນໜ້າເປັນຫ່ວງ ແລະຍົກຂຶ້ນມາໃຫ້ເຫັນໂດຍຫວຽດນາມຢູ່ໃນກອງປະຊຸມສຸດຍອດຂອງ MRC ຄັ້ງຫລ້າສຸດໃນບໍ່ເທົ່າໃດເດືອນຜ່ານມານີ້ ຊຶ່ງໃນນັ້ນ ຫວຽດນາມສະເໜີໃຫ້ລາວ ແລະຈີນຈັດຕັ້ງປະຕິບັດກົດລະບຽບໃນການສ້າງ ແລະຈັດການເຂື່ອນໄຟຟ້າຢ່າງເຂັ້ມງວດຂຶ້ນ, ອີງຕາມທ່ານໄອເລີເວົ້າ.