ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາວ ຍັງບໍ່ສາມາດນຳໃຊ້ ລົດໄຟຄວາມໄວສູງ ເພື່ອສົ່ງເສີມການສົ່ງອອກສິນຄ້າໄປຈີນ ໄດ້ເທື່ອ


ລົດໄຟຄວາມໄວສູງ ລາວ-ຈີນ ສະຖານີນະຄອນຫຼວງວຽງຈັນ, ວັນທີ 24 ທັນວາ, 2021.
ລົດໄຟຄວາມໄວສູງ ລາວ-ຈີນ ສະຖານີນະຄອນຫຼວງວຽງຈັນ, ວັນທີ 24 ທັນວາ, 2021.

ເຖິງແມ່ນຈະມີການເປີດໃຊ້ການບໍລິການຂະບວນລົດໄຟເຊື່ອມຕໍ່ລະຫວ່າງ ລາວກັບຈີນ ມາໄດ້ເກືອບ 1 ເດືອນແລ້ວກໍຕາມ ແຕ່ການຂົນສົ່ງສິນຄ້າຂາອອກຂອງລາວໄປຍັງຈີນໂດຍໃຊ້ລົດໄຟທີ່ວ່ານີ້ ຍັງບໍ່ປະຕິບັດໄດ້ເທື່ອ ສ່ວນການບໍລິການແກ່ຜູ້ໂດຍສານພາຍໃນປະເທດແຕ່ນະຄອນຫລວງວຽງຈັນໄປຫາດ່ານບໍ່ເຕັນນັ້ນ ກໍຍັງບໍ່ທັນປະຕິບັດໄດ້ຢ່າງມີປະສິດທິພາບເທື່ອ ເຖິງແມ່ນວ່າມີຄົນລາວໄປຊົມໃຊ້ ຫລາຍຮ້ອຍຄົນແລ້ວກໍຕາມ ອີງຕາມການໃຫ້ສໍາພາດພະນັກ ງານກ່ຽວຂ້ອງ ແລະຜູ້ຊົມໃຊ້ລົດໄຟນີ້ຈໍານວນນຶ່ງ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານຈາກນັກຂ່າວຂອງພວກເຮົາກ່ຽວ​ກັບເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຖິງແມ່ນວ່າລົດໄຟເຊື່ອມຕໍ່ລະຫວ່າງລາວກັບຈີນ ໄດ້ເປີດໃຊ້ຢ່າງເປັນທາງການ ນັບແຕ່ວັນທີ 3 ທັນວາ 2021 ເປັນຕົ້ນມາກໍຕາມ ແຕ່ການນໍາໃຊ້ທາງລົດໄຟທີ່ ມີການໃຊ້ຈ່າຍສູງເເກືອບຮອດ 6 ຕື້ໂດລານີ້ ໃຫ້ເກີດຜົນປະໂຫຍດສູງສຸດແກ່ລາວ ໃນການຂົນສົ່ງສິນຄ້າຂາອອກຂອງລາວຂ້າມຊາຍແດນໄປຫາຈີນໂດຍໃຊ້ຂະບວນລົດໄຟທີ່ວ່ານີ້ ແມ່ນຍັງບໍ່ທັນປະຕິບັດໄດ້ຕາມແຜນການເທື່ອຍ້ອນຂໍ້ຈໍາກັດຕ່າງໆ ກ່ຽວກັບການປິດປະເທດ ເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ19 ອີງຕາມເຈົ້າໜ້າທີ່ຂັ້ນສູງໃນກົມສົ່ງເສີມການຄ້າຂອງກະຊວງອຸດສາຫະກໍາແລະການຄ້າຂອງລາວ ຊຶ່ງທ່ານກ່າວວ່າ:

“ໂດຍລວມການສົ່ງສິນຄ້າຈາກປະເທດລາວໄປປະເທດຈີນໂດຍທາງລົດໄຟຕອນນີ້ຢ່າງເປັນທາງການ ຈາກບໍລິສັດໃດນຶ່ງ ແມ່ນຍັງບໍ່ມີສະເໜີມາ ລວມທັງຜູ້ຄົນໂດຍສານ ທີ່ເດີນທາງດ້ວຍລົດໄຟຄວາມໄວສູງເໝືອນກັນ ເນື່ອງປະເທດລາວເຮົາບໍ່ທັນໄດ້ເປີດປະເທດ ສະນັ້ນ ຈີນກະຍັງບໍ່ໄດ້ເປີດຮັບ ລວມທັງສິນຄ້າທີ່ສົ່ງມາແຕ່ປະເທດຈີນກໍຄືກັນ ຕອນນີ້ແມ່ນຍັງໃຊ້ລົດບັນທຸກສິນຄ້າເຂົ້າອອກປະເທດເປັນປົກກະຕິຢູ່”.

ຢູ່ດ້ານນອກທາງເຂົ້າຂາອອກຂອງລົດໄຟຄວາມໄວສູງ ລາວ-ຈີນ, ສະຖານີນະຄອນຫຼວງວຽງຈັນ, ວັນທີ 24 ທັນວາ 2021.
ຢູ່ດ້ານນອກທາງເຂົ້າຂາອອກຂອງລົດໄຟຄວາມໄວສູງ ລາວ-ຈີນ, ສະຖານີນະຄອນຫຼວງວຽງຈັນ, ວັນທີ 24 ທັນວາ 2021.

ສ່ວນການບໍລິການຊື້-ຂາຍປີ້ ແລະຈອງບ່ອນນັ່ງໃນລົດໄຟ ສໍາລັບຜູ້ໂດຍສານ ພາຍໃນປະເທດ ຈາກນະຄອນຫລວງວຽງຈັນ ໄປຍັງບັນດາເມືອງແລະແຂວງ ພາກເໜືອທີ່ມີທາງລົດໄຟຜ່ານໄປ ຈົນເຖິງດ່ານຊາຍແດນ ລາວ-ຈີນ ຢູ່ບໍ່ເຕັນ ແຂວງຫລວງນໍ້າທານັ້ນ ກໍຍັງບໍ່ທັນສະດວກເທື່ອ ຄືຜູ້ໂດຍສານບໍ່ສາມາດຈອງ ປີ້ລົດໄຟທາງອອນລາຍ ແລະກໍບໍ່ສາມາດໂທລະສັບໄປຈອງໄວ້ລ່ວງໜ້າໄດ້ອີກດ້ວຍ. ເມື່ອຖາມ ເຖິງເລື້ອງຈອງປີ້ລົດໄຟໂດຍທາງອອນລາຍນັ້ນ ພະນັກງານຂາຍປີ້ລົດໄຟ ປະຈໍາຢູ່ສະຖານີລົດໄຟບ້ານໄຊ, ນະຄອນຫລວງວຽງຈັນ ຕອບວ່າ:

“ຍັງບໍ່ມີເທື່ອຕອນນີ້ມີແຕ່ມາລຽນຄີວຊື້ຢ່າງດຽວ ຍັງບໍ່ມີເທື່ອ ຍັງບໍ່ຮອດເດືອນເດ ໂດຍມື້ນຶ່ງມີຄົນປະມານ ຫ້າ ຫາ ຫົກຮ້ອຍຄົນພຸ້ນໄດ໋ ຄັນວັນຈັນຫາວັນພະຫັດມື້ລະຖ້ຽວ 8.00 ໂມງເຊົ້າລົດອອກຈາກນະຄອນຫລວງ, ວັນສຸກ ເສົາ ທິດ ຈະມີສອງຖ້ຽວ ຕອນ 8.00 ໂມງ ແລະ ຖ້ຽວໄປຫລວງພະບາງຕອນ 4.00 ໂມງແລງລົດ (ໄຟ) ອອກ ມີແຕ່ພາຍໃນ ເພິ່ນກະຍັງບໍ່ໄດ້ເປີດປະເທດເດ ມີແຕ່ວ່າອະນາຄົດ ເພິ່ນເປີດປະເທດ ຄົນສາມາດເຂົ້າມາໄດ້ ຄັນເພິ່ນບໍ່ທັນເປີດປະເທດເຮົາ ກະໄປຫາເພິ່ນບໍ່ໄດ້”.

ອີກປະການນຶ່ງ ທີ່ເຮັດໃຫ້ການບໍລິການລົດໄຟຄວາມໄວສູງ ທີ່ເຊື່ອມຕໍ່ລະຫວ່າງ ລາວກັບຈີນນີ້ ຍັງບໍ່ທັນມີປະສິດທິພາບກໍຄືການຊື້ປີ້ລົດໄຟ ກໍໍ່ບໍ່ສາມາດຊື້ ຫລືຈອງໄວ້ລ່ວງໜ້າເກີນມື້ນຶ່ງໄດ້. ພ້ອມກັນນັ້ນການບໍລິການດ້ານບ່ອນຈອດລົດທີ່ມີການປ້ອງກັນຄວາມປອດໄພ ຫລືເປັນລະບົບຢູ່ໃນເຂດສະຖານີລົດໄຟ ກໍຍັງບໍ່ທັນມີເທື່ອ ອີງຕາມທີ່ຜູ້ຊົມໃຊ້ລົດໄຟທ່ານນຶ່ງທີ່ໄດ້ເດີນທາງແຕ່ນະຄອນຫລວງວຽງຈັນ ໄປຍັງນະຄອນຫລວງພະບາງ ເລົ່າຕາມປະສົບການຂອງທ່ານ ໃຫ້ຟັງວ່າ:

“ຂໍ້ຫຍຸ້ງຍາກ ມັນຫຍຸ້ງຍາກ ຢູ່ບ່ອນວ່າເຮົາບໍ່ສາມາດເອົາລົດໄປຈອດຢູ່ບ່ອນຝາກໄດ້ ເຮົາຢ້ານເຂົາລັກແນ່, ເຂົາທຸບແວ່ນທຸບຫຍັງ ມັນບໍ່ມີບ່ອນຝາກລົດໃຫຍ່. ການຝາກລົດນີ້ກະບໍ່ທັນມີເທື່ອ ອາດຈະແມ່ນຊ່ວງທົດລອງເບາະ ຕໍ່ໄປອາດຈະມີ ເຂົາເວົ້າຫັ້ນ ມັນຍັງຍາກຍ້ອນເຮົາຢູ່ບ້ານໄກ ກ່ອນໄປຕ້ອງໄດ້ຊື້ປີ້ກ່ອນໄວ້ນຶ່ງມື້ ຄືເຮົາຊິໄປມື້ອື່ນ ແມ່ນເຮົາຕ້ອງໄດ້ຊື້ປີ້ໄວ້ມື້ນີ້”

ດັ່ງທີ່ວີໂອເອໄດ້ສະເໜີໄປໃນມື້ວັນທີ 3 ຜ່ານມາວ່າ ທາງລົດໄຟຄວາມໄວສູງ ລາວ-ຈີນ ທີ່​ມີ​ຄວາມ​ຍາວ 414 ຫຼັກ​ກິ​ໂລ​ແມັດນີ້ ແມ່ນມີຄວາມໝາຍທາງປະຫວັດສາດ, ເສດຖະກິດແລະການເມືອງ ສໍາລັບຂົງເຂດເອເຊຍຕາເວັນອອກ ສຽງໃຕ້ ແລະຈີນ ບໍ່ຫລາຍກໍໜ້ອຍ ເພາະມັນຈະ​ເຊື່ອມ​ຕໍ່ ເຂດ​ຊາຍ​ແດ​ນ​ ໃນ​ພາກ​ເໜືອ​ຂອງ​ລາວທີ່​ຕິດ​ກັບ​ແຂວງ​ຢຸນ​ນານ​ຂອງ​ຈີນ ​ໄປ​ຫາ​ຊາຍ​ແດນ​ຂອງ​ໄທ ທີ່​ນະ​ຄອນ​ຫຼວງວຽງ​ຈັນ. ຄວາມ​ໄວ​ສູງ​ສຸດ​ຂອງ​ທາງ​ລົດ​ໄຟ​ດັ່ງ​ກ່າວ ແມ່ນ 160 ກິໂລ​ແມັດ​ຕໍ່​ຊົ່ວ​ໂມງ ໂດຍ​ລົດ​ຫົວ​ລູກ​ປືນນີ້ ​ຈະ​ຕັດ​ເວ​ລາ​ໃນ​ການ​ເດີນ​ທາງ​ຈາກ 15 ຊົ່ວ​ໂມງ ໂດຍ​ທາງ​ລົດ ລົງ​ມາ​ເຫຼືອ​ຢູ່​ພຽງ​ແຕ່ 4 ຊົ່ວ​ໂມງ ຊຶ່ງ​ໃຫ້​ຄວາມ​ຫວັງ​ວ່າ ຈະ​ກໍ່​ໃຫ້​ເກີດ​ຄື້ນ​ຟອງ​ໃໝ່​ຂອງ​ການ​ຄ້າ ແລະ​ການ​ທ່ອງ​ທ່ຽວ​ຈາກ​ຈີນ ມາ​ຍັງ​ນຶ່ງ​ໃນ​ບັນ​ດາປະເທດ​ທີ່​ທຸກ​ຍາກ​ທີ່​ສຸດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້.

ສຳ​ລັບ​ປັກ​ກິ່ງ​ແລ້ວ ມັນ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ສຳ​ຄັນ ​ໃນ​ການ​ເປີດ​ໂຄງ​ການ​ລິ​ເລີ້ມນຶ່ງ​ແລ​ວ​ທາງ​ນຶ່ງ​ເສັ້ນ​ທາງ ຫຼື BRI ທີ່​ແນ​ໃສ່​ບໍ່​ພຽງ​ແຕ່​ການ​ພັດ​ທະ​ນາ​ໃນແຂວງ​ຢຸນ​ນານ​ເທົ່າ​ນັ້ນ ໂດຍ​ການ​ເຊື່ອມ​ຕໍ່​ກັບ​ເສດ​ຖະ​ກິດ​ທີ່​ໃຫຍ່​ສຸດ​ ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ແຕ່​ຍັງ​ແກ່​ດຶງ​ເອົາ​ຂົງ​ເຂດ​ດັ່ງ​ກ່າວ​ເຂົ້າ​ມາ​ຢູ່​ໃນ​ວົງ​ໂຄ​ຈອນ​ຂອງ​ຈີນ​ຫຼາຍ​ຂຶ້ນ​ຕື່ມ ອີງ​ຕາມຄຳ​ເວົ້າ​ຂອງ​ພວກ​ນັກ​ວິ​ເຄາະ ເຊັ່ນທ່ານ​ຣູດ ບາ​ໂນ​ມຽນ (Ruth Banomyon) ສາ​ສະ​ດາ​ຈານ​ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ທຳ​ມະ​ສາດ​ຂອງ​ໄທ ທີ່​ສຶກ​ສາ​ກ່ຽວ​ກັບ​ການ​ຄ້າ ​ການ​ຂົນ​ສົ່ງ ​ແລະລໍ​ຈິ​ສ​ຕິກ ລະ​ຫວ່າງ​ປະ​ເທດກ່າວ​ວ່າ “ໃນ​ທັດ​ສະ​ນະ​ຂອງ​ຈີນ​ແລ້ວ ມັນ​ຈະ​ເຮັດ​ໃຫ້​ຈີນ ​ສາ​ມາດມ​ອງ​ໄປ​ຍັງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ເປັນ​ເຂດ​ທີ່​ຍັງ​ດ້ອຍ​ການ​ພັດ​ທະ​ນາ​ແລະ​ພວກ​ເຂົາ​ເຈົ້າ​ຈະ​ສາ​ມາດ​ຄວບ​ຄຸມໄດ້​ດີກວ່າ ພວກ​ເຂົາ​ເຈົ້າ​ຈະ​ສາ​ມາດ​ເຂົ້າ​ເຖິງ​ໄດ້​ງ່າຍ​ຂຶ້ນ ​ຍ້ອນ​ລົດ​ໄຟ​ໄປ​ເຖິງ​ແລ້ວ.”

ສະຫລຸບແລ້ວ ດັ່ງທີ່ໄດ້ສະເໜີໄປຂ້າງເທິງນັ້ນ ທ້າມກາງການລະບາດຢ່າງໜັກ ຂອງພະຍາດໂຄວິດ-19 ຢູ່ໃນລາວທີ່ຍັງບໍ່ມີທ່າທີຈະຫລຸດລົງເລີຍ ແລະການສ້າງປາກົດວ່າ ລາວກໍຍັງບໍ່ທັນສາມາດສວຍໃຊ້ປະໂຫຍດຂອງທາງລົດໄຟ ທີ່ມີລາຄາສູງອັນນີ້ ເພື່ອຂົນສົ່ງສິນຄ້າຂາອອກຂອງລາວໄປຍັງຈີນໄດ້ເທື່ອ ເຖິງແມ່ນຈະໄດ້ມີການເປີດໃຊ້ບໍລິການ ຢ່າງເປັນທາງການມາໄດ້ເກືອບນຶ່ງເດືອນແລ້ວກໍຕາມ. ແຕ່ວ່າມັນໄດ້ປະກອບສ່ວນອັນສໍາຄັນທີ່ຈະເຮັດໃຫ້ໂຄງ​ການ​ລິ​ເລີ້ມນຶ່ງ​ແລ​ວ​ທາງ​ນຶ່ງ​ເສັ້ນ​ທາງທີ່ຈີນແນໃສ່ສ້າງຜົນປະໂຫຍດທັງທາງດ້ານເສດຖະກິດ ແລະການເມືອງໃນອະນາຄົນນັ້ນ ສາມາດປະຕິບັດຢ່າງເປັນຮູບປະທໍາໄດ້.

Video related to High Speed Railway Laos-China 2021-12-24
please wait

No media source currently available

0:00 0:02:47 0:00

XS
SM
MD
LG