ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະເທດ ລາວ ຍັງມີຄວາມໝັ້ນໃຈ ກ່ຽວກັບ ເຂື່ອນ ແມ່ນກະທັງທີ່ເກີດ ໄພຫາຍານະ


ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ຫຼັງຈາກເກີດໄພພິບັດເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກພັງ ເມື່ອ ເດືອນຜ່ານມາແລ້ວ,
ໂຄງການກໍ່ສ້າງເຂື່ອນໄຟຟ້າໃນ ລາວ ກໍໄດ້ຖືກ ຕຳໜິຕິຕຽນຢ່າງໜັກ ຈາກບັນດາອົງ
ການອະນຸລັກທຳມະຊາດສາກົນ. ນັກຂ່າວວີໂອເອ ເດວິດ ບອຍລ໌ (David Boyle)
ມີລາຍງານ ຈາກແຂວງ ອັດຕະປື, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ພາບຄວາມຫາຍານະດັ່ງກ່າວຈາກເຂື່ອນ ທີ່ໄດ້ແຕກພັງໃນ ລາວ ພຽງແຕ່ຈະເປັນສິ່ງ
ຂະຫຍາຍການຄັດຄ້ານເພີ່ມຂຶ້ນ ຕໍ່ໂຄງການເຂື່ອນໄຟຟ້າຢ່າງກວ້າງຂວາງຂອງປະ
ເທດເທົ່ານັ້ນ.

ໄພພິບັດ ເຊປຽນ-ເຊນໍ້ານ້ອຍ, ເຊິ່ງເປັນການແຕກພັງຄັ້ງທີສອງຂອງເຂື່ອນ ໃນປະ
ເທດ ໃນປີທີ່ຜ່ານມາ ໄດ້ເຮັດໃຫ້ປະຊາຊົນຫຼາຍຄົນເສຍຊີວິດ, ໃນຂະນະທີ່ອີກຫຼາຍ
ກວ່າ 7,000 ຄົນ ສະເພາະໃນລາວເທົ່ານັ້ນ ຂາດທີ່ຢູ່ອາໄສ.

ລັດຖະບານໃນນະຄອນຫຼວງ ວຽງຈັນ ໄດ້ພິຈາລະນາວ່າ ເຂື່ອນໄຟຟ້າເປັນປີ້ ທີ່ຈະນຳ
ໄປສູ່ການເຕີບໂຕທາງເສດຖະກິດ ສຳລັບປະເທດທີ່ນ້ອຍ, ແລະ ທຸກຍາກນີ້.

ເຂົາເຈົ້າມີແຜນທີ່ຈະສ້າງເຂື່ອນປະມານ 140 ແຫ່ງໃນແມ່ນໍ້າຂອງ ແລະ ສາຂາຕ່າງໆ
ຂອງມັນ ໃນຄວາມພະຍາຍາມ ທີ່ຈະໃຫ້ກາຍເປັນ “ໝໍ້ໄຟຂອງພາກພື້ນເອເຊຍຕາ
ເວັນອອກສຽງໃຕ້” ອີງຕາມການກ່າວຂອງບັນດາຜູ້ຊ່ຽວຊານ ກ່ຽວກັບ ນໍ້າໃນພາກພື້ນ.

ທ່ານ ບຣາຍອັນ ອາຍເລີ (Brian Eyler), ຜູ້ຊ່ຽວຊານ ກ່ຽວກັບ ການພັດທະນາຂ້າມ
ຝັ່ງແມ່ນໍ້າຂອງ ທີ່ສູນວິໄຈນະໂຍບາຍ ສຕິມສັນ (Stimson) ໄດ້ກ່າວຕໍ່ວີໂອເອ ຜ່ານ
ທາງ Skype ວ່າ ເຂື່ອນແຕກພັງ ເປັນພຽງນຶ່ງ ໃນຄວາມຕື່ນຕົກໃຈຫຼາຍຄັ້ງ ຕໍ່ແຜນ
ການນີ້ເທົ່ານັ້ນ.

ທ່ານ ບຣາຍອັນ ອາຍເລີ ຜູ້ອຳນວຍການ ໂຄງການເອເຊຍຕາເວັນອອກສຽງໃຕ້ຂອງ
ສູນວິໄຈ ສຕິມສັນ ກ່າວວ່າ “ຂ້າພະເຈົ້າຄິດວ່າ ນີ້ແມ່ນສັນຍານອັນນຶ່ງ ທີ່ຊີ້ໃຫ້ເຫັນວ່າ
ປະເທດ ລາວ ກຳລັງດີ້ນຮົນກັບການພັດທະນາໂດຍລວມ ໃນພາກສ່ວນເຂື່ອນໄຟຟ້າ
ຂອງເຂົາເຈົ້າ ແລະ ລັດຖະບານ ລາວ ກໍກຳລັງພະຍາຍາມຮັກສາແຮງຜັກດັນ ໃຫ້ໄປ
ກັບນະໂຍບາຍໝໍ້ໄຟແຫ່ງເອເຊຍຕາເວັນອອກສຽງໃຕ້ ເພາະເຫັນໄດ້ຊັດວ່າ ມັນບໍ່ມີ
ທາງເລືອກອື່ນ ຈາກຜູ້ທຳການຕັດສິນໃຈ ໃນປັດຈຸບັນ ເຊິ່ງມັນແມ່ນບັນຫາ, ຄົນລາວ
ທຸກຄົນເພິ່ງພາອາໄສເຂື່ອນໄຟຟ້າຢ່າງຫຼວງຫຼາຍນີ້.”

ລັດຖະບານ ລາວ ໄດ້ຖິ້ມໂທດໃສ່ການກໍ່ສ້າງທີ່ບໍ່ໄດ້ມາດຕະຖານ ແລະ ໄດ້ປະກາດ
ການກວດສອບໂຄງການເຂື່ອນໄຟຟ້າທີ່ມີຢູ່ທຸກແຫ່ງ ກ່ອນໂຄງການໃໝ່ອື່ນໆຈະໄດ້
ຮັບໄຟຂຽວໃຫ້ສ້າງຂຶ້ນມາ, ເຊິ່ງແມ່ນການ ເຄື່ອນໄຫວອັນນຶ່ງທີ່ຜູ້ຊ່ຽວຊານ ຄືທ່ານ
ອາຍເລີ ຮູ້ສຶກຍິນດີນຳ.

ໃນການເຫັນດີ ກັບການປະຕິບັດການແບບປິດລັບທີ່ມີຊື່ສຽງບໍ່ດີ ຂອງພວກບໍລິສັດກໍ່
ສ້າງໃນອຸດສາຫະກຳເຂື່ອນໄຟຟ້າໃນ ລາວ ນັ້ນ, ບໍລິສັດ ເກົາຫຼີໃຕ້ ທີ່ໄດ້ສ້າງເຂື່ອນ
ດັ່ງກ່າວນັ້ນ ແມ່ນໄດ້ປະຕິເສດ ບໍ່ໃຫ້ ວີໂອເອ ສຳພາດ.

ເຖິງແມ່ນວ່າບັນຫາຄວາມປອດໄພ ຈະບໍ່ແມ່ນຈຸດເພັ່ງເລັງຂອງເຂົາເຈົ້າກໍຕາມ, ແຕ່
ຄະນະກຳມະການແມ່ນໍ້າຂອງ ຫຼື MRC ກໍໄດ້ແນະນຳໃຫ້ການທົບທວນຄືນຢ່າງຈິງຈັງ
ກ່ຽວກັບ ການພັດທະນາເຂື່ອນໄຟຟ້າຢູ່ແມ່ນໍ້າ ໃນເວລາທີ່ເຂົາເຈົ້າໄດ້ເປີດເຜີຍ ການ
ປະເມີນຜົນກະທົບທີ່ລະອຽດໃນເດືອນກຸມພາທີ່ຜ່ານມາ.

ການສຶກສາຫົກປີທີ່ສຳຄັນ,​ ມູນຄ່າຫຼາຍລ້ານໂດລາ ໄດ້ເຕືອນ ກ່ຽວກັບ ຜົນກະທົບທີ່
ເປັນຫາຍານະຕໍ່ເຂດລຸ່ມແມ່ນໍ້າຂອງ ຖ້າແຜນການພັດທະນາໃນປັດຈຸບັນ ຫາກຈະ
ດຳເນີນຕໍ່ໄປໂດຍບໍ່ມີການປ່ຽນແປງ.

ທ່ານ ໂຊ ນາມ, ຫົວໜ້າເຈົ້າໜ້າທີ່ບໍລິຫານສິ່ງແວດລ້ອມ ຈາກຄະນະກຳມະການແມ່
ນໍ້າຂອງ ກ່າວວ່າ “ແລະ ພາຍໃນປີ 2040, ຄວາມເສຍຫາຍຈະເພີ່ມຂຶ້ນເຖິງ 40 ເປີ
ເຊັນ, ສະນັ້ນຈະມີການສູນເສຍພວກປາ ເກືອບ 1 ລ້ານໂຕນ ໃນແຕ່ລະປີ ດ້ວຍມູນ
ຄ່າ 4.5 ຫຼື 4.7 ຕື້ໂດລາໃນແຕ່ລະປີ.”

ບໍ່ດົນຫຼັງຈາກການເຕືອນຕ່າງໆນີ້ແລ້ວ, ລັດຖະບານ ລາວ ກໍໄດ້ປະກາດແຜນການ
ຂອງເຂົາເຈົ້າ ທີ່ຈະສ້າງເຂື່ອນໃນແມ່ນໍ້າຂອງອີກແຫ່ງນຶ່ງ. ນຶ່ງວັນ ຫຼັງຈາກການທົບ
ທວນໄດ້ຖືກປະກາດແລ້ວ, ປະເທດ ລາວ ແລະ ປະເທດສະມາຊິກຄູ່ຮ່ວມງານຂອງ
ເຂົາເຈົ້າ ໃນອົງການ MRC, ລວມມີ ໄທ, ກຳປູເຈຍ ແລະ ຫວຽດນາມ, ກໍໄດ້ເຫັນດີ
ທີ່ຈະເລີ່ມການເຈລະຈາສຳລັບຂະບວນການການປຶກສາຫາລື ກ່ຽວກັບ ການປະກາດ
ສ້າງເຂື່ອນປາກລາຍ ໃນລຳແມ່ນໍ້າຂອງອີກແຫ່ງນຶ່ງ, ອີງຕາມການຄຳຖະແຫຼງຂອງ
ທ່ານ ອາຍເລີ.

ໃນກອງປະຊຸມສຸດຍອດ MRC ເມື່ອເດືອນກຸມພາທີ່ຜ່ານມາ ບັນດາຜູ້ສະໜັບສະໜູນ
ພະລັງງານທົດແທນ ໄດ້ຜັກດັກໃຫ້ສ້າງພະລັງງານທົດແທນທາງເລືອກອື່ນໆຢ່າງຈິງ
ຈັງ, ດ້ວຍການສະເໜີທາງເລືອກຕ່າງໆຄື ພະລັງງານແສງອາທິດ ເຊິ່ງມັນຈະມີມູນຄ່າ
ທີ່ຖືກກວ່າ ພ້ອມກັບມີຄວາມສ່ຽງດ້ານການເງິນ, ສິ່ງແວດລ້ອມ ແລະ ມະນຸດທີ່ຕໍ່າກວ່າ.

ແຕ່ມັນຍັງບໍ່ມີການລະບຸທີ່ໜັກແໜ້ນເທື່ອວ່າ ໂສກນາດຕະກຳຂອງໄພພິບັດຄັ້ງຫຼ້າສຸດ
ນີ້ ຈະສ້າງຄວາມແຕກຕື່ນ ໃຫ້ເອົາຈິງເອົາຈັງກັບການຮັບເອົາທາງເລືອກອື່ນໆ ໃນທີ່
ສຸດຫຼືບໍ່.

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

XS
SM
MD
LG