ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

HRW ຕໍາໜິລາວວ່າ ງຽບເສີຍ ຕໍ່ເລື້ອງ ທ່ານສົມບັດ


ທ່ານສົມບັດ ສົມພອນ ນັກເຄື່ອນໄຫວດ້ານການພັດທະນາ ແບບຍືນຍົງ ກ່າວຄໍາປາໄສ ທີ່ກອງປະຊຸມແຫ່ງນຶ່ງ.
ທ່ານສົມບັດ ສົມພອນ ນັກເຄື່ອນໄຫວດ້ານການພັດທະນາ ແບບຍືນຍົງ ກ່າວຄໍາປາໄສ ທີ່ກອງປະຊຸມແຫ່ງນຶ່ງ.
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ເວົ້າວ່າ
ລັດຖະບານລາວບໍ່ໄດ້ດໍາເນີນການຢ່າງພຽງພໍໃນການສືບສວນ ກ່ຽວກັບການຫາຍສາບສູນຂອງນັກເຄື່ອນໄຫວ ທີ່ມີຊື່ສຽງໂດ່ງ
ດັງທ່ານນຶ່ງ ແລະຮຽກຮ້ອງໃຫ້ສະມາຄົມອາຊ່ຽນເຂົ້າໄປແຊກ
ແຊງ.

ກຸ່ມປົກປ້ອງສິດທິມະນຸດດັ່ງກ່າວເວົ້າໃນວັນພຸດມື້ນີ້ວ່າ ເຈົ້າໜ້າ
ທີ່ລາວ ຄວນຍຸດຕິຄວາມງຽບເສີຍຂອງຕົນ ຕໍ່ກໍລະນີຂອງທ່ານ
ສົມບັດ ສົມພອນ ນັກເຄື່ອນ ໄຫວດ້ານການພັດທະນາແບບຍືນຍົງ ທີ່ໄດ້ຫາຍສາບສູນໄປ ໃນຫລາຍເດືອນຜ່ານມານັ້ນ.

ມີຄວາມເຊື່ອກັນໂດຍທົ່ວໄປວ່າ ທ່ານສົມບັດ ທີ່ມີອາຍຸ 60 ປີ
ຖືກບັງຄັບໃຫ້ຫາຍສາບສູນໂດຍພວກເຈົ້າໜ້າທີ່ ລຸນຫລັງທີ່ພາບຢູ່ໃນກ້ອງວົງຈອນປິດ ໄດ້ສະແດງໃຫ້ເຫັນວ່າ ທ່ານຖືກນໍາພາຕົວໄປຈາກປ້ອມຕໍາຫລວດແຫ່ງນຶ່ງ ໃນ ນະຄອນ ວຽງຈັນ.

ລັດຖະບານລາວໃຫ້ຄໍາສັນຍາວ່າ ຈະທໍາການສອບສວນ ແຕ່ມາຈົນຮອດດຽວນີ້ ກໍບໍ່ ໄດ້ເວົ້າຫຍັງກ່ຽວກັບວ່າ ທ່ານສົມບັດຢູ່ໃສ ຫລືສະພາບຂອງທ່ານເປັນແນວໃດ. ທາງ ການລາວສະເໜີີແນະວ່າ ທ່ານໄດ້ຖືກລັກພາຕົວໄປຍ້ອນເຫດຜົນ ສ່ວນຕົວ ຫລືບໍ່ກໍ ຍ້ອນຄວາມຂັດແຍ້ງທາງດ້ານທຸລະກິດ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ຢາກໃຫ້ສະມາຄົມອາຊ່ຽນ ແລະ ຄະນະກໍາມະການວ່າດ້ວຍສິດທິມະນຸດຂອງອາຊ່ຽນເຂົ້າໄປແຊກ ແຊງໂດຍເວົ້າວ່າ ກໍ ລະນີດັ່ງກ່າວແມ່ນເປັນ “ການທົດສອບທີ່ສຳຄັນ” ອັນນຶ່ງຕໍ່ອາຊ່ຽນ ຊຶ່ງເປັນອົງການຈັດ ຕັ້ງປະຈໍາຂົງເຂດນັ້ນ.

ເດືອນແລ້ວນີ້ ຢູ່ໃນການຢ້ຽມຢາມລາວ ເພື່ອຊອກຫາຄວາມຈິງນັ້ນ ບັນດາຜູ້ຕາງໜ້າ ກຸ່ມອາຊ່ຽນ ໄດ້ຕໍາໜິການສືບສວນຂອງລັດຖະບານລາວ ຕໍ່ການຫາຍສາບສູນດັ່ງກ່າວ ຊຶ່ງພວກທ່ານເວົ້າວ່າ ລັດຖະບານລາວ ບໍ່ໄດ້ໃຫ້ຄໍາຕອບຕໍ່ຄໍາຖາມພື້ນຖານຂອງການ ສືບສວນ ແລະພະຍາຍາມທີ່ຈະປະຕິເສດວ່າ ຕໍາຫລວດບໍ່ໄດ້ມີສ່ວນກ່ຽວຂ້ອງກັບເຫດ ການດັ່ງກ່າວ.

ທ່ານ Brad Adams ຜູ້ອໍານວຍການດ້ານພາກພື້ນເອເຊຍຂອງກຸ່ມປົກປ້ອງສິດທິມະນຸດ
Human Rights Watch ໃຫ້ຄໍາເຫັນວ່າ ລັດຖະບານລາວປະກົດວ່າ “ເພັ່ງເລັງໃສ່ການ
ຫລີກລ້ຽງຈາກການຖືກຕ້ອງຕິຂອງນາໆຊາດ ຫລາຍກວ່າການດໍາເນີນການສືບສວນຢ່າງ
ທ່ອງແທ້ ຕໍ່ການຫາຍສາບສູນຂອງທ່ານສົມ ບັດ.”
XS
SM
MD
LG