ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວບໍ່ໄດ້ໃຫ້ຄວາມສົນໃຈ ຕໍ່ພັນລະຍາຂອງ ນັກຊ່ຽວຊານດ້ານພັດທະນາ ທີ່ຫາຍສາບສູນໄປ ໂດຍໃຫ້ທັດສະນະແບບ ‘ບ່າຍບ່ຽງ’


ທ່ານ ສົມບັດ ສົມພອນທີ່ໄດ້ຮັບລາງວັນ Ramon Magsaysay Award ໃນເລື້ອງເປັນຜູ້ນໍາຊຸມຊົນດີເດັ່ນໃນປີ 2005, ຖ່າຍຮູບກັບຮູບປັ້ນ ຂອງມື້ລາງປະທານາທິບໍດີຟີລິບປິນໃນພິທີຮັບລາງວັນຂອງເພິ່ນ (ພາບຖ່າຍໃັນທີ 31 ສິງຫາ, 2005)
ທ່ານ ສົມບັດ ສົມພອນທີ່ໄດ້ຮັບລາງວັນ Ramon Magsaysay Award ໃນເລື້ອງເປັນຜູ້ນໍາຊຸມຊົນດີເດັ່ນໃນປີ 2005, ຖ່າຍຮູບກັບຮູບປັ້ນ ຂອງມື້ລາງປະທານາທິບໍດີຟີລິບປິນໃນພິທີຮັບລາງວັນຂອງເພິ່ນ (ພາບຖ່າຍໃັນທີ 31 ສິງຫາ, 2005)

ພັນລະຍາຂອງນັກຊ່ຽວຊານດ້ານການພັດທະນາລາວທີ່ຫາຍສາບສູນໄປ, ທ່ານ ສົມບັດ ສົມພອນ ໃນວັນອັງຄານທີ່ຜ່ານມາ ໄດ້ທໍາພິທີ ເພື່ອເປັນຂີດໝາຍຄົບຮອບ 8 ປີ ນັບຕັ້ງແຕ່ທ່ານໄດ້ຫາຍໂຕໄປໂດຍບໍ່ມີຂໍ້ມູນໃດໆ ກ່ຽວກັບກໍລະນີດັ່ງກ່າວຈາກລັດຖະບານຄອມມິວນິສ ໃນນະຄອນຫຼວງວຽງຈັນ ທີ່ເຊື່ອກັນວ່າເຈົ້າໜ້າທີ່ໄດ້ເອົາຕົວທ່ານໄປນັ້ນ.

ທ່ານນາງ ອຶ້ງ ຊຸຍ ເມັງ (Ng Shui Meng) ພັນລະຍາຂອງທ່ານສົມບັດກ່າວຕໍ່ວິທະຍຸເອເຊຍເສຣີ ພະແນກພາສາລາວ ໃນວັນທີ 9 ທັນວາວ່າ "ວັນທີ 15 ທັນວາເປັນວັນຄົບຮອບແປດປີຂອງການຫາຍສາບສູນຂອງສົມບັດ, ສາມີຂອງຂ້າພະເຈົ້າ, ແລະຕະຫຼອດເວລາແປດປີນີ້ ຂ້າພະເຈົ້າຍັງຄິດຮອດລາວຢູ່ ແລະຕ້ອງການຢາກໃຫ້ລາວກັບຄືນມາຫາຄອບຄົວ".

ທ່ານນາງກ່າວອີກວ່າ "ຈົນຮອດດຽວນີ້, ຂ້າພະເຈົ້າບໍ່ໄດ້ຮັບຂ່າວຄາວໃດໆຈາກ ເຈົ້າໜ້າທີ່ລາວ ກ່ຽວກັບການສືບສວນເລື້ອງການຫາຍຕົວໄປ ຂອງສົມບັດເລີຍ ແລະຂ້າພະເຈົ້າຍັງບໍ່ຮູ້ວ່າລາວຢູ່ໃສ."

ທ່ານສົມບັດ ສົມພອນ ຫາຍສາບສູນໄປໃນຕອນແລງຂອງວັນທີ 15 ທັນວາ 2012, ຫລັງຈາກລົດຈິບຂອງທ່ານຖືກບອກໃຫ້ຈອດທີ່ດ່ານກວດຕຳຫຼວດ ຢູ່ ນອກນະຄອນຫລວງວຽງຈັນ, ໂດຍທີ່ມີວິດີໂອທີ່ສະແດງໃຫ້ເຫັນວ່າ ທ່ານຖືກບັງຄັບໃຫ້ເຂົ້າໄປໃນລົດກະບະສີຂາວ ແລະກໍຖືກພາຕົວໄປໃນເວລາຕໍ່ມາ.

ເຖິງແມ່ນວ່າຕຳຫຼວດໄດ້ໃຫ້ສັນຍາໄວ້ໃນຕອນທຳອິດວ່າຈະສືບສວນກໍຕາມ, ແຕ່ເຈົ້າໜ້າທີ່ລາວໄດ້ກັບຄໍາເວົ້າໂດຍບອກວ່າ ພວກເຂົາເຈົ້າບໍ່ສາມາດຢືນຢັນຕົວຕົນຂອງຜູ້ຊາຍທີ່ເຫັນຢູ່ໃນວິດີໂອ ທີ່ຂັບລົດຈິບຂອງທ່ານສົມບັດໄປນັ້ນ, ແລະປະຕິເສດຂໍ້ສະເໜີໃນການຊ່ວຍເຫຼືອຈາກພາຍນອກ ເພື່ອການວິເຄາະພາບຢູ່ໃນວີດິໂອນັ້ນ.

ກ່ອນການລັກພາຕົວຂອງທ່ານນັ້ນ, ທ່ານສົມບັດໄດ້ທ້າທາຍຕໍ່ຂໍ້ຕົກລົງທີ່ດິນຂະໜາດໃຫຍ່ ທີ່ມີການເຈລະຈາຂອງລັດຖະບານ ທີ່ເຮັດໃຫ້ຊາວບ້ານໃນເຂດຊົນນະບົດຂອງລາວ ຫລາຍພັນຄົນຂາດທີ່ຢູ່ອາໄສໂດຍໄດ້ຮັບຄ່າຕອບແທນໜ້ອຍດຽວ. ຂໍ້ຕົກລົງດັ່ງກ່າວໄດ້ເຮັດໃຫ້ມີການປະທ້ວງທີ່ບໍ່ຄ່ອຍເປັນທີ່ນິຍົມເຮັດຢູ່ໃນລາວ ບ່ອນທີ່ການປາກເວົ້າທາງການເມືອງຖືກຄວບຄຸມຢ່າງເຂັ້ມງວດນັ້ນ.

ການເຮັດວຽກຫຼາຍທົດສະວັດຂອງທ່ານສົມບັດທີ່ຕາງໜ້າໃຫ້ຊາວນາ ແລະການກະສິກຳແບບຍືນຍົງ ໄດ້ຊ່ວຍທ່ານໃຫ້ໄດ້ຮັບລາງວັນການພັດທະນາຊັບພະຍາ ກອນມະນຸດຂອງອົງການສະຫະປະຊາຊາດ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ທຸກຍາກ ໃນເຂດຊົນນະບົດຂອງລາວ, ແລະຕໍ່ມາທ່ານໄດ້ຮັບລາງວັນ ເຣມັນ ແມັກໄຊໄຊ (Ramon Magsaysay) ທີ່ມີຊື່ສຽງສຳລັບຄວາມເປັນຜູ້ນຳຊຸມຊົນ.

“ມາຮອດປັດຈຸບັນນີ້, ເຈົ້າໜ້າທີ່ລາວບໍ່ໄດ້ໃຫ້ຂໍ້ມູນໃໝ່ ຫຼື ຄຳຕອບກ່ຽວກັບສົມບັດເລີຍ. ເຂົາເຈົ້າບໍ່ພົບກັບຂ້ອຍ ແລະເຂົາເຈົ້າພຽງແຕ່ເວົ້າວ່າເຂົາເຈົ້າບໍ່ມີຂໍ້ມູນຫຍັງເລີຍ,” ນັ້ນຄືຄໍາເວົ້າຂອງທ່ານນາງ ອຶ້ງ ຊຸຍ ເມັງ (Ng Shui Meng), ທີ່ອາໄສຢູ່ນະຄອນຫຼວງວຽງຈັນໄດ້ບອກກັບວິທະຍຸເອເຊຍເສຣີ. ທ່ານນາງກ່າວອີກວ່າ "ແລະພວກເຮົາກໍສືບຕໍ່ທົນທຸກທໍລະມານໃນຕະຫລອດຫລາຍປີຜ່ານມານີ້."

ອ່ານຂ່າວນນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG