ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາໂຮງຮຽນ ໃນທຸກລະດັບ ກຳລັງປະເຊີນ ກັບຄວາມຫຍຸ້ງຍາກ ທັງໃນການສອນ ແລະການເປີດສົກຮຽນໃໝ່ ໃນລາວ


ໂຮງຮຽນ ສິນໄຊ ປະຖົມ-ມັດທະຍົມສຶກສາສົມບູນ ຕັ້ງຢູ່ໃນນະຄອນຫຼວງວຽງຈັນ, ສປປ ລາວ.
ໂຮງຮຽນ ສິນໄຊ ປະຖົມ-ມັດທະຍົມສຶກສາສົມບູນ ຕັ້ງຢູ່ໃນນະຄອນຫຼວງວຽງຈັນ, ສປປ ລາວ.

ການເປີດສົກຮຽນໃໝ່ປີ 2021-2022 ທີ່ຫາກໍ່ເລີ້ມເປີດ ໃນຕົ້ນເດືອນ ນີ້ ໄດ້ເປີດຂຶ້ນທ້າມກາງການລະບາດຢ່າງໜັກຂອງພະຍາດໂຄວິດ-19 ໃນຫຼາຍ ແຂວງ ແລະນະຄອນຫລວງວຽງຈັນ ບັນດາຜູ້ປົກຄອງນັກຮຽນ ຕະຫລອດຄູອາ ຈານ ມີຄວາມກັງວົນໃຈຫລາຍຕໍ່ການຮຽນການສອນນັກຮຽນໂດຍສະເພາະແມ່ນ ໃນລະບົບສາມັນສຶກສາກໍຄືນັບຊັ້ນປະຖົມໄປເຖິງມັດທະຍົມປາຍ. ໄຊຈະເລີນສຸກ ມີລາຍງານຈາກນັກຂ່າວຂອງພວກເຮົາ ກ່ຽວກັບເລື້ອງນີ້ ມາສະເໜີທ່ານໃນອັນ ດັບຕໍ່ໄປ.

ການໄຂສົກຮຽນໃໝ່ ໂດຍປົກກະຕິແລ້ວເປັນຊ່ວງໄລຍະທີ່ມີບັນຍາກາດອັນຕື່ນ ເຕັ້ນສໍາລັບນັກຮຽນນັກສຶກສາ ແລະຄູອາຈານຫລາຍຄົນ ພ້ອມທັງເພີ້ມຄວາມ ປິຕິຍິນດີ ແກ່ພໍ່ແມ່ນນັກຮຽນທີ່ເຫັນລູກຫລານຂອງຕົນເຂົ້າຮຽນໃນຊັ້ນຮຽນໃໝ່. ແຕ່ວ່າໃນປີນີ້ແມ່ນຕ່າງຈາກປີອື່ນໆຫລາຍ ເພາະມີການລະບາດຂອງພະຍາດຮອບໃໝ່ແລະຮ້າຍແຮງຢ່າງບໍ່ເຄີຍມີມາກ່ອນໂດຍສະເພາະຢູ່ໃນນະຄອນຫຼວງ ແລະບັນດາແຂວງພາກໃຕ້ຂອງລາວ. ສະພາບການປິດເມືອງເຊັ່ນນີ້ເຮັດໃຫ້ມີ ຄວາມຫຍຸ້ງຍາກໃນການຮຽນການສອນຢູ່ໃນໂຮງຮຽນໃນທຸກລະດັບ ລວມທັງການຮຽນໃນຊັ້ນປະຖົມ ແລະມັດທະຍົມທີ່ເປັນຊັ້ນການສຶກສາສາມັນ ຫລືພື້ນຖານຂອງລະບົບການສຶກສາທົ່ວໂລກນັ້ນ. ດັ່ງການໃຫ້ຄໍາເຫັນຂອງນາຍຄູ ສອນມັດທະຍົມຕອນປາຍຂອງໂຮງຮຽນຫຼວງແຫ່ງນຶ່ງ ໃນເມືອງໄຊທານີ ເຂດນະຄອນຫລວງວຽງຈັນ ທີ່ເວົ້າວ່າ ເຖິງຈະມີການຝຶກອົບຮົມນາຍຄູ ໃນການ ສອນຜ່ານທາງອອນລາຍແລ້ວກໍຕາມ ແຕ່ຂາດເຂີນອຸປະກອນຈໍາເປັນ ເຊັ່ນ ຄອມພີວເຕີ ແລະໂທລະສັບມືຖືທັນສະໄໝ ຫລືສະມາດໂຟນ ທັງຂອງນາຍຄູ ແລະຂອງນັກຮຽນນັ້ນ ກໍເປັນການຍາກຫຼາຍທີ່ຈະເລີ້ມເປີດການຮຽນການສອນ ໃຫ້ເປັນປົກກະຕິໄດ້ ຊຶ່ງທ່ານໃຫ້ຄໍາເຫັນດັ່ງນີ້:

“ພວກເຮົາໄດ້ຝຶກອົບຮົມກັນແລ້ວຈໍານວນທີ່ບໍ່ທັນເປັນ ພວກເຮົາກະແນະນໍາກັນ ຈໍານວນນຶ່ງ ແຕ່ຈໍານວນນຶ່ງທີ່ບໍ່ເປັນ ກະຕ້ອງອາໄສຄອມຂອງໂຮງຮຽນສອນນີ້ແຫລະ ສະເພາະນັກຮຽນ ຜູ້ທີ່ບໍ່ມີໂທລະສັບ ກະແມ່ນອາໄສຂອງພໍ່ແມ່ ຫລືວ່າຫວ່າງຢ່ານີ້ ເພິ່ນມີຂໍ້ມູນລາຍງານກະພໍມີໂຄງການທີ່ຈະຊ່ວຍເຫລືອ. ໂຄງການໄອຈີຊີຊີ (Igcc) ໃຫ້ນັກຮຽນຢືມໂທລະສັບສາມາດໂຟນປະມານ ແຕ່ວ່າກະຂຽນໄປປະມານ 30 ກວ່າໜ່ວຍ ນີ້ແຫລະ ເພາະວ່ານັກຮຽນບໍ່ຕອບຮັບວ່າກະໄດ້ຂໍ້ມູນຈໍານວນນຶ່ງບໍ່ຮູ້ເພິ່ນຊິຊ່ວຍໄດ້ສໍ່າໃດການແບ່ງປັນແຕ່ລະໂຮງຮຽນ ຫັ້ນນະ.”

ພ້ອມກັນນັ້ນ ການທີ່ຈະຕິດຕໍ່ຫານັກຮຽນໃໝ່ ໃຫ້ລົງທະບຽນຮຽນນີ້ ກໍເປັນການ ຍາກຫລາຍ ຊຶ່ງທ່ານກ່າວຕໍ່ໄປວ່າ:

“ມີແຕ່ອາໄສນັກຮຽນເກົ່າ ທີ່ພົວພັນໄດ້ ພວກໃໝ່ກະຈັກຊິເຮັດແນວໃດບຸ ກະອຸກໃຈຢູ່ຄັນສອນອອນລາຍ ຕາມແຜນການເພີ່ນ ຖ້າສອນອອນລາຍໄປໄລຍະນຶ່ງ ຖ້າຫາກວ່າບໍ່ມີໂຄວິດ ກະຊິກັບປ່ຽນມາສອນນັກຮຽນ ຢູ່ຫ້ອງລະ 15 ຄົນ ຄັນສອນຫ້ອງລະ 15 ຄົນແລ້ວ ປິດປືບ ເພິ່ນຈະປ່ຽນການສອນ ເປັນອອນລາຍ ເພາະວ່າອອນລາຍ ກັບສອນໃນຫ້ອງຕ້ອງຄຽງຄູ່ກັນໄປແນວນັ້ນຕາມເພິ່ນແນະນໍາ.”

ສະພາບການນີ້ ກໍ່ສ້າງຄວາມກັງວົນໃຈແກ່ພໍ່ແມ່ນັກຮຽນບໍ່ໜ້ອຍເຊັ່ນກັນ ດັ່ງທີ່ພໍ່ ຂອງນັກຮຽນມັດທະຍົມຕົ້ນຂອງໂຮງຮຽນລັດແຫ່ງນຶ່ງ ໃນເມືອງໄຊເສດຖາ, ນະ ຄອນຫລວງວຽງຈັນ ບອກວ່າການຮຽນຜ່ານທາງອອນລາຍເພື່ອປ້ອງກັນນັກຮຽນ ແລະຄູ ບໍ່ໃຫ້ຕິດພະຍາດໂຄວິດ-19 ນີ້ ກໍບໍ່ແມ່ນເລື້ອງງ່າຍ ທີ່ຈະປະຕິບັດໄດ້ ເລີຍ. ທ່ານໃຫ້ຄໍາເຫັນດັ່ງນີ້ :

“ເຂົາກະວ່າແນວນັ້ນຢູ່ ແຕ່ວ່າແຜນການເພິ່ນບໍ່ແມ່ນງ່າຍແລ້ວ ແຜນງົບປະມານ ແຜນຕ່າງໆເນາະ ມັນບໍ່ແມ່ນວ່າງ່າຍໆໄດ໋. ລະບົບອອນລາຍ ຮຽນກະດາຍ ໄດ້ໄດ້ຍິນວ່າແນວນັ້ນບໍ່ເຫັນວ່າຈັ່ງໄດໃດ໋ຫລະ. ແມ່ນແຫລະກະອັນນັ້ນລະ ອຸປະ ກອນຫັ້ນ ລະບົບອອນລາຍ ຫັ້ນມັນກະງົບປະມານທຶນຕ່າງໆເນາະ ໃຊ້ຕົ້ນທຶນສູງເນາະ ຄູອາຈານຕ້ອງໄດ້ໄປຝືກອົບຮົມກ່ອນຊິເຮັດໃຫ້ສະດວກໃນການສົ່ງຄວາມຮູ້ ແມ່ນກະຕ້ອງສາມາດໂຟນຈຶ່ງໄດ້.”

ແຕ່ຢ່າງໃດກໍຕາມ ເພື່ອຫລຸດຜ່ອນການຕິດເຊື້ອໄວຣັສໂຄໂຣນາ, ທາງກະຊວງ ສາທາລະນະສຸກຂອງລາວ ກໍໄດ້ປະກາດອອກມາໃນອາທິດນີ້ວ່າ ໃຫ້ສັກຢາວັກ ຊິນກັນໂຄວິດ-19 ໃຫ້ແກ່ນັກຮຽນຊັ້ນ ມໍ 7 ຫລືນັກຮຽນທີ່ມີອາຍຸ 17 ປີຂຶ້ນໄປ ທີ່ຈະເດີນທາງເພື່ອການສຶກສາ ເຊັ່ນເພື່ອກຽມສອບເສັງເຂົ້າສະຖາບັນສຶກສາຕ່າງໆ ແລະເຂົາເຈົ້າສາມາດເລືອກສັກໄດ້ ແຕ່ວັກຊີນນຶ່ງໃນສອງຊະນິດກໍຄື ໄຟເຊີ ແລະຊີໂນຟາມເທົ່ານັ້ນ.

ໄປພ້ອມໆກັບການເປີດສົກຮຽນໃໝ່ນີ້ ກໍມີການປະກາດສະພາວະສຸກເສີນອອກມາ ຊຶ່ງໃນນັ້ນກໍມີຄໍາສັ່ງຂອງກົມໃຫຍ່ເສນາທິການກອງທັບກະຊວງປ້ອງກັນປະເທດ ລົງວັນທີ 17 ກັນຍາ, 2021 ໃຫ້ມີການນໍາໃຊ້ກໍາລັງທະຫານອອກລາດຕະເວນໃນ 9 ເມືອງຂອງນະຄອນຫລວງວຽງຈັນໄປຈົນຮອດວັນທີ 30 ກັນຍາປີນີ້ ໂດຍໃຫ້ປະສານສົມທົບກັບກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫລວງ ແລະອໍານາດການປົກຄອງທ້ອງຖິ່ນ ເພື່ອເຄື່ອນໄຫວຕິດຕາມ ການຊຸມແຊວ, ຮ້ານກິນດື່ມແລະຮ້ານບັນເທີງຕ່າງໆ ຊຶ່ງເປັນຄັ້ງທໍາອິດໃນປະຫວັດຂອງລາວ ໃນຮອບຫລາຍສັດຕະວັດຜ່ານມາທີ່ມີການໃຊ້ກໍາລັງທະຫານ ລາດຕະເວນໃນເຂດນະຄອນຫລວງຂອງປະເທດເຊັ່ນນີ້.

ພ້ອມກັນນັ້ນກໍມີຄໍາສັ່ງດ່ວນທີ່ສຸດຂອງສໍານັກງານນາຍົກລັດຖະມົນຕີທີ່ຫາກໍອອກມາ ໃນວັນສຸກ ທີ 18 ຜ່ານມານີ້ເອງວ່າ ໃຫ້ມີການປິດເມືອງຫລື ລ໊ອກ ດາວ ເຂດນະຄອນຫລວງວຽງຈັນ ນັບແຕ່ເວລາ 0:00 ໂມງຂອງວັນທີ 19 ໄປຈົນເຖິງວັນທີ 30 ກັນຍາ.

ທັງນີ້ກໍເພາະວ່າ ເລີ້ມຕົ້ນມາແຕ່ຕົ້ນເດືອນພຶດສະພາຜ່ານມາ ມີຈໍານວນຜູ້ຕິດເຊື້ອໃໝ່ຢ່າງວ່ອງໄວເລື້ອຍມາ. ໃນວັນທີ 18 ກັນຍາມີຜູ້ຕິດເຊື້ອ 467 ຄົນ. ສິ່ງສໍາຄັນກໍຄືການຕິດເຊື້ອໃນຄັ້ງນີ້ ແມ່ນກວດພົບຢູ່ໃນໂຮງງານຕັດຫຍິບແຫ່ງ ນຶ່ງໃນເມືອງຈັນທະບູລີ ນະຄອນຫລວງວຽງຈັນ 247 ຄົນ ຊຶ່ງເປັນການຕິດ ເຊື້ອໃນຊຸມຊົນຢູ່ບ່ອນດຽວເປັນຈໍານວນຫລາຍທີ່ສຸດໃນປະຫວັດສາດຂອງລາວ.

XS
SM
MD
LG