ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂ. ໄຊຍະບູລີພ້ອມແລ້ວ ຈະຈັດການເລືອກຕັ້ງ ສະພາແຫ່ງຊາດຊຸດທີ 7


ສະມາຊິກພັກປະຊາຊົນປະຕິວັດລາວຜູ້ຍິງຈຳນວນນຶ່ງ
ສະມາຊິກພັກປະຊາຊົນປະຕິວັດລາວຜູ້ຍິງຈຳນວນນຶ່ງ

ທາງ​ການແຂວງ​ໄຊ​ຍະ​ບູລີຢືນຢັນ​ວ່າ ທາງ​ແຂວງ​ພ້ອມ​ແລ້ວ ທີ່​ຈະ​ຈັດການ​ເລືອກ​ຕັ້ງສະມາ ຊິກສະພາ​ແຫ່ງ​ຊາດຊຸດ​ທີ 7 ທີ່​ກໍາໜົດຈະ​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 30 ​ເມສາ​ທີ່​ຈະ​ມາ​ເຖິງ​ນີ້.

ທ່ານ ບຸນ​ຍັງ ຈັນ​ດາລາ​ສານ ​ຮອງເຈົ້າ​ແຂວງ ແຂວງ​ໄຊ
ຍະ​ບູລີ ​ແລະກຳມະການ​ຂອງ​ຄະນະ​ກຳມະການ​ເລືອກ​
ຕັ້ງປະຈຳ​ເຂດ 7 ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ການ​ໂຄສະນາ
ປະຊາສຳພັນເພື່ອ​ລະດົມ​ໃຫ້​ປະຊາຊົນ​ໃນ​ແຂວງ​ອອກ​ມາ
ໃຊ້​ສິດ​ອອກສຽງ​ໃນ​ການ​ເລືອກ​ຕັ້ງ​ເອົາ​ສະມາຊິກ​ສະພາ
ແຫ່ງ​ຊາດ ຊຸດ​ທີ 7 ທີ່​ກຳໜົດຈະ​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ
ໃນ​ວັນ​ທີ 30 ​ເມສາ​ປີນີ້ ກຳລັງ​ດຳ​ເນີນ​ໄປ​ຢ່າງ​ຕັ້ງໜ້າ.

ສໍາລັບ​ແຂວງ ​ໄຊ​ຍະ​ບູລີ ທີ່​ປະກອບ​ດ້ວຍ 11 ​ເມືອງ 446
ໝູ່ບ້ານ ​ແລະ​ມີ​ຈຳນວນ​ປະຊາກອນ​ທັງໝົດ 360 ພັນ​
ກວ່າ​ຄົນ​ນັ້ນ ກໍ​ໄດ້​ມີ​ການຈັດ​ແບ່ງໜ່ວຍ​ເລືອກ​ຕັ້ງອອກ
ເປັນ 378 ໜ່ວຍ ພ້ອມ​ທັງ​ຍັງ​ມີໜ່ວຍ​ເລືອກ​ຕັ້ງ​ເຄື່ອນ​ທີ່​ອີກ
9 ໜ່ວຍ​ແລະ ຈາກ​ການ​ດຳ​ເນີນ​ງານ​ເພື່ອ​ຈັດຕຽ​ມຄວາມ
ພ້ອມ​ໃນ​ດ້ານ​ຕ່າງໆ ​ໃນ​ຕະຫລອດ​ໄລຍະ ​ເກືອບ 1 ​ເດືອນ​ມານີ້ ກໍ​ປາກົດ​ວ່າ ມີ​ຄວາມ​ພ້ອມ​ໃນ​ທຸກ​ດ້ານ​ແລ້ວ ທີ່​ຈະ​ຈັດການ​ເລືອກ​ຕັ້ງຂຶ້ນຕາມ​ ກຳໜົດການ​ດັ່ງກ່າວ ດັ່ງ​ທີ່​ທ່ານ​ ບຸນ​ຍັງ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ມາ​ຮອດ​ປັດຈຸບັນ​ນີ້ ກະ​ເຫັນ​ວ່າ​ແຂວງ​ໄຊ​ຍະ​ບູລີ​ນີ້ ສະ​ເພາະ​ແມ່ນ​ຄົນ​ໃຊ້​ສິດ​ໜີ້ ກະຖືວ່າ​ພ້ອມ 100% ​ແລ້ວ ອັນ​ນີ້ກະ​ແມ່ນ​ສະ​ແດງ​ເຖິງ ຄວາມ​ຕື່ນ​ຕົວ​ຂອງ​ປະຊາຊົນ ​ເພາະວ່າ ​ແຂວງ​ໄຊ​ຍະ​ບູລີ ນີ້ກະ​ເປັນ​ແຂວງໜຶ່ງທີ່​ໄດ້​ຮັບ​ການກໍ່ສ້າງ ຮາກ​ຖານ​ການ​ເມືອງ ກະ​ເຫັນ​ວ່າ ປະຊາຊົນໜີ້ ກະ​ແມ່ນ​ມີ​ຄວາມ​ຕື່ນ​ຕົວ​ສູງ​ພໍ​ສົມຄວນ ຕໍ່​ແນວ​ທາງ​ການ​ເມືອງ​ຂອງ​ພັກ ຂອງ​ລັດ​ເຮົາ.”

ທ່ານນາງ ປານີ ຢາທໍຕູ, ປະທານສະພາແຫ່ງຊາດລາວ
ທ່ານນາງ ປານີ ຢາທໍຕູ, ປະທານສະພາແຫ່ງຊາດລາວ

ທັງ​ນີ້ແຂວງ​ໄຊ​ຍະ​ບູລີ ມີ​ຜູ້​ສະມັກ​ແຂ່ງຂັນ​ໃນ​ການ​ເລືອກ
ຕັ້ງຄັ້ງນີ້ຈຳນວນ 10 ຄົນເພື່ອ​ໃຫ້​ປະຊາຊົນ​ເລືອກ​ເອົາ
7 ຄົນ ​ແລະ ບຸກຄົນ​ສຳຄັນ​ທີ່​ໄດ້​ລົງມະຕິ​ສະມັກ​ແຂ່ງຂັນ
ໃນ​ແຂວງ​ໄຊຍະ​ບູລີ ກໍ​ຄື​ທ່ານ​ນາງ ປານີ ຢາ​ທໍ​ຕູ້ ກໍາມະ
ການ ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ
ຊຸດ​ທີ 9 ​ແລະ ປະທານ​ສະພາ​ແຫ່ງ​ຊາດ​ລາວ​ຄົນ​ປັດຈຸ
ບັນ.

ຄະນະກໍາມະການເລືອກຕັ້ງລະດັບຊາດຂອງລາວພາຍໃຕ້
ການເປັນປະທານຂອງທ່ານບຸນຍັງ ວໍລະຈິດ ຮອງປະ
ທານປະເທດລາວນັ້ນ ໄດ້ປະກາດລາຍຊື່ບຸກຄົນທີ່ຜ່ານ
ການຄັດເລືອກ ແລະກໍໄດ້ຮັບອານຸຍາດໃຫ້ລົງສະໝັກ
ແຂ່ງຂັນໃນການເລືອກຕັ້ງເປັນສະມາຊິກແຫ່ງຊາດຊຸດທີ
7 ຢ່າງເປັນ ທາງການແລ້ວໃນຕົ້ນເດືອນມີນາ 2011 ນີ້.

ໂດຍມີຜູ້ທີ່ໄດ້ຮັບອະນຸຍາດໃຫ້ລົງສະໝັກແຂ່ງຂັນທັງໝົດ 190 ຄົນໃນ 17 ເຂດເລືອກຕັ້ງ
ໃນທົ່ວປະເທດລາວນັ້ນ ກໍປາກົດວ່າເປັນຜູ້ສະໝັກຈາກສູນກາງ 47 ຄົນ. ສ່ວນທີ່ເຫຼືອ
143 ຄົນນັ້ນເປັນຜູ້ສະໝັກຈາກລະດັບທ້ອງຖິ່ນ ແລະຈາກຈໍານວນຜູ້ສະໝັກທັງໝົດດັ່ງກ່າວ
ກໍເປັນຜູ້ສະໝັກເພດຍິງ 47 ຄົົນໂດຍ 12 ຄົນເປັນຜູ້ສະໝັກຈາກສູນກາງ ແລະສ່ວນໃຫຍ່
ກໍເປັນບຸກຄະລາກອນຂອງພັກ-ລັດ ເນື່ອງຈາກວ່າມີຜູ້ສະໝັກຈາກພາກເອກກະຊົນທີ່ໄດ້
ຮັບອານຸຍາດໃຫ້ລົງສະໝັກແຂ່ງຂັນໃນການເລືອກຕັ້ງຄັ້ງນີ້ພຽງແຕ່ 5 ຄົນເທົ່ານັ້ນ.

ສ່ວນຄຸນນະສົມບັດໃນດ້ານການສຶກສາຂອງຜູ້ສະໝັກນັ້ນ ກໍປາກົດວ່າມີຢູ່ເຖິງ 168 ຄົນ
ທີ່ຈົບການສຶກສາຕັ້ງແຕ່ລະດັບສູງໄປຈົນເຖິງປະລິນຍາເອກ ໂດຍມີພຽງແຕ່ 22 ຄົນເທົ່ານັ້ນ ທີ່ຈົບການສຶກສາລະດັບຂັ້ນຕົ້ນ ແລະລະດັບກາງ. ນອກຈາກນີ້ ກໍມີຜູ້ສະໝັກທີ່ອາຍຸເກີນ
ກວ່າ 60 ປີຂຶ້ນໄປພຽງແຕ່ 21 ຄົນເທົ່ານັ້ນ. ສ່ວນທີ່ເຫຼືອກໍມີອາຍຸລະຫວ່າງ 45-60 ປີ
ແລະ ໃນຈໍານວນຜູ້ສະໝັກທັງໝົດ 190 ຄົນດັ່ງກ່າວນີ້ ກໍເປັນສະມາຊິກສະພາແຫ່ງຊາດ
ລາວຊຸດທີ 6 ຢູ່ແລ້ວຈໍານວນ 45 ຄົນອີກດ້ວຍ.

ການລົງຄະແນນສຽງເລືອກຕັ້ງຂອງຄະນະບໍລິຫານ ງານສູນກາງພັກ
ການລົງຄະແນນສຽງເລືອກຕັ້ງຂອງຄະນະບໍລິຫານ ງານສູນກາງພັກ

ທັງ​ນີ້ ​ໂດຍ​ສະພາ​ແຫ່ງ​ຊາດ​
ລາວ​ຊຸດ​ທີ 7 ນີ້ຈະ​ມີ​ສະມາ
ຊິກທັງໝົດ 132 ຄົນ ຊຶ່ງ
ໄດ້ເພີ່ມຂຶ້ນຈາກຊຸດທີ່ 6
ທີ່ມີຈໍານວນສະມາຊິກທັງ
ໝົດ 115 ຄົນ ເນື່ອງຈາກ
ວ່າ ຈໍານວນປະຊາກອນ
ລາວໄດ້ເພີ່ມຂຶ້ນຈາກ​ເມື່ອ
5 ປີ​ກ່ອນນັ້ນເອງ.

ສໍາລັບໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຊຸດທີ 7 ນີ້ ກໍໄດ້ກໍາໜົດໄວ້ວ່າ ໃນ ແຕ່ລະເຂດເລືອກຕັ້ງຫຼືແຕ່ລະແຂວງນັ້ນ ຈະຕ້ອງມີຈໍານວນສະມາຊິກສະພາແຫ່ງຊາດບໍ່ຕໍ່າ
ກວ່າ 5 ຄົນ ເຖິງແມ່ນວ່າຈະເປັນເຂດທີ່ມີປະຊາກອນບໍ່ເຖິງ 50,000 ຄົນກໍຕາມ. ສ່ວນເຂດ​ທີ່ມີສະມາຊິກສະພາແຫ່ງຊາດຫລາ​ຍທີ່​ສຸດ​ນັ້ນກໍ​ຄື ​ແຂວງສະຫວັນນະເຂດ, ນະຄອນວຽງຈັນ ແລະຈໍາປາສັກຕາມລໍາດັບ.

XS
SM
MD
LG