ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວຈະປຸກລະດົມ ປະຊາຊົນໃຫ້ອອກມາໃຊ້ສິດ ໃນການເລືອກຕັ້ງໃຫ້ເຕັມ 100%


ຜູ້ສະມັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດລາວ ຊຸດທີ 7 ຈໍານວນນຶ່ງ
ຜູ້ສະມັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດລາວ ຊຸດທີ 7 ຈໍານວນນຶ່ງ

ຄະນະກໍາມະການເລືອກຕັ້ງລະດັບຊາດມີຄໍາສັ່ງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງຮັບປະກັນ ການອອກມາໃຊ້ສິດທິໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຂອງປະຊາຊົນລາວທົ່ວ ປະເທດໃຫ້ໄດ້ເຖິງ 100%.

ຄະນະກໍາມະການເລືອກຕັ້ງລະດັບຊາດຂອງລາວ ພາຍ
ໃຕ້ການເປັນປະທານຂອງທ່ານບຸນຍັງ ວໍລະຈິດ ຮອງປະ
ທານປະເທດນັ້ນໄດ້ມີຄຳສັ່ງໄປເຖິງຄະນະກຳມະການ
ເລືອກຕັ້ງລະດັບທ້ອງຖິ່ນໃນທົ່ວປະເທດລາວເມື່ອບໍ່ນານ
ມານີ້ເພື່ອໃຫ້ດຳເນີນການກະກຽມຄວາມພ້ອມໃນທຸຸກ
ດ້ານສຳລັບຮອງຮັບການເລືອກຕັ້ງສະມາຊິກສະພາແຫ່ງ
ຊາດຊຸດທີ 7 ທີ່ກໍາໜົດຈະມີຂຶ້ນຢ່າງເປັນທາງການໃນ
ວັນທີ 30 ເມສານີ້.

ທ່ານບຸນຍັງ ວໍລະຈິດ ຮອງປະທານປະເທດລາວ
ທ່ານບຸນຍັງ ວໍລະຈິດ ຮອງປະທານປະເທດລາວ

ທັງນີ້ກໍເພື່ອເຮັດໃຫ້ສະມາດ
ບັນລຸເປົ້າໝາຍທີ່ວາງໄວ້ໃນ
3 ດ້ານໄດ້ຢ່າງແທ້ຈິງ ຊຶ່ງກໍ
ຄືການຮັບປະກັນການຮັກສາ
ຄວາມສະຫງົບຮຽບຮ້ອຍໃຫ້
ໄດ້ 100% ການປຸກ​ລະດົມ
ໃຫ້ປະຊາຊົນອອກມາໃຊ້ສິດ ໃນການເລືອກຕັ້ງຢ່າງຄົບ
ຖ້ວນເຖິງ 100% ແລະການຮັບປະກັນວ່າການໃຊ້ສິດ
ດັ່ງກ່າວຂອງປະຊາຊົນລາວນັ້ນ ເປັນໄປຕາມລະບຽບກົດ
ໝາຍຢ່າງຄົບຖ້ວນເຖິງ 100% ຫຼືບໍ່ມີບັດ​ຕາຍເກີດຂຶ້ນຢ່າງສິ້ນ​ເຊີງນັ້ນເອງ.

ດັ່ງທີ່​ເຈົ້າໜ້າທີ່​ໃນ​ຄະນະກໍາມະການເລືອກຕັ້ງປະຈຳເມືອງຊຽງຮ່ອນແຂວງໄຊຍະບູລີ ໄດ້ຊີ້
ແຈງເຖິງມະຕິຄຳສັ່ງທີ່ໄດ້ຮັບການມອບໝາຍຈາກຄະນະກຳມະການເລືອກຕັ້ງລະດັບດັ່ງ
ກ່າວວ່າ:
“ກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາ​ແຫ່ງ​ຊາດຊຸດທີ 7 ນີ້ກໍຈະເອົາ
ໃຈໃສ່ໃນການສຶກສາ​ອົບຮົມປະຊາຊົນໃຫ້ເຂົ້າຮ່ວມຫັ້ນແຫຼະ ໂດຍສະເພາະ
ໃຫ້ຮັບປະກັນ 300
% ທີ່ໄດ້ກໍາໜົດອອກຫັ້ນ ອັນທີນຶ່ງກໍຄືວ່າໃຫ້ມີຄວາມສະ
ຫງົບ 100% ອັນທີສອງກໍຄືວ່າໃຫ້ຜູ້ມີສິດທຸກໆຄົນທີ່ມີອາຍຸ 18ປີ ຂຶ້ນໄປ ໃຫ້
ອອກມາໃຊ້ສິດປ່ອນບັດເລືອກຕັ້ງ 100% ແລະອັນທີສາມກໍຄືວ່າບໍ່ໃຫ້ມີບັດ
ຕາຍ 100%.”

ທ່ານກິແກ້ວ ໄຂຄໍາພິທູນ ສະມາຊິກສະພາແຫ່ງຊາດ ລາວຊຸດທີ 6 ຈາກເຂດນະຄອນວຽງຈັນ
ທ່ານກິແກ້ວ ໄຂຄໍາພິທູນ ສະມາຊິກສະພາແຫ່ງຊາດ ລາວຊຸດທີ 6 ຈາກເຂດນະຄອນວຽງຈັນ

ຄະນະກໍາມະການເລືອກຕັ້ງລະ
ດັບຊາດຂອງລາວໄດ້ປະກາດ
ລາຍຊື່ຜູ້ມີສິດແຂ່ງຂັນໃນການ
ເລືອກຕັ້ງສະມາຊິກສະພາ
ແຫ່ງຊາດຊຸດທີ 7 ຢ່າງ​ເປັນ
ທາງ​ການ​ໃນຕົ້ນ​ເດືອນມີນາ
2011 ທີ່​ຜ່ານ​ມານີ້. ໂດຍມີ
ຜູ້ສະໝັກຈາກພາກເອກກະ
ຊົນພຽງແຕ່ 5 ຄົນເທົ່ານັ້ນ
ຈາກທັງໝົດ 190 ຄົນໃນ
17 ເຂດເລືອກຕັ້ງໃນທົ່ວ
ປະເທດລາວ ຊຶ່ງກໍປາກົດວ່າ
ເປັນຜູ້ສະໝັກຈາກສູນກາງ
47 ຄົນ. ສ່ວນທີ່ເຫຼືອ 143
ຄົນນັ້ນເປັນຜູ້ສະໝັກຈາກລະ
ດັບທ້ອງຖິ່ນ ແລະຈາກຈໍາ
ນວນຜູ້ສະໝັກທັງໝົດດັ່ງກ່າວ
ກໍເປັນຜູ້ສະໝັກເພດຍິງ 47
ຄົົນໂດຍ 12 ຄົນເປັນຜູ້ສະ
ໝັກຈາກສູນກາງ ແລະສ່ວນໃຫຍ່ກໍເປັນບຸກຄະລາກອນຂອງພັກ-ລັດ ເນື່ອງຈາກວ່າມີ
ຜູ້ສະໝັກຈາກພາກເອກກະຊົນ ທີ່ໄດ້ຮັບອານຸຍາດໃຫ້ລົງສະໝັກແຂ່ງຂັນໃນການເລືອກ
ຕັ້ງຄັ້ງນີ້ພຽງແຕ່ 5 ຄົນເທົ່ານັ້ນ.

ສ່ວນຄຸນນະສົມບັດໃນດ້ານການສຶກສາຂອງຜູ້ສະໝັກນັ້ນ ກໍປາກົດວ່າມີຢູ່ເຖິງ 168 ຄົນ
ທີ່ຈົບການສຶກສາຕັ້ງແຕ່ລະດັບສູງໄປຈົນເຖິງປະລິນຍາເອກ ໂດຍມີພຽງແຕ່ 22 ຄົນເທົ່ານັ້ນ ທີ່ຈົບການສຶກສາລະດັບຂັ້ນຕົ້ນ ແລະລະດັບກາງ. ນອກຈາກນີ້ ກໍມີຜູ້ສະໝັກທີ່ອາຍຸເກີນ
ກວ່າ 60 ປີຂຶ້ນໄປພຽງແຕ່ 21 ຄົນເທົ່ານັ້ນ. ສ່ວນທີ່ເຫຼືອກໍມີອາຍຸລະຫວ່າງ 45-60 ປີ
ແລະ ໃນຈໍານວນຜູ້ສະໝັກທັງໝົດ 190 ຄົນດັ່ງກ່າວນີ້ ກໍເປັນສະມາຊິກສະພາແຫ່ງຊາດ
ລາວຊຸດທີ 6 ຢູ່ແລ້ວຈໍານວນ 45 ຄົນອີກດ້ວຍ.

ທ່ານນາງ ປານີ ຢາທໍຕູ ປະທານສະພາແຫ່ງຊາດ ລາວຊຸດທີ 6 ແລະເປັນ ຜູ້​ສະມັກ​ເລືອກຕັ້ງລົງແຂ່ງ ຂັນໃນ​ແຂວງ​ໄຊຍະ​ບູລີ
ທ່ານນາງ ປານີ ຢາທໍຕູ ປະທານສະພາແຫ່ງຊາດ ລາວຊຸດທີ 6 ແລະເປັນ ຜູ້​ສະມັກ​ເລືອກຕັ້ງລົງແຂ່ງ ຂັນໃນ​ແຂວງ​ໄຊຍະ​ບູລີ

ທັງນີ້ໂດຍສະພາແຫ່ງຊາດລາວຊຸດທີ 7 ນີ້ຈະມີສະມາ
ຊິກທັງໝົດ 132 ຄົນ ຊຶ່ງເພີ່ມຂຶ້ນຈາກຊຸດທີ 6 ທີ່ມີ
ຈໍານວນສະມາຊິກທັງໝົດ 115 ຄົນ ເນື່ອງຈາກວ່າ
ຈໍານວນປະຊາກອນລາວໄດ້ເພີ່ມຂຶ້ນຈາກເມື່ອ 5 ປີ
ກ່ອນ.

ໂດຍສໍາລັບໃນການເລືອກຕັ້ງສະມາຊິກສະພາແຫ່ງ
ຊາດລາວຊຸດທີ່ 7 ນີ້ ໄດ້ກໍາໜົດໄວ້ວ່າ ໃນແຕ່ລະ
ເຂດເລືອກຕັ້ງ ຫຼືແຕ່ລະແຂວງນັ້ນ ຈະຕ້ອງມີຈໍານວນ
ສະມາຊິກສະພາແຫ່ງຊາດບໍ່ຕໍ່າກວ່າ 5 ຄົນ ເຖິງ
ແມ່ນວ່າ ຈະມີປະຊາກອນບໍ່ເຖິງ 50,000 ຄົນກໍຕາມ.
ສ່ວນເຂດທີ່ ມີສະມາຊິກສະພາແຫ່ງຊາດຫຼາຍທີ່ສຸດ
ນັ້ນກໍຄື ແຂວງສະຫວັນນະເຂດ ຕິດຕາມດ້ວຍນະ
ຄອນວຽງຈັນ ແລະຈໍາປາສັກຕາມລໍາດັບ.

ການ​ເລືອກ​ຕັ້ງຄັ້ງນີມີປະຊາຊົນລາວຫລາຍ​ກວ່າ 3.23 ລ້ານ​ຄົນທີ່ມີສິດໃນການເລືອກຕັ້ງ ກໍ​
ຄື​ມີອາຍຸຕັ້ງ​ແຕ່ຄ18 ປີຂຶ້ນໄປ. ສ່ວນປະຊາຊົນລາວໃນຕ່າງປະເທດທີ່ມີສິດເລືອກຕັ້ງນັ້ນກໍສາ
ມາດຈະໃຊ້ສິິດຂອງຕົນໄດ້ທີ່ສະຖານທູດລາວປະຈຳບາງກອກ, ຮ່າ​ໂນ່ຍ ແລະກຸງພະນົມ
ເປັນ. ສ່ວນທີ່ຢູ່ປະເທດອື່ນໆນັ້ນຖ້າຫາກວ່າຢາກຈະໃຊ້ສິດຂອງຕົນກໍຈະຕ້ອງເດີນທາງກັບ
ຄືນໄປປະເທດລາວຫຼືໄປທີ່ໄທ, ກຳປູເຈຍ, ແລະຫວຽດນາມເທົ່ານັ້ນ.

XS
SM
MD
LG