ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ພຶດສະພາ ໒໐໒໔

ລາວ ໄດ້ຮັບຜົນປະໂຫຍດໃນລະດັບທີ່ຕໍ່າຫຼາຍຈາກການອະນຸຍາດໃຫ້ສໍາປະທານຂຸດຄົ້ນແຮ່ທາດ


ການຂຸດຄົ້ນບໍ່ແຮ່ແຫ່ງນຶ່ງ ຢູ່ໃນ ສປປ ລາວ ທີ່ສໍາປະທານໂດຍນາຍທຶນຕ່າງປະເທດ.
ການຂຸດຄົ້ນບໍ່ແຮ່ແຫ່ງນຶ່ງ ຢູ່ໃນ ສປປ ລາວ ທີ່ສໍາປະທານໂດຍນາຍທຶນຕ່າງປະເທດ.

ລາວ ໄດ້ຮັບຜົນປະໂຫຍດໃນລະດັບທີ່ຕໍ່າຫຼາຍຈາກການອະນຸຍາດໃຫ້ສໍາປະທານຂຸດຄົ້ນແຮ່ທາດ ເພາະຂາດບຸກຄະລາກອນ ແລະເທັກໂນໂລຈີທີ່ທັນສະໄໝ ສ່ວນການຈັດເກັບລາຍຮັບກໍບໍ່ມີປະສິດທິພາບ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກທຸລະກິດຈີນໃນລາວ ໃຫ້ທັດສະນະວ່າ ສາເຫດທີ່ລັດຖະບານລາວໄດ້ຮັບຜົນປະໂຫຍດຕໍ່າຈາກການໃຫ້ສໍາປະທານການຂຸດຄົ້ນແຮ່ທາດແກ່ບັນດາບໍລິສັດຕ່າງປະເທດ ໂດຍສະເພາະແມ່ນການອະນຸຍາດໃຫ້ສໍາປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນແກ່ 98 ບໍລິສັດຈີນ ທີ່ມີຄ່າສໍາປະທານລວມກັນພຽງ 228 ລ້ານໂດລາເທົ່ານັ້ນ ໃນປີ 2022 ຫາ 2023 ກໍເພາະວ່າ ລັດຖະບານລາວ ບໍ່ມີບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ແລະເທັກໂນໂລຈີທີ່ທັນສະໄໝໃນດ້ານບໍ່ແຮ່ ທັງຍັງບໍ່ມີໜ່ວຍງານກາງ ໃນການຄວບຄຸມ ແລະກວດກາສໍາປະທານດ້ວຍແລ້ວ ຈຶ່ງເຮັດໃຫ້ການຈັດເກັບລາຍໄດ້ບໍ່ມີປະສິດທິພາບ ແລະຖືກເອົາປຽບໄດ້ງ່າຍ, ດັ່ງທີ່ນັກທຸລະກິດຈີນໃນລາວ ໄດ້ໃຫ້ການຢືນຢັນວ່າ:

“ດຽວນີ້ ພື້ນຖານໂຄງລ່າງຂອງລາວຖືວ່າ ຍັງອ່ອນແອຫຼາຍ ບໍ່ວ່າຈະເປັນໃນດ້ານອຸດສາຫະກໍາເບົາ ແລະອຸດສາຫະກໍາໜັກ, ສະນັ້ນ ປະຊາຊົນ ແລະປະເທດລາວເອງນີ້ ຈະບໍ່ໄດ້ຜົນປະໂຫຍດຫຍັງ, ລາວນີ້ ຖ້າຢາກເຫັນປະເທດລາວ ມີຄວາມເຂັ້ມແຂງ ຢາກເຫັນປະຊາຊົນລາວ ມີຊີວິດດີຂຶ້ນ ເຮົາຕ້ອງຫັນມາເນັ້ນຊັບພະຍາກອນທໍາມະຊາດ ແຕ່ຕ້ອງໃຫ້ຊັບພະຍາກອນລາວນີ້ຫັ້ນນະ ເປັນປະໂຫຍດຂອງປະເທດລາວເອງນີ້ແທ້ໆ ບໍ່ຄວນວ່າ ໃຫ້ລັດຖະບານອື່ນລວຍ ຫຼືວ່າໃຫ້ປະເທດອື່ນມາລວຍ.”

ໂດຍກໍລະນີຕົວຢ່າງຂອງການເກັບລາຍຮັບທີ່ບໍ່ມີປະສິດທິພາບ ແລະມີລາຍຮັບຄ່າສໍາປະທານຕໍ່າຫຼາຍໃນໄລຍະຜ່ານມາ ກໍຄືສໍາປະທານການຂຸດຄົ້ນແຮ່ທາດຫາຍາກ (Rare Earth) ທີ່ລັດຖະບານລາວ ໄດ້ຮັບສະເລ່ຍພຽງ 30 ໂດລາເທົ່ານັ້ນ ຕໍ່ການຂຸດຄົ້ນແຮ່ຫາຍາກໃນປະລິມານ 1 ໂຕນ ທັງຍັງບໍ່ຮູ້ປະລິມານທີ່ແນ່ນອນອີກດ້ວຍວ່າ ບັນດາບໍລິສັດຈີນ ໄດ້ຂົນສົ່ງແຮ່ຫາຍາກຈາກລາວໄປຈີນເທົ່າໃດແທ້ ໃນໄລຍະຜ່ານມາ ເນື່ອງຈາກບໍ່ມີໜ່ວຍງານກາງຂອງລັດຖະບານລາວ ທີ່ດໍາເນີນງານການຄວບຄຸມ ແລະການກວດກາຢ່າງບໍ່ມີປະສິດທິພາບ ລວມທັງຍັງບໍ່ມີແຜນການປ້ອງກັນຜົນກະທົບຈາກການໃຊ້ປະໂຫຍດຈາກແຮ່ທາດທີ່ຍືນຍົງອີກດ້ວຍ, ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ຖະແຫຼງໃຫ້ທັດສະນະວ່າ:

ມາຮອດປັດຈຸບັນເຫັນວ່າ ການຄຸ້ມຄອງວຽກງານແຮ່ທາດຍັງມີຫຼາຍບັນຫາເກີດຂຶ້ນ ທີ່ມີລັກສະນະສັບສົນ ເຊິ່ງຈະຕ້ອງໄດ້ປັບປຸງແກ້ໄຂເຊັ່ນການຜັນຂະຫຍາຍບາງມາດຕາຂອງກົດໝາຍວ່າດ້ວຍແຮ່ທາດ ປະຕິບັດເປັນນິຕິກໍາ ພາຍໃຕ້ກົດໝາຍ ກົນໄກການປະສານງານລະຫວ່າງຂະແໜງສູນກາງດ້ວຍກັນ ຂະແໜງສູນກາງ ແລະທ້ອງຖິ່ນ ໃນການອະນຸຍາດຊອກຄົ້ນ ສໍາຫຼວດຂຸດຄົ້ນ ແລ້ວກະປຸງແຕ່ງແຮ່ທາດ ການຄຸ້ມຄອງ ຕິດຕາມກວດກາ ແລະປະເມີນໂຄງການທີ່ໄດ້ຮັບອະນຸຍາດ ເປັນຕົ້ນແມ່ນ ປະສິດທິພາບ ປະສິດທິຜົນຂອງໂຄງການ ຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທໍາມະຊາດ.”

ໂດຍສໍາລັບການຂຸດຄົ້ນແຮ່ທາດຫາຍາກນັ້ນ ເຖິງແມ່ນວ່າ ບໍລິສັດຊຸນຕ້າພັດທະນາບໍ່ແຮ່ຈໍາກັດຈາກຈີນ ເຊິ່ງໄດ້ຮັບອະນຸຍາດໃຫ້ຂຸດຄົ້ນໃນພື້ນທີ່ 3 ກິໂລແມັດມົນທົນ ຢູ່ເຂດບ້ານປຸງ ແລະບ້ານນາຂີ່ ເມືອງຜາໄຊ, ແລະບໍລິສັດຕົງຫຼີເຊິງພັດທະນາບໍ່ແຮ່ຈໍາກັດ ທີ່ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນຢູ່ໃນພື້ນທີ່ 25.28 ກິໂລແມັດມົນທົນ ໃນເຂດບ້ານໃໝ່ ແລະບ້ານນາສາບ ເມືອງຜາໄຊ ແຂວງຊຽງຂວາງ ໄດ້ທໍາການຂຸດເຈາະເພື່ອສໍາຫຼວດຫາແຮ່ທາດດັ່ງກ່າວແລ້ວກໍຕາມ ແຕ່ກໍຍັງບໍ່ມີລາຍງານຜົນຄືບໜ້າແຕ່ຢ່າງໃດ ໃນຂະນະທີ່ສໍາປະທານດັ່ງກ່າວ ມີອາຍຸເຖິງທ້າຍປີ 2025 ຈຶ່ງຍັງບໍ່ຈະແຈ້ງວ່າ ລັດຖະບານລາວ ຈະໄດ້ຮັບຜົນປະໂຫຍດຕອບແທນເພີ້ມຂຶ້ນອີກເທົ່າໃດແທ້.

ຍິ່ງໄປກວ່ານັ້ນ ຍັງປາກົດອີກວ່າ ໃນ 13 ບໍລິສັດຈີນທີ່ໄດ້ຮັບອະນຸຍາດສໍາປະທານຂຸດຄົ້ນ ແລະການຊື້ຂາຍເງິນ Crypto ໃນລາວນັບແຕ່ທ້າຍປີ 2021 ໄດ້ຢຸດດໍາເນີນການຂຸດຄົ້ນ ແລະຊື້ຂາຍເງິນ Crypto ຕັ້ງແຕ່ຕົ້ນປີ 2023 ພ້ອມກັນນີ້ ກໍຍັງປາກົດດ້ວຍວ່າ ມີຫຼາຍບໍລິສັດທີ່ບໍ່ປະຕິບັດຕາມສັນຍາສໍາປະທານ ແລະຫຼາຍບໍລິສັດກໍຍັງບໍ່ມີປະສົບການໃນດ້ານການຂຸດຄົ້ນແຮ່ທາດອີກດ້ວຍ ເພາະສະນັ້ນ ຈຶ່ງມີຄວາມຈໍາເປັນຢ່າງຍິ່ງທີ່ລັດຖະບານລາວຈະຕ້ອງທົບທວນຄືນວ່າ ການອະນຸຍາດສໍາປະທານດັ່ງກ່າວມັນຄຸ້ມຄ່າຫຼືບໍ່ ສ່ວນການຈັດທໍາແຜນທີ່ຊັບພະຍາກອນແຮ່ທາດໃນທົ່ວປະເທດນັ້ນ ຈະຈັດທໍາແລ້ວສົມບູນໃນປີ 2030 ຖ້າຫາກໄດ້ຮັບການສະໜັບສະໜຸນງົບປະມານພຽງພໍ.

XS
SM
MD
LG