ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນາຍົກລາວ ຍອມຮັບ​ວ່າ ການ​ບໍລິຫານ​ງານ​ຂອງ​ລັດ ພວມປະ​ເຊີນ​ກັບ​ ບັນຫາ​ຫຍຸ້ງຍາກຫຼາຍໆ​ດ້ານ


ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີລາວ ເປັນປະທານ ໃນກອງປະຊຸມຄະນະ​
ລັດຖະບານ​ລາວ ປະຈຳ​ເດືອນ​ທັນວາ ຊຶ່ງ​ເປັນ​ກອງ​ປະຊຸມ​ຮອບ​ສຸດ​ທ້າຍ​ຂອງ​ປີ 2014.
ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີລາວ ເປັນປະທານ ໃນກອງປະຊຸມຄະນະ​ ລັດຖະບານ​ລາວ ປະຈຳ​ເດືອນ​ທັນວາ ຊຶ່ງ​ເປັນ​ກອງ​ປະຊຸມ​ຮອບ​ສຸດ​ທ້າຍ​ຂອງ​ປີ 2014.

ນາຍົກລັດຖະມົນຕີລາວ ຍອມຮັບ​ວ່າການ​ບໍລິຫານ​ງານ​ຂອງ​ລັດ
ຖະບານ​ລາວ ກຳລັງ​ປະ​ເຊີນ​ກັບ​ບັນຫາ​ຫຍຸ້ງຍາກ​ໃນຫຼາຍໆ​ດ້ານ
ຈຶ່ງ​ເຮັດ​ໃຫ້ການ​ຈັດຕັ້ງປະ​ບັດ​ແຜນການ​ ບໍ່​ສາມາດບັນລຸ​ຕາມ
​ເປົ້າໝາຍ​ທີ່​ວາງ​ໄວ້.

ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີລາວ ​ໄດ້​ກ່າວເນັ້ນຢ້ຳຕໍ່​ກອງ​ປະຊຸມຄະນະ​
ລັດຖະບານ​ລາວ ປະຈຳ​ເດືອນ​ທັນວາ ຊຶ່ງ​ເປັນ​ກອງ​ປະຊຸມ​ຮອບ​ສຸດ​ທ້າຍ​ຂອງ​ປີ 2014
ທີ່​ມີ​ບັນດາ​ລັດຖະມົນຕີ ​ເຈົ້າ​ແຂວງ ​ແລະ​ຫົວໜ້າ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ ຈາກ​ທົ່ວ
​ປະ​ເທດ​ລາວ ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ດ້ວຍ​ນັ້ນ ວ່າການ​ບໍລິຫານ​ງານ​ຂອງ​ລັດຖະບານ​
ລາວ​ໃນ​ລະຍະ 1 ປີ ທີ່​ຜ່ານ​ມາ​ຍັງ​ປະ​ເຊີນກັບ​ບັນຫາ​ຫຍຸ້ງຍາກ​ໃນຫຼາຍໆ​ດ້ານ ​ເນື່ອງ
ຈາກວ່າ ການ​ປະສານ​ງານ ​ເພື່ອແກ້​ໄຂບັນ​ຫາ​ເຫຼົ່ານັ້ນ ຍັງ​ເຮັດ​ບໍ່​ທັນ​ໄດ້​ດີ.

ທັງ​ນີ້ ​ໂດຍ​ບໍ່​ວ່າ​ຈະ​ເປັນ​ບັນຫາ​ການ​ຕັດ​ໄມ້ ບັນຫາ​ໂຮງ​ເລື່ອຍ ບັນຫາ​ທີ່​ດິນ ​ແລະ ​ເກັບ
​ພາສີ​ທີ່​ດິນ ບັນຫາ​ໜີ້​ສິນ​ຂອງ​ລັດຖະບານ​ທີ່​ເພີ້​ມຂຶ້ນ ບັນຫາ​ການ​ລົງທຶນ ​ແລະ​ ການ​ໃຊ້​
ຈ່າຍ​ງົບປະມານຂອງ​ລັດຖະບານ ທີ່​ບໍ່​ມີ​ປະສິດທິພາບ ບັນຫາ​ສະຫ​ວັດ​ດີການ ​ແລະ
​ແຮງ​ງານ​ຜິດ​ກົດໝາຍ ບັນຫາ​ໃນ​ດ້ານ​ອາຫານ ແລະ ​ຢາ ບັນຫາ​ການ​ທຳລາຍ​ສະພາບ
​ແວດ​ລ້ອມ​ທຳ​ມະ​ຊາດ ​ແລະ​ ບັນຫາ​ປາກົດການ​ຫຍໍ້​ທໍ້​ ທາງ​ສັງຄົມ​ຕ່າງໆນັ້ນ ລ້ວນ​ແລ້ວ​
ແຕ່​ເປັນ​ບັນຫາ ​ທີ່​ກຳລັງ​ຄຸກ​ຄາມ​ຕໍ່​ຄວາມ​ໝັ້ນຄົງ​ ຂອງ​ລາວ​ທັງ​ສິ້ນ.

ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້ ທ່ານ​ທອງ​ສິງ​ ​ໄດ້​ຮຽກຮ້ອງ​ຂໍ​ໃຫ້​ບັນດາ​ລັດຖະ
ມົນຕີ ໃນ​ທຸກ​ກະຊວງ ບັນດາ​ເຈົ້າ​ແຂວ​ງ ​ແລະ​ ຫົວໜ້າ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​
ທຸກ​ລະດັບ ທົ່ວ​ປະ​ເທດ ​ໃຫ້​ເພີ້​ມ ທະວີ​ຄວາມ​ຮັບ​ຜິດ​ຊອບຂອງ​ຕົນ ​ໃຫ້​ສູງ​ຂຶ້ນຕື່ມ​ອີກ
ຫາກ​ບໍ່​ສະນັ້ນ​ແລ້ວ​ ກໍ​ຈະ​ເຮັດ​ໃຫ້​ລັດຖະບານ​ລາວ​ຕ້ອງ​ປະ​ເຊີນ​ກັບ ​ວິ​ກິດ​ການ​ທີ່​ຮຸນ​ແຮງ​
ຂຶ້ນຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້ ຊຶ່ງລວມ​ເຖິງ​ ວິ​ກິດ​ການ​ໃນ​ດ້ານ​ງົບປະມານ​ລາຍ​ຮັບ ​ແລະ ​ລາຍ​
ຈ່າຍ​ດ້ວຍ.

ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີລາວ ​ໄດ້​ກ່າວເນັ້ນຢ້ຳ ເຖິງ ບັນຫາຕ່າງໆ ຕໍ່​ກອງ​ປະຊຸມຄະນະ​ ລັດຖະບານ​ລາວ ປະຈຳ​ເດືອນ​ທັນວາ ທີ່​ມີ​ບັນດາ​ລັດຖະມົນຕີ ​ເຈົ້າ​ແຂວງ ​ແລະ​ຫົວໜ້າ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ ຈາກ​ທົ່ວ ​ປະ​ເທດ​ລາວ ​ເຂົ້າຮ່ວມ.
ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີລາວ ​ໄດ້​ກ່າວເນັ້ນຢ້ຳ ເຖິງ ບັນຫາຕ່າງໆ ຕໍ່​ກອງ​ປະຊຸມຄະນະ​ ລັດຖະບານ​ລາວ ປະຈຳ​ເດືອນ​ທັນວາ ທີ່​ມີ​ບັນດາ​ລັດຖະມົນຕີ ​ເຈົ້າ​ແຂວງ ​ແລະ​ຫົວໜ້າ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ ຈາກ​ທົ່ວ ​ປະ​ເທດ​ລາວ ​ເຂົ້າຮ່ວມ.

ທາງ​ດ້ານ​ກະຊວງ​ການ​ເງິນ ລາຍ​ງານ​ວ່າ ​ໃນ​ຊ່ວງ​ແຜນການ​ປີ
2013-2014 ທີ່​ຜ່ານ​ມາ ລັດຖະບານ​ລາວ​ຈັດ​ເກັບ​ລາຍ​ຮັບ​ໄດ້​
ໃນ​ມູນ​ຄ່າ​ລວມ 21,145 ຕື້​ກີບ ຫຼືຄິດ​ເປັນ 87 ​ເປີ​ເຊັນ ຂອງ​ເປົ້າ
ໝາຍ​ແຜນການ​ທີ່​ວາງ​ໄວ້​ຕະຫລອດ​ປີ ຊຶ່ງ​ດ້ວຍ​ສະພາບ​ການ
​ດັ່ງກ່າວ ​ເມື່ອ​ປະກອບ​ກັບ ມີ​ການ​ໃຊ້​ຈ່າຍ​ງົບປະມານ​ນອກ​ແຜນ
ການ ຫຼືການ​ໃຊ້​ຈ່າຍ​ງົບປະມານ ໄປ​ໃນ​ໂຄງການ​ທີ່​ບໍ່​ໄດ້​ຜ່ານ
​ການ​ຮັບຮອງ​ຈາກ​ສະພາ​ແຫ່​ງຊາດ​ລາວ ຄິດ​ເປັນ​ມູນ​ຄ່າ​ລວມ​
ເກີນ​ກວ່າ 3,340 ຕື້​ກີບ​ດ້ວຍ​ແລ້ວ ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ລາວ
​ຕ້ອງ​ປະ​ເຊີນ​ກັບ ​ການ​ຂາດ​ດຸນ​ດ້ານ​ງົບປະມານ​ ຢ່າງ​ໜັກໜ່ວງ​
ໃນ​ຂະນະ​ນີ້.

​ໂດຍ​ຕໍ່​ບັນຫາ​ດັ່ງກ່າວ ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ລັດຖະມົນຕີ​ວ່າການ
​ກະຊວງ​ການ​ເງິນ ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ກົມ​ພາສີ​ເພີ້​ມຄວາມເຂັ້ມງວດ ​ໃນ​ການກວ​ດກາ​ການແຈ້ງ
​ກາ​ນຊຳລະ​ພາສີ ​ແລະ​ພັນທະ​ຕ່າງໆ ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ ​ໂດຍ​ສະ​ເພາະ​ແມ່ນຍານ
ພາຫະນະ ​ແລະ​ນ້ຳມັນ​ໃຫ້​ຖື​ເປັນ​ສິນຄ້າ ທີ່​ຈະ​ຕ້ອງ​ກວດກາ​ຢ່າງ​ເຂັ້ມງວດ​ທີ່​ສຸດ ​ເນື່ອງຈາກ​ວ່າ ​ໄດ້​ມີ​ການ​ລັກລອບ​ນຳ​ເຂົ້າ ​ແລະ​ໄດ້​ສ້າງ​ຄວາມ​ປັ່ນ​ປ່ວນ​ຕໍ່​ເສດຖະກິດ​ໃນ​ລາວ ຫຼາຍທີ່ສຸດ ​ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ​ໃນ​ກະຊວງ​ການ​ເງິນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“​ໃນ​ເມື່ອ​ວ່າ ນ້ຳມັນ​ດັ່ງກ່າວນີ້ ​ເອົາ​ໄປ​ລົງ​ປ້ຳ​ແລ້ວ​ ມັນກະສ້າງ​ຄວາມ​ວຸ້ນວາຍ​ໃຫ້​
ຕະຫລາດນ້ຳມັນ ຂອງ​ພວກ​ເຮົາ ​ເພາະວ່າ​ບໍລິສັດ​ທີ່​ເຮັດ​ຖືກຕ້ອງ​ ແລ້ວ​ເອົາ​ນ້ຳມັນ​ ໄປ​ສົ່ງ​ໃຫ້​ປ້ຳຫັ້ນ ຖື​ວ່າ​ປ້ຳຫັ້ນກະຈະ​ໄດ້​ກຳ​ໄລ​ລິດ​ໜຶ່ງ 150 ກີບ ນ້ຳມັນ​ໂຄງການ ນ້ຳມັນ​ຍົກ​ເວັ້ນພາສີ ​ເພິ່ນ​ເອົາ​ໄປ​ລົງ​ໃຫ້ປ້ຳນີ້ ​ເພິ່ນ​ກໍ​ໃຫ້​ກຳ​ໄລ​ພໍ່ຄ້າ​ຜູ້​ບໍລິການ​ປ້ຳຫັ້ນລິດ​ໜຶ່ງ 400 ຫາ 500 ຮອດ 1,100-1,200 ກີບ​ຕໍ່​ລິດ.”

ໂດຍ​ຄາດ​ວ່າ ​ໃນ​ຕະຫລອດ​ປີ 2014 ບັນດາ​ບໍລິສັດ​ຕ່າງ​ຊາດ ທີ່​ລົງທຶນ​ໃນລາວ​ໄດ້​ນຳ​ນ້ຳມັນ​ເຂົ້າມາລາ​ວ ​ໃນ​ປະລິມານ​ລວມກັນຫຼາຍກວ່າ 230 ລ້ານ​ລິດ ຊຶ່ງ​ຖ້າ​ຫາກ​ວ່າ ​ເປັນ​ການ​ນຳ​ເຂົ້ານ້ຳມັນ​ເກີນ​ຄວາມ​ຕ້ອງການ ທີ່​ເປັນ​ຈິງ ​ແລະ​ມີ​ການ​ລັກລອບ​ຈຳ​ໜ່າຍ​ໃນ​ລາວ​ຈິງ ກໍ​ຈະ ເຮັດ​ໃຫ້​ລັດຖະບານ​ລາວ ​ຕ້ອງ​ສູນ​ເສຍ​ລາຍ​ຮັບ​ຄິດ​ເປັນ​ມູນ​ຄ່າ​ບໍ່​ນ້ອຍ​ກວ່າ 1,600 ຕື້​ກີບ
ທັງ​ຍັງ​ຈະ​ເຮັດ​ໃຫ້​ລາວ​ຕ້ອງ​ຂາດ​ດຸນການ​ຄ້າ​ເກີນ​ກວ່າ ​ແຜ​ນການ​ທີ່​ວາງ​ໄວ້​ຄິດ​ເປັນ​ມູນຄ່າ​ ລວມກວ່າ 1,550 ລ້ານ ຫຼື​ເກີນ​ແຜນການ​ເຖິງ 180 ​ເປີ​ເຊັນ ​ອີກ​ດ້ວຍ.

XS
SM
MD
LG