ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີຢືນຢັນວ່າ ກອງບັນຊາການຕຳຫຼວດທຸກຂັ້ນໃນລາວ ຕ້ອງມີແຜນການປາບປາມຢາເສບຕິດ


ທ່ານທອງລຸນ ສີສຸລິດ ພ້ອມດ້ວຍຄະນະລັດຖະບານ ລົງກວດກາຢາເສບຕິດ ທີ່ທາງການລາວ ຢຶດມາໄດ້ຈາກພວກຄ້າຢາເສບຕິດ.
ທ່ານທອງລຸນ ສີສຸລິດ ພ້ອມດ້ວຍຄະນະລັດຖະບານ ລົງກວດກາຢາເສບຕິດ ທີ່ທາງການລາວ ຢຶດມາໄດ້ຈາກພວກຄ້າຢາເສບຕິດ.

ລັດຖະມົນຕີຢືນຢັນວ່າ ກອງບັນຊາການຕຳຫຼວດທຸກຂັ້ນໃນລາວ ຕ້ອງມີແຜນການປາບປາມຢາເສບຕິດທີ່ມີການຈັດຕັ້ງປະຕິບັດຢ່າງໂປ່ງໃສ ແນໃສ່ການສ້າງຄວາມເຊື່ອໝັ້ນ ຈາກປະຊາຊົນໃຫ້ໄດ້ຢ່າງແທ້ຈິງ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ພົນໂທວິໄລ ຫລ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຖະແຫຼງຍອມຮັບວ່າ ການຄ້າຢາເສບຕິດ ທີ່ເກີດຂຶ້ນຢ່າງກວ້າງຂວາງໃນລາວ ແລະຍັງມີລັກສະນະເປັນການຄ້າຢາເສບຕິດຂ້າມຊາດດ້ວຍນັ້ນ ກໍຄືສາເຫດສຳຄັນທີ່ເຮັດໃຫ້ລັດຖະບານລາວຕ້ອງກຳນົດໃຫ້ການປາບປາມຢາເສບຕິດເປັນວາລະແຫ່ງຊາດ ທີ່ຈະຕ້ອງດຳເນີນການແກ້ໄຂຢ່າງຮີບດ່ວນທີ່ສຸດ ຫາກແຕ່ວ່າ ໃນການຈັດຕັ້ງປະຕິ ບັດຕົວຈິງນັ້ນ ຈະສາມາດດຳເນີນການໄດ້ຢ່າງມີປະສິດທິພາບຫຼືບໍ່ນັ້ນ ຍ່ອມຂຶ້ນຢູ່ກັບແຜນການ-ເປົ້າໝາຍທີ່ຈະແຈ້ງແລະໄດ້ດຳເນີນການຈັດຕັ້ງປະຕິບັດຢ່າງໂປ່ງໃສຂອງທຸກພາກສ່ວນ ແລະທຸກຂັ້ນທີ່ກ່ຽວຂ້ອງໃນທົ່ວປະເທດ ແນໃສ່ການສ້າງຄວາມເຊື່ອໝັ້ນຈາກປະຊາຊົນລາວ ໃຫ້ໄດ້ຢ່າງແທ້ຈິງ ດັ່ງທີ່ ພົນໂທວິໄລ ໄດ້ຢືນຢັນວ່າ:

“ກະຊວງປ້ອງກັນຄວາມສະຫງົບ ກະໄດ້ເອົາໃຈໃສ່ຕໍ່ການຄົ້ນຄວ້າ-ຮ່າງສ້າງແຜນຍຸທະສາດຄວບຄຸມ ສະກັດກັ້ນແລະຕ້ານຢາເສບຕິດໃນປີ 2020-2025 ຂຶ້ນ ເພື່ອເປັນບ່ອນອິງ ໃຫ້ແກ່ການເຄື່ອນໄຫວ-ກວດກາ ຄວບຄຸມແລະສະກັດກັ້ນແກ້ໄຂບັນຫາຢາເສບຕິດ ໂດຍເລີ້ມຈາກການຈັດຕັ້ງ-ເຜີຍແຜ່-ເຊື່ອມຊຶມໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບໃນທົ່ວປະເທດ ພ້ອມກັນນັ້ນ ກໍໄດ້ຊີ້ນຳໃຫ້ກອງບັນຊາການ ປກສ ທັງນະຄອນຫຼວງ ແລະທ້ອງຖິ່ນທົ່ວປະເທດ ສ້າງແຜນເຄື່ອນໄຫວສະເພາະຂອງທ້ອງຖິ່ນຂອງຕົນເອງ.”

ໂດຍກອງປະຊຸມສະໄໝວິສາມັນຄັ້ງທີ 1 ຂອງສະພາແຫ່ງຊາດລາວ ໄດ້ຮັບຮອງເອົາການແກ້ໄຂກົດໝາຍ ວ່າດ້ວຍຢາເສບຕິດ ເມື່ອບໍ່ນານມານີ້ ຊຶ່ງມີເປົ້າໝາຍເພື່ອເສີມສ້າງລະບົບ-ກົນໄກການຈັດຕັ້ງປະຕິບັດໃນການປາບປາມການຄ້າຢາເສບຕິດໃຫ້ມີປະສິດທິພາບສູງຂຶ້ນ ດ້ວຍການຈັດແບ່ງສິດ ແລະໜ້າທີ່ຂອງພາກສ່ວນທີ່ກ່ຽວຂ້ອງຢ່າງຊັດເຈນ ກໍຄືລະຫວ່າງຄະນະກຳມະການຄວບຄຸມແລະກວດກາຢາເສບຕິດກັບກອງບັນຊາການປ້ອງກັນຄວາມສະຫງົບ ນັບຈາກລະດັບຊາດລົງໄປຂັ້ນແຂວງ ຂັ້ນນະຄອນຫຼວງ ຂັ້ນເທດສະບານ ຂັ້ນເມືອງແລະຂັ້ນນະຄອນ ຍ່ອມມີຄວາມສຳຄັນຢ່າງຍິ່ງ ສຳລັບການປາບປາມການຄ້າຢາເສບຕິດໃນລາວ.

ທັງນີ້ ການແກ້ໄຂກົດໝາຍວ່າດ້ວຍຢາເສບຕິດໃນຄັ້ງຫຼ້າສຸດ ປະກອບດ້ວຍ 12 ມາດຕາ ຄືມາດຕາ 9 ວ່າດ້ວຍຢາເສບຕິດຫວງຫ້າມ ມາດຕາ 10 ຢາເສບຕິດ ແລະສານເຄມີ ມາດຕາ 34 ຂອງກາງຄະດີຢາເສບຕິດ ມາດຕາ 35 ການຢຶດ ການອາຍັດ ແລະການສູນເສຍວັດຖຸສິ່ງຂອງ ມາດຕາ 36 ການຊັດທອດ ມາດ ຕາ 50 ການຄຸ້ມຄອງການນຳໃຊ້ກອງທຶນຄວບຄຸມສະກັດກັ້ນແລະຕ້ານຢາເສບຕິດ ມາດຕາ 56 ຂໍ້ຫ້າມທົ່ວໄປ ມາດຕາ 61 ອົງການຄຸ້ມຄອງໃນວຽກງານຢາເສບຕິດ ມາດຕາ 63 ສິດແລະໜ້າທີ່ຂອງກະຊວງປ້ອງກັນຄວາມສະຫງົບ ມາດຕາ 64 ແລະ 65 ສິດແລະໜ້າທີ່ຂອງກອງບັນຊາການປ້ອງກັນຄວາມສະຫງົບແຂວງ ນະຄອນຫຼວງ ເມືອງ ເທດສະບານ ນະຄອນ ແລະມາດຕາ 75/1 ມາດຕະການທາງອາຍາ.

ແຕ່ຢ່າງໃດກໍຕາມ ບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ສະແດງຄວາມບໍ່ເຊື່ອໝັ້ນຕໍ່ການປະຕິບັດໜ້າທີ່ຂອງບັນດາພະນັກງານລັດທີ່ກ່ຽວຂ້ອງວ່າ ຈະມີຄວາມໂປ່ງໃສ ໂດຍສະເພາະແມ່ນໃນຂັ້ນຂອງການພິສູດຂອງກາງແລະຊັບສິນທີ່ຢຶດໄດ້ຈາກນັກຄ້າຢາເສບຕິດທີ່ເປັນຄວາມຮັບຜິດຊອບຂອງຕຳຫຼວດນັ້ນ ຄວນຈະຕ້ອງເປີດໃຫ້ພະນັກງານລັດຈາກພາກສ່ວນອື່ນເຂົ້າມາມີສ່ວນໃນການພິສູດດັ່ງກ່າວດ້ວຍ ເພາະຜ່ານມາໄດ້ມີຫາງສຽງເກີດຂຶ້ນຢ່າງກວ້າງຂວາງວ່າ ພະນັກງານລັດໃຫ້ການຊ່ວຍເຫຼືອຜູ້ຕ້ອງຫາໃຫ້ພົ້ນຜິດ ແລະໄດ້ຢຶດເອົາຊັບສິນຂອງກາງເປັນຂອງພວກຕົນ ດັ່ງທີ່ ທ່ານຄຳປະສົງ ລາດຊະຈັກ ສະມາຊິກສະພາແຫ່ງຊາດລາວ ຈາກແຂວງອັດຕະປື ໄດ້ໃຫ້ການຢືນຢັນວ່າ:

“ກ່ຽວກັບການພິສູດ-ວິໄຈຢານີ້ ຄວນມີຄະນະຮັບຜິດຊອບມີສ່ວນຮ່ວມຫຼາຍພາກ ສ່ວນ ເພື່ອບໍ່ໃຫ້ມີຊ່ອງວ່າງໃນເວລາເອົາໄປພິສູດ ເປັນຕົ້ນ ອາດຈະມີສ່ວນຮ່ວມຂອງຂະແໜງສາທາລະນະສຸກ ຂອງໄອຍະການເຂົ້າມາຮ່ວມວ່າຊັ້ນສະ ໄລຍະຜ່ານມາກະມມີຫາງສຽງວ່າ ມີການສັບປ່ຽນການຢັ້ງຢືນວ່າ ຢານີ້ເປັນຜົງແປ້ງເພື່ອເຮັດໃຫ້ການຫລຸດຜ່ອນໂທດຫັ້ນ ເພື່ອໃຫ້ຮັບປະກັນຈຸດນີ້ ຄວນມີຄະນະຮັບຜິດ ຊອບໃນການກວດພິສູດຢາອັນນີ້ມັນຈະຮັບປະກັນ ເພາະວ່າ ໄລຍະຜ່ານມາມັນມີກໍລະນີທີ່ວ່າ ເວລາຈັບແລ້ວຊັບສິນຂອງເຂົາເຈົ້າຫັ້ນນ່ະ ກັບຄືນມາຜັດບໍ່ແມ່ນຕົວຈິງ ມີການສັບປ່ຽນ”

ໂດຍໃນ 2 ຫປີຜ່ານມາ ທາງການລາວ ຈັບນັກຄ້າຢາເສບຕິດໄດ້ 13,900 ກວ່າຄົນຈາກ 9,430 ກວ່າຄະດີຢຶດຢາບ້າ 37 ກວ່າລ້ານເມັດ ເຮໂຣອິນ ກວ່າ 735 ກິໂລກຣາມ ຢາໄອສ໌ 2 ໂຕນກວ່າ ກັນຊາ 6.3 ໂຕນ ຝິ່ນກວ່າ 500 ກິໂລ ກຣາມ ໂຄເຄນ 80 ກິໂລກຣາມ ສານເຄມີ 10 ໂຕນ ອາວຸດປືນກັບອຸປະກອນສື່ສານ ທີ່ທັນສະໄໝກວ່າໝືນລາຍການ ສ່ວນສູນກາງຊາວໜຸ່ມປະຕິວັດລາວ ລາຍງານວ່າ ມີເຍົາວະຊົນລາວ ຫຼາຍກວ່າ 400,000 ຄົນທີ່ຢູ່ໃນສິ່ງແວດລ້ອມ ທີ່ມີຄວາມສ່ຽງສູງທີ່ຈະຫຍຸ້ງກ່ຽວກັບຢາເສບຕິດ ທັງເສບຢາແລະຄ້າຢາເສບຕິດນັ້ນ.

XS
SM
MD
LG