ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຖືກຈັດຢູ່ໃນ ກຸ່ມປະເທດ ທີ່ບໍ່ມີເສລີພາບ ໃນສະແດງຄໍາເຫັນ ທາງການເມືອງ


ປ້າຍອົງການນັກຂ່າວບໍ່ມີພົມແດນ
ປ້າຍອົງການນັກຂ່າວບໍ່ມີພົມແດນ
ສປປ.ລາວຖືກຈັດໃຫ້ຢູ່ໃນກຸ່ມປະເທດທີ່ປະຊາຊົນບໍ່ມີເສລີ
ພາບໃນການສະແດງຄວາມຄິດເຫັນໃນທາງການເມືອງ
ແລະສື່ມວນຊົນກໍຖືກຄວບຄຸມໂດຍພັກ-ລັດ ໃນ ທຸກລະດັບ.

ອົງການນັກຂ່າວບໍ່ມີພົມແດນ (Reporters Without Borders)
ໄດ້ສະເໜີລາຍ ງານປະຈໍາປີ 2013 ໃນໂອກາດວັນເສລີພາບ
ຂອງສື່ມວນຊົນໂລກ ຊຶ່ງກົງກັບວັນ ທີ 3 ພຶດສະພາຂອງທຸກປີ
ວ່າ ສປປ.ລາວ ນັບເປັນປະເທດນຶ່ງທີ່ຍັງຄົງບໍ່ມີສັນຍານຂອງ
ການທີ່ຈະພັດທະນາປັບປຸງເສລີພາບຂອງສື່ມວນຊົນໃຫ້ດີຂຶ້ນ
ເນື່ອງຈາກວ່າ ສື່ມວນຊົນໃນທຸກຂະແໜງຍັງຕ້ອງຢູ່ພາຍໃຕ້
ການຄວບຄຸມຂອງພັກປະຊາຊົນປະຕິວັດລາວ ແລະລັດຖະ
ບານລາວຢ່າງເຂັ້ມງວດ.

ຊຶ່ງດ້ວຍສະພາບການດັ່ງກ່າວ ຈຶ່ງບໍ່ພຽງແຕ່ຈະເຮັດໃຫ້ສື່ມວນຊົນລາວບໍ່ມີເສລີພາບໃນ
ການສະເໜີຂໍ້ມູນຂ່າວສານໄປເຖິງປະຊາຊົນເທົ່ານັ້ນ ຫາກແຕ່ຍັງເປັນການຈໍາກັດຮັດ
ແຄບເສລີພາບຂອງປະຊາຊົນລາວໃນການເຂົ້າເຖິງຂໍ້ມູນຂ່າວສານຕ່າງໆ ແລະລວມ
ໄປເຖິງການບໍ່ມີເສລີພາບໃນການສະແດງອອກເຖິງແນວຄວາມ ຄິດຕ່າງໆ ທັງໃນທາງ
ການເມືອງ ການບໍລິຫານງານຂອງລັດຖະບານ ແລະການນໍາຂອງພັກອີກດ້ວຍ.

ທັງນີ້ອົງການນັກຂ່າວບໍ່ມີພົມແດນໄດ້ຈັດໃຫ້ສປປ.ລາວ ຢູ່ໃນອັນດັບທີ 168 ຈາກການ
ສໍາຫຼວດກ່ຽວກັບສະພາບການທາງດ້ານເສລີພາບຂອງສື່ມວນຊົນໃນ 179 ປະເທດທົ່ວ
ໂລກໃນຕະຫຼອດປີ 2012 ທີ່ຜ່ານມາ ຊຶ່ງພົບວ່າ ຟິນແລນດ໌ເປັນ ປະເທດທີ່ມີເສລີພາບ
ຂອງສື່ມວນຊົນເປັນອັນດັບ 1 ຂອງໂລກ ຂະນະທີ່ສປປ. ລາວ ນັ້ນຖືກຈັດໃຫ້ຢູ່ໃນກຸ່ມ
ດຽວກັນກັບຈີນ ຫວຽດນາມ ແລະເກົາຫຼີເໜືອ ທີ່ສື່ມວນຊົນຖືກຄວບຄຸມໂດຍພັກລັດ ນັ້ນເອງ.

ກ່ອນໜ້ານີ້ທ່ານບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວວັດ
ທະນະທໍາແລະທ່ອງທ່ຽວ ກໍໄດ້ຖະແຫຼງຢືນຢັນວ່າເປົ້າໝາຍທີ່ສໍາຄັນຂອງການພັດທະ
ນາວຽກງານຖະແຫຼງຂ່າວໃນລາວກໍແມ່ນການພັດທະນາຄື້ນວິທະຍຸແລະໂທລະພາບ
ເປັນລະບົບ Digital ໃນທົ່ວປະເທດໃຫ້ໄດ້ພາຍໃນປີ 2015 ແລະກໍເຊື່ອວ່າຈະສາມາດ
ບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງ ເນື່ອງຈາກທາງການຈີນໄດ້ ຕົກລົງໃຫ້ການຊ່ວຍ
ເຫຼືອແກ່ທາງການລາວໃນການພັດທະນາວິທະຍຸແລະໂທລະພາບໃນລາວໃຫ້ເປັນລະ
ບົບ Digital ນັບແຕ່ປີ 2011 ເປັນຕົ້ນມາ ແລະການດໍາ ເນີນງານກໍຄືບໜ້າໄປຫຼາຍແລ້ວ ດັ່ງທີ່ທ່ານບົວເງິນ ໄດ້ໃຫ້ການຊີ້ແຈງວ່າ:

ລາວແລະຈີນຮ່ວມມືກັນໃນດ້ານການໃຊ້ດາວທຽມທີ່ຈະສໍາເລັດໃນປີ 2015
ລາວແລະຈີນຮ່ວມມືກັນໃນດ້ານການໃຊ້ດາວທຽມທີ່ຈະສໍາເລັດໃນປີ 2015

ມວນຊົນມີຄວາມສົນໃຈຕິດຕາມຟັງວິທະຍຸຂອງພວກ
ເຮົານັບມື້ນັບຫຼາຍຂຶ້ນ ວຽກງານໂທະລະພາບ ກໍໄດ້ຮັບ ການປັບປຸງແລະຂະຫຍາຍຕົວໄວ ໄດ້ຮັບການນິຍົມ ຊົມຊອບຈາກສັງຄົມຢ່າງກວ້າງຂວາງ ທາງດ້ານເທັກ
ນິກ ກໍໄດ້ຄ່ອຍໆຫັນປ່ຽນລະບົບ Analog ໄປສູ່ລະບົບ
ເທັກນິກໃໝ່ທີ່ທັນສະໄໝ Digital ເທື່ອລະກ້າວ ແລະ
ຈະໃຫ້ສໍາເລັດການຫັນປ່ຽນໂດຍພື້ນຖານໃນປີ 2015.”


ໃນປັດຈຸບັນ ທາງການລາວມີສະຖານີໂທລະພາບທັງໝົດ
32 ແຫ່ງ ແລະສະຖານີວິທະຍຸ 43 ແຫ່ງໃນທົ່ວປະເທດ. ສ່ວນໜັງສືພິມແລະວາລະສານ
ຕ່າງໆນັ້ນ ກໍມີຫຼາຍກວ່າ 100 ສະບັບ ໂດຍໃນນີ້ມີ 9 ສະບັບ ທີ່ເປັນໜັງສືພິມລາຍວັນ
ໃນຂະນະທີ່ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວນັ້ນ ກໍໄດ້ວາງເປົ້າໝາຍ
ທີ່ຈະຂະຫຍາຍເຄືອຂ່າຍສື່ມວນຊົນທີ່ເປັນກະບອກສຽງຂອງພັກແລະລັດຖະບານລາວເຫຼົ່ານີ້
ໃຫ້ກວມໄປເຖິງປະຊາຊົນລາວໃຫ້ໄດ້ຢ່າງກວ້າງຂວາງຫຼາຍຂຶ້ນນັບມື້ ດ້ວຍການເຮັດໃຫ້
ສື່ສິ່ງພິມແລະວິທະຍຸກວມໃຫ້ໄດ້ 95% ຂອງປະຊາກອນ ແລະ 85% ຂອງປະຊາກອນ
ທັງໝົດ ສໍາລັບສື່ໂທລະພາບ ໃນປີ 2015 ຕາມລໍາດັບ.

ນອກຈາກນີ້ ກໍມີລາຍງານວ່າທາງການຫວຽດນາມໄດ້ຕົກລົງໃຫ້ການຊ່ວຍເຫຼືອລາວ ໃນ
ການພັດທະນາດ້ານບຸກຄະລາກອນແລະນັກຂ່າວ ໂດຍມີເປົ້າໝາຍທີ່ຈະຍົກລະດັບປະ
ສິດທິພາບແລະຄຸນນະພາບໃນການສະເໜີຂ່າວສານຂອງທາງການລາວ ໃຫ້ເທົ່າທັນກັບ
ສະຖານະການທີ່ເກີດຂຶ້ນ ທັງພາຍໃນລາວແລະຕ່າງປະເທດ ຊຶ່ງລວມເຖິງການສະເໜີ
ຂ່າວສານກ່ຽວກັບ ຜົນງານແລະການເຄຶ່ອນໄຫວຕ່າງໆຂອງຜູ້ນໍາພັກ-ລັດ ໄປສູ່ການຮັບຮູ້
ຂອງປະຊາຊົນລາວ ໃຫ້ໄດ້ຢ່າງກວ້າງຂວາງອີກດ້ວຍ.
XS
SM
MD
LG