ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໔ ທັນວາ ໒໐໒໕

ຊາວລາວ ຈະໄດ້ຮັບ ຜົນກະທົບຢ່າງໃຫຍ່ ຈາກພາຍຸໂຊນຮ້ອນ ໃນປີນີ້


ຂົວທີ່ເປເພ ຍ້ອນຜົນກະທົບ ຂອງໄພນໍ້າຖ້ວມ
ຂົວທີ່ເປເພ ຍ້ອນຜົນກະທົບ ຂອງໄພນໍ້າຖ້ວມ
ປະຊາຊົນລາວ ໃນທົ່ວປະເທດຍັງຕົກຢູ່ພາຍໃຕ້ສະພາວະ
ຄວາມສ່ຽງສູງ ທີ່ຈະໄດ້ຮັບຜົນກະທົບແລະສູນເສຍຢ່າງ
ຫຼວງຫຼາຍ ຈາກອິດທິພົນຂອງລົມພາຍຸໂຊນຮ້ອນ ທີ່ພັດ
ເຂົ້າລາວໃນຕະຫຼອດລະດູຝົນປີນີ້.

please wait

No media source currently available

0:00 0:04:47 0:00
ລິງໂດຍກົງ

ກົມອຸຕຸນິຍົມວິທະຍາ ແລະອຸທົກກະສາດຂອງລາວ ໄດ້ປະ
ກາດແຈ້ງການເຕືອນໃຫ້ປະຊາຊົນລາວເພີ່ມຄວາມລະມັດລະວັງໃຫ້ຫຼາຍຂຶ້ນເປັນພິເສດ
ໃນໄລຍະນີ້ ເນື່ອງຈາກວ່າຈະມີພາຍຸພັດເຂົ້າລາວ ແລະເຮັດໃຫ້ມີຝົນຕົກຢ່າງໜັກຢູ່ໃນ
ຫຼາຍພື້ນທີ່ຂອງລາວ ໂດຍສະເພາະແມ່ນໃນເຂດແຂວງບໍລິຄໍາໄຊ ສະຫວັນນະເຂດ ຄໍາ
ມ່ວນ ສາລະວັນ ແລະເຊກອງນັ້ນອາດຈະຕ້ອງປະເຊີນກັບໄພນໍ້າຖ້ວມຢ່າງກະທັນຫັນ
ເນື່ອງຈາກວ່າ ຝົນທີ່ຕົກລົງມາຢ່າງໜັກນັ້ນ ກໍຈະເຮັດໃຫ້ເກີດບັນຫານໍ້າຊຸ ໄຫຼແຮງ ທີ່ຈະ
ເປັນອັນຕະລາຍທັງຕໍ່ຊີວິດ ແລະຊັບສິນຂອງປະຊາຊົນລາວໄດ້ຕະຫຼອດເວລາ.

ຍິ່ງໄປກວ່ານັ້ນ ເມື່ອປະກອບກັບສະພາວະການຂາດແຄນງົບປະມານຂອງກົມອຸຕຸນິຍົມ
ວິທະຍາດ້ວຍແລ້ວ ກໍຍັງໄດ້ເປັນຜົນເຮັດໃຫ້ການແຈ້ງເຕືອນປະຊາຊົນກ່ຽວກັບກັບສະ
ພາບອາກາດໃນລາວສາມາດປະຕິບັດໄດ້ຢ່າງຈໍາກັດ ແລະຜົນທີ່ຕິດຕາມມານັ້ນ ກໍຄືປະ
ຊາຊົນໃນຫຼາຍໆພື້ນທີ່ໃນລາວບໍ່ໄດ້ຮັບຂໍ້ມູນຂ່າວ ສານກ່ຽວກັບການພະຍາກອນສະພາບ
ອາກາດເປັນການລ່ວງໜ້າ ຈຶ່ງບໍ່ມີການຕຽມພ້ອມ ເພື່ອຮັບມືກັບສະພາບອາກາດທີ່ເກີດ
ຂຶ້ນດ້ວຍນັ້ນ ຈຶ່ງກໍ່ໃຫ້ເກີດຄວາມເສຍຫາຍ ຢ່າງກວ້າງຂວາງ ແລະໜັກໜ່ວງຫຼາຍຂຶ້ນຕື່ມ
ອີກ ຊຶ່ງກໍເປັນຍ້ອນການຂາດເທັກໂນໂລຈີເຜີຍແຜ່ຂ່າວສານ ທີ່ທັນສະໄໝນັ້ນເອງ.

ຫລ້າສຸດກໍປາກົດວ່າ ພາຍຸມັງຄຸດ ທີ່ພັດເຂົ້າລາວໃນອາທິດທີ 2 ຂອງເດືອນ ສິງຫານີ້ ກໍເຮັດ
ໃຫ້ເກີດການເສຍຫາຍຢ່າງໜັກ ທັງໃນແຂວງບໍລິຄໍາໄຊ ຄໍາມ່ວນ ແລະຊຽງຂວາງ ໂດຍສະ
ເພາະແມ່ນພື້ນຖານໂຄງຫລ່າງ ເຊັ່ນຖະໜົນເລກ 1D ຖະ ໜົນ 8 ແລະຖະໜົນເລກ 13 ເໜືອນັ້ນ ໄດ້ຖືກນໍ້າພັດເສຍຫາຍໄປຄິດເປັນມູນຄ່າລວມເກີນກວ່າ 160 ຕື້ກີບແລ້ວ.

ສ່ວນປະຊາຊົນລາວທີ່ໄດ້ຮັບຜົນກະທົບນັ້ນ ກໍມີຫຼາຍກວ່າ 6,000 ຄົວເຮືອນຢູ່ໃນເຂດເມືອງ
ປາກກະດິງ ແລະເມືອງຄໍາເກີດໃນແຂວງບໍລິຄໍາໄຊ ກັບເມືອງຄູນຄໍາໃນແຂວງຄໍາມ່ວນ ໂດຍ
ມີເນື້ອທີ່ປູກພືດ ແລະນາເຂົ້າຖືກນໍ້າຖ້ວມກວ້າງກວ່າ 7,000 ເຮັກຕ້າ ໃນຂະນະທີ່ປະຊາຊົນ
ຫຼາຍກວ່າ 30,000 ຄົນຕ້ອງການຄວາມຊ່ວຍເຫຼືອດ້ານສະບຽງອາຫານ-ຢາຮັກສາໂຣກ
ແລະບ່ອນພັກຊົ່ວຄາວຢ່າງຮີບດ່ວນ ຫາກແຕ່ວ່າກໍຍັງຄົງບໍ່ໄດ້ຮັບການຊ່ວຍເຫຼືອດັ່ງກ່າວ
ດັ່ງທີ່ປະຊາຊົນໃນບ້ານນໍ້າທອນທີ່ໄດ້ຮັບຜົນກະທົບຈາກພາຍຸໂຊນຮ້ອນໃນຄັ້ງນີ້ໄດ້ໃຫ້
ການຢືນຢັນວ່າ:

ເດັກນອ້ຍທີ່ໄດ້ຮັບເຄາະຮ້າຍຈາກໄພນໍ້າຖ້ວມ ລໍຖ້າຮັບເຂົ້າບໍລິຈາກ
ເດັກນອ້ຍທີ່ໄດ້ຮັບເຄາະຮ້າຍຈາກໄພນໍ້າຖ້ວມ ລໍຖ້າຮັບເຂົ້າບໍລິຈາກ

ການຊ່ວຍເຫຼືອປະຊາຊົນນີ້ ຜ່ານມານີ້ແມ່ນທາງເມືອງ
ຫັ້ນກະໄດ້ສະເໜີແລ້ວ ສະເໜີເພີ່ນຫັ້ນ ແຕ່ວ່າເພີ່ນກະ
ບໍ່ທັນໄດ້ຄິດຫຍັງເນາະ ມີແຕ່ທາງບ້ານເຮົານີ້ ກັບຜູ້ທີ່
ເສຍຫາຍຫັ້ນ ກະມີຫຍັງກະຢູ່ໄປເສຍກ່ອນ ເຂົາເຈົ້າວ່າ
ຈັ່ງຊີ້ ເພາະວ່າລະດູນີ້ ມັນກໍເປັນລະດູທີ່ອຶດຢາກແດ່ຄັນ
ສິເວົ້າ ມັນເປັນລະດູແບບວ່າ ຄົນມັນສິບໍ່ພໍກິນຢູ່ແລ້ວ
ຊໍ້າບໍ່ໜໍາ ກໍມາເປັນແບບນີ້ ແລ້ວມາເປັນແບບນີ້ມັນກະ
ໜ້າສັງເວດ.”


ປະຊາຊົນລາວໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພພິບັດທໍາມະຊາດນັບແຕ່ປີ 2008
ເປັນຕົ້ນມາ ໂດຍສະເພາະແມ່ນໄພນໍ້າຖ້ວມຄັ້ງໃຫຍ່ໃນເຂດແຂວງພາກໃຕ້ ທີ່ເກີດຈາກ
ພາຍຸໂຊນຮ້ອນເກດສະໜາໃນປີ 2010 ຕິດຕາມດ້ວຍພາຍຸໂຊນຮ້ອນ ໄຫໝາ ແລະພາຍຸ
ນົກເຕັນ ໃນປີ 2011 ລວມເຖິງປະລິມານນໍ້າຝົນທີ່ຕົກລົງມາ ຢ່າງຫຼວງຫຼາຍໃນທ້າຍປີ
2012 ກໍໄດ້ເຮັດໃຫ້ພື້ນທີ່ປູກເຂົ້າຂອງກະເສດຕະກອນ ລາວເສຍຫາຍໄປຄິດເປັນພື້ນທີ່
ລວມກັນຫຼາຍແສນເຮັກຕ້າ ໂດຍຖ້າຫາກຄິດໄລ່ຕາມລະດັບປະສິດທິພາບໃນການຜະລິດ
ໂດຍສະເລ່ຍຂອງກະເສດຕະກອນລາວ ກໍຈະໄດ້ວ່າຜົນຜະລິດເຂົ້າທີ່ເສຍຫາຍໄປເພາະ
ໄພນໍ້າຖ້ວມ ທີ່ເກີດຂຶ້ນນັ້ນ ມີປະລິມານລວມກັນຫຼາຍກວ່າ 7 ແສນໂຕນນັ້ນເອງ.

ຍິ່ງໄປກວ່ານັ້ນ ເມື່ອປະກອບກັບໄພນໍ້າຖ້ວມຄັ້ງໃຫຍ່ກໍຍັງໄດ້ເຮັດໃຫ້ຄອງຊົນລະປະທານ
ໃນພື້ນທີ່ 12 ແຂວງຈາກທັງໝົດ 17 ແຂວງຂອງລາວຕ້ອງເສຍຫາຍໄປຫຼາຍກວ່າ 500
ໂຄງການ ແລະການສ້ອມແປງໃຫ້ກັບຄືນມາໃຊ້ການໄດ້ຕາມ ປົກກະຕິ ກໍຈະຕ້ອງໃຊ້ງົບ
ປະມານ ບໍ່ໜ້ອຍກວ່າ 170 ຕື້ກີບ.

ນອກຈາກນັ້ນ ຖ້າຫາກວ່າລາວຍັງບໍ່ສາມາດທີ່ຈະຕຽມພ້ອມຮັບມືກັບໄພພິບັດທໍາມະຊາດ
ໄດ້ຄືກັບໃນໄລຍະທີ່ຜ່ານມາ ກໍຍັງຈະສົ່ງຜົນກະທົບຕໍ່ເປົ້າໝາຍສະຫັດສະວັດການພັດທະ
ນາຂອງລັດຖະບານລາວທີ່ຈະຮັບປະກັນການຜະລິດສະບຽງອາຫານໃຫ້ໄດ້ພຽງພໍກັບ
ຄວາມຕ້ອງການພາຍໃນປະເທດ ແລະເພີ່ມການສົ່ງອອກສິນຄ້າ ໄປຕ່າງປະເທດໃຫ້
ຫຼາຍຂຶ້ນ ໂດຍສະເພາະແມ່ນເພີ່ມຜົນຜະລິດເຂົ້າໃຫ້ບັນລຸ ເຖິງ 4.2 ລ້ານໂຕນ ໃນປີ 2015​ ອີກດ້ວຍ.
XS
SM
MD
LG