ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ເຈົ້າໜ້າທີ່ລາວ ຍອມຮັບວ່າ ການຟື້ນຟູປ່າໄມ້ ບໍ່ບັນລຸ ເປົ້າໝາຍ


ການຕັດໄມ້ທີ່ຜິດກົດໝາຍ ຢູ່ໃນປ່າແຫ່ງນຶ່ງ
ການຕັດໄມ້ທີ່ຜິດກົດໝາຍ ຢູ່ໃນປ່າແຫ່ງນຶ່ງ
ທາງການລາວຍອມຮັບວ່າເປັນການຍາກຫຼາຍທີ່ຈະດໍາເນີນ
ການໃຫ້ສາມາດບັນລຸເປົ້າໝາຍໃນການຟື້ນຟູສະພາບປ່າໄມ້
ໃຫ້ມີຄວາມໜາແໜ້ນເພີ່ມຂຶ້ນໄດ້ຕາມແຜນການທີ່ວາງໄວ້
ເພາະຂາດງົບປະມານ.

ທ່ານວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກໍາ-
ປ່າໄມ້ ຖະແຫຼງວ່າ ການຟື້ນຟູສະພາບປ່າໄມ້ໃນທົ່ວປະເທດ
ລາວຕະຫຼອດແຜນການປະຈໍາປີ 2012- 2013 ນີ້ຈະດໍາເນີນ
ການປະຕິບັດ 5 ແຜນການດ້ວຍກັນ ໂດຍທີ່ສໍາຄັນນັ້ນກໍຄື ການສໍຫຼວດແລະສ້າງແຜນຈັດສັນປ່າຜະລິດແບບຍືນຍົງໃນ
ເນື້ອທີ 319,000 ເຮັກຕ້າ ການຂຽນແຜນການຈັດສັນປ່າ
ຜະລິດຈໍານວນ 41 ເຂດໃນເນື້ອທີ່ 273,160 ເຮັກຕ້າ ການ
ຟື້ນຟູປ່າຜະລິດໃຫ້ໄດ້ 60,000 ເຮັກຕ້າ ແລະການປູກຕົ້ນໄມ້ໃຫ້ໄດ້ ໃນເນື້ອທີ່ 30,000 ເຮັກຕ້າ.

ການປະຕິບັດຈັດຕັ້ງແຜນງານເຫຼົ່ານີ້ ກໍເພື່ອເປັນການຕອບສະໜອງຕໍ່ແຜນການແລະ
ເປົ້າໝາຍທີ່ລັດຖະບານລາວຈະເພີ່ມອັດຕາຄວາມໜາແໜ້າຂອງປ່າໄມ້ໃຫ້ປົກຫຸ້ມເຖິງ
70% ຂອງເນື້ອທີ່ທັງໝົດໃນລາວໃຫ້ໄດ້ພາຍໃນປີ 2020 ຫາກ ແຕ່ທາງການລາວກໍ
ຍອມຮັບວ່າການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວນີ້ໄດ້ຢ່າງແທ້ຈິງນັ້ນ ກໍບໍ່ແມ່ນ
ເລຶ່ອງງ່າຍ.

ທັງນີ້ກໍເນື່ອງຈາກການສໍາຫຼວດນັບແຕ່ປີ 1992 ເປັນຕົ້ນມາ ພົບວ່າສະພາບປ່າໄມ້ຂອງ
ລາວໄດ້ລົດຄວາມໜາແໜ້ນລົງຢ່າງຕໍ່ເນື່ອງ ກໍຄືລົດລົງຈາກ 47% ໃນປີ 1992 ມາເປັນ
42%​ ໃນປີ 2002 ແລະຕໍ່າກວ່າ 40% ຂອງພື້ນທີ່ທັງໝົດ ໃນລາວໃນປັດຈຸບັນນີ້.

ຍິ່ງໄປກວ່ານັ້ນ ປະສິດທິພາບໃນການຟື້ນຟູປ່າໄມ້ຂອງພາກລັດຖະບານລາວ ກໍຍັງຕໍ່າ
ກວ່າພາກເອກກະຊົນໃນທຸກໆດ້ານອີກດ້ວຍ ໂດຍສະເພາະແມ່ນການປູກຕົ້ນໄມ້ໃນ
ໄລຍະທີ່ຜ່ານມານັ້ນ ກໍປາກົດວ່າຕົ້ນໄມ້ທີ່ປູກໂດຍພາກເອກກະຊົນມີອັດຕາການລອດ
ເຖິງ 80-100% ໃນຂະນະທີ່ຕົ້ນໄມ້ທີ່ປູກໂດຍພາກລັດຖະບານນັ້ນມີ ອັດຕາການລອດ
ພຽງ 65-70% ຂອງຈໍານວນຕົ້ນໄມ້ທີ່ປູກທັງໝົດໃນແຕ່ລະປີ ເທົ່ານັ້ນ ທັງນີ້ກໍເນື່ອງຈາກ
ການມີງົບປະມານຢ່າງຈໍາກັດ ແລະກໍຍັງຈະສົ່ງຜົນກະທົບຕໍ່ແຜນການປູກຕົ້ນໄມ້ໃນປີນີ້
ທີ່ຄາດໝາຍວ່າຈະສາມາດປະຕິບັດໄດ້ຈິງພຽງແຕ່ 30-40​% ຂອງເປົ້າໝາຍທີ່ວາງໄວ້
ເທົ່ານັ້ນອີກດ້ວຍ.

ວຽງ​ຈັນຍອມຮັບ​ວ່າ ​ອາດຈະບໍ່ສາມາດ​ເພີ່ມ​ ຄວາມ​ໜາ​ແໜ້ນ​ຂອງ​ປ່າ​ໄມ້ ໄດ້ຕາມຄາດໝາຍ
ວຽງ​ຈັນຍອມຮັບ​ວ່າ ​ອາດຈະບໍ່ສາມາດ​ເພີ່ມ​ ຄວາມ​ໜາ​ແໜ້ນ​ຂອງ​ປ່າ​ໄມ້ ໄດ້ຕາມຄາດໝາຍ

ແຕ່ຢ່າງໃດກໍຕາມ ຄະນະລັດຖະບານລາວກໍໄດ້ມີມະຕິຮັບຮອງ
ເອົາແຜນການສ້າງ ຕັ້ງເຂດປ່າປ້ອງກັນແຫ່ງຊາດ 49 ແຫ່ງໃນ
ເຂດ 16 ແຂວງຢ່າງເປັນທາງການ ເມື່ອບໍ່ດົນມານີ້ ດ້ວຍເປົ້າ
ໝາຍທີ່ຈະປົກປັກຮັກສາຊັບພະຍາກອນປ່າໄມ້ ລວມເຖິງການ
ປ້ອງກັນການເຊາະເຈື່ອນ ແລະຮັກສາຄຸນນະພາບດິນ ຮັກສາ
ແຫຼ່ງນໍ້າ ແລະປ້ອງກັນໄພທໍາມະຊາດ ເພື່ອຮັບປະກັນການປົກ ປັກຮັກສາສິ່ງແວດລ້ອມທໍາມະຊາດ ແລະຟື້ນຟູປ່າໄມ້ທີ່ເສື່ອມ
ໂຊມ ໃຫ້ກັບຄືນມາເປັນປ່າໄມ້ທີ່ອຸດົມສົມບູນດັ່ງເດີມໃຫ້ໄດ້ໄວ ທີ່ສຸດ.

ຍິ່ງໄປກວ່ານັ້ນ ມະຕິຕົກລົງດັ່ງກ່າວນີ້ຂອງຄະນະລັດຖະບານລາວຍັງໄດ້ແນໃສ່ການປົກ
ປັກຮັກສາປ່າໄມ້ໃຫ້ລອດພົ້ນຈາກການລັກລອບຕັດໄມ້ບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ
ຕາມກົດໝາຍອີກດ້ວຍ.

ທັງນີ້ກໍເນື່ອງຈາກວ່າສາເຫດທີ່ສໍາຄັນປະການນຶ່ງທີ່ເຮັດໃຫ້ການລັກລອບຕັດໄມ້ທໍາລາຍ
ປ່າສາມາດທີ່ຈະດໍາເນີນການໄດ້ຢ່າງກວ້າງຂວາງນັ້ນ ກໍຍ້ອນວ່າອໍານາດການປົກຄອງ
ທັງໃນສ່ວນກາງແລະລະດັບທ້ອງຖິ່ນໄດ້ໃຫ້ການຮ່ວມມືກັບບັນດາພໍ່ຄ້າໄມ້ ຊຶ່ງລວມເຖິງ
ການອະນຸຍາດໃຫ້ມີການສ້າງຕັ້ງໂຮງເລື່ອຍຈໍານວນຫຼາຍເກີນໄປ ຈຶ່ງເຮັດໃຫ້ຍາກຕໍ່
ການຄວບຄຸມ ແລະກວດກາໄດ້ຢ່າງທົ່ວເຖິງ ໂດຍການກວດກາໃນ ໄລຍະທີ່ຜ່ານມາ
ຍັງພົບວ່າມີເຈົ້າຂອງກິດຈະການໂຮງເລື່ອຍຈໍານວນບໍ່ໜ້ອຍທີ່ໄດ້ ລະເມີດກົດໝາຍ
ດັ່ງທີ່ທ່ານພູມີ ພູມະນີວົງ ຫົວໜ້າກົມກວດກາປ່າໄມ້ ໄດ້ໃຫ້ ການຢືນຢັນວ່າ:

ມີໂຮງງານຈໍານວນນຶ່ງ ທີ່ຕັ້ງຢູ່ບໍ່ເໝາະສົມ ຢູ່ໃກ້ປ່າດົງທີ່ທຶບໜາເກີນໄປ
ພ້ອມດຽວກັນນີ້ ທາງດ້ານໜ້າມີຮົ້ວ ແຕ່ກົງກັນຂ້າມກັບດ້ານຫຼັງຜັດມີທາງ
ລົດອອກໄປຫາປ່າໄມ້ ບັນຫາດັ່ງກ່າວນັ້ນມັນແມ່ນການເອື້ອອໍານວຍໃຫ້
ແກ່ກຸ່ມຄົນບໍ່ດີຈໍານວນນຶ່ງ ສວຍໂອກາດລັກລອບຕັດໄມ້ເຂົ້າໄປທໍາການ
ຜະລິດຢູ່ໂຮງງານໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ.”


ເຂດທີ່ມີການລັກລອບຕັດໄມ້ຫຼາຍທີ່ສຸດນັ້ນກໍຄືແຂວງວຽງຈັນ ສາລະວັນ ບໍ່ແກ້ວ ຫົວພັນ
ໄຊຍະບຸລີ ຫຼວງນໍ້າທາ ຈໍາປາສັກ ຄໍາມ່ວນ ແລະແຂວງຜົ້ງສາລີ ຕາມລໍາດັບ.
XS
SM
MD
LG