ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ຕ້ອງການການຊ່ອຍເຫຼືອ ຈາກຕ່າງປະເທດ ຫຼາຍກວ່າ 30 ລ້ານໂດລາ ເພື່ອເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ຈາກເນື້ອທີ່ 10,000 ເຮັກຕາໃນແຕ່ລະປີ


ການເກັບກູ້ລະເບີດບໍ່ທັນແຕກ ຫຼື UXO ຢູ່ທີ່ໂຮງຮຽນບ້ານຕອນໃຕ້ ແຂວງຊຽງຂວາງ
ການເກັບກູ້ລະເບີດບໍ່ທັນແຕກ ຫຼື UXO ຢູ່ທີ່ໂຮງຮຽນບ້ານຕອນໃຕ້ ແຂວງຊຽງຂວາງ

ທາງການລາວ ຕ້ອງການຄວາມຊ່ອຍເຫຼືອຈາກຕ່າງປະເທດຫຼາຍກວ່າ 30 ລ້ານໂດລາ ເພື່ອນຳໃຊ້ໃນການເກັບກູ້ລະເບີດບໍ່ທັນແຕກ UXO ທີ່ຕົກຄ້າງຢູ່ໃນລາວ ໃຫ້ໄດ້ໃນພື້ນທີ່ 10,000 ເຮັກຕາ ໃນແຕ່ລະປີ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.

ທ່ານປະເດີມພອນ ສຸນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ຜູ້ຮັບຜິດຊອບວຽກງານຂອງຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ໃນລາວ (UXO LAO) ຖະແຫລງວ່າ ລັດຖະບານລາວ ໄດ້ຕັ້ງເປົ້າໝາຍການເກັບກູ້ລະເບີດ UXO ໃຫ້ໄດ້ໃນພື້ນທີ່ 10,000 ເຮັກຕາຕໍ່ປີ ແຕ່ກໍສາມາດເກັບກູ້ໄດ້ຈິງ ໃນພື້ນທີ່ພຽງແຕ່ 8,000 ເຮັກຕາເທົ່ານັ້ນ ເພາະມີງົບປະມານຢ່າງຈຳກັດ ແລະບໍ່ພຽງພໍກັບຄວາມຕ້ອງການຕົວຈິງ ໝາຍຄວາມວ່າການທີ່ຈະສາມາດບັນລຸເປົ້າໝາຍການເກັບກູ້ລະເບີດ UXO ໄດ້ຢ່າງແທ້ຈິງນັ້ນ ລັດຖະບານລາວ ຕ້ອງໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດບໍ່ໜ້ອຍກວ່າ 30 ລ້ານໂດລາໃນແຕ່ລະປີ.

ພ້ອມກັນນີ້ UXO LAO ຍັງຈະຕ້ອງພັດທະນາປັບປຸງເພື່ອຍົກລະດັບປະສິດທິພາບໃນການເກັບລະເບີດ UXO ໃຫ້ສູງຂຶ້ນດ້ວຍ ຊຶ່ງຈະຕ້ອງໃຊ້ງົບປະມານບໍ່ໜ້ອຍກວ່າ 7 ລ້ານ 6 ແສນໂດລາໃນແຕ່ລະປີ ແລະເນື່ອງຈາກວ່າ ລັດຖະບານລາວ ບໍ່ສາມາດທີ່ຈະໃຫ້ການຕອບສະໜອງງົບປະມານດັ່ງກ່າວໄດ້ເລີຍ ຈຶ່ງຕ້ອງຂໍການຊ່ອຍເຫຼືອຈາກຕ່າງປະເທດເປັນດ້ານຫຼັກເຊັ່ນດຽວກັນ ຊຶ່ງໃນປັດຈຸບັນ UXO LAO ກໍໄດ້ຈັດທຳແຜນງານເພື່ອທີ່ຈະຂໍການຊ່ອຍເຫຼືອຈາກຕ່າງປະເທດໃນມໍ່ໆນີ້ ແລະຄາດຫວັງວ່າ ຈະໄດ້ຮັບການຕອບສະໜອງຈາກນານາຊາດ ໂດຍສະເພາະແມ່ນອົງການສະຫະປະຊາຊາດ ເພື່ອການພັດທະນາ ຫຼື UNDP ນັ້ນ ຫາກບໍ່ສະນັ້ນແລ້ວປະຊາຊົນລາວກໍຍັງຄົງຈະຕ້ອງສ່ຽງໄພຈາກລະເບີດ UXO ຕໍ່ໄປອີກຢ່າງຍາວນານ ດັ່ງທີ່ ທ່ານປະເດີມພອນ ໄດ້ໃຫ້ການຢືນຢັນວ່າ:

"ການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ ຍັງເປັນສິ່ງທີ່ໜັກໜ່ວງ ແລະປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະງົບປະມານແລ້ວ ກະເທັກນິກ-ວິຊາການທີ່ຕ້ອງການການສະໜັບສະໜຸນຈາກສາກົນເພື່ອເລັ່ງລັດການແກ້ໄຂບັນຫາດັ່ງກ່າວ ລັດຖະບານແຫ່ງ ສປປ ລາວ ແລະອົງການສະຫະປະຊາຊາດເພື່ອການພັດທະນາ ກໍຈະສືບຕໍ່ຮ່ວມມືກັນໃນຂະແໜງການແກ້ໄຂບັນລະເບີດບໍ່ທັນແຕກຕົກຄ້າງຢູ່ ສປປ ລາວ ໂດຍໂຄງການໃນໄລຍະໃໝ່ນີ້ ໄດ້ເລີ້ມປະຕິບັດແຕ່ປີ 2022 ນີ້ ຊຶ່ງຈະເປັນຂີດໝາຍສຳຄັນໃນການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງທີ 18 ໃຫ້ບັນລຸເປັນຈິງ.”

ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານປີເຕີ ເຮມອນ ມອບທຶນຊ່ອຍເຫຼືອ ເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ແຂວງຊຽງຂວາງ, ສປປ ລາວ.
ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານປີເຕີ ເຮມອນ ມອບທຶນຊ່ອຍເຫຼືອ ເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ແຂວງຊຽງຂວາງ, ສປປ ລາວ.

ໃນປັດຈຸບັນ ການຈັດຕັ້ງປະຕິບັດແຜນການເກັບກູ້ລະເບີດ UXO ໃນລາວ ເປັນການຮ່ວມມືລະຫວ່າງລັດຖະບານລາວ ກັບນານາຊາດໄລຍະທີ 4 ທີ່ໄດ້ເລີ້ມການຈັດຕັ້ງປະຕິບັດນັບຈາກປີ 2022 ເປັນຕົ້ນໄປ ແລະສິ້ນສຸດລົງໃນທ້າຍປີ 2026 ທີ່ລັດຖະບານລາວ ໄດ້ໃຫ້ຄວາມສຳຄັນກັບການຂະຫຍາຍການຮ່ວມມືກັບບັນດາອົງການສາກົນເປັນພິເສດ ໂດຍໃນນີ້ ກໍລວມເຖິງການຮ່ວມມືກັບລັດຖະບານສະຫະລັດອາເມຣິກາດ້ວຍ ເພາະເຊື່ອວ່າຈະເຮັດໃຫ້ການຈັດຕັ້ງປະຕິບັດມີປະສິດທິພາບສູງຂຶ້ນ ແລະສາມາດທີ່ຈະບັນລຸເປົ້າໝາຍທີ່ວາງໄວ້ໃນ 3 ດ້ານ ກໍຄືການໂຄສະນາອົບຮົມກ່ຽວກັບອັນຕະລາຍຂອງລະເບີດ UXO ທີ່ແນໃສ່ການຫຼຸດອຸບັດເຫດທີ່ເກີດຈາກລະເບີດ UXO ລົງໃຫ້ເປັນບໍ່ເກີນ 40 ກໍລນີຕໍ່ປີ, ການຝຶກອາຊີບໃຫ້ແກ່ຜູ້ທີ່ໄດ້ຮັບເຄາະຈາກລະເບີດ UXO ໃນພື້ນທີ່ພັດທະນາບຸລິມະສິດຂອງລັດຖະບານ 400 ກວ່າຈຸດສຸມໃຫ້ສຳເລັດຢ່າງຄົບຖ້ວນພາຍໃນປີ 2022.

ທັງນີ້ ໂດຍລັດຖະບານລາວ ໄດ້ເຂົ້າຮ່ວມເປັນພາຄີໃນສົນທິສັນຍາຕ້ານລະເບີດລູກຫວ່ານສາກົນທີ່ໄດ້ລົງນາມຢ່າງເປັນທາງການທີ່ນະຄອນຫຼວງ ອອສໂລ ຂອງປະເທດ ນໍເວ ໃນທ້າຍປີ 2008 ແລະໃຫ້ສັດຕະຍາບັນຕົ້ນປີ 2009 ເຮັດໃຫ້ລັດຖະບານລາວ ມີພັນທະຕ້ອງປະຕິບັດຕາມສົນທິສັນຍາ ນັບຈາກວັນທີ 1 ສິງຫາ 2010 ເປັນຕົ້ນມາ ຊຶ່ງກໍນັບເປັນແນວທາງນຶ່ງທີ່ລັດຖະບານລາວ ສາມາດໃຊ້ເປັນໂອກາດໃນການເສີມສ້າງການຮ່ວມມືເພື່ອດຶງເອົາການຊ່ອຍເຫຼືອຈາກຕ່າງປະເທດ ຊຶ່ງໃນຊ່ວງປີ 1995-2021 ລັດຖະບານສະຫະລັດ ໄດ້ໃຫ້ການຊ່ອຍເຫຼືອເພື່ອແກ້ໄຂບັນຫາລະເບີດ UXO ໃນລາວ ຄິດເປັນມູນຄ່າລວມຫຼາຍກວ່າ 230 ລ້ານໂດລາ ໃນນີ້ລວມການຊ່ອຍເຫຼືອໃນການສຳຫຼວດທີ່ບໍ່ແມ່ນວິຊາການໃນ 950 ບ້ານທີ່ແຂວງພາກໃຕ້ ແລະການສຳຫຼວດເພື່ອເກັບກູ້ລະເບີດ UXO ອອກຈາກເຂດທີ່ຢູ່ອາໄສ ແລະທີ່ດິນຂອງປະຊາຊົນລາວ ໃນເຂດ 338 ບ້ານໃນແຂວງສະຫວັນນະເຂດ ແລະ 94 ບ້ານໃນແຂວງຊຽງຂວາງ ຄິດເປັນພື້ນທີ່ລວມ 432 ກິໂລຕາແມັດ ແລະໄດ້ທຳລາຍລະເບີດຫຼາຍກວ່າ 1 ລ້ານ 6 ແສນໜ່ວຍຫຼື 2 ເປີເຊັນຂອງລະເບີດທັງໝົດທີ່ຕົກຄ້າງໃນລາວ.

XS
SM
MD
LG