ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະພາແຫ່ງຊາດລາວ​ວ່າ ປະສິດທິພາບໃນ ການ​ຄຸ້ມ​ຄອງການ​ເງິນ​ ຂອງລັດຖະບານ​ ຍັງ​​​ຕໍ່າ


ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ກ່າວຄໍາປາໄສ​ໃນ​ໂອກາດ​ເປີດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງທີ 5 ຂອງ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ 7 ​ໃນ​ຕອນ​ເຊົ້າວັນ​ທີ 8 ກໍລະກົດ ຜ່ານ​ມາ​ນີ້​.
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ກ່າວຄໍາປາໄສ​ໃນ​ໂອກາດ​ເປີດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງທີ 5 ຂອງ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ 7 ​ໃນ​ຕອນ​ເຊົ້າວັນ​ທີ 8 ກໍລະກົດ ຜ່ານ​ມາ​ນີ້​.
ປະທານ​ສະພາ​ແຫ່ງ​ຊາດ​ລາວ​ລະບຸ​ວ່າ ການ​ຄຸ້ມ​ຄອງ​ໃ​ນພາກ​
ການ​ເງິນ​ຂອງ​ລັດຖະບານ​ຍັງ​ມີ​ປະສິດທິພາບ​ຕໍ່າ ອັນ​ເປັນ​ຜົນ​
ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ແຜນການ​ບໍ່​ສາມາດ​ບັນລຸ​ເປົ້າ
ໝາຍ​ທີ່​ວາງ​ໄວ້​ໃນຫຼາຍດ້ານ.
ລິງໂດຍກົງ

ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີລາວ ຖະ​ແຫຼງຢືນ
ຢັນຢັນ​ໂອກາດ​ເປີດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງທີ 5 ຂອງ
​ສະພາ​ແຫ່ງ​ຊາດ​ຊຸດ​ທີ 7 ​ໃນ​ຕອນ​ເຊົ້າວັນ​ທີ 8 ກໍລະກົດ ທີ່​ຜ່ານ​ມາ​ນີ້​ວ່າ ການຈັດ​ຕັ້ງ​ປະຕິບັດແຜນການພັດທະນາ​ເສດຖະກິດ​ ແລະ​ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 7 ​ໃນ​ໄລຍະ 2 ປີ​ເຄິ່ງ ທີ່ຜ່ານມາ​ ໄດ້​ມີ​ໝາກຜົນ​ທີ່​ພົ້ນ​ເດັ່ນ​ເກີດ​ຂຶ້ນໃນຫຼາຍໆດ້ານ ​ເຊັ່ນ​ດ້ານ​ເສດຖະ
ກິດ​ໄດ້​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ ​ແລະ​ໝັ້ນ​ທ່ຽງ​ ໂດຍ​ເຮັດ​ໃຫ້​ລວມຍອດ​ຜະລິດຕະພັນ​ພາຍ​
ໃນ (GDP) ເພີ່ມຂຶ້ນ ໃນ​ອັດ​ຕາສະ​ເລ່ຍ​ເຖິງ 8.2% ຕໍ່​ໄປ ​ແລະ​ສາມາດ​ຄິດ​ສະ​ເ​ລ່ຍເປັນ​
ລາຍ​ໄດ້​ຂອງ​ປະຊາກອນ​ລາວ ໄດ້​ປະມານ 1,500 ​ໂດລາ​ ຕໍ່​ຄົນ​ໃນ​ປັດຈຸບັນ​ນີ້.

ສ່ວນ​ໃນ​ດ້ານ​ກະສິກໍາ​ນັ້ນ ລັດຖະບານ​ລາວ​ກໍ​ສາມາດ​ເພີ່ມ​ມູນ​ຄ່າ​ຂອງ​ທຶນ​ສໍາຮອງເງິນຕາ​
ຕ່າງປະ​ເທດ​ໄດ້ ​ທຽບ​ເທົ່າ​ກັບ​ການ​ນໍາ​ເຂົ້າສິນຄ້າ​ຈາກ​ຕ່າງປະ​ເທດ​ເປັນ​ເວລາ 5 ​ເດືອນ ​
ແລະ​ລະດົມ​ການ​ລົງທຶນໄດ້​ ໃນ​ມູນ​ຄ່າ​ລວມ​ເຖິງ 85,147 ຕື້​ກີບ ຫຼື​ເທົ່າ​ກັບ 67.05% “
ຂອງ​ແຜນການ 5 ປີ ​ທີ່​ເລີ່​ມລົງມື​ຈັດ​ຕັ້ງ​ປະຕິບັດ​ນັບ​ແຕ່​ປີ 2011 ຈົນ​ເຖິງ​ປີ 2015 ນັ້ນ.

ສໍາລັບ​ໃນ​ດ້ານງົບປະມານ​ນັ້ນ ທ່ານ​ທອງ​ສິງກໍ​ໄດ້​ເນັ້ນ​ຢໍ້າວ່າ​ ລັດຖະບານ​ລາວ​ສາມາດ
​ສ້າງ​ລາຍ​ຮັບ​ເຂົ້າງົບປະມານ​ໄດ້​ ໃນ​ມູນ​ຄ່າ​ລວມ 41,832 ຕື້​ກີບ ຫຼືທຽບ​ເທົ່າ​ກັບ 19.6%
ຂອງ GDP ​ແຕ່​ໃນ​ຂະນະ​ດຽວ​ກັນ ລັດຖະບານ​ລາວ​ກໍ​ໄດ້​ໃຊ້​ຈ່າຍ​ງົບປະມານ​ໄປ​ໃນມູນ​
ຄ່າ​ລວມ​ເຖິງ 47,302 ຕື້​ກີບ ​ເທົ່າ​ກັບ 22.2% ຂອງ GDP ຈຶ່ງ​ເຮັດ​ໃຫ້​ລັດຖະບານລາວ​
ຕ້ອງ​ຂາດ​ດຸນ​ງົບປະມານ​ໃນ​ມູນຄ່າ​ລວ​ມ 5,470 ຕື້​ກີີບ ຫຼື 2.6% ຂອງ GDP.

ຊຶ່ງ​ດ້ວຍ​ການ​ຂາດ​ດຸນ​ງົບປະມານ​ດັ່ງກ່າວ​ນີ້ ກໍ​ເຮັດ​ໃຫ້​ທ່ານ​ນາງ​ປານີ ຢາ​ທໍ​ຕູ້ ປະທານ
ສະພາ​ແຫ່​ງຊາດ​ລາວ ​ໄດ້​ຖະ​ແຫຼງ​ໃນ​ໂອກາດ​ດຽວ​ກັນ​ນີ້ວ່າ ​ເປັນ​ບັນຫາ​ໃນ​ການຈັດຕັ້ງ
ປະຕິບັດ​ແຜນການ​ງົບປະມານ​ຂອງ​ລັດຖະບານ​ລາວ​ ທີ່​ຍັງ​ມີ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ເກີດ​ຂຶ້ນ
ແລະ​ກໍ​ໄດ້​ສົ່ງ​ຜົນ​ກະທົບ​ເຮັດ​ໃຫ້​ບໍ່​ສາມາດ​ທີ່​ຈະບັນລຸ​ເປົ້າໝາຍ​ຂອງ​ການ​ພັດທະນາ​ໄດ້​
ໃນຫຼາຍດ້ານ ດັ່ງ​ທີ່​ທ່ານ​ນາງ ປານີ ​ໄດ້​ຖະ​ແຫຼງ​ເນັ້ນ​ຢໍ້າວ່າ:

ກອງປະຊຸມຄັ້ງທີ 5 ຂອງສະພາແຫ່ຊາດລາວ
ກອງປະຊຸມຄັ້ງທີ 5 ຂອງສະພາແຫ່ຊາດລາວ

“ພື້ນຖານ​ເສດ​ຖະກິດ​ການ​ເງິນ​ຂອງ​ປະ​ເທດ​ຍັງ​ມີ​ລັກ
ສະນະບອບ​ບາງ ບໍ່​ທັນ​ໜັກ​ແໜ້ນ ​ແລະ​ສົມສ່ວນ ​ເພື່ອ​
ການ​ຜະລິດ​ເປັນ​ສິນຄ້າ​ຂອງປະຊາຊົນ​ຍັງບໍ່ທັນ​ມີ​ຕະ
ຫຼາດຮອງ​ຮັບທີ່​ໝັ້ນຄົງ ​ແລະ​ກໍ​ຍັງ​ບໍ່​ທັນ​ຕິດ​ພັນ​ກັບ
​ພາກ​ອຸດສາຫະກໍາ​ປຸງ​ແຕ່ງ​ ລະດັບ​ການພັດທະນາ
ແລະ​ລາຍ​ໄດ້​ຂອງ​ປະຊາຊົນ​ຢູ່​ໃນ​ເຂດ​ຕົວ​ເມືອງ ​ແລະ
​ເຂດ​ຊົນນະບົດ​ຫ່າງ​ໄກ ​ຍັງ​ມີ​ຄວາມ​ແຕກ​ໂຕນ​ກັນ ການ​
ຄຸ້ມ​ຄອງ​ການ​ລົງທຶນ​ຂອງ​ລັດ​ ແລະ​ການ​ປະຕິບັດ​ວິ​ໄນ
ແຜນການ​ ​ແລະ​ວິ​ໄນ​ການ​ເງິນ​ ຍັງບໍ່​ທັນ​ເຂັ້ມ​ງວດ.”


ກ່ອນ​ໜ້າ​ນີ້ ສະພາ​ແຫ່​ງຊາດ​ລາວ​ກໍ​ໄດ້​ກໍາໜົດ​ໃຫ້​ກະຊວງ​ການ​ເງິນ​ສາມາດ​ທີ່​ຈະ​ກູ້​ຢືມ
ທຶນຈາກ​ກະຊວງ​ຕ່າງປະ​ເທດ​ສໍາ​ລັບ​ນໍາ​ໃຊ້​ເຂົ້າ​ໃນໂຄງການພັດທະນາ​ຕ່າງໆ ທີ່ຢູ່​ພາຍ
ໃຕ້​ການຄຸ້ມ​ຄອງ​ຂອງ​ກະ​ຊວງ​ການ​ເງິນ​ ​ຕະຫຼອດໃນ​ແຜນການ​ປີ 2012-2013 ນີ້ ​ໄດ້​
ໃນມູນ​ຄ່າ​ລວມ ບໍ່​ເກີນ 215.13 ລ້ານ​ໂດ​ລ່າ​ເທົ່າ​ນັ້ນ ຫາກ​ແຕ່​ໃນ​ຄວາມ​ເປັນ​ຈິງ​ນັ້ນ
ກະຊວງການເງິນ​ກັບ​ຕ້ອງການ​ເງິນ​ທຶນ​ບໍ່​ໜ້ອຍ​ກວ່າ 370.46 ລ້ານ​ໂດ​ລ່າ ຈຶ່ງ​ເຮັດ​ໃຫ້​
ຕ້ອງ​ຂໍ​ການຊ່ວຍ​ເຫຼືອລ້າ​ ຈາກ​ຕ່າງປະ​ເທດ​ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 155.33 ລ້ານ​ໂດ​ລາ
ນັ້ນ​ເອງ.

ທາງ​ດ້ານ​ທ່ານ ພູ​ເພັດ ຄໍາ​ພູນ​ວົງ ລັດຖະມົນຕີກະຊວງ​ການ​ເງິນ ກໍ​ໄດ້​ໃຫ້ການ​ຍອມຮັບ
ວ່າສະ​ພາບ​ການ​ຊ່ວຍ​ເຫຼືອລ້າ​ ທີ່​ລັດຖະບານລາວຄາດ​ຫວັງຈະ​ໄດ້​ຮັບ​ຈາກ​ຕ່າງປະເທດ
ທັງ​ໃນ​ປັດຈຸບັນ​ນີ້ ​ແລະ​ໃນ​ໄລຍະ​ຕໍ່​ໄປ​ນັ້ນ ຖື​ເປັນ​ສະພາບ​ການທີ່​ມີ​ຄວາມ​ຫຍຸ້ງຍາກ​ຢ່າງ
ຍິ່ງ ເນື່ອງ​ຈາກ​ວ່າ​ ບັນດາ​ປະ​ເທດ​ທີ່​ຈະໃຫ້ການ​ຊ່ວຍ​ເຫຼືອນັ້ນ ​ໄດ້​ຕັ້ງ​ເງື່ອນ​ໄຂ​ໃຫ້​ບັນດາ​
ປະ​ເທດ ​ທີ່ຈະ​ຮັບ​ການ​ຊ່ວຍ​ເຫຼືອນັ້ນ ຈະ​ຕ້ອງ​ປະຕິບັດ​ຕາມ​ຢ່າງ​ເຄັ່ງ​ຄັດຫຼາຍຂຶ້ນ ຈຶ່ງເຮັດ
ໃຫ້​ບັນດາ​ປະ​ເທດ​ທີ່​ຢາກ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອລ້າ​ນັ້ນ ຕ່າງ​ກໍ​ພະຍາຍາມ​ທີ່​ຈະຍາດ
ແຍ່ງໃຫ້​ໄດ້​ຮັບ​ການຊ່ວຍ​ເຫຼືອ ຕາມ​ຄວາມ​ຕ້ອງການ​ຂອງ​ປະ​ເທດ​ຕົນ.
XS
SM
MD
LG