ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິຊາການໄທ ໃຫ້ທັດສະນະວ່າ ລັດຖະບານລາວ ຕ້ອງໃຊ້ໂອກາດ ຂອງການເປັນປະທານອາຊຽນ ເພື່ອແກ້ບັນຫາຂັດແຍ້ງ ໃນມຽນມາ


ນາຍົກລັດຖະມົນຕີ ສປປ ລາວ ຮັບເອົາການເປັນປະທານອາຊຽນໃນປີ 2024 ຈາກປະທານາທິບໍດີ ອິນໂດເນເຊຍ ທ່ານໂຈກໂກ ວີໂດໂດ.
ນາຍົກລັດຖະມົນຕີ ສປປ ລາວ ຮັບເອົາການເປັນປະທານອາຊຽນໃນປີ 2024 ຈາກປະທານາທິບໍດີ ອິນໂດເນເຊຍ ທ່ານໂຈກໂກ ວີໂດໂດ.

ນັກວິຊາການໄທ ໃຫ້ທັດສະນະວ່າ ລັດຖະບານລາວ ຕ້ອງໃຊ້ໂອກາດຂອງການເປັນປະທານອາຊຽນ ເພື່ອແກ້ບັນຫາຂັດແຍ້ງໃນມຽນມາ ດ້ວຍການສະແຫວງຫາແນວທາງໃໝ່ທີ່ເປີດໂອກາດໃຫ້ທຸກຝ່າຍຢ່າງເທົ່າທຽມກັນ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ດຣ. ປີຕິ ສຣີແສງນາມ ຜູ້ອຳນວຍການສູນເສດຖະກິດລະຫວ່າງປະເທດ ຈຸລາລົງກອນ ມະຫາວິທະຍາໄລ ໃຫ້ທັດສະນະວ່າ ການທີ່ລັດຖະບານລາວ ໄດ້ເປັນປະ ທານອາຊຽນຕະຫຼອດປີ 2024 ນັ້ນ ຍ່ອມຖືເປັນໂອກາດສຳຄັນທີ່ລັດຖະບານລາວ ຈະໄດ້ສະແດງບົດບາດການນຳໃນການເສີມຂະຫຍາຍການພົວພັນແລະການຮ່ວມມືທັງໃນລະດັບພາກພື້ນແລະສາກົນ ເພາະຈະຕ້ອງເປັນເຈົ້າພາບຈັດກອງປະຊຸມສຸດຍອດຜູ້ນຳອາຊຽນແລະປະເທດຄູ່ເຈລະຈາຂອງອາຊຽນເຖິງ 2 ຄັ້ງໃນປີ 2024 ຢູ່ໃນລາວ ແຕ່ວ່າໃນຂະນະດຽວກັນ ລັດຖະບານລາວ ຍ່ອມຈະຖືກນານາຊາດກົດດັນເພີ້ມຂຶ້ນ ຢ່າງຫລີກລ່ຽງບໍ່ໄດ້ ໂດຍສະເພາະແມ່ນຕໍ່ບັນຫາຂັດແຍ້ງຢູ່ໃນທະເລຈີນໃຕ້ ບັນຫາການສັງຫານລ້າງເຜົ່າພັນຊາວ ໂຣຮິງຢາ ແລະການຢຶດອຳນາດທາງການເມືອງໂດຍກອງທັບໃນມຽນມານັ້ນ ຊຶ່ງລັດຖະບານຈະຕ້ອງນຳສະເໜີແນວທາງ ແລະປະສານງານກັບທຸກໆຝ່າຍ ເພື່ອໃຫ້ເກີດໝາກຜົນຢ່າງເປັນຮູບປະທຳ ເຊັ່ນໃນກໍລະນີບັນຫາຂັດແຍ້ງທາງການເມືອງໃນມຽນມານັ້ນ ລັດຖະບານລາວ ຈະບໍ່ປະສົບຜົນສຳເລັດໄດ້ເລີຍ ຖ້າຫາກວ່າຈະຍັງຄົງດຳເນີນການຄືກັບປະທານອາຊຽນໃນຊ່ວງກ່ອນໜ້ານີ້ ທີ່ກຳນົດເງື່ອນໄຂ 5 ຂໍ້ໃນການແກ້ໄຂບັນຫາຂັດແຍ້ງໃນມຽນມາ ຊຶ່ງຍັງບໍ່ສາມາດປະຕິບັດໄດ້ຈັກຂໍ້ເລີຍ ນັບຕັ້ງແຕ່ເດືອນເມສາ 2021 ເປັນຕົ້ນມາ ດັ່ງທີ່ ດຣ. ປີຕິ ໄດ້ໃຫ້ການອະທິບາຍວ່າ:

“ໃນເມື່ອທັງ 5 ຂໍ້ມັນເປັນໄປບໍ່ໄດ້ ແລ້ວຖ້າເກີດເຮົາເດີນໜ້າເຮັດແບບນີ້ຕໍ່ໄປ ດ້ວຍວິທີການເດີມ ແລ້ວຫວັງວ່າ ຈະໄດ້ຜົນຮັບທີ່ແຕກຕ່າງກັນຫັ້ນ ມັນກໍຄົງຈະບໍ່ແມ່ນວິທີການທີ່ຖືກຕ້ອງແລ້ວ ເພາະສະນັ້ນ ມັນອາດຈະຕ້ອງເລີ້ມຈາກການຫາວິທີການເຮັດຈັ່ງໃດ? ໃຫ້ສະຖານະການມັນຫລຸດຄວາມຮຸນແຮງລົງ ແລ້ວເດີນໜ້າຕໍ່ໄປໄດ້ ໂດຍທີ່ທຸກຝ່າຍກໍຮູ້ແຫລະວ່າ ການເຮັດລັດຖະປະຫານຫັ້ນ ມັນເປັນສິ່ງທີ່ຜິດ ແຕ່ແທນທີ່ຈະຊຸກຍູ້ເຂົາເຈົ້າອອກໄປ ຜັດນຳເຂົາເຈົ້າເຂົ້າມາແລ້ວລົມກັນ ແລ້ວສາມາດທີ່ຈະຫາທາງອອກຮ່ວມກັນຢ່າງສັນຕິ ໂດຍທີ່ທຸກຄົນຕ້ອງຍອມຖອຍຫັ້ນ ຂ້າພະເຈົ້າຄິດວ່າ ອາດເປັນທາງອອກທີ່ດີກວ່າ.”

ທັງນີ້ ໂດຍເງື່ອນໄຂ 5 ຂໍ້ໃນການແກ້ໄຂບັນຫາຂັດແຍ້ງໃນມຽນມາ ຊຶ່ງໄດ້ກຳນົດໃນກອງປະຊຸມຜູ້ນຳອາຊຽນໃນວາລະພິເສດທີ່ນະຄອນຫຼວງຈາກາຕ້າ ຂອງອິນໂດເນເຊຍ ເມື່ອວັນທີ 24 ເມສາ 2021 ທີ່ມີພົນເອກ ມິນ ອ່ອງຫລ່າຍ ຜູ້ບັນຊາການທະຫານສູງສຸດ ກອງທັບມຽນມາ ເຂົ້າຮ່ວມດ້ວຍນັ້ນ ປະກອບດ້ວຍການຢຸດຢັ້ງການໃຊ້ຄວາມຮຸນແຮງໃນທັນທີ ການຈັດໃຫ້ທຸກຝ່າຍທີ່ກ່ຽວຂ້ອງເຈລະຈາກັນຢ່າງສັນຕິ ການໃຫ້ຜູ້ແທນພິເສດຂອງອາຊຽນເປັນຜູ້ປະສານງານການເຈລະຈາ ການຊ່ວຍເຫຼືອດ້ານມະນຸດສະທຳໃນມຽນມາຜ່ານສູນປະສານກ່ຽວກັບການຈັດການໄພພິບັດຂອງອາຊຽນ ແລະການອະນຸຍາດໃຫ້ຄະນະຜູ້ແທນພິເສດອາຊຽນສາມາດພົບປະກັບທຸກຝ່າຍທີ່ກ່ຽວຂ້ອງໃນມຽນມາໄດ້ ຢ່າງອິດສະຫຼະ ຊຶ່ງບໍ່ສາມາດປະຕິ ບັດໄດ້ເລີຍຈົນເຖິງປັດຈຸບັນນີ້.

ສ່ວນທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະ ຊວງການຕ່າງປະເທດ ຖະແຫລງວ່າ ລັດຖະບານລາວ ຈະນຳໃຊ້ໂອກາດທີ່ເປັນປະທານອາຊຽນ ໃນປີ 2024 ໃຫ້ເກີດໝາກຜົນຂອງການພົວພັນ-ຮ່ວມມືໃຫ້ໄດ້ຢ່າງເປັນຮູບປະທຳ ເພາະການເປັນປະທານອາຊຽນ ຄືໂອກາດທີ່ລາວ ຈະໄດ້ເສີມສ້າງບົດບາດໃນລະດັບສາກົນຫຼາຍຂຶ້ນ ອັນຮວມເຖິງການໂຄສະນາແນວທາງ-ນະໂຍບາຍ ແລະການພັດທະນາລາວ ໄປສູ່ການຮັບຮູ້ຂອງສາກົນດ້ວຍນັ້ນ ດັ່ງທີ່ທ່ານສະເຫຼີມໄຊ ໄດ້ຖະແຫລງໃຫ້ການຢືນຢັນວ່າ:

“ການເປັນປະທານອາຊຽນຂອງພວກເຮົາ ເປັນໂອກາດທີ່ພວກເຮົາຈະສ້າງບົດບາດຢູ່ໃນເວທີພາກພື້ນແລະສາກົນ ເພາະວ່າການເປັນປະທານອາຊຽນ ແມ່ນການປະກອບສ່ວນຢ່າງຫ້າວຫັນ ເຮັດແນວໃດ ພວກເຮົາຈະນຳພາອາຊຽນ ສືບຕໍ່ສ້າງປະຊາຄົມອາຊຽນ ໃຫ້ມັນໄດ້ເປັນຮູບປະທຳ ຖ້າວ່າ ພວກເຮົາສາມາດນຳພາອາຊຽນໃຫ້ບັນລຸອັນໃດອັນນຶ່ງທີ່ເຫັນເປັນປະຈັກຕາ ອັນນີ້ ກໍຈະສະແດງໃຫ້ເຫັນເຖິງວ່າ ພວກເຮົາຈະໄດ້ຮັບບົດບາດທີ່ໂດດເດັ່ນໃນການເປັນປະທານອາຊຽນ ນອກຈາກນັ້ນ ພວກເຮົາກໍຈະຖືເອົາກາລະໂອກາດດັ່ງກ່າວນີ້ ໃນການໂຄສະນານະໂຍບາຍຂອງພັກແລະລັດເຮົາ.”

ພ້ອມກັນນີ້ ລັດຖະບານລາວ ກໍຍັງຈະໃຊ້ໂອກາດການເປັນປະທານອາຊຽນ ໃນການໂຄສະນາປີການທ່ອງທ່ຽວລາວ 2024 ຊຶ່ງວາງເປົ້າໝາຍຈະດຶງດູດນັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ 2.7 ລ້ານຄົນ ແລະສ້າງລາຍຮັບໃຫ້ໄດ້ໃນມູນຄ່າ 400 ລ້ານໂດລາໃນຕະຫຼອດປີ 2024 ແລະເພື່ອທີ່ຈະເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງ ຈຶ່ງຕ້ອງການງົບປະມານສຳລັບນຳໃຊ້ເຂົ້າໃນການພັດທະນາສິ່ງອຳນວຍຄວາມສະດວກຕ່າງໆ ໂດຍສະເພາະແມ່ນຖະໜົນແລະພື້ນຖານໂຄງລ່າງທີ່ຢູ່ໃນສະຖານທີ່ທ່ອງທ່ຽວນັ້ນ ກໍຄືພາກສ່ວນທີ່ຈະຕ້ອງໄດ້ຮັບການປັບປຸງຢ່າງຮີບດ່ວນທີ່ສຸດ ຫາກແຕ່ວ່າ ຈະຕ້ອງໄດ້ຮັບການສະໜັບສະໜຸນດ້ານງົບປະມານຈາກລັດຖະບານລາວ ຢ່າງພຽງພໍດ້ວຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG