ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

MRC ໝົດຂໍ້ສົງໄສ ກ່ຽວກັບ ໂຄງການກໍ່ສ້າງ ເຂື່ອນໄຊຍະບູລີ ແລ້ວ


ຝາກັນຕາຝັ່ງເຈື່ອນຢູ່ແຄມແມ່ນໍ້າຂອງທີ່ກໍາລັງຈະກໍ່ສ້າງເຂື່ອນໄຊຍະບູລີ ຢູ່ແມ່ນໍ້າຂອງໃນລາວ (ພາບຖ່າຍໂດຍ ອົງການ International Rivers ໃນວັນທີ 18 ມີນາ 2012)
ຝາກັນຕາຝັ່ງເຈື່ອນຢູ່ແຄມແມ່ນໍ້າຂອງທີ່ກໍາລັງຈະກໍ່ສ້າງເຂື່ອນໄຊຍະບູລີ ຢູ່ແມ່ນໍ້າຂອງໃນລາວ (ພາບຖ່າຍໂດຍ ອົງການ International Rivers ໃນວັນທີ 18 ມີນາ 2012)
ລັດຖະມົນຕີລາວຢືນຢັນວ່າປະເທດສະມາຊິກຂອງຄະນະກໍາ
ມາທິການແມ່ນໍ້າຂອງ (MRC) ໝົດຂໍ້ສົງໄສແລະ ບໍ່ຄັດຄ້ານ
ໂຄງການກໍ່ສ້າງເຂື່ອນໄຊຍະບູລີ ເທິງແມ່ນໍ້າຂອງໃນລາວແລ້ວ.

ທ່ານວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະ
ລັງງານ ແລະບໍ່ແຮ່ ໄດ້ໃຫ້ການຢືນຢັນເມື່ອບໍ່ດົນມານີ້ວ່າ ທາງ
ການລັດຖະບານຫວຽດນາມ ກໍາປູເຈຍ ແລະໄທ ຊຶ່ງເປັນປະ
ເທດສະມາຊິກໃນຄະນະກໍາມາທິການແມ່ນໍ້າຂອງ MRC ຮ່ວມ
ກັນກັບ ສປປ.ລາວ ນັ້ນ ໄດ້ໝົດຂໍ້ສົງໄສ ແລະບໍ່ໄດ້ສະແດງການ
ຄັດຄ້ານຕໍ່ໂຄງການກໍ່ສ້າງເຂື່ອນໄຊຍະບູລີ ເທິງແມ່ນໍ້າຂອງໃນ
ລາວອີກຕໍ່ໄປແລ້ວ ເນື່ອງຈາກວ່າ ທາງການລັດຖະບານທັງ 3
ປະເທດດັ່ງກ່າວນີ້ ຕ່າງກໍມີຄວາມເພິ່ງພໍໃຈ ໃນມາດຕະການປ້ອງກັນບັນຫາຜົນກະທົບ
ຕໍ່ສັງຄົມ ແລະສິ່ງແວດລ້ອມທໍາມະຊາດ ທີ່ທາງການລາວກັບກຸ່ມລົງທຶນໃນໂຄງການໄດ້
ນໍາສະເໜີຕໍ່ສະພາຄະນະມົນຕີຂອງ MRC ໄປແລ້ວນັ້ນ ດັ່ງທີ່ທ່ານວີຣະພົນ ໄດ້ໃຫ້ການ
ຊີ້ແຈງວ່າ:

ປະເທດສະມາຊິກອົງການແມ່ນໍ້າຂອງນີ້ ເວົ້າດ້ວຍຫຼັກການແລ້ວເພີ່ນກໍບໍ່ຂັດ ຂ້ອງຕໍ່ການພັດທະນາໂຄງການໄຊຍະບູລີເພາະວ່າ ເພິ່ນໄດ້ເຂົ້າໃຈແລ້ວວ່າ ລາວເຮົານີ້ໄດ້ປັບປຸງການອອກແບບເຂື່ອນເພື່ອແກ້ໄຂບັນດາຜົນກະທົບ
ຕ່າງໆ ຖືວ່າບໍ່ຂໍ້ຂັດຂ້ອງແລ້ວເພີ່ມມີແຕ່ຮຽກຮ້ອງວ່າຢາກໃຫ້ຝ່າຍລາວນີ້ຕິດ
ຕາມສືບຕໍ່ຄວບຄຸມການກໍ່ສ້າງຈັດຕັ້ງປະຕິບັດນີ້ໃຫ້ມັນໄດ້ຕາມມາດ
ຕະຖານຕາມທີ່ ການອກແບບຫັ້ນ.”


ພາບຈໍາລອງເຂື່ອນໄຊຍະບູລີເທິງແມ່ນໍ້າຂອງຢູ່ຝັ່ງລາວ
ພາບຈໍາລອງເຂື່ອນໄຊຍະບູລີເທິງແມ່ນໍ້າຂອງຢູ່ຝັ່ງລາວ

ການຢືນຢັນດັ່ງກ່າວນີ້ຂອງທ່ານວີລະພົນ ນັບໄດ້ວ່າສອດຄ່ອງ
ກັນກັບຖະແຫຼງການຂອງກຸ່ມລົງທຶນໃນໂຄງການເຂື່ອນໄຊຍະບູ
ລີໂດຍສະເພາະແມ່ນນັບຈາກທີ່ໄດ້ມີການວາງສະລາເລີກ ເພື່ອ
ເລີ່ມລົງມືກໍ່ສ້າງເຂື່ອນໄຊຍະບຸລີຢ່າງເປັນທາງການເມື່ອວັນທີ 7
ພະຈິກ 2012 ເປັນຕົ້ນມາ ແລະເຖິງແມ່ນວ່າ ໂຄງການເຂື່ອນ
ໄຊຍະບູລີ ຈະຍັງຄົງຖືກຄັດຄ້ານຈາກບັນດາອົງການອະນຸລັກ
ສິ່ງແວດລ້ອມທໍາມະຊາດທັງໃນໄທ ແລະໃນລະດັບສາກົນ ຢູ່
ເລື້ອຍມາກໍຕາມ ຫາກແຕ່ດ້ວຍການສຶກສາເພື່ອປ້ອງກັນຜົນກະ
ທົບຕໍ່ສັງຄົມແລະສິ່ງແວດລ້ອມ ລວມເຖິງການອອກແບບກໍ່
ສ້າງທີ່ໄດ້ມາດຕະຖານສາກົນໃນທຸກດ້ານ ຈຶ່ງເຮັດໃຫ້ກຸ່ມລົງທຶນໃນໂຄງການມີຄວາມ
ໝັ້ນໃຈ ແລະພ້ອມທີ່ຈະຕອບບັນດາຂໍ້ສົງໄສຂອງທຸກພາກສ່ວນຈາກທົ່ວໂລກອີກດ້ວຍ.

ທັງນີ້ໂດຍທ່ານເຣວັດ ສຸວັນນະກິດຕິ ຮອງຜູ້ຈັດການດ້ານເທກນິກຂອງບໍລິສັດໄຊຍະບູລີ
ພາວເວີຈໍາກັດ ຊຶ່ງເປັນຜູ້ລົງທຶນໃນໂຄງການເຂື່ອນໄຊຍະບູລີນັ້ນ ໄດ້ໃຫ້ການຢືນຢັນວ່າ
ການດໍາເນີນງານໃນໂຄງການນັບແຕ່ການວາງສີລາ ເລີກເປັນຕົ້ນມາຈົນເຖິງຂະນະນີ້
ໄດ້ເປັນໄປຕາມແຜນການທີ່ວາງໄວ້ໃນທຸກດ້ານ ຈຶ່ງໝັ້ນໃຈວ່າ ການກໍ່ສ້າງເຂື່ອນໄຊຍະ
ບູລີຈະສໍາເລັດໃນປີ 2019 ຢ່າງແນ່ນອນ.

ປະຊາຊົນໄທທໍາການປະທ້ວງເພື່ອຕໍ່ຕ້ານການສ້າງເຂື່ອນໄຊຍະບູລີ
ປະຊາຊົນໄທທໍາການປະທ້ວງເພື່ອຕໍ່ຕ້ານການສ້າງເຂື່ອນໄຊຍະບູລີ

ການຖະແຫຼງຢືນຢັນດັ່ງກ່າວນີ້ຂອງທ່ານເຣວັດ ໄດ້ມີຂຶ້ນພາຍຫຼັງ
ຈາກທີ່ ທ່ານນາງພຽນພອນ ດີເທດ ຜູ້ປະສານງານຂອງອົງການ
ແມ່ນໍ້າຂອງສາກົນ International River ປະຈໍາປະເທດໄທ ໄດ້
ໃຫ້ການຢືນຢັນວ່າ ບັນດາອົງການອະນຸລັກສິ່ງແວດລ້ອມທໍາມະ
ຊາດທັງໃນລຸ່ມແມ່ນໍ້າຂອງ ແລະໃນລະດັບສາກົນ ຊຶ່ງລວມເຖິງ
ເຄືອຂ່າຍປະຊາຊົນໄທເພື່ອການອະນຸລັກແມ່ນໍ້າຂອງອີກດ້ວຍນັ້ນ ໄດ້ຕຽມການເຄື່ອນໄຫວ ເພື່ອຄັດຄ້ານໂຄງການກໍ່ສ້າງເຂື່ອນເທິງ ແມ່ນໍ້າຂອງອີກເທື່ອໃໝ່ ໂດຍມີເປົ້າໝາຍຈະຊຸກຍູ້ໃຫ້ບັນຫາຂັດ
ແຍ້ງ ກ່ຽວກັບການກໍ່ສ້າງເຂື່ອນເທິງແມ່ນໍ້າຂອງໃຫ້ເປັນປະເດັນ
ບັນຫາໃນລະດັບພູມີພາກຂອງອາຊ່ຽນ.

ທັງນີ້ໂດຍທ່ານນາງພຽນພອນ ໄດ້ໃຫ້ການອະທິບາຍວ່າສາເຫດທີ່ເຮັດໃຫ້ຕ້ອງມີການຍົກ
ລະດັບຂອງການເຄື່ອນໄຫວຈາກສະເພາະໃນເຂດລຸ່ມແມ່ນໍ້າຂອງໄປສູ່ລະດັບອາຊ່ຽນ
ນັ້ນ ກໍຍ້ອນວ່າການເຈລະຈາຕໍ່ຮອງຜົນປະໂຫຍດຕ່າງໆ ຕາມການຕົກລົງວ່າດ້ວຍການໃຊ້
ປະໂຫຍດຈາກແມ່ນໍ້າຂອງລະຫວ່າງລາວ ໄທ ກໍາປູເຈຍ ແລະຫວຽດນາມ ຫຼືຄະນະກໍາ
ມາທິການແມ່ນໍ້າຂອງ MRC ໂດຍທີ່ບໍ່ມີຈີນແລະມຽນມາຮ່ວມດ້ວຍນັ້ນ ຄືເປັນຈຸດອ່ອນທີ່
ສຸດ ເພາະນອກ ຈາກຈະບໍ່ສາມາດເຈລະຈາຕໍ່ຮອງກັບຈີນກ່ຽວກັບແຜນການກໍ່ສ້າງເຂື່ອນ
ເທິງແມ່ນໍ້າຂອງຈີນໄດ້ແລ້ວ ຂໍ້ຕົກລົງດັ່ງກ່າວກໍຍັງບໍ່ສາມາດທີ່ຈະບັງຄັບໃຊ້ກັບປະເທດ
ສະມາຊິກຂອງ MRC ໄດ້ຢ່າງແທ້ຈິງອີກດ້ວຍ.

ກໍລະນີທີ່ສາມາດສະທ້ອນໃຫ້ເຫັນບັນຫາດັ່ງກ່າວນີ້ໄດ້ຢ່າງຊັດເຈນທີ່ສຸດກໍຄືການກໍ່ສ້າງ
ເຂື່ອນໄຊຍະບຸລີໃນລາວທີ່ຍັງບໍ່ໄດ້ຮັບສັນທາມະຕິຈາກປະເທດສະມາຊິກດ້ວຍກັນແຕ່ຢ່າງ
ໃດ ແຕ່ກໍປາກົດວ່າທາງການລາວແລະກຸ່ມລົງທຶນ ໃນໂຄງການກໍໄດ້ເລີ່ມລົງມືກໍ່ສ້າງຢ່າງ
ເປັນທາງການນັບຕັ້ງແຕ່ທ້າຍປີທີ່ຜ່ານມາແລ້ວ ດ້ວຍເຫດນີ້ຈຶ່ງເຮັດໃຫ້ເຄືອຂ່າຍອົງ
ການອະນຸລັກໄດ້ຕັດສິນໃຈທີ່ຈະຍົກລະດັບການເຄຶ່ອນໄຫວຈາກລຸ່ມແມ່ນໍ້າຂອງໄປສູ່
ລະດັບອາຊ່ຽນ ໂດຍທີ່ຈະໃຊ້ໂຄງການເຂື່ອນໄຊຍະບູລີເປັນກໍລະນີຕົວຢ່າງນັ້ນເອງ.
XS
SM
MD
LG