ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຢືນຢັນວ່າ ການລົງທຶນ ຂອງກຸ່ມບໍລິສັດ ຈີນ ໃນລາວ ມີມູນຄ່າລວມ ກວ່າ 10 ຕື້ໂດລາ


ພິທີລົງນາມ ສັນຍາ ການກໍ່ສ້າງເຂື່ອນໄຟຟ້າ ນໍ້າອູ ທີ່ລົງທຶນກໍ່ສ້າງ ໂດຍກຸ່ມບໍລິສັດລົງທຶນ ຈາກຈີນ
ພິທີລົງນາມ ສັນຍາ ການກໍ່ສ້າງເຂື່ອນໄຟຟ້າ ນໍ້າອູ ທີ່ລົງທຶນກໍ່ສ້າງ ໂດຍກຸ່ມບໍລິສັດລົງທຶນ ຈາກຈີນ

ລັດຖະມົນຕີລາວ ຢືນຢັນວ່າ ການລົງທຶນຂອງບັນດາບໍລິສັດຈີນໃນລາວ ມີມູນຄ່າລວມ
ຫຼາຍກວ່າ 10,000 ລ້ານໂດລາ ໃນຈຳນວນ 700 ກວ່າໂຄງການ ແລະລັດຖະບານລາວ
ຍັງຈະສົ່ງເສີມໃຫ້ລົງທຶນເພີ່ມຂຶ້ນ ຢ່າງຕໍ່ເນື່ອງ.

ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານແລະບໍ່ແຮ່ ຢືນຢັນ
ວ່າ ບັນດາບໍລິສັດ ຈາກຈີນມີມູນຄ່າການລົງທຶນສະສົມໃນລາວເກີນກວ່າ 10,000 ລ້ານ
ໂດລາ ແລ້ວໃນປັດຈຸບັນ ໂດຍຖືເປັນຜູ້ລົງທຶນອັນດັບ 1 ທີ່ມີການລົງທຶນໃນລາວຫຼາຍ
ກວ່າ 700 ໂຄງການ ແລະຍັງມີທ່າອຽງ ທີ່ຈະເພີ່ມຂຶ້ນນັບມື້ອີກດ້ວຍ ຊຶ່ງກໍເປັນຍ້ອນ
ການພົວພັນໃນຖານະຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງລາວກັບຈີນ ນັບແຕ່
ປີ 2009 ເປັນຕົ້ນມາ ທັງລັດຖະບານລາວ ກໍຖືວ່າ ຈີນ ເປັນແບບຢ່າງຂອງການພັດ
ທະນາລາວ ອີກດ້ວຍ ດັ່ງທີ່ທ່ານຄຳມະນີ ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາຮັບຮູ້ວ່າ ສປ ຈີນ ແມ່ນປະເທດທີ່ມີພື້ນຖານ ທີ່ເຂັ້ມແຂງທາງດ້ານ
ເສດຖະກິດ ມີທຶນຮອນ ມີເທັກນິກ-ວິຊາການທີ່ຫລວງຫລາຍ ແລະມີບົດຮຽນ
ໃນການພັດທະນາ ການດຳເນີນທຸລະກິດດ້ານຕ່າງໆທີ່ດີ ແລະມີປະສົບການ
ໃນການພັດທະນາການລົງທຶນໃນຫຼາຍດ້ານ ດັ່ງນັ້ນ ໃນຕໍ່ໜ້ານີ້ ສປປ ລາວ
ພະຍາຍາມສຸດຂີດໃນການຍູ້ແຮງການພັດທະນາ ການພົວພັນຮ່ວມມືກັບ ສປ
ຈີນ ເພື່ອສ້າງເງື່ອນໄຂສິ່ງແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການພັດທະນາ
ແລະການສ້າງຄວາມປ່ຽນແປງທາງດ້ານເສດຖະກິດ ໄປຕາມທິດພັດທະນາ
ແບບຍືນຍົງ.”

ໂດຍຫລ້າສຸດ ກອງປະຊຸມເປີດກວ້າງຂອງຄະນະລັດຖະບານລາວ ຄັ້ງທີ 1 ປະຈຳປີ
2017 ໃນເດືອນກັນຍາຜ່ານມາ ກໍໄດ້ມີມະຕິຕົກລົງ ອະນຸຍາດ ໃຫ້ກຸ້ມບໍລິສັດກວາງຕຸ້ງ
-ແມ່ນ້ຳເຫລືອງອຸດສາຫະກຳ ຈຳກັດ ຈາກຈີນ ເປັນຜູ້ຮັບຜິດຊອບ ໃນການສຶກສາຄວາມ
ເປັນໄປໄດ້ ຂອງໂຄງການພັດທະນາເຂດເສດຖະກິດພິເສດ ຄອນພະເພັງ-ດອນໂຂງ
ທີ່ເມືອງໂຂງ ແຂວງຈຳປາສັກ ໂດຍການສຶກສາຄວາມເປັນໄປໄດ້ຂອງໂຄງການ ທີ່
ຮວມເຖິງ ການກຳນົດເຂດ ແລະການອອກແບບພັດທະນາເຂດຕ່າງໆ ດ້ວຍນັນ
ຈະແລ້ວເສັດພາຍໃນປີ 2018.

ກອງປະຊຸມ ວ່າດ້ວຍການທ່ອງທ່ຽວ ຢູ່ໃນເຂດທ່ອງທ່ຽວທຳມະຊາດ ຄອນພະເພັງ-ດອນໂຂງ ໃນແຂວງຈຳປາສັກ
ກອງປະຊຸມ ວ່າດ້ວຍການທ່ອງທ່ຽວ ຢູ່ໃນເຂດທ່ອງທ່ຽວທຳມະຊາດ ຄອນພະເພັງ-ດອນໂຂງ ໃນແຂວງຈຳປາສັກ

ໂດຍອີງຕາມແຜນການ ຂອງກຸ່ມບໍລິສັດກວາງຕຸ້ງ-ແມ່ນ້ຳເຫລືອງຈຳກັດ ກໍໄດ້ລະບຸວ່າ
ເຂດເສດຖະກິດພິເສດຄອນພະເພັງ-ດອນໂຂງ ຈະເປັນເຂດເສດຖະກິດພິເສດຂະໜາດ
ໃຫຍ່ທີ່ສຸດໃນລາວ ເພາະວ່າ ຈະມີພື້ນທີ່ສຳປະທານກວ້າງ 7,000 ເຮັກຕາ ທີ່ຈະພັດ
ທະນາໃຫ້ເປັນເມືອງໃໝ່ ທີ່ທັນສະໄໝ ທີ່ມີສິ່ງອຳນວຍຄວາມສະດວກ ແລະບໍໍລິການ
ຕ່າງໆຢ່າງຄົບຊຸດ ເຊັ່ນ ໂຮງແຮມ ສູນການຄ້າ ຮ້ານອາຫານ ສະຖານບັນເທີງ ແລະ
ກິດຈະກຳຕ່າງໆ ທີ່ກ່ຽວຂ້ອງກັບການທ່ອງທ່ຽວທັງດ້ານສິນລະປະ ວັດທະນະທຳ
ປະວັດສາດ ແລະທຳມະຊາດໃນແມ່ນ້ຳຂອງ ຊຶ່ງຄາດວ່າ ຈະຕ້ອງໃຊ້ເງິນລົງທຶນສູງ
ເຖິງ 10,000 ລ້ານໂດລາ ໂດຍເຂດເມືອງໃໝ່ ຈະຮອງຮັບພົນລະເມືອງໄດ້ເຖິງ 8 ແສນ
ຄົນ ແລະຮອງຮັບນັກທ່ອງທ່ຽວໄດ້ 1 ລ້ານ 2 ແສນກວ່າຄົນຕໍ່ປີ.

ທັງນີ້ ລັດຖະບານລາວ ໄດ້ສ້າງຕັ້ງເຂດເສດຖະກິດພິເສດ ແລະເຂດເສດຖະກິດ
ສະເພາະແລ້ວ 12 ແຫ່ງ ໂດຍມີ 351 ບໍລິສັດທີ່ມີມູນຄ່າ ການລົງທຶນລວມ ຫຼາຍກວ່າ
8,000 ລ້ານໂດລາ ໃນນີ້ ໄດ້ນຳເງິນທຶນເຂົ້າມາໃນລາວແລ້ວ 1,600 ລ້ານໂດລາ
ທີ່ລວມເຖິງ 234 ບໍລິສັດຈາກຈີນດ້ວຍ ຈຶ່ງຖືເປັນກຸ່ມລົງທຶນລາຍໃຫຍ່ທີ່ສຸດ ແລະມີ
ການຈ້າງງານຫຼາຍກວ່າ 22,000 ຕຳແໜ່ງອີກດ້ວຍ.

ໂຄງການພັດທະນາເຂດເສດຖະກິດ ພິເສດ ສາມຫລ່ຽມຄຳ ຢູ່ແຂວງບໍ່ແກ້ວ ທີ່ລົງທຶນໂດຍ ກຸ່ມບໍລິສັດດອກງິ້ວຄຳ ຈາກຈີນ
ໂຄງການພັດທະນາເຂດເສດຖະກິດ ພິເສດ ສາມຫລ່ຽມຄຳ ຢູ່ແຂວງບໍ່ແກ້ວ ທີ່ລົງທຶນໂດຍ ກຸ່ມບໍລິສັດດອກງິ້ວຄຳ ຈາກຈີນ

ແຕ່ຢ່າງໃດກໍຕາມ ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີວ່າການ ກະຊວງແຮງງານ
ແລະສະຫວັດດີກາານສັງຄົມ ກໍຍອມຮັບວ່າ ໂຄງການພັດທະນາເຂດເສດຖະກິດ
ພິເສດ ສາມຫລ່ຽມຄຳ ຢູ່ແຂວງບໍ່ແກ້ວ ທີ່ລົງທຶນໂດຍກຸ່ມບໍລິສັດດອກງິ້ວຄຳ ຈາກຈີນ
ບໍ່ສາມາດສ້າງວຽກເຮັດງານທຳ ໃຫ້ກັບປະຊາຊົນລາວ ໃນທ້ອງຖິ່ນໄດ້ຢ່າງທີ່ຄວນ
ເພາະການຈ້າງງານສ່ວນໃຫຍ່່ ໃນເຂດນີ້ ຍັງເປັນການຈ້າງຄົນຈີນດ້ວຍກັນ.

ຍິ່ງໄປກວ່ານັ້ນ ຜົນການກວດສອບການດຳເນີນງານ ຂອງຜູ້ລົງທຶນໃນເຂດເສດຖະກິດ
ພິເສດ ສາມຫລ່ຽມຄຳ ໃນລະຍະຜ່ານມາ ກໍຍັງພົບວ່າ ໄດ້ມີການຈ່າຍຄ່າຊົດເຊີຍຢ່າງ
ບໍ່ເປັນທຳ ໃຫ້ກັບປະຊາຊົນລາວທີ່ຖືກເວນຄືນທີ່ດິນໄປໃຫ້ໂຄງການ ທັງຍັງປາກົດວ່າ
ມີປະຊາຊົນຈຳນວນນຶ່ງ ຍັງບໍ່ໄດ້ຮັບການຊົດເຊີຍເລຍ ນັບແຕ່ທີ່ດິນຂອງພວກເຂົາເຈົ້າ
ໄດ້ຖືກເວນຄືນ ໄປໃຫ້ໂຄງການດັ່ງກ່າວ.

ສ່ວນອົງການແມ່ນ້ຳສາກົນ (International Rivers) ກໍສຳຫລວດພົບວ່າ ປະຊາຊົນ
ລາວ ໃນ 89 ບ້ານ ທັງໃນແຂວງຜົ້ງສາລີ ອຸດົມໄຊ ແລະ ຫລວງພະບາງ ທີ່ຈະຖືກ
ກະທົບຈາກເຂື່ອນນ້ຳອູ ທັງ 7 ໂຄງການ ທີ່ລົງທຶນໂດຍບໍລິສັດ ພາວເວີ້ ຊຈາຍນາ
(Power China) ຈາກຈີນ ໃນມູນຄ່າລວມ 2,800 ລ້ານໂດລາ ແລະມີກຳລັງຕິດຕັ້ງ
ລວມ 1,272 ເມກາວັດ ທີ່ຈະຂາຍໃຫ້ລັດວິສາຫະກິດໄຟຟ້າລາວ ເປັນເວລາ 29 ປີ
ນັບຈາກປີ 2020 ເປັນຕົ້ນໄປ ຫາກແຕ່ວ່າ ປະຊາຊົນລາວ ທີ່ຖືກກະທົບນັ້ນ ກັບຍັງ
ບໍ່ໄດ້ຮັບການຊົດເຊີຍ ຢ່າງຍຸຕິທຳແຕ່ຢ່າງໃດ.

XS
SM
MD
LG