ລິ້ງ ສຳຫລັບເຂົ້າຫາ

logo-print

ລມຕ ລາວ ຍອມຮັບວ່າ ລາຄານ້ຳມັນ ທີ່ສູງຂຶ້ນ ເຮັດໃຫ້ ທຶນສຳຮອງ ເງິນຕາຕ່າງປະເທດ ລົດລົງ


ການປັບຂຶ້ນລາຄານ້ຳມັນເຊື້ອໄຟ ໃນຕະຫຼາດໂລກ ຖື ເປັນປັດໄຈສຳຄັນ ທີ່ເຮັດໃຫ້ທຶນສຳຮອງ ເງິນຕາຕ່າງປະເທດ ຂອງລາວ ລົດລົງເຫຼືອໜ້ອຍກວ່າ 1,000 ລ້ານໂດລາ ໃນປັດຈຸບັນ.

ລັດຖະມົນຕີລາວ ຍອມຮັບວ່າ ການປັບຂຶ້ນລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກ ຖື
ເປັນປັດໄຈສຳຄັນ ທີ່ເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ລົດລົງເຫຼືອ
ໜ້ອຍກວ່າ 1,000 ລ້ານໂດລາ ໃນປັດຈຸບັນ.

ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ຢືນ
ຢັນວ່າ ໃນໄລຍະເກືອບ 10 ເດືອນທີ່ຜ່ານມານີ້ ລັດຖະບານລາວ ໄດ້ປັບລາຄາຈຳ
ໜ່າຍນ້ຳມັນເຊື້ອໄຟ ເຖິງ 11 ຄັ້ງ ດ້ວຍກັນ ໃນນີ້ ເປັນການປັບລົດລາຄາພຽງຄັ້ງດຽວ
ສ່ວນ 10 ຄັ້ງ ເປັນການປັບຂຶ້ນລາຄາ ຊຶ່ງຮວມເຖິງຄັ້ງຫຼ້າສຸດ ທີ່ໄດ້ມີການປັບຂຶ້ນລາ
ຄານ້ຳມັນເຊື້ອໄຟນັບແຕ່ ວັນທີ 4 ຕຸລາ 2018 ເປັນຕົ້ນມາ ໂດຍເປັນການປັບຂຶ້ນຕາມ
ລາຄານ້ຳມັນໃນຕະຫຼາດໂລກ ເພາະວ່າ ລາວ ຕ້ອງນຳເຂົ້ານ້ຳມັນເຊື້ອໄຟຈາກຕ່າງ
ປະເທດທັງ 100 ເປີເຊັນ ຂອງການຊົມໃຊ້ທັງໝົດນັ້ນເອງ.

ພະນັກງານບໍລິການ ຢູ່ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃນລາວ ກຳລັງ ຕື່ມນ້ຳມັນໃສ່ລົດຄັນນຶ່ງໃຫ້ລູກຄ້າ
ພະນັກງານບໍລິການ ຢູ່ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃນລາວ ກຳລັງ ຕື່ມນ້ຳມັນໃສ່ລົດຄັນນຶ່ງໃຫ້ລູກຄ້າ

ນອກຈາກນັ້ນ ການທີ່ເງິນກີບຂອງລາວ ຍັງບໍ່ສາມາດນຳໃຊ້ເພື່ອຊຳລະລາຄາສິນຄ້າ
ແລະນ້ຳມັນເຊື້ອໄຟທີ່ນຳເຂົ້າຈາກຕ່າງປະເທດໄດ້ ໃນປັດຈຸບັນ ຊຶ່ງເຮັດໃຫ້ຕ້ອງນຳ
ໃຊ້ເງິນຕາຕ່າງປະເທດ ເພື່ອຊຳລະລາຄາດັ່ງກ່າວນັ້ນ ກໍຍັງກະທົບຕໍ່ທຶນສຳຮອງເງິນ
ຕາຕ່າງປະເທດ ຂອງລັດຖະບານລາວດ້ວຍ ຮວມທັງ ຮັບປະກັນບໍ່ໄດ້ວ່າ ຈະບໍ່ມີການ
ປັບຂຶ້ນລາຄານ້ຳມັນອີກໃນມໍ່ໆນີ້ ດັ່ງທີ່ ທ່ານ ສົມຈິດ ຢືນຢັນວ່າ:

“ການນຳເຂົ້າ ມັນກະໄປກະທົບໃສ່ອັດຕາແລກປ່ຽນ ຄັນວ່າ ເຮົາມີເງິນຕາຕ່າງ
ປະເທດຫຼາຍ ມັນກະບໍ່ຫຍຸ້ງຍາກ ຖ້າວ່າເງິນຕາບໍ່ພໍ ກະການຈັດຊື້ ພວກເຮົາເອົາ
ເງິນກີບໄປຊື້ບໍ່ໄດ້ ເຮົາກໍຕ້ອງແລກເອົາເງິນດອນລາ ຫຼືວ່າ ເງິນບາດ ຈັ່ງຊັ້ນ ຖ້າວ່າ
ອັດຕາແລກປ່ຽນເໜັງຕີງ ມັນກະມາກະທົບໃສ່ລາຄາຄືກັນ ຖ້າຈະເວົ້າແລ້ວ ກະບໍ່
ແນ່ວ່າ ມັນຈະເປັນແນວໃດ ຖ້າວ່າ ລາຄານ້ຳມັນໂລກ ຫາກຍັງສືບຕໍ່ມີການເໜັງ
ຕີງ ມັນກະຕ້ອງມີການປັບໄປອີກ.”

ທາງດ້ານທ່ານລັດຕະນະໄຕ ຫຼວງລາດບັນດິດ ນັກເສດຖະສາດ ອາວຸໂສຂອງທະນາ
ຄານພັດທະນາເອເຊຍ (ADB) ປະຈຳ ສປປ ລາວ ຢືນຢັນວ່າ ການທີ່ລະບົບເສດຖະ
ກິດຂອງລາວ ໄດ້ເຊື່ອມໂຍງເຂົ້າກັບເສດຖະກິດໂລກໃນທຸກດ້ານ ໂດຍສະເພາະແມ່ນ
ດ້ານການຄ້າ ຂາອອກ-ຂາເຂົ້າ ທີ່ລາວ ກຳລັງປະເຊີນກັບການຂາດດຸນການຄ້າຕໍ່ຕ່າງ
ປະເທດນັ້ນ ກໍໄດ້ເປັນຜົນເຮັດໃຫ້ທຶນສຳຮອງ ເງິນຕາຕ່າງປະເທດຂອງລາວ ໄຫລ
ອອກໄປຕ່າງປະເທດຢ່າງຕໍ່ເນື່ອງ ຊຶ່ງບັນຫາທີ່ຕາມມາ ກໍຄືສະພາວະທາງເສດຖະກິດ
ແລະເງິນຕາທີ່ອ່ອນແອລົງນັ້ນເອງ ດັ່ງທີ່ ທ່ານ ລັດຕະນະໄຕ ຢືນຢັນວ່າ:

“ຍ້ອນວ່າ ໂລກທຸກມື້ນີ້ມັນມີການເຊື່ອມໂຍງກັນ ດ້ານເສດຖະກິດຢ່າງເລິກເຊິ່ງ
ຂຶ້ນກວ່າເກົ່າ ບໍ່ວ່າ ຈະດ້ານການສະໜອງ ດ້ານອຸປະທານ ຫຼື ອຸປະສົງ ມັນເຊື່ອມຕໍ່
ກັນໝົດ ມັນຈະສະແດງໃຫ້ເຫັນວ່າ ຖ້າທຶນອອກຈາກປະເທດກະທັນຫັນ ມັນຈະ
ເຮັດໃຫ້ຄວາມໝັ້ນຄົງຂອງເສດຖະກິດຂອງປະເທດນັ້ນ ເສຍຄວາມໝັ້ນຄົງຂອງ
ເສດຖະກິດໄປ ແລ້ວກະເຮັດໃຫ້ເງິນຕາຂອງປະເທດນັ້ນອ່ອນແອລົງ.”

ໃນຂະນະທີ່ ທ່ານ ສຸລິນທອນ ເລື່ອງຄຳສິງ ນັກວິຊາການດ້ານເສດຖະກິດ ຂອງທະນາ
ຄານພັດທະນາເອເຊຍ (ADB) ປະຈຳ ສປປ ລາວ ຢືນຢັນວ່າ ການຂາດດຸນການຄ້າ
ຕ່າງປະເທດຂອງລາວ ໃນປັດຈຸບັນບໍ່ພຽງແຕ່ຈະເຮັດໃຫ້ ເກີດບັນຫາການຕົກຕ່ຳລົງ
ຂອງຄ່າເງິນກີບ ແລະອັດຕາເງິນເຟີ້ ທີ່ປັບຕົວສູງຂຶ້ນເທົ່ານັ້ນ ຫາກແຕ່ຍັງໄດ້ສົ່ງຜົນ
ກະທົບເຖິງທຶນສຳຮອງເງິນຕາຕ່າງປະເທດຂອງລາວ ທີ່ມີທ່າອຽງລົດລົງຢ່າງຕໍ່ເນື່ອງ
ອີກດ້ວຍ.

ໂດຍເມື່ອສົມທົບກັບໄພນ້ຳຖ້ວມຄັ້ງໃຫຍ່ໃນທົ່ວປະເທດລາວ ນັບຈາກກາງ ເດືອນ
ກໍລະກົດ 2018 ເປັນຕົ້ນມາ ຊຶ່ງໄດ້ສົ່ງຜົນກະທົບຕໍ່ການຜະລິດໃນພາກກະສິກຳຂອງ
ລາວ ຢ່າງກວ້າງຂວາງດ້ວຍນັ້ນ ຍັງເຮັດໃຫ້ຄາດໝາຍໄດ້ວ່າ ການສົ່ງອອກສິນຄ້າ
ກະສິກຳຂອງລາວ ຈະລົດລົງໃນປີ 2018 ນີ້ ເຊັ່ນດຽວກັນກັບຜົນຜະລິດດ້ານການຂຸດ
ຄົ້ນແຮ່ທາດ ທີ່ຄາດວ່າ ຈະລົດລົງໃນອັດຕາສະເລ່ຍ 2 ເປີເຊັນ ທຽບໃສ່ກັບປີ 2017
ໃນຂະນະທີ່ການນຳເຂົ້າສິນຄ້າຈາກຕ່າງປະເທດ ຍັງສືບຕໍ່ເພີ້ມຂຶ້ນ ຈຶ່ງເຮັດໃຫ້ສາມາດ
ຄາດໝາຍໄດ້ວ່າ ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ຈະລົດລົງເຫຼືອຕ່ຳກວ່າ
1,000 ລ້ານໂດລາ ຫຼື ເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດ ໄດ້ພຽງເດືອນເຄິ່ງ
ເທົ່ານັ້ນ ທັງຍັງຈະລົດຕ່ຳລົງເລື້ອຍໆອີກດ້ວຍ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG