ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ກໍາມາທິການ ແມ່ນໍ້າຂອງລາວ ແລະແມ່ນໍ້າ Mississippi ສຫລ ແລກປ່ຽນ ປະສົບປະການ ນໍາກັນ


ປະຊາຊົນໄທປະທ້ວງ ຕໍ່ການສ້າງເຂື່ອນໄຊຍະບູລີ
ປະຊາຊົນໄທປະທ້ວງ ຕໍ່ການສ້າງເຂື່ອນໄຊຍະບູລີ
ອົງການແມ່ນໍ້າຂອງແຫ່ງຊາດລາວ ແລກປ່ຽນປະສົບການ
ໃນການຄຸ້ມຄອງຊັບພະຍາກອນນໍ້າກັບຄະນະກໍາມາທິການ
ແມ່ນໍ້າ Mississippi ຂອງສະຫະລັດເພື່ອນໍາໃຊ້ປະໂຫຍດ
ຢ່າງຍືນຍົງ.

ການພົບປະເພື່ອແລກປ່ຽນປະສົບການໃນການຄຸ້ມຄອງຊັບ
ພະຍາກອນນໍ້າ ລະຫວ່າງຄະນະຜູ້ແທນອົງການແມ່ນໍ້າຂອງ
ແຫ່ງຊາດຂອງສປປ ລາວ ກັບ ຄະນະຜູ້ແທນຂອງຄະນະກໍາ
ມາທິການແມ່ນໍ້າ Mississippi ຈາກສະຫະລັດ ອາເມຣິກາ ໄດ້ມີຂຶ້ນເມື່ອບໍ່ດົນມານີ້ຢູ່ນະຄອນວຽງຈັນ ໂດຍມີທ່ານວີລະພົນ
ວີລະວົງ ຮອງປະທານອົງການແມ່ນໍ້າຂອງແຫ່ງຊາດ ແລະລັດ
ຖະມົນຕີຊ່ວຍວ່າການກະຊວງພະລັງງານແລະບໍ່ແຮ່ ເປັນຫົວໜ້າ ຄະນະຝ່າຍລາວກັບພົນຕີ John W. Peabody ປະທານຄະນະກໍາມາທິການແມ່ນໍ້າ Mississippi ເປັນຫົວໜ້າຄະນະຝ່າຍສະຫະລັດ.
ກອງປະຊຸມຄຸ້ມຄອງນໍ້າ ທີ່ຈັດຂຶ້ນຮ່ວມກັນລະຫວ່າງລາວ ແລະສະຫະລັດ
ກອງປະຊຸມຄຸ້ມຄອງນໍ້າ ທີ່ຈັດຂຶ້ນຮ່ວມກັນລະຫວ່າງລາວ ແລະສະຫະລັດ

ເປົ້າໝາຍສໍາຄັນທີ່ສຸດຂອງການພົບປະແລກປ່ຽນປະສົບ
ການໃນຄັ້ງນີ້ ແລະກໍຖືເປັນການພົບປະຄັ້ງທໍາອິດລະຫວ່າງ
ທາງການລາວກັບສະຫະລັດນັບຕັ້ງແຕ່ທີ່ໄດ້ມີການຕົກລົງ
ຮ່ວມມືລະຫວ່າງລຸ່ມແມ່ນໍ້າຂອງກັບລຸ່ມແມ່ນໍ້າ Mississippi
ເມື່ອ 2 ປີກ່ອນ ກໍຄືການເສີມສ້າງຄວາມຮ່ວມມືເພື່ອການນໍາ ໃຊ້ຊັບພະຍາກອນນໍ້າຢ່າງຍືນຍົງ ໂດຍເຖິງແມ່ນວ່າລຸ່ມແມ່ນໍ້າ
ທັງສອງຈະມີສະພາບແວດລ້ອມທໍາມະຊາດທີ່ແຕກຕ່າງກັນ
ກໍຕາມ ຫາກແຕ່ຫົວໜ້າຄະນະຝ່າຍສະຫະລັດ ກໍໄດ້ຢືນຢັນວ່າ
ທັງສອງຝ່າຍສາມາດທີ່ຈະຮຽນຮູ້ປະສົບການລະຫວ່າງກັນໄດ້ ໂດຍສະເພາະແມ່ນໃນດ້ານການບໍລິຫານ ແລະຈັດການຊັບ ພະຍາກອນນໍ້າຢ່າງມີປະສິດທິພາບນັ້ນ.

ທາງດ້ານທ່ານວີລະພົນ ກໍຢືນຢັນວ່າລັດຖະບານລາວໄດ້ໃຫ້ຄວາມສໍາຄັນຢ່າງຍິ່ງໃນ
ການພັດທະນາທີ່ຍືນຍົງ ຊຶ່ງຈະເຫັນໄດ້ຈາກການທີ່ສາມາດເຮັດ ໃຫ້ທາງການລັດຖະ
ບານຫວຽດນາມ ກໍາປູເຈຍ ແລະໄທ ທີ່ເປັນປະເທດສະມາຊິກໃນຄະນະກໍາມາທິການ
ແມ່ນໍ້າຂອງ (MRC) ຮ່ວມກັນກັບລາວນັ້ນ ໄດ້ໝົດຂໍ້ສົງໄສ ແລະບໍ່ໄດ້ສະແດງການ
ຄັດຄ້ານຕໍ່ການກໍ່ສ້າງເຂື່ອນໄຊຍະບູລີ ເທິງແນວແມ່ນໍ້າຂອງໃນລາວອີກຕໍ່ໄປແລ້ວ
ເນື່ອງຈາກວ່າ ລັດຖະບານທັງ 3 ປະເທດດັ່ງກ່າວນີ້ຕ່າງກໍມີຄວາມພຶງພໍໃຈໃນມາດຕະ
ການປ້ອງກັນຜົນກະທົບ ຕໍ່ສັງຄົມແລະສະພາບແວດລ້ອມທໍາມະຊາດທີ່ທາງການລາວ
ກັບກຸ່ມຜູ້ລົງທຶນໃນໂຄງການ ໄດ້ນໍາສະເໜີຕໍ່ຄະນະມົນຕີ MRC ໄປແລ້ວ ດັ່ງທີ່ທ່ານ
ວີລະພົນ ໄດ້ໃຫ້ການຊີ້ແຈງວ່າ:

ທ່ານ ວີລະພົນ ວີລະວົງ
ທ່ານ ວີລະພົນ ວີລະວົງ


ປະເທດສະມາຊິກອົງການແມ່ນໍ້າຂອງນີ້ ເວົ້າດ້ວຍ
ຫຼັກການແລ້ວ ເພີ່ນກໍບໍ່ຂັດຂ້ອງຕໍ່ການພັດທະນາ
ໂຄງການໄຊຍະບຸລີ ເພາະວ່າເພີ່ນໄດ້ເຂົ້າໃຈແລ້ວ
ວ່າ ລາວເຮົານີ້ໄດ້ປັບປຸງການອອກແບບເຂື່ອນເພື່ອ
ແກ້ໄຂບັນດາຜົນກະທົບຕ່າງໆ ຖືວ່າບໍ່ມີຂໍ້ຂັດຂ້ອງ
ແລ້ວ ເພິ່ນມີແຕ່ຮຽກຮ້ອງວ່າ ຢາກໃຫ້ຝ່າຍລາວນີ້ ຕິດຕາມສືບຕໍ່ຄວບຄຸມການກໍ່ສ້າງຈັດຕັ້ງປະຕິບັດ
ນີ້ໃຫ້ມັນໄດ້ຕາມມາດຕະຖານຕາມການອອກແບບຫັ້ນ.”


ການຢືນຢັນດັ່ງກ່າວນີ້ຂອງທ່ານວີລະພົນ ນັບໄດ້ວ່າ ສອດຄ່ອງກັນກັບຖະແຫຼງການ
ຂອງກຸ່ມລົງທຶນໃນໂຄງການເຂື່ອນໄຊຍະບູລີ ໂດຍສະເພາະແມ່ນ ນັບແຕ່ໄດ້ມີການ ວາງສີລາເລີກ ເພື່ອເລີ່ມລົງມືກໍ່ສ້າງເຂື່ອນໄຊຍະບູລີຢ່າງເປັນທາງການເມື່ອວັນທີ 7
ພະຈິກ 2012 ເປັນຕົ້ນມາ ແລະເຖິງແມ່ນວ່າ ໂຄງການເຂື່ອນໄຊຍະບູລີກໍຍັງຈະຖືກ ຄັດຄ້ານ ຈາກບັນດາອົງການອະນຸລັກສິ່ງແວດລ້ອມທໍາມະຊາດ ທັງໃນໄທ ແລະໃນ
ລະດັບສາກົນຢູ່ເລື້ອຍມາກໍຕາມ ຫາກແຕ່ດ້ວຍການສຶກສາ ເພື່ອປ້ອງກັນບັນຫາຜົນ
ກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທໍາມະຊາດ ລວມເຖິງການອອກແບບກໍ່ສ້າງທີ່ໄດ້
ມາດຕະຖານສາກົນໃນທຸກດ້ານ ຈຶ່ງເຮັດໃຫ້ກຸ່ມລົງທຶນໃນໂຄງການ ມີຄວາມໝັ້ນໃຈ
ແລະ ພ້ອມທີ່ຈະຕອບບັນດາຂໍ້ສົງໄສຂອງທຸກພາກສ່ວນຈາກທົ່ວໂລກອີກດ້ວຍ.

ທັງນີ້ ທ່ານເຣວັດ ສຸວັນນະກິດຕິ ຮອງຜູ້ຈັດການດ້ານເທກນິກຂອງບໍລິສັດໄຊຍະບູລີ
ພາວເວີຈໍາກັດ ຊຶ່ງເປັນຜູ້ລົງທຶນໃນໂຄງການເຂື່ອນໄຊຍະບູລີນັ້ນ ໄດ້ໃຫ້ການຢືນຢັນ
ວ່າ ການດໍາເນີນງານໃນໂຄງການນັບແຕ່ການວາງສີລາເລີກເປັນຕົ້ນມາຈົນເຖິງຂະນະ
ນີ້ ໄດ້ເປັນໄປຕາມແຜນການທີ່ວາງໄວ້ໃນທຸກດ້ານ ຈຶ່ງໝັ້ນໃຈວ່າ ການກໍ່ສ້າງເຂື່ອນໄຊ ຍະບູລີ ຈະສໍາເລັດໃນປີ 2019 ຢ່າງແນ່ນອນ.

ການຖະແຫຼງຢືນຢັນດັ່ງກ່າວນີ້ຂອງທ່ານ ເຣວັດ ໄດ້ມີຂຶ້ນພາຍຫຼັງຈາກ ທີ່ທ່ານນາງ
ພຽນພອນ ດີເທດ ຜູ້ປະສານງານຂອງອົງການແມ່ນໍ້າສາກົນ (International River)
ປະຈໍາປະເທດໄທ ໄດ້ໃຫ້ການຢືນຢັນວ່າ ບັນດາອົງການອະນຸລັກສິ່ງແວດລ້ອມທໍາ
ມະຊາດ ທັງໃນລຸ່ມແມ່ນໍ້າຂອງແລະໃນລະດັບສາກົນ ໄດ້ຕຽມການເຄຶ່ອນໄຫວ ເພື່ອຄັດ
ຄ້ານໂຄງການກໍ່ສ້າງເຂື່ອນເທິງລໍາແມ່ນໍ້າອີກເທື່ອໃໝ່ ໂດຍມີເປົ້າໝາຍທີ່ຈະຊຸກຍູ້ໃຫ້
ເປັນບັນຫາຂັດແຍ້ງກ່ຽວກັບການກໍ່ສ້າງເຂື່ອນເທິງແນວແມ່ນໍ້າຂອງ ໃຫ້ເປັນບັນຫາໃນ ລະດັບອາຊຽນ ໂດຍຈະໃຊ້ໂຄງການເຂື່ອນໄຊຍະບຸລີເປັນກໍລະນີຕົວຢ່າງ.
XS
SM
MD
LG