ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ. ບຸນຍັງ ເວົ້າວ່າ ​ລາວຈະກາຍເປັນ ​ປະ​ເທດ​ກໍາລັງ​ພັດທະນາ​ ທີ່​ມີ​ລາຍ​ໄດ້​​ປານ​ກາງ ​ໃນ​ປີ 2030 ນີ້


ແຜ່ນທີ່ບ່ອນທີ່ຄົນມີຄວາມທຸກຈົນຂອງປະເທດລາວ (ຊ້າຍ) ສີແດງເຂັ້ມສຸດໝາຍຄວາມວ່າທຸກຈົນທີ່ສຸດ ແລະສີຂຽວເຂັ້ມສຸດໝາຍເຖິງເຂດທີ່ຮັ່ງມີທີ່ສຸດຂອງປະເທດ
ແຜ່ນທີ່ບ່ອນທີ່ຄົນມີຄວາມທຸກຈົນຂອງປະເທດລາວ (ຊ້າຍ) ສີແດງເຂັ້ມສຸດໝາຍຄວາມວ່າທຸກຈົນທີ່ສຸດ ແລະສີຂຽວເຂັ້ມສຸດໝາຍເຖິງເຂດທີ່ຮັ່ງມີທີ່ສຸດຂອງປະເທດ

ປະທານ​ປະ​ເທດ​ຢືນຢັນ​ວ່າ​ລາວ ຈະ​ຫລຸດ​ພົ້ນຈາກ​ການ​ເປັນ​ປະ​ເທດ​ດ້ອຍ​ພັດທະນາ​
ໃນ​ປີ 2020 ​ເພື່ອ​ກ້າວ ​ເຂົ້າສູ່​ປະ​ເທດ​ກໍາລັງ​ພັດທະນາ​ທີ່​ມີ​ລາຍ​ໄດ້​ລະດັບ​ປານ​ກາງ ​
ແລະ​ອຸດສາຫະກໍາ​ສີຂຽວ ​ແລະ​ຍືນ​ຍົງ​ໃນ​ປີ 2030 ນີ້.

ທ່ານ​ບຸນ​ຍັງ​ວໍລະ​ຈິດ ປະທານ​ປະ​ເທດ​ລາວ ຖະ​ແຫລ​ງຢືນຢັນໃນ​ໂອກາດ​ສະ​ເຫລີ​ມສະ
ຫລອງສົງການ ບຸນປີ​ໃໝ່ລາວ ພ.ສ. 2561 ນີ້ວ່່າ ​ເປົ້າໝາຍທີ່​ສໍາຄັນ​ທີ່​ສຸດໃນ​ການ​ພັດ
ທະນາ ສປປລາວ ພາຍ​ໃຕ້​ການ​ນໍາພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ກໍ​ຄື​ການ​ນໍາພາ​
ປະ​ເທດ​ຊາດ ​ໃຫ້​ຫລຸດ​ພົ້ນຈາກ​ສະພາບ​ດ້ອຍ​ພັດທະນາ​ໃຫ້​ໄດ້​ຢ່າງ​ແທ້​ຈິງ ພາຍ​ໃນ​ປີ
2020 ​ເພື່ອ​ກ້າວ​ໄປ​ສູ່ປະ​ເທດ​ກໍາລັງ​ພັດທະນາ​ທີ່​ມີ​ລາຍ​ໄດ້​ລະດັບ​ປານ​ກາງ ​ແລະມຸ້ງ​ໄປ​
ສູ່​ອຸດສາຫະກໍາ​ສີຂຽວທີ່​ທັນ​ສະ​ໄໝ​ໃນ​ປີ 2030 ນີ້ ດັ່ງ​ທີ່​ທ່ານ​ໄດ້​ຢືນຢັນ​ວ່າ

ທ່ານນາງ ຣີນາ ບິດເທີ (Rena Bitter), ເອກອັກຄະລັດຖະທູດສະຫະລັດ ປະຈໍາ ສປປປ ລາວ ຈັບມືກັບທ່ານບຸນຍັງ ວໍລະຈິດ, ປະທານປະເທດລາວ
ທ່ານນາງ ຣີນາ ບິດເທີ (Rena Bitter), ເອກອັກຄະລັດຖະທູດສະຫະລັດ ປະຈໍາ ສປປປ ລາວ ຈັບມືກັບທ່ານບຸນຍັງ ວໍລະຈິດ, ປະທານປະເທດລາວ

“ພ.ສ. 2561 ນີ້ ​ເປັນ​ປີ​ທີ 3 ​ແຫ່ງ​ການຈັດຕັ້ງຜັນ​ຂະຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ
ທີ 10 ຂອງ​ພັກ ​ແລະ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ລັດ 5 ປີ ຄັ້ງທີ 8 ຊຶ່ງ​
ພວກ​ເຮົາ​ຈະ​ໄດ້​ພ້ອມ​ກັນ​ສຸມ​ໃສ່ ຈັດຕັ້ງປະຕິບັດ​ເປົ້າໝາຍສູ້​ຊົນ ​ພັດທະນາປະ​ເທດ​
ໃຫ້​ຫລຸດ​ພົ້ນອອກ​ຈາກ​ສະຖານະ​ພາບ​ດ້ອຍພັດທະນາ ​ໃນ​ປີ 2020 ກ້າວ​ໄປ​ສູ່ປະ​
ເທດ​ກໍາລັງ​ພັດທະນາ​ທີ່​ມີ​ລາຍ​ໄດ້​ລະດັບ​ປານ​ກາງຕາມ​ທິດ​ພັດທະນາ​ສີຂຽວ ​ແລະ​
ຍືນ​ຍົງ​ເມື່ອ​ເຖິງ​ປີ 2030.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ຄະນະກຳມະການ ວ່າດ້ວຍນະໂຍບາຍເພື່ອການພັດທະນາຊຶ່ງເປັນ
ໜ່ວຍງານສະເພາະກິດໃນສະພາເສດຖະກິດ ແລະສັງຄົມຂອງອົງການສະຫະປະຊາ
ຊາດຖະແຫລງການວ່າ ລັດຖະບານລາວສາມາດຈັດຕັ້ງປະຕິບັດໄດ້ແລ້ວ 2 ໃນ 3 ເງື່ອນ
ໄຂ ທີ່ເປັນເກນມາດຕະຖານຂອງສະຫະປະຊາຊາດ ໃນການຫລຸດພົ້ນອອກຈາກສະຖາ
ນະພາບຂອງການເປັນປະເທດດ້ອຍພັດທະນາ ຊຶ່ງເມື່ອປະເມີນຈາກການຈັດຕັ້ງປະຕິ
ບັດ ຂອງລັດຖະບານລາວ ໃນໄລຍະຜ່ານມາຈົນເຖິງປັດຈຸບັນກໍເຮັດໃຫ້ສາມາດຄາດ
ໝາຍໄດ້ວ່າ ສປປ ລາວ ຈະຫລຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາໄດ້
ໃນປີ 2024.

ໂດຍທັງ 2 ເງື່ອນໄຂທີ່ລັດຖະບານລາວ ສາມາດຈັດຕັ້ງປະຕິບັດໄດ້ແລ້ວນັ້ນ ກໍຄືເກນ
ມາດຕະຖານຂັ້ນຕ່ຳ ຂອງຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ທີ່ເກນມາດຕະຖານ
ຂັ້ນຕ່ຳ ຂອງສະຫະປະຊາຊາດກຳນົດໄວ້ ທີ່ລະດັບ 1,242 ໂດລາຕໍ່ຄົນ ແຕ່ລັດຖະບານ
ລາວ ກໍສາມາດຈັດຕັ້ງປະຕິບັດໄດ້ແລ້ວ ທີ່ລະດັບ 1,996 ໂດລາຕໍ່ຄົນ ໃນປີ 2015
ແລະດັດຊະນີຊັບສິນມະນຸດ (HAI) ຊຶ່ງເກນມາດຕະຖານຂອງສະຫະປະຊາຊາດ ໄດ້
ກຳນົດໄວ້ ທີ່ອັດຕາສະເລ່ຍ 66 ເປີເຊັນ ລັດຖະບານລາວ ກໍສາມາດຈັດຕັ້ງປະຕິບັດ
ໄດ້ແລ້ວ ທີ່ອັດຕາສະເລ່ຍ 72.8 ເປີເຊັນ ໃນປີ 2015 ຈຶ່ງເຫຼືອພຽງດັດຊະນີຄວາມ
ອ່ອນໄຫວທາງເສດຖະກິດ (EVI) ເທົ່ານັ້ນ ທີ່ມາດຕະຖານຂອງສະຫະປະຊາຊາດກຳ
ນົດໄວ້ ທີ່ລະດັບ 36.2 ເປີເຊັນ ຫາກແຕ່ລັດຖະບານລາວ ຍັງສາມາດຈັດຕັ້ງປະຕິບັດ
ໄດ້ພຽງ 33.7 ເປີເຊັນເທົ່ານັ້ນ.

ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍໄດ້ຢືນຢັນວ່າ ເປົ້າໝາຍຂອງ
ລັດຖະບານລາວ ທີ່ຈະລົບລ້າງຄວາມຍາກຈົນໃຫ້ໄດ້ຢ່າງສິ້ນເຊີງ ເພື່ອທີ່ຈະເຮັດໃຫ້
ລາວ ຫລຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ ຢ່າງແທ້ຈິງ ໃນປີ 2020 ນັ້ນ ບໍ່ໄດ້
ໝາຍຄວາມວ່າ ຈະບໍ່ມີຄົນຍາກຈົນເຫຼືອຢູ່ໃນລາວເລີຍ ແຕ່ຢ່າງໃດ ຫາກແຕ່ແນໃສ່
ເຮັດໃຫ້ປະຊາຊົນມີຢູ່ມີກິນ ໄດ້ຮັບການຮັກສາປິ່ນປົວເມື່ອເຈັບປ່ວຍ ລູກຫລານໄດ້
ເຂົ້າໂຮງຮຽນ ແລະສ້າງເງື່ອນໄຂໃຫ້ມີການຜະລິດສິນຄ້າ ແລະສະບຽງອາຫານທີ່ກຸ້ມ
ຕົນເອງໄດ້ຢ່າງແທ້ຈິງ.

ທາງດ້ານ ທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການກະຊວງແຜນການ ແລະການ
ລົງທຶນ ກໍຍອມຮັບວ່າ ການຈັດຕັ້ງປະຕິບັດແຜນການຫລຸດຜ່ອນ ບັນຫາຄວາມຍາກ
ຈົນຂອງປະຊາຊົນລາວ ໃນປີ 2017 ເຖິງແມ່ນວ່າ ຈະປະຕິບັດໄດ້ເກີນຄາດໝາຍ
ທີ່ວາງໄວ້ກໍຕາມ ແຕ່ກໍປາກົດວ່າ ສະພາບຊີວິດ ການເປັນຢູ່ຂອງປະຊາຊົນລາວ
ຢູ່ໃນຕົວເມືອງກັບເຂດຊົນນະບົດ ມີການແຕກໂຕນກັນຫຼາຍຂຶ້ນນັບມື້ ໂດຍຈະເຫັນ
ໄດ້ຢ່າງຊັດເຈນຈາກອັດຕາຄວາມຍາກຈົນຂອງປະຊາຊົນໃນເຂດນະຄອນວຽງຈັນ
ຍັງເຫຼືອພຽງ 1ເປີເຊັນ ເທົ່ານັ້ນ ໃນຂະນະທີ່ຄວາມທຸກຈົນຢູ່ທີ່ແຂວງສາລະວັນ
ຍັງສູງເຖິງ 49.8 ເປີເຊັນ.

ສ່ວນທ່ານບຸນປອນ ສີສຸລາດ ປະທານກຳມາທິການເສດຖະກກິດເທັກໂນໂລຈີ ແລະ
ສິ່ງແວດລ້ອມ ຂອງສະພາແຫ່ງຊາດລາວ ຖະແຫລງວ່າ ການຈັດຕັ້ງປະຕິບັດແຜນ
ການພັດທະນາເສດຖະກິດ ແລະສັງຄົມຂອງລັດຖະບານລາວ ໃນປີ 2017 ບໍ່ສາມາດ
ບົນລຸຄາດໝາຍທີ່ວາງໄວ້ ໃນເກືອບທຸກດ້ານ ເຊັ່ນການສະໜອງແຮງງານໄດ້ພຽງ
47.4 ເປີເຊັນ ຂອງແຜນການ ສ່ວນການເຂົ້າເຖິງຫລັກປະກັນດ້ານສຸຂະພາບຂອງ
ປະຊາຊົນ ກໍສາມາດປະຕິບັດໄດ້ພຽງ 34.7 ເປີເຊັນ ໃນຂະນະທີ່ເປົ້າໝາຍໄດ້ວາງ
ເອົາໄວ້ເຖິງ 51 ເປີເຊັນ ຂອງປະຊາກອນລາວທັງປະເທດ.

XS
SM
MD
LG