ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ໄດ້ອອກດຳລັດສະບັບໃໝ່ ວ່າດ້ວຍເຂື່ອນໄຟຟ້າ ທີ່ແນໃສ່ເພື່ອຫລຸດຜ່ອນໄພອັນຕະລາຍຕ່າງໆ


ພາບທິວທັດຂອງແມ່ນ້ຳຂອງ ຢູ່ເລາະຕາມເຂດຊາຍແດນລະຫວ່າງໄທແລະລາວ ແມ່ນແນມເຫັນໄດ້ ຈາກຟາກຈັງຫວັດໜອງຄາຍ ຂອງໄທ.
ພາບທິວທັດຂອງແມ່ນ້ຳຂອງ ຢູ່ເລາະຕາມເຂດຊາຍແດນລະຫວ່າງໄທແລະລາວ ແມ່ນແນມເຫັນໄດ້ ຈາກຟາກຈັງຫວັດໜອງຄາຍ ຂອງໄທ.

ລັດຖະບານລາວ ໄດ້ອອກຄຳຊີ້ນຳສະບັບໃໝ່ ສຳລັບການຄຸ້ມຄອງເຂື່ອນໄຟຟ້າພະລັງນ້ຳທັງຫຼາຍ ທີ່ແນເປົ້າໝາຍໃສ່ການຫລຸດຜ່ອນບັນຫາການຂາດແຄນນ້ຳແລະໄພນ້ຳຖ້ວມ ອີງຕາມສື່ມວນຊົນຂອງທາງການລາວ ທີ່ໄດ້ລາຍງານໃນພະ ຫັດວານນີ້ ທ່າມກາງການອະພິປາຍກ່ຽວກັບວ່າ ການກໍ່ສ້າງເຂື່ອນໄຟຟ້າພະລັງນ້ຳ ທີ່ເພີ້ມຫຼາຍຂຶ້ນຂອງຕົນ ໄດ້ປ່ຽນແປງແມ່ນ້ຳຂອງທີ່ສຳຄັນຍິ່ງນັ້ນ ແນວໃດ ດັ່ງທີ່ອົງການຂ່າວຣອຍເຕີ ໄດ້ລາຍງານມາຈາກບາງກອກ.

ດຳລັດໃໝ່ສະບັບດັ່ງກ່າວ ມີຜົນບັງຄັບໃຊ້ໃນວັນທີ 4 ມີນາ ກຳນົດໃຫ້ພວກຜູ້ປະກອບການເຂື່ອນໄຟຟ້າພະລັງນ້ຳທັງຫຼາຍ ແຈ້ງໃຫ້ທາງການຊາບ ເວລາໃດກໍຕາມທີ່ອ່າງເກັບນ້ຳຂອງເຂື່ອນ ໄດ້ກັກເກັບນ້ຳໄວ້ເຖິງຂັ້ນສູງສຸດ ຫຼື ເວລາໃດທີ່ລະດັບນ້ຳຢູ່ຕອນລຸ່ມຂອງແມ່ນ້ຳຂອງຫລຸດຕ່ຳລົງເຖິງຂັ້ນວິກິດການ ອີງຕາມໜັງສືພິມ Vientiane Times ທີ່ໄດ້ລາຍງານໄປນັ້ນ. ບົດລາຍງານຍັງໄດ້ກ່າວວ່າ “ການຄຸ້ມຄອງແຫຼ່ງນໍ້າ ແລະແມ່ນໍ້າທັງຫຼາຍທີ່ມີປະສິດທິພາບ ໂດຍສະເພາະຈໍາພວກທີ່ນຳໃຊ້ພວກເຂື່ອນໄຟຟ້າພະລັງນ້ຳນັ້ນ ແມ່ນເຫັນວ່າ ເປັນຄວາມສຳຄັນຢ່າງຍິ່ງສຳລັບລາວ ໃນການພະຍາຍາມທີ່ຈະກໍ່ສ້າງເຂື່ອນໄຟຟ້າຫຼາຍຂຶ້ນ ແລະກາຍເປັນຜູ້ສົ່ງອອກໄຟຟ້າທີ່ສຳຄັນ.”

ກະຊວງພະລັງງານແລະບໍ່ແຮ່ຂອງລາວ ແລະກະຊວງການຕ່າງປະເທດຂອງຕົນ ບໍ່ໄດ້ໃຫ້ຄຳຕອບ ຕໍ່ການຂໍຄຳເຫັນ ໃນວັນພະຫັດວານນີ້ ກ່ຽວກັບດຳລັດສະບັບດັ່ງກ່າວນັ້ນ. ການພັດທະນາເຂື່ອນໄຟຟ້າພະລັງນ້ຳຂອງລາວ ແມ່ນເປັນຈຸດສູນກາງຂອງແຜນການເພື່ອສົ່ງອອກໄຟຟ້າ ປະມານ 20,000 ເມກາວັດ ໃຫ້ແກ່ບັນດາປະເທດເພື່ອນບ້ານພາຍໃນປີ 2030.

ຢ່າງໜ້ອຍ 50 ເຂື່ອນໄດ້ຖືກກໍ່ສ້າງຂຶ້ນ ໃນໄລຍະ 15 ປີທີ່ຜ່ານມານີ້ ຢູ່ຕາມແມ່ນ້ຳແລະລຳທານ ຫຼາຍຮ້ອຍສາຍຂອງລາວ ໂດຍມີຢ່າງໜ້ອຍ 14 ເຂື່ອນໃໝ່ ຢູ່ໃນແມ່ນ້ຳຂອງແລະສາຂາແມ່ນ້ຳຂອງມັນ ໄດ້ຖືກສ້າງເປັນທີ່ສຳເລັດແລ້ວ ນັບຕັ້ງແຕ່ປີ 2018 ອີງຕາມອົງການຕິດຕາມການກໍ່ສ້າງພື້ນຖານໂຄງລ່າງແມ່ນ້ຳຂອງ ທີ່ໄດ້ຮັບທຶນສະໜັບສະໜຸນຈາກສະຫະລັດ.

ບັນດານັກອະນຸລັກສະພາບແວດລ້ອມ ກ່າວວ່າ ພວກເຂື່ອນໄຟຟ້າທັງຫຼາຍ ໄດ້ທຳລາຍລະບົບນິເວດ ທີ່ບອບບາງຂອງອ່າງແມ່ນ້ຳຂອງ.

ການປ່ອຍນ້ຳອອກຢ່າງກະທັນຫັນກໍ່ໃຫ້ເກີດໄພນ້ຳຖ້ວມ ແລະການກັກເກັບນ້ຳໄວ້ທີ່ກໍ່ໃຫ້ເກີດການຂາດແຄນນ້ຳຢູ່ຕອນລຸ່ມ ໄດ້ກະຕຸ້ນໃຫ້ເກີດມີການຕໍ່ວ່າຕໍ່ຂານຂອງພວກຊາວປະມົງ ແລະພວກຊາວກະສິກອນທັງໃນລາວແລະປະເທດເພື່ອນບ້ານຢູ່ຕອນລຸ່ມຂອງແມ່ນ້ຳທັງຫຼາຍ ທີ່ລວມມີ ໄທ ແລະກຳປູເຈຍ ບ່ອນທີ່ປະຊາຊົນຫຼາຍລ້ານຄົນ ກາງຕໍ່ແມ່ນ້ຳຂອງ ເພື່ອຊີວິດການເປັນຢູ່ຂອງພວກເຂົາເຈົ້ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG