ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເປັນທາງຜ່ານທີ່ສຳຄັນ ຂອງການລັກລອບຄ້າສັດປ່າຜິດກົດໝາຍ ໃນລຸ່ມແມ່ນ້ຳຂອງ


ເຈົ້າໜ້າທີ່ປາບປາມການລັກລອບຄ້າສັດປ່າຂອງໄທ ສາມາດຢຶດເສືອສອງໂຕໄດ້ ຈາກພວກຄ້າສັດປ່າຜິດກົດໝາຍ
ເຈົ້າໜ້າທີ່ປາບປາມການລັກລອບຄ້າສັດປ່າຂອງໄທ ສາມາດຢຶດເສືອສອງໂຕໄດ້ ຈາກພວກຄ້າສັດປ່າຜິດກົດໝາຍ

ລາວເປັນທາງຜ່ານທີ່ສຳຄັນຂອງການລັກລອບຄ້າສັດປ່າຜິດກົດໝາຍ ໃນລຸ່ມແມ່ນ້ຳຂອງ ແລະຊ້າງປ່າໃນລາວ ກໍມີຄວາມສ່ຽງສູງທີ່ຈະສູນພັນ ເພາະຖືກຄຸກຄາມໂດຍຂະບວນການຕັດແລະຄ້າໄມ້ເຖື່ອນ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ຜູ້ປະສານງານເຄືອຂ່າຍອະນຸລັກສັດປ່າ ໃນລຸ່ມນ້ຳຂອງ ເປີດເຜີຍວ່າ ການລັກລອບຄ້າສັດປ່າໃນເຂດລຸຸ່ມນ້ຳຂອງຍັງມີທ່າອ່ຽງເພີ້ມຂຶ້ນນັບມື້ ເຖິ່ງແມ່ນວ່າ ຈະເກີດການລະບາດພະຍາດໄວຣັສໂຄວິດ-19 ຢ່າງກວ້າງຂວາງໃນຊ່ວງປີ 2020-2022 ກໍຕາມ ໂດຍຂະບວນການລັກລອບຄ້າສັດປ່າໄດ້ມີການນຳໃຊ້ສື່ສັງຄົມ Online ທຸກເຄືອຂ່າຍນັ້ນ ເປັນຊ່ອງທາງໃນການຊື້ຂາຍ ແລະນັດໝາຍການສົ່ງມອບສັດປ່າທີ່ສັ່ງຊື້ ຊຶ່ງລວມເຖິງການກຳນົດວິທີການຂົນສົ່ງສັດປ່າດ້ວຍນັ້ນ ລ້ວນແຕ່ດຳເນີນການດ້ວຍລະບົບສື່ສັງຄົມ Online ທັງສິ້ນ ໂດຍຈີນຍັງເປັນຜູ້ສັ່ງຊື້ລາຍໃຫຍ່ທີ່ສຸດ ສ່ວນຫວຽດນາມນັ້ນ ເປັນຜູ້ຂົນສົ່ງຕໍ່ ຈາກລາວໄປຈີນ ນັ້ນ ຖືວ່າຍັງເກີດຂຶ້ນຢ່າງກວ້າງຂວາງ ດັ່ງຜູ້ປະສານງານເຄືອຂ່າຍອະນຸລັກສັດປ່າລຸ່ມນ້ຳຂອງ ຢືນຢັນວ່າ:

“ເຮົາກໍປະກາດໄປທາງໝູ່ມວນສະມາຊິກຂອງເຮົາຫັ້ນ ວ່າ ຖ້າໃຜມີຂ່າວຫຍັງກໍໃຫ້ແຈ້ງເຂົາມາຫາເຮົາ ແລ້ວກໍຜົນທີ່ເຮົາໄດ້ຮັບກັບມາກໍຄືວ່າ ມີໜ້າເພຈ Facebook, Instagram ໃນ Shopee ໃນ Lazada ໃນສື່ສັງຄົມ Online ເກືອບທຸກຂະແໜງ ມີການຄ້າສັດປ່າຄຸ້ມຄອງ ສັດປ່າສະຫງວນຫຼາກຫຼາຍ ທີ່ມີທັງ Face ກຸ່ມ, Line ກຸ່ມ, ກຸ່ມຮັບສະເພາະ ກຸ່ມຮັບພິເສດ ຕ້ອງຈ່າຍເງິນເຂົ້າແມ່ນຫຍັງຫັ້ນ ສະແດງວ່າ ຄວາມຕ້ອງການໃນການຊື້ສັດປ່າຫັ້ນ ຍັງມີຢູ່ ພໍມີຄົນຢາກໄດ້ ມັນກໍຈະມີຄົນໄປຫາມາຂາຍ ຊຶ່ງສະຖານະການແບບນີ້ ໜ້າເປັນຫ່ວງຫຼາຍ.”

ທາງດ້ານກະຊວງກະສິກຳແລະປ່າໄມ້ ລາຍງານລັດຖະບານລາວ ໄດ້ກຳນົດເປົ້າໝາຍໃນແຜນຍຸດທະສາດການຮັກສາພື້ນທີ່ປ່າໄມ້ໃຫ້ໄດ້ 16 ລ້ານເຮັກຕາ ທີ່ຄິດເປັນອັດຕາການປົກຫຸ້ມຂອງປ່າໄມ້ເຖິງ 70 ເປີເຊັນ ຂອງເນື້ອທີ່ທັງໝົດຂອງລາວ ໃນປີ 2025 ແຕ່ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ໃນການປະຕິບັດຕົວຈິງນັ້ນ ກໍບໍ່ແມ່ນເລື້ອງງ່າຍ ເພາະຍັງມີບັນຫາຫຍຸງຍາກໃນຫຼາຍດ້ານ ເຊັ່ນ ການບຸກລຸກແລະລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດ ໂດຍຂະບວນການຄ້າໄມ້ເຖື່ອນຂ້າມຊາດ ຊຶ່ງໄດ້ສົ່ງຜົນກະທົບຕໍ່ແຜນ ການເພີ້ມອັດຕາການປົກຫຸ້ມຂອງປ່າໄມ້ດັ່ງກ່າວ ແລ້ວກໍຍັງໄດ້ສົ່ງຜົນ ຕໍ່ສິ່ງ ແວດລ້ອມທຳມະຊາດ-ສັດນ້ຳ-ສັດປ່າຫາຍາກຫຼາຍໆຊະນິດທີ່ຕົກຢູ່ພາຍໃຕ້ສະພາວະການທີ່ອັນຕະລາຍແລະມີຄວາມສ່ຽງສູງທີ່ຈະສູນພັນອີກດ້ວຍ ເພາະວ່າ ການບຸກລຸກເຂດປ່າສະຫງວນໄດ້ທຳລາຍແຫລ່ງທີ່ຢູ່ແລະແຫລ່ງອາຫານຂອງສັດປ່າງຢ່າງກວ້າງຂວາງ ອັນເຮັດໃຫ້ຈະຕ້ອງໄດ້ຮັບການຮ່ວມມືຈາກປະຊາຊົນລາວໃນການປ້ອງກັນ ແລະຮັກສາເຂດປ່າສະຫງວນແຫ່ງຊາດຢ່າງແທ້ຈິງເທົ່ານັ້ນ ຈຶ່ງຈະສາມາດອະນຸລັກຄວາມຫຼາກຫຼາຍດ້ານຊີວະນານາພັນ ແລະເສີມສ້າງຄວາມໝັ້ນຄົງດ້ານສະບຽງອາຫານໄດ້ຢ່າງຍືນຍົງ ທັງນີ້ ໂດຍຊ້າງປ່າກໍຄືສັດປ່າທີ່ຖືກຈັດຢູ່ໃນປະເພດທີ່ມີຄວາມສ່ຽງສູງທີ່ໃກ້ຈະສູນພັນ ໂດຍປະເມີນວ່າ ຍັງເຫຼືອພຽງ 130 ກວ່າໂຕເທົ່ານັ້ນຢູ່ທີ່ເຂດປ່າສະຫງວນແຫ່ງຊາດນາກາຍ ແຂວງຄຳມ່ວນ ດັ່ງທີ່ທ່ານສຸຊາດ ໄຊຍະກຸມານ ຫົວໜ້າກົມປ່າໄມ້ ໄດ້ຖະແຫລງຢືນຢັນວ່າ:

“ລັດຖະບານລາວ ກໍໄດ້ກຳນົດເອົາຊ້າງເປັນສັດປ່າປະເພດຫວງຫ້າມ ຫຼືບັນຊີ 1 ໄວ້ໃນກົດໝາຍສັດນ້ຳແລະສັດປ່າ ຊຶ່ງອົງການຈັດຕັ້ງສາກົນ ກໍໄດ້ກຳນົດເອົາຊ້າງເປັນສັດໃນ Red List ຫຼືບັນຊີແດງ ທີ່ມີຄວາມສ່ຽງໃກ້ຈະສູນພັນ ແລະມີຄຸນຄ່າສູງ ຊຶ່ງຖ້າພວກເຮົາ ບໍ່ມີການຄຸ້ມຄອງປົກປັກຮັກສາ ອະນຸລັກ ກໍຈະກ້າວໄປເຖິງການສູນພັນ ແລະເຊັ່ນລູກ ເຊັ່ນຫຼານຂອງພວກເຮົາຈະໄດ້ຍິນພຽງແຕ່ຊື່ມັນເທົ່ານັ້ນ.”

ທັງນີ້ ໂດຍສັດປ່າໃນລາວ ທີ່ຕົກເປັນເປົ້າໝາຍຂອງຂະບວນການຄ້າສັດປ່າຂ້າມຊາດ ຄື ເສືອ ໝີ ກະທິງ ໂອງ-ມັ່ງ ລິງ ຊ້າງ ຟານ ແຂ້ ແລນ ກະຮອກ ແລະໝູປ່າ ດ້ວຍເຫດນີ້ ທາງການລາວ ຈຶ່ງໄດ້ຈັດທຳແລະຂຶ້ນບັນຊີສັດປ່າໄວ້ໃນ 3 ບັນຊີ ໂດຍບັນຊີ 1 ເປັນສັດປ່າປະເພດຫວງຫ້າມ ທີ່ບໍ່ໃຫ້ລ່າຢ່າງເດັດ ຂາດ ເຊັ່ນ ເສືອ ໝີ ກະທິງ ໂອງ ມັ່ງ ລິງ ແລະ ຊ້າງ ສ່ວນບັນຊີທີ 2 ເປັນສັດປ່າອະນຸລັກທີ່ສາມາດລ່າໄດ້ ເມື່ອໄດ້ຮັບອະນຸຍາດເປັນກໍລະນີພິເສດ ເຊັ່ນ ຟານ ແລະແຂ້ ແລະບັນຊີທີ 3 ເປັນປ່າທີ່ຜ່ອນຜັນໃຫ້ປະຊາຊົນສາມາດລ່າໄດ້ ສະເພາະນຳມາເປັນອາຫານເທົ່ານັ້ນ ເຊັ່ນ ແລນ ກະຮອກ ແລະໝູປ່າເປັນຕົ້ນ.

XS
SM
MD
LG