ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດລາວ ຍັງປະເຊີນກັບການຂາດດຸນການຄ້າ ຕໍ່ປະເທດໄທ ໂດຍຄາດວ່າຈະເກີນກວ່າ 100 ຕື້ບາດ ໃນໝົດປີ 2023 ນີ້


ເງິນບາດໄທ
ເງິນບາດໄທ

ລາວຍັງປະເຊີນກັບການຂາດດຸນການຄ້າຕໍ່ປະເທດໄທ ທີ່ຄາດວ່າຈະມີມູນຄ່າເກີນກວ່າ 100 ຕື້ບາດ ເພາະການຜະລິດສິນຄ້າຂອງລາວຍັງບໍ່ພຽງພໍ ແລະ ມີຄຸນນະພາບຕໍ່າກວ່າມາດຕະຖານດ້ວຍ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.

ເຈົ້າໜ້າທີ່ກະຊວງການຄ້າຂອງໄທ ເປີດເຜີຍວ່າການຄ້າລະຫວ່າງລາວກັບໄທ ໃນ 9 ເດືອນທີ່ຜ່ານມາຂອງປີ 2023 ນີ້ ມີມູນຄ່າລວມ 545,872 ລ້ານບາດ ເພີ້ມຂຶ້ນເຖິງ 29 ເປີເຊັນ ທຽບ ໃສ່ໄລຍະດຽວກັນ ໃນປີ 2022 ຊຶ່ງໃນນີ້ເປັນການສົ່ງສິນຄ້າໄທໄປລາວໃນມູນຄ່າ 314,323 ລ້ານບາດ ແລະ ໄທນຳເຂົ້າສິນຄ້າຈາກລາວ 231,549 ລ້ານບາດ ອັນເຮັດໃຫ້ໄທຍັງຄົງເປັນຝ່າຍທີ່ໄດ້ປຽບດຸນການຄ້າຕໍ່ລາວໃນມູນຄ່າລວມ 82,774 ລ້ານບາດ ແລະ ຄາດໝາຍວ່າການຄ້າລະຫວ່າງລາວ-ໄທ ຕະຫຼອດປີ 2023 ນີ້ ຈະມີມູນຄ່າລວມເຖິງ 727,829 ລ້ານບາດ ແລະ ໄທ ຍັງຈະໄດ້ປຽບດຸນການຄ້າຕໍ່ລາວທີ່ມີມູນຄ່າເກີນກວ່າ ນຶ່ງແສນລ້ານບາດເປັນຄັ້ງທຳອິດອີກດ້ວຍ.

ທັງນີ້ ໂດຍສາເຫດທີ່ເຮັດໃຫ້ລາວຂາດດຸນການຄ້າຕໍ່ໄທຫຼາຍຂຶ້ນ ກໍ່ຍ້ອນວ່າລາວຕ້ອງນຳເຂົ້ານໍ້າມັນທີ່ມີລາຄາແພງຂຶ້ນ ໃນຂະນະທີ່ການຜະລິດສິນຄ້າຂອງລາວກໍ່ຍັງມີຄຸນນະພາບບໍ່ໄດ້ມາດຕະຖານສາກົນ ໂດຍສະເພາະແມ່ນຜົນຜະລິດດ້ານກະສິກຳນັ້ນ ຍັງຈະຕ້ອງໄດ້ຮັບການພັດທະນາອີກຫຼາຍ ຈຶ່ງເຮັດໃຫ້ບໍ່ສາມາດເພີ້ມການສົ່ງອອກໄປຕ່າງປະເທດໄດ້ເລີຍ ທັງໆທີ່ລາວໄດ້ມີການເຮັດຂໍ້ຕົກລົງການຄ້າໄວ້ກັບຫຼາຍປະເທດແລ້ວກໍຕາມ ຊຶ່ງກໍ່ເຊັ່ນດຽວກັນກັບການຜະລິດໃນພາກອຸດສາຫະກຳນັ້ນ ກໍ່ຍັງບໍ່ພຽງພໍກັບຄວາມຕ້ອງການ ດັ່ງເຈົ້າໜ້າທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຢືນຢັນວ່າ:

ການສົ່ງເສີມການຜະລິດພາຍໃນໂດຍລວມ ຍັງບໍ່ທັນມີໂຄງການໃຫຍ່ ທີ່ສາມາດສ້າງໂຕແບບໃຫ້ແກ່ການສົ່ງອອກ ໂດຍສະເພາະແມ່ນທາງດ້ານກະສິກຳແລະຂາດປັດໄຈຊຸກຍູ້ການຜະລິດທີ່ພຽງພໍ. ການຜະລິດອຸດສາຫະ ກຳປຸງແຕ່ງ ບໍ່ທັນຕອບສະໜອງຕໍ່ຄວາມຕ້ອງການໃນມູນຄ່າການສົ່ງອອກພືດ ແລະສັດ ທີ່ສຳເລັດການເຈລະຈາເປີດຕະຫຼາດແລ້ວ ຍັງບໍ່ທັນໄດ້ຫຼາຍ ເນື່ອງຈາກການສົ່ງເສີມ ແລະ ຈັດຕັ້ງການຜະລິດຂະໜາດໃຫຍ່ ຢູ່ໃນໄລຍະຂັ້ນຕົ້ນ, ພືດຈຳນວນນຶ່ງກໍຍັງບໍ່ສາມາດເປີດຕະຫຼາດ ຍ້ອນພົວພັນເຖິງຄຸນນະພາບ.”

ຍິ່ງໄປກວ່ານັ້ນ ການພັດທະນາລະບົບພື້ນຖານໂຄງຮ່າງ ແລະສິ່ງອຳນວຍຄວາມສະດວກຕ່າງໆ ທີ່ມີຢ່າງຈຳກັດ ແລະ ດຳເນີນໄປຢ່າງຊັກຊ້າ ທັງຍັງຕົກຢູ່ໃນສະພາບທີ່ຊຸດໂຊມເປັນສ່ວນໃຫຍ່ນັ້ນ ໂດຍສະເພາະແມ່ນເສັ້ນທາງຄົມມະນາຄົມ-ຂົນສົ່ງ ທີ່ເປ້ເພໃນທົ່ວປະເທດ ກໍ່ຄືສາເຫດທີ່ສຳຄັນ ທີ່ເຮັດໃຫ້ບັນດານັກທຸລະກິດຊາວຕ່າງຊາດ ບໍ່ເຂົ້າມາລົງທຶນໃນລາວ ດັ່ງທີ່ນັກທຸລະກິດລາວ ໃຫ້ການຢືນຢັນວ່າ:

ຕໍ່ກັບການຊຸກຍູ້ ກະຕຸ້ນການລົງທຶນນີ້ ບັນຫາຂອງພວກເຮົາ ປັດຈຸບັນນີ້ລະແມ່ນບັນຫາຫຍຸ້ງຍາກກວ່າໝູ່ ລະແມ່ນ ໝູ່ບໍ່ມາລົງທຶນນີ້ ກໍ່ແມ່ນບັນຫາພື້ນ ຖານໂຄງຮ່າງຕົ້ນຕໍ ແມ່ນເສັ້ນທາງຄົມມະນາຄົມ ຊຶ່ງຜ່ານການແລກປ່ຽນພົບປະກັບທຸລະກິດທັງພາຍໃນ ແລະ ຕ່າງປະເທດ ກະສ່ອງແສງວ່າບັນຫາຫຍຸ້ງຍາກກວ່າໝູ່ລະແມ່ນສິ່ງເອື້ອອຳນວຍຄວາມສະດວກ ລະແມ່ນເສັ້ນທາງຄົມມະນາຄົມຂອງພວກເຮົາ ການສ້າງທາງໃນຮູບແບບທີ່ເດີມໆ ພວກເຮົາສ້າງມານີ້ນິ ສ້າງໄປແລ້ວຈັກໜ້ອຍກະເພ ຮອດລະດູມາກະເປ້ເພໝົດ”

ແຕ່ຢ່າງໃດກໍຕາມ ທາງການລາວກໍຄາດຫວັງວ່າ ການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈະສົ່ງຜົນທີ່ດີຕໍ່ການພັດທະນາລາວໃຫ້ເປັນສູນທີ່ເຊື່ອມຕໍ່ທາງດ້ານຄົມມະນາຄົມ-ຂົນສົ່ງ ລະຫວ່າງຈີນກັບອາຊຽນ ຊຶ່ງຈະເຮັດໃຫ້ລາວໄດ້ຮັບຜົນປະໂຫຍດໃນໄລຍະຍາວ ເພາະການທີ່ລາວເປັນເຂດເຊື່ອມຕໍ່ນັ້ນ ກໍ່ຄືເປົ້າໝາຍດຽວກັນກັບແຜນການນຶ່ງແລວ-ນຶ່ງເສັ້ນທາງ ຫຼື BRI ຂອງລັດຖະບານຈີນນັ້ນເອງ.

ໂດຍລັດຖະບານລາວ ໄດ້ວາງເປົ້າໝາຍການຜະລິດສິນຄ້າໃນພາກອຸດສາ ຫະກຳ ໄວ້ທີ່ມູນຄ່າ 14,029 ຕື້ກີບ ໃນປີ 2023 ຊຶ່ງເພີ້ມຂຶ້ນ ເກີນກວ່າ 7% ທຽບໃສ່ປີ 2022 ພ້ອມກັນນີ້ ຍັງໄດ້ວາງເປົ້າໝາຍທີ່ຈະສົ່ງອອກສິນຄ້າໄປຕ່າງປະເທດໃຫ້ໄດ້ໃນມູນຄ່າລວມ 8,198 ລ້ານໂດລາ ຊຶ່ງລວມເຖິງການສົ່ງອອກແຮ່ທາດ 1,525 ລ້ານໂດລາ ແລະ ພະລັງງານໄຟຟ້າ 2,453 ລ້ານໂດລາ ໂດຍຈະຄວບຄຸມການນຳເຂົ້າສິນຄ້າຈາກຕ່າງປະເທດໃຫ້ຢູ່ໃນມູນຄ່າບໍ່ເກີນ 6,808 ລ້ານໂດລາ ເພື່ອທີ່ຈະເຮັດໃຫ້ລາວ ໄດ້ປຽບດຸນການຄ້າເຖິງ 1,390 ລ້ານໂດລາ.

XS
SM
MD
LG