ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວກໍາລັງສ້າງໂຄງການພະລັງງານຈາກລົມ ທີ່ໃຫຍ່ທີ່ສຸດໃນຂົງເຂດ ແຕ່ການພັດທະນາພະລັງງານດ້ານນີ້ ຢູ່ລາວ ມີອຸປະສັກຫຼາຍຢ່າງ


ກັງຫັນລົມ ທີ່ໃຊ້ເພື່ອຜະລິດພະລັງງານລົມ ຢູ່ໃນທົ່ງພຽງແຫ່ງນຶ່ງໃນໂລກ. (ພາບທີ່ໄດ້ຮັບການສະໜອງໃຫ້ໂດຍ Shutterstock.)
ກັງຫັນລົມ ທີ່ໃຊ້ເພື່ອຜະລິດພະລັງງານລົມ ຢູ່ໃນທົ່ງພຽງແຫ່ງນຶ່ງໃນໂລກ. (ພາບທີ່ໄດ້ຮັບການສະໜອງໃຫ້ໂດຍ Shutterstock.)

ລາວກໍາລັງກໍ່ສ້າງໂຄງການຜະລິດພະລັງງານຈາກລົມ ແຫ່ງທໍາອິດ ແລະໃຫຍ່ທີ່ສຸດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ເພື່ອສົ່ງອອກໄປຫວຽດ ນາມ ຊຶ່ງເປັນການເລີ້ມຕົ້ນໃນການຫລຸດຜ່ອນການເພິ່ງພາອາໄສຕໍ່ການຜະລິດ ໄຟຟ້າທີ່ຜະລິດຈາກນໍ້າ ແລະຖ່ານຫີນ ແຕ່ການພັດທະນາຂອງຂະແໜງການນີ້ໃນລາວ ໂດຍລວມແລ້ວແມ່ນຍັງຊັກຊ້າຍ້ອນສິ່ງທ້າທາຍຫຼາຍຢ່າງ, ອີງຕາມ ນັກຊ່ຽວຊານ, ຊຶ່ງບົວສະຫວັນ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ອີກບໍ່ພໍເທົ່າໃດປີ ລາວຄາດຫວັງວ່າ ຈະໄດ້ສົ່ງອອກໄຟຟ້າຈາກພະລັງງານລົມເປັນເທື່ອທຳອິດຂອງຕົນແລ້ວ ຊຶ່ງມັນຈະມາຈາກໂຄງການມອນຊູນ ວິນ ຫລື Monsoon Wind Project ທີ່ມີກໍາລັງຕິດຕັ້ງໄຟຟ້າ 600 ເມກາວັດ ແລະມີມູນ ຄ່າການລົງທຶນ 950 ລ້ານໂດລາ. ມັນເປັນໂຄງການທີ່ໃຫຍ່ທີ່ສຸດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ເພື່ອສົ່ງອອກໄປຫວຽດນາມ. ໂຄງການນີ້ກວມເອົາເນື້ອ ທີ່ທັງໝົດປະມານ 68,000 ເຮັກຕາຢູ່ເຂດທີ່ເຊື່ອມຕໍ່ລະຫວ່າງເມືອງດາກຈຶງ, ແຂວງເຊກອງ ແລະເມືອງຊານໄຊ, ແຂວງອັດຕະປື ບ່ອນທີ່ການວັດແທກລົມ ມາໄດ້ 10 ປີ ພົບວ່າ ມີແຮງລົມພໍທີ່ຈະຜະລິດໄຟຟ້າໄດ້ຢ່າງສະໝໍ່າສະເໝີ, ອີງຕາມເວັບໄຊຂອງໂຄງການ Monsoon Wind.

ແຕ່ຢ່າງໃດກໍຕາມ ທ່ານນາງຄອດນີ ແວເທີບີ (Courtney Weatherby), ຮອງຫົວໜ້າໂຄງການເອເຊຍຕາເວັນອອກສຽງໃຕ້ທີ່ຕິດຕາມການພັດທະນາດ້ານ ພະລັງງານຢູ່ໃນຂົງເຂດດັ່ງກ່າວ ທີ່ສູນກາງສຕິມຊັນ ໃນນະຄອນຫຼວງວໍຊິງຕັນ ເວົ້າວ່າ ຄ້າຍໆກັນກັບໄຟຟ້າທີ່ມາຈາກແສງຕາເວັນ ການພັດທະນາໂຄງການ ຜະລິດໄຟຟ້າທີ່ໃຊ້ພະລັງງານລົມ ແມ່ນຊັກຊ້າເມື່ອທຽບໃສ່ປະເທດອື່ນໆ ໃນຂົງເຂດ ຊຶ່ງທ່ານນາງກ່າວວ່າ:

“ປະເທດໄດ້ເລີ່ມຊອກຫາໂຄງການພະລັງງານທາງເລືອກ ຫຼື ພະລັງງານເສີມ ໃຫ້ແກ່ເຂື່ອນໄຟຟ້າເພື່ອສະໜອງພະລັງງານມາຕັ້ງແຕ່ປະມານ 2015, 2016 ພຸ້ນແລະມີຫຼາຍໂຄງການທີ່ນັກລົງທຶນພາຍນອກໃຫ້ຄວາມສົນໃຈ. ແຕ່ຄວາມຮູ້ສຶກຂອງຂ້າພະເຈົ້າກໍແມ່ນວ່າ ສິ່ງເຫຼົ່ານີ້ ມີຫລາຍອັນທີ່ຖືກກັ້ນກາງໄວ້ໂດຍໂຄງການທີ່ມີຢູ່ແລ້ວ ຊຶ່ງສ່ວນຫຼາຍແມ່ນໂຄງການໄຟຟ້ານໍ້າຕົກທີ່ຂ້ອນຂ້າງວ່າຢູ່ໃນຂະ ບວນການທົບທວນຄືນ ແລະຈາກນັ້ນ ກໍມີຄວາມກັງວົນຢ່າງຕໍ່ເນື່ອງຈາກບາງພາກສ່ວນພາຍໃນພະແນກທີ່ໃຫ້ການອະນຸມັດ ຢູ່ບ່ອນວ່າມັນ​ເປັນພະລັງງານ ທີ່​ຈະ​ບໍ່ສາມາດເຮັດໃຫ້ໝັ້ນໃຈ​ໄດ້ວ່າ ຈະຜະລິດໄຟຟ້າໄດ້ຕະຫຼອດບໍ່ ​ແລ້ວ​ເຂົາ​ເຈົ້າ​ຈະ​ບໍ່​ສາມາດ​ຂາຍ​ມັນ​ໃຫ້​ປະ​ເທດ​ເພື່ອນ​ບ້ານ​ໄດ້. ດັ່ງນັ້ນ, ຂ້າພະເຈົ້າຄິດວ່າມັນ ຂ້ອນຂ້າງຈະເຮັດໃຫ້ການພັດທະນາພະລັງງານແສງຕາເວັນແລະພະລັງງານລົມ ຫລາຍໂຄງການຊັກຊ້າລົງແມ່ນກະທັ້ງກ່ອນມີໂຣກລະບາດເກີດຂຶ້ນອີກດ້ວຍ.

ທ່ານນາງອະທິບາຍຕໍ່ໄປວ່າ:

“ສະນັ້ນ ເມື່ອເຈົ້າລົມກັບພາກສ່ວນກ່ຽວຂ້ອງຂອງລັດຖະບານໃນລາວ ທີ່ມີສ່ວນ ພົວພັນກັບການອະນຸມັດໂຄງການພະລັງງານ, ແນ່ນອນ ເປົ້າໝາຍຫຼັກຂອງພວກເຂົາເຈົ້າ ບາງຄັ້ງກໍແມ່ນສະໜອງໄຟຟ້າເພື່ອການຊົມໃຊ້ໃນທ້ອງຖິ່ນ ແຕ່ກະແສໄຟຟ້າສ່ວນໃຫຍ່ທີ່ຜະລິດຢູ່ໃນລາວ ແມ່ນຂາຍໃຫ້ຕະຫຼາດຕ່າງປະເທດທີ່ຢູ່ໃກ້ຄຽງນັ້ນ. ດັ່ງນັ້ນ, ເມື່ອທ່ານເບິ່ງຂໍ້ຕົກລົງເຫຼົ່ານີ້ເພື່ອຂາຍພະລັງງານໃຫ້ຕ່າງ ປະເທດ, ວິທີການທີ່ສັນຍາຊື້ໄຟຟ້າໃນປັດຈຸບັນຖືກຈັດໂຄງສ້າງໃນແບບທີ່ວ່າ ສ່ວນຫຼາຍຮຽກຮ້ອງໃຫ້ມີພະລັງງານໄວ້ຕະຫຼອດເພື່ອສະໜອງຕາມຄວາມຕ້ອງການ, ແລະນັ້ນກໍ່ເປັນສິ່ງທ້າທາຍແດ່ ສໍາລັບພະລັງງານແສງຕາເວັນແລະພະລັງງານລົມ ເວັ້ນເສຍແຕ່ວ່າ ທ່ານຈະມີອົງປະກອບການລົງທຶນໃນການເກັບຮັກສາພະລັງງານໄວ້ເຊັ່ນ: ຫມໍ້ໄຟເພື່ອເກັບໄຟໄວ້.

ສ່ວນນັກອານຸລັກສິ່ງແວດລ້ອມກັບເຫັນວ່າ ລັດຖະບານລາວຄວນສຸມໃສ່ພັດ ທະນາໂຄງການຜະລິດພະລັງງານ ທີ່ມາຈາກລົມແບບນີ້ ແທນໃຫ້ການສ້າງເຂື່ອນໄຟຟ້າເພາະມັນໃຊ້ແຕ່ດິນເທົ່ານັ້ນເພື່ອພັດທະນາ ແລະຕັ້ງເຄື່ອງຈັກຜະລິດ ດັ່ງ​ທີ່​ ດຣ. ອຽນ ແບດ, ນັກຄົ້ນຄວ້າກ່ຽວກັບລະບົບນິເວດໃນແມ່ນໍ້າຂອງໃຫ້ຄໍາເຫັນວ່າ:

“ບໍ່ຈໍາເປັນຕ້ອງໄປກັ້ນນໍ້າ ຫລືຕັນນໍ້າ ຫລືວ່າເຮັດໃຫ້ນໍ້າມີການປ່ຽນແປງເນາະ ເພາະວ່າ ຜ່ານມາໜີ້ ເຂື່ອນໄຟຟ້າໜີ້ ມັນມີຜົນກະທົບຫຼາຍຕໍ່ນໍ້າ ຊຶ່ງວ່ານໍ້າ ເປັນສິ່ງທີ່ປະຊາຊົນໜີ້ ຫຼືວ່າຊີວະນາໆພັນ ມັນກໍນໍາໃຊ້ ຖືວ່າເປັນອັນສໍາຄັນ.

ໂດຍທີ່ຕັ້ງຢູ່ບໍ່ໄກຈາກຊາຍແດນລາວ-ຫວຽດນາມປານໃດ ໂຄງການທີ່ວ່ານີ້ ມີແຜນທີ່ຈະຂາຍໄຟຟ້າໃຫ້ແກ່ຫວຽດນາມໃນປະລິມານ 5,000 ເມກາວັດ ເປັນ ໄລຍະ 25 ປີ ໂດຍທີ່ຈະເຊື່ອມຕໍ່ຕາຂ່າຍສາຍສົ່ງຈາກສະຖານີກະຈາຍໄຟຟ້າ ຂອງໂຄງການທີ່ຕັ້ງຢູ່ຫ່າງຈາກຊາຍແດນລາວ-ຫວຽດນາມ 22 ກິໂລແມັດໃສ່ກັບ ລະບົບຕາຂ່າຍໄຟຟ້າຂອງຫວຽດນາມໂດຍຜ່ານສາຍໄຟແຮງສູງ 500 ກິໂລໂວນ ຢູ່ສະຖານີໄຟຟ້າຍ່ອຍ ແຖັ້ງມີ (Thank My), ແຂວງກວາງນາມ, ໃນພາກກາງ ຂອງຫວຽດນາມ ທີ່ໄດ້ເລີ້ມລົງມືປັບປຸງສາຍສົ່ງແລ້ວໃນເດືອນຕຸລາ 2003 ຜ່ານມາ, ອີງຕາມເວັບໄຊຂອງບໍລິສັດໄຟຟ້າແຫ່ງຫວຽດນາມ ຫລື Vietnam Electricity Corporation ທີ່ເປັນລັດວິສະຫະກິດທີ່ເຊັນສັນຍາຊື້ໄຟຈາກໂຄງການນີ້.

ໂຄງການມອນຊູນວິນໄດ້ເລີ້ມຕິດຕັ້ງກັງຫັນລົມທີ່ມີທັງໝົດ 133 ຕົ້ນມາ ແຕ່ທ້າຍປີກາຍນີ້ເພື່ອໃຫ້ສາມາດເລີ້ມການຜະລິດໄດ້ພາຍໃນທ້າຍປີ 2025 ນີ້. ຫລັງ ຈາກໂຄງການນີ້ເລີ້ມການຜະລິດແລ້ວ, ກຸ່ມນັກລົງທຶນກໍຈະສືບຕໍ່ສ້າງໂຄງ ການພະລັງ ງານລົມແຫ່ງທີສອງທີ່ມີກໍາລັງຕິດຕັ້ງ 1,000 ເມກາວັດ ທີ່ຊື່ວ່າ ຟາມລົມເຊກອງໃນເມືອງລາມາມ ແລະດັກຈຶງ, ແຂວງ ເຊກອງທີ່ ຄາດວ່າ ຈະໃຫ້ສໍາເລັດໃນ ປີ 2028 ໂດຍໄດ້ມີກການເຊັນຂໍ້ຕົກລົງນໍາ ກັນລະຫວ່າງລັດ ຖະບານລາວ ແລະບໍລິສັດ Impact Energy Asia Development Limited (IEAD) ຂອງໄທໃນເດືອນກັນຍາ 2023 ຜ່ານມາ. ນອກຈາກ IEAD ແລ້ວ ຍັງມີຜູ້ລົງທຶນ ແລະພັດທະ ນາໂຄງການນີ້ອີກຫຼາຍບໍລິສັດ ມີບໍລິສັດບາງຈາກມະຫາຊົນ, ອີເລັກຕຣອນສ໌ ສະຍາມ ຈໍາກັດ (Electrons Siam Co., Ltd.), STP&I ມະຫາຊົນຈໍາກັດ, ກຸ່ມບໍລິສັດ SMP ຂອງຝຣັ່ງ, ບໍລິສັດ ACEN Renewables International Pte. Ltd. ຂອງສິງກະໂປ, ແລະບໍລິສັດ Mitsubishi. ສ່ວນຜູ້ໃຫ້ທຶນກູ້ຢືມ ແລະຊ່ວຍເຫລືອນັ້ນມີທະນາຄານພັດທະນາ ເອເຊຍ, ຍີ່ປຸ່ນ, ຮົງກົງ, ຈີນ ແລະໄທ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG