ລັດຖະບານລາວຈະຕ້ອງປັບປຸງວຽກງານໃນ 6 ດ້ານດ້ວຍກັນຈຶ່ງຈະສາມາດຍົກສະຖານະພາບສູງຂຶ້ນໃນການເປັນປະເທດທີ່ໜ້າລົງທຶນ ແລະດຶງດູດເອົາການລົງທຶນຈາກຕ່າງປະເທດໃຫ້ຫລາຍຂຶ້ນ. ຊົງລິດ ໂພນເງິນມີລາຍງານກ່ຽວກັບເລື້ອງນີ້ມາສະເໜີທ່ານຈາກບາງກອກ.
ນັກຊ່ຽວຊານດ້ານການລົງທຶນລະຫວ່າງລາວ-ໄທຢືນຢັນວ່າ ການອຳນວຍຄວາມສະດວກທາງດ້ານການລົງທຶນໃນລາວ ຍັງດໍາເນີນໄປຢ່າງຊັກຊ້າເພາະວ່າ ພາກສ່ວນທີ່ຮັບຜິດຊອບໃນການສົ່ງເສີມການລົງທຶນ ຜ່ານລະບົບໃຫ້ບໍລິການແບບປະຕູດຽວ (One Stop Service) ນັ້ນ ຍັງມີຂໍ້ຈຳກັດທາງດ້ານ ບຸກຄະລາກອນທີ່ີມີຄວາມຮູ້-ຄວາມສາມາດໃນການປະຕິບັດງານຈຶ່ງເຮັດໃຫ້ສາມາດດຶງເອົາການລົງທຶນ ຈາກຕ່າງປະເທດເຂົ້າມາໃນລາວໄດ້ຕໍ່າກວ່າເປົ້າໝາຍ ແລະເຮັດໃຫ້ອັນດັບຂອງລາວໃນການເປັນ ປະເທດທີ່ໜ້າລົງທຶນໃນສາຍຕາຂອງນັກທຸລະກິດຊາວຕ່າງຊາດ ໄດ້ຕົກຕໍ່າລົງຈາກອັນດັບ 134 ໃນປີ 2016 ລົງມາຢູ່ອັນດັບທີ 154 ຈາກ 190 ປະເທດທົ່ວໂລກໃນປີ 2020. ເພື່ອແກ້ບັນຫາດັ່ງກ່າວນີ້ ຈຶ່ງມີພຽງການພັດທະນາ ແລະຍົກລະດັບປະສິດທິພາບໃນການປະຕິບັດໜ້າທີ່ຂອງພະນັກງານລັດຖະບານໃຫ້ສູງຂຶ້ນໃນ 6 ດ້ານດັ່ງທີ່ທ່ານນັກຊ່ຽວຊານດ້ານການລົງທຶນຢືນຢັນວ່າ:
“ອັນທີ 1 ທີ່ຈະຕ້ອງໄດ້ປັບປຸງຄືອັດຕາສ່ວນຂອງການລົງທຶນ ຫມາຍຄວາມວ່າ ເພີ່ມສັດສ່ວນຂອງ ການລົງທຶນໃຫ້ນັກລົງທຶນຕ່າງປະເທດນີ້ ສາມາດເຂົ້າໄປຖືຫຸ້ນໄດ້ 100 ເປີເຊັນ ໃນຫຼາຍທຸລະກິດໃຫ້ຫລາຍຂຶ້ນ, ປະການທີ 2 ກໍຄືສິດເໜືອທີ່ດິນ ຫຼືຕົວໂຮງງານ, ລວມທັງຊັບສິນຕ່າງໆ ຕ້ອງມີການປັບປຸງ ເລື້ອງການມີສິດໄດ້ຮັບການຄຸ້ມຄອງຫຼາຍຍິ່ງຂຶ້ນ. ປະການທີ 3 ກໍຄືເລື້ອງການນຳເຂົ້າແລະສົ່ງອອກ. ບໍ່ວ່າຈະເປັນການນໍາເຂົ້າສິນຄ້າ, ວັດຖຸດິບ, ຜູ້ຊ່ຽວຊານ, ລວມທັງຫລັງຈາກການຜະລິດ ແລ້ວ ຂັ້ນຕອນໃນການສົ່ງອອກອັນໃດຕ່າງໆ ຫຼາຍຈຸດຍັງເປັນຄໍແກ້ວຢູ່.”
ສ່ວນອີກ 3 ດ້ານທີ່ຈະຕ້ອງປັບປຸງກໍຄືການພັດທະນາໂຄງຫລ່າງພື້ນຖານທາງເສດຖະກິດ, ການຊຳລະພາສີອາກອນ ດ້ວຍລະບົບ Electronic ແລະການລະງັບຂໍ້ຂັດແຍ້ງທາງທຸລະກິດຢ່າງໂປ່ງໃສ.
ທັງນີ້ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການລົງທຶນຂອງຕ່າງປະເທດໃນລາວຫຼຸດລົງ ຫຼາຍກວ່າ 80 ເປີເຊັນໃນຊ່ວງປີ 2020 ຫາ 2021 ທຽບໃສ່ກັບປີ 2019 ທີ່ຕ່າງປະເທດລົງທຶນໃນລາວ ມີມູນຄ່າເກີນກວ່າ 9.8 ຕື້ໂດລາ. ຍິ່ງໄປກວ່ານັ້ນ ການລະບາດຂອງໄວຣັສໂຄວິດ -19 ຍັງເຮັດໃຫ້ບໍລິສັດຕ່າງປະເທດໄດ້ນໍາເອົາທຶນຕົວຈິງເຂົ້າມາໃນລາວພຽງແຕ່ 17 ເປີເຊັນ ເທົ່ານັ້ນຂອງການລົງທຶນ ທັງຫມົດເນື່ອງຈາກວ່າ ການລະບາດຂອງໂຄວິດ-19 ເຮັດໃຫ້ບໍ່ສາມາດດຳເນີນກິດຈະການໄດ້ຢ່າງເປັນປົກກະຕິນັ້ນເອງ.
ທ່ານນາງຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ຖະແຫຼງຍອມຮັບວ່າ ການອະນຸຍາດການລົງທຶນຂອງຕ່າງປະເທດໃນລາວ ໂດຍລະບົບໃຫ້ບໍລິການແບບປະຕູດຽວ ຫຼື One Stop Service ຂອງລັດຖະບານລາວມີປະສິດທິພາບຕ່ຳ ແລະຊັກຊ້າຄືບັນຫາສຳຄັນ ເພາະກົດໝາຍສົ່ງເສີມການລົງທຶນໄດ້ກຳໜົດໄວ້ຢ່າງຊັດເຈນແລ້ວວ່າ ການອະນຸຍາດການລົງທຶນກິດຈະການທີ່ລັດຄວບຄຸມນັ້ນ ໃຫ້ໃຊ້ເວລາບໍ່ເກີນ 8 ວັນທຳການ ແລະ 60 ວັນທຳການ ສຳລັບກິດຈະການສຳປະທານຈາກລັດ ແຕ່ການຈັດຕັ້ງປະຕິບັດໂຕຈິງ ບໍ່ທັນສາມາດເຮັດໄດ້ເຊັ່ນກັນ ເພາະຍັງບໍ່ມີກົນໄກການສ້າງຕັ້ງໜ່ວຍງານປະສານງານສັງກັດຢູ່ນຳຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ ພະນັກງານທີ່ເຮັດວຽກປະຕູດຽວຍັງບໍ່ເປັນເຈົ້າການໃນການຕິດຕາມງານກັບຂະແໜງການກ່ຽວຂ້ອງ, ການຈັດຕັ້ງໃຫ້ບໍລິການແບບປະຕູດຽວຍັງເຮັດບໍ່ໄດ້ດີ ຍ້ອນຂາດພະນັກງານທີ່ມີຄວາມຮູ້-ຄວາມສາມາດຕົວຈິງ.
ທັງນີ້ ທະນາຄານໂລກໄດ້ຈັດອັນດັບປະເທດລາວເປັນປະເທດທີ່ລົງທຶນດີທີ່ສຸດອັນດັບທີ 154 ໃນຈຳນວນ 190 ປະເທດໃນໂລກໃນປີ 2020 ໂດຍອີງໃສ່ຄວາມຫຍຸ້ງຍາກໃນການເລີ່ມຕົ້ນດຳເນີນທຸລະກິດ, ການຂໍອະນຸຍາດ ກໍ່ສ້າງສຳນັກງານ, ການຕອບສະຫນອງໄຟຟ້າ, ການແຈ້ງການລົງທະບຽນຊັບສິນ, ການເຂົ້າເຖິງສິນເຊື່ອ, ການປົກປ້ອງນັກລົງທຶນ, ມາດຕະຖານການຊໍາລະພາສີ, ການຄ້າຂ້າມຊາຍແດນສະດວກ, ການບັງຄັບໃຊ້ສັນຍາ ລົງທຶນ, ຄໍາຕັດສິນໃນກໍລະນີລົ້ມລະລາຍ ໂດຍລາວໄດ້ຄະແນນສະເລ່ຍ 50.8 ເປີເຊັນ ທີ່ມີສອງດ້ານທີ່ໄດ້ປັບປຸງໃຫ້ດີຂຶ້ນຄື: ການເລີ່ມຕົ້ນດຳເນີນທຸລະກິດ ແລະການຕອບສະໜອງໄຟຟ້າ. ສ່ວນການຕັດສິນໃນກໍລະນີລົ້ມລະລາຍ ແລະການຄຸ້ມຄອງນັກລົງທຶນຕ່າງປະເທດຢູ່ລາວຈະຕ້ອງໄດ້ຮັບການປັບປຸງຢ່າງຮີບດ່ວນທີ່ສຸດໂດຍໃນປີ 2021, ກໍປາກົດວ່າ ບໍລິສັດຂອງຈີນໄດ້ລົງທຶນເພີ່ມຂຶ້ນໃນ 28 ໂຄງການມີມູນຄ່າການລົງທຶນລວມຫຼາຍກວ່າ 2.5 ຕື້ໂດລາ. ອັນເຮັດໃຫ້ຈີນຍັງເປັນຜູ້ລົງທຶນລາຍໃຫຍ່ທີ່ສຸດໃນລາວ ທີ່ມີມູນຄ່າລົງທຶນທັງໝົດຫຼາຍກວ່າ 16 ຕື້ໂດລາໃນ 815 ໂຄງການ.