ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊາວສວນກາເຟ ໃນເຂດພູສູງ ຂອງ ລາວ ໄດ້ຮັບຜົນປະໂຫຍດ ຈາກການທ່ອງທ່ຽວ


Growing Coffee in Laos Highlands Provides Alternative to Opium Poppies
please wait

No media source currently available

0:00 0:02:43 0:00

ສິ່ງທີ່ໄດ້ເລີ່ມເປັນໂຄງການໜຶ່ງເພື່ອສະໜອງທາງເລືອກອື່ນສຳລັບຊາວໄຮ່ຊາວ ສວນລາວທີ່ອາໄສຢູ່ເທິງພູສູງ ຜູ້ທີ່ຖືກຫ້າມບໍ່ໃຫ້ຖາງປ່າເຮັດໄຮ່ຕໍ່ໄປຍ້ອນບໍ່ໄດ້ ປູກຝິ່ນທີ່ເປັນພືດເພື່ອການຄ້ານັ້ນ, ມາບັດນີ້ກຳລັງໄດ້ຮັບຄວາມຊ່ວຍເຫຼືອຈາກ ຄື້ນຟອງຂອງພວກນັກທ່ອງທ່ຽວຕ່າງຊາດເພີ່ມຂຶ້ນໃນແຂວງຫຼວງພະບາງ ທີ່ ເປັນເມືອງມໍລະດົກໂລກຂອງອົງ ການ UNESCO. ດັ້ງເດີມແລ້ວແມ່ນເປັນທີ່ຮູ້ ຈັກກັນຍ້ອນວັດວາສາສະໜາ, ການທ່ອງ ທ່ຽວໃນເມືອງມໍລະດົກໂລກແມ່ນກຳ ລັງຂະຫຍາຍຕົວຂຶ້ນ, ເປັນການສ້າງຫົນທາງໃຫ້ແກ່ ບໍລິສັດໜຶ່ງທີ່ຈະສ້າງຈຸດ ເດັ່ນໃຫ້ແກ່ພວກເຂົາເຈົ້າດ້ວຍເມັດກາເຟທີ່ປູກຢູ່ໃນທ້ອງຖິ່ນ. ນັກຂ່າວ Daniel Carteret ມີລາຍງານໃຫ້ ວີໂອເອ ຈາກແຂວງຫຼວງພະບາງ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ການສະໜອງກາເຟຄຸນນະພາບດີທີ່ຜະລິດໃນທ້ອງຖິ່ນໃນແຂວງຫຼວງພະບາງ ແມ່ນ ເກືອບຈະບໍ່ສາມາດຕາມທັນຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກ, ຍ້ອນການຂະ ຫຍາຍຕົວຢ່າງໃຫຍ່ຂອງການທ່ອງທ່ຽວຢູ່ໃນເມືອງມໍລະດົກໂລກ ແຫ່ງນັ້ນ.

ບໍລິສັດທີ່ມີຊື່ວ່າ Saffron Coffee ເຊື່ອວ່າພວກເຂົາເຈົ້າໄດ້ຄົ້ນພົບຂໍ້ແກ້ໄຂບັນ ຫາທີ່ ໃຫ້ຜົນປະໂຫຍດທັງສອງຝ່າຍ ສຳລັບຊາວໄຮ່ເຂດພູສູງ ຜູ້ທີ່ບໍ່ສາມາດທີ່ ຈະປູກຝິ່ນໄດ້ ແລະ ຖືກຫ້າມຈາກການຖາງປ່າເຮັດໄຮ່ ເຊິ່ງລັດຖະບານກ່າວວ່າ ເປັນອັນຕະລາຍຕໍ່ຂົງ ເຂດທີ່ມີປ່າດົງຕຶບໜາ.

ທ່ານ Derek Smith ຈາກບໍລິສັດກາເຟ Saffron ກ່າວວ່າ “ໜຶ່ງໃນເປົ້າໝາຍ ໃຫຍ່ ຫຼາຍຢ່າງທີ່ພວກເຮົາມີໃນບໍລິສັດ Saffron Coffee ແມ່ນການແບກ ເຈ່ຍວຽກງານທີ່ ໄດ້ເຮັດ ມາ ໂດຍບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະ ອົງກອນຕ່າງໆ ຂອງລັດ ຖະບານກ່ອນໜ້ານີ້ ເພື່ອສົ່ງເສີມວຽກງານໃນ ບັນດາແຂວງພາກເໜືອຂອງ ລາວ. ໜຶ່ງໃນຄວາມຫຍຸ້ງຍາກກັບໂຄງການດັ່ງ ກ່າວນັ້ນກໍແມ່ນວ່າມັນບໍ່ມີຕະຫຼາດໃຫ້ ຂາຍກະເຟ ແລະ ນັ້ນກໍແມ່ນສິ່ງທີ່ບໍລິ ສັດກຳລັງເພັ່ງເລັງໃສ່ທີ່ຈະເຮັດ."

ໃນຕົ້ນຊຸມປີ 2000, ການປູກຝິ່ນໃນພາກເໜືອຂອງ ລາວ ໄດ້ເລີ່ມຈະຫຼຸດລົງ ຢ່າງຫຼວງຫຼາຍ ໃນຂະນະທີ່ລັດຖະບານໄດ້ເພີ່ມຄວາມພະຍາຍາມລົບລ້າງມັນ, ເຮັດໃຫ້ປະຊາຊົນ ຫຼາຍຄອບຄົວບໍ່ມີລາຍໄດ້ມາຈາກວຽກອື່ນແທນ.

ຊາວໄຮ່ຊາວສວນຫຼາຍຄົນໃນເຂດພູສູງໄດ້ຫັນໄປປູກເຂົ້າຫຼືໝາກສາລີແທນ, ເຊິ່ງປະ ກອບມີການໝູນວຽນຖາງປ່າເຮັດໄຮ່ໃນບໍລິເວນທີ່ມີປ່າຕຶບໜາ, ເປັນ ສິ່ງທີ່ລັດຖະບານຕ້ອງຫ້າມເຊັ່ນກັນ.

ແຕ່ສຳລັບຜູ້ເຮັດໄຮ່ເຊັ່ນທ້າວ ບົວ ທອງ ເປັນຕົ້ນ ເຊິ່ງຕົ້ນໄມ້ຂອງລາວໄດ້ຜະ ລິດໝາກ ກາເຟມາເປັນເວລາເກືອບໜຶ່ງທົດສະວັດແລ້ວ, ຕະຫຼາດທີ່ມີຄວາມ ໝັ້ນຄົງ ແລະ ລາຄາທີ່ສູງຂຶ້ນກໍແມ່ນເປັນທາງເລືອກທີ່ອອນຊອນໃຈອັນນຶ່ງ.

ທ້າວ ບົວ ທອງ ກ່າວວ່າ “ມັນງ່າຍກວ່າການປູກເຂົ້າ, ເພາະວ່າເມື່ອຕົ້ນກາເຟ ມັນສູງແລ້ວເຈົ້າກໍບໍ່ຈຳເປັນຕ້ອງໄດ້ຕັດຫຍ້າທຸກໆເດືອນຄືກັບເຈົ້າຕ້ອງໄດ້ເຮັດ ກັບການປູກເຂົ້າ.”

ທຸກມື້ນີ້ ຄອບຄົວຂອງທ້າວ ທອງ ແມ່ນໜຶ່ງໃນ 780 ຄອບຄົວໃນເຂດພູງສູງ ຂອງແຂວງ ຫຼວງພະບາງ ທີ່ປູກຕົ້ນກາເຟໃຫ້ບໍລິສັດ Saffron.

ທຳອິດພວກຊາວໄຮ່ ໄດ້ພາກັນມີຄວາມລັງເລໃຈທີ່ຈະລອງປູກພືດເຊິ່ງພວກ ເຂົາເຈົ້າບໍ່ຄຸ້ນເຄີຍ, ເຊິ່ງຕາມປົກກະຕິແລ້ວມັນຈະໃຊ້ເວລາ 3 ປີຈຶ່ງສາມາດ ເກັບກ່ຽວຜົນຜະລິດຄັ້ງ ທຳອິດໄດ້.

ບໍລິສັດ Saffron ໄດ້ມອບເບ້ຍກາເຟ 3 ແສນຕົ້ນໃຫ້ຊາວໄຮ່ໃນທົ່ວພາກພື້ນ, ແຕ່ພວກເຂົາເຈົ້າຍັງຂາດຄວາມຄວາມຮູ້ໃນການປູກຕົ້ນກາເຟຢູ່, ໝາຍຄວາມ ວ່າການທົດລອງ ສ່ວນຫຼາຍແມ່ນໄດ້ຮັບຄວາມລົ້ມແຫຼວ.

ທ່ານ ລັດ ອິນພົມມາລີ ຜູ້ສົ່ງເສີມການປູກກາເຟ ຂອງບໍລິສັດ Saffron ກ່າວ ວ່າ “ໃນເວ ລາທີ່ພວກເຮົາເອົາຕົ້ນກາເຟໃຫ້ພວກຊາວບ້ານ, ພວກເຂົາເຈົ້າ ພຽງແຕ່ຢາກປູກຕົ້ນ ໄມ້ໃສ່ບ່ອນໃດກໍຕາມທີ່ພວກເຂົາເຈົ້າຢາກປູກມັນ. ພວກເຂົາເຈົ້າບໍ່ໄດ້ປູກໃສ່ບ່ອນທີ່ ຖືກຕ້ອງ, ດັ່ງນັ້ນຕົ້ນໄມ້ພວກນັ້ນຈິ່ງຕາຍ.”

ບັນດາຜູ້ສົ່ງເສີມຕອນນີ້ໄດ້ເຮັດວຽກຢ່າງໃກ້ຊິດກັບບັນດາຊາວໄຮ່ ແລະ ແຂວງ ນີ້ໄດ້ຜະ ລິດກາເຟ 12 ໂຕນໃນລະຫວ່າງການເກັບກ່ຽວຄັ້ງທີ່ຜ່ານມາ.

ໃນຂະນະທີ່ພວກນັກທ່ອງທ່ຽວໄດ້ຫຼັ່ງໄຫຼເຂົ້າໄປໃນແຂວງ, ຄວາມຮຽກຮ້ອງຕ້ອງ ການຈາກບັນດາໂຮງແຮມ ແລະ ຮ້ານອາຫານໃນທົ່ວປະເທດ ລາວ ສຳລັບຜະ ລິດຕະພັນທີ່ຜະ ລິດພາຍໃນປະເທດ ແມ່ນກຳລັງສະໜອງທາງເລືອກໃໝ່ທາງ ດ້ານກະສິກຳໃຫ້ແກ່ພວກ ຊາວໄຮ່ຊາວສວນ.

ຄັ້ງໜຶ່ງເຂດນີ້ເຄີຍເປັນທີ່ຮູ້ຈັກກັນວ່າເປັນສະມາຊິກຂອງການຜະລິດຝິ່ນຂອງ ສາມຫຼ່ຽມຄຳ, ແຕ່ມາບັດນີ້, ຊາວໄຮ່ຊາວສວນຈຳນວນຫຼາຍໃນພາກສ່ວນນີ້ ຂອງ ລາວ ແມ່ນພວມພາກັນຊອກຫາຊື່ສຽງໃນການປູກກາເຟທີ່ມີຄຸນນະ ພາບດີ.

What started out as a project to provide an alternative for Laos' highland farmers,who are discouraged from traditional slash and burn agricultural techniques in the absence of their cash crop opium, is now riding the wave of increased international visitors to the UNESCO town of Luang Prabang. Traditionally known for its Buddhist temples, tourism in the heritage town is booming, paving the way for one company to make its mark with locally-grown coffee beans. Daniel de Carteret reports for VOA from Luang Prabang]]

The supply of locally-produced quality coffee in Luang Prabang can barely keep up with demand, thanks to the boom in tourism at the world-heritage site.

One company, Saffron Coffee, believes it has found a win-win solution for highland farmers who are no longer able to grow opium and are being prohibited from farming techniques that the government says are harmful to forested areas.

((DEREK SMITH, SAFFRON COFFEE, (male in English)))
"One of the big aims that we have in the Saffron Coffee company is to piggyback the work that has been done by NGOs and government agencies previously; to promote coffee in the Northern parts of Laos. One of the difficulties with those programs is that there is no market provided for that coffee and that is what saffron is aiming to do."


In the early 2000s, opium growing in Northern Laos began to fall dramatically as the government stepped up its eradication efforts, leaving many households without an alternative income.

Many farmers in the highlands turned to rice or corn, which involved a cycle of slashing and burning forested areas - something which the government has also outlawed.

But for farmers like Boua Thong, whose trees have been producing coffee for close to a decade, the stable market and higher prices is a welcome alternative.

((BOUA THONG, COFFEE FARMER (male in Lao)))
"It's easier than growing rice, because when coffee trees get higher you don't have to cut the grass every month, like you have to with rice."

Today, Thong's household is one of more than 780 families in the mountains of Luang Prabang Province that have taken to growing the beans for Saffron.

Farmers were initially hesitant to try an unfamiliar crop, which typically takes three years to yield its first harvest.

Saffron provided 300,000 seedlings to farmers across the region, but a lack of know-how meant much of the experiment failed.


((LAT INPHOMMALY, COFFEE PROMOTER, SAFFRON COFFEE)))
"When we gave the plants to the villagers, they just put the plants wherever they wanted them to grow. They did not put in the right place though, so the plants died."

Promoters now work more closely with farmers and this province produced 12 tons of coffee during the last harvest.

As tourists flock, demand from hotels and restaurants across Laos for home-grown produce is offering farmers an agricultural alternative.

Once known as an opium producing member of the golden triangle, today, many farmers in this part of Laos are seeking a reputation for quality coffee.

XS
SM
MD
LG