ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ​ເຊື່ອ​​ວ່າ ​ຈະ​ສາມາດ ​ບັນລຸ​ເປົ້າ​ໝາຍການພັດທະນາ ດ້ານສາທາລະນະສຸກ ຂອງ MDG ໄດ້


ການສັກຢາກັນພະຍາດ ໃຫ້ແກ່ເດັກນ້ອຍລາວ ໃນໂຮງຮຽນແຫ່ງນຶ່ງ
ການສັກຢາກັນພະຍາດ ໃຫ້ແກ່ເດັກນ້ອຍລາວ ໃນໂຮງຮຽນແຫ່ງນຶ່ງ

ລັດຖະມົນຕີ​ລາວ​ເຊື່ອ​ໝັ້ນ​ວ່າ​ ຈະ​ສາມາດ​ບັນລຸ ​ເປົ້າໝາຍ​ສະຫັດ​ສະ​ວັດ​ ການ​ພັດທະນາ ດ້ານ​ສຸຂະພາບ​ອະນາ​ໄມ ​ໄດ້​ຕາມ​ເປົ້າໝາຍ​ທີ່​ວາງ​ໄວ້​ ໃນ​ປີ 2015.

ທ່ານ​ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີວ່າການ​ກະຊວງ​ສາ
ທາລະນະ​ສຸກ ​ໄດ້​ຖະ ​ແຫຼ​ງຢືນ​ຢັນ​ຕໍ່​ກອງ​ປະຊຸມ​ວ່າ​ດ້ວຍ​ການ
​ພັດທະນາດ້ານ​ສາທາລະນະ​ສຸກ​ໃນ​ພູມິ​ພາກເອ​ເຊຍ-ປາຊິ​ຟິກ
ຊຶ່ງ​ຈະ​ຈັດ​ຂຶ້ນ​ໂດຍ​ອົງການ​ອະນາ​ໄມ​ໂລກ (WHO) ຮ່ວມ​ກັບ
ລັດຖະບານ​ອິນ​ໂດ​ເນ​ເຊຍ ​ເມື່ອ​ບໍ່​ດົນ​ມາ​ນີ້ ຢູ່​ກຸງ​ຈາ​ກາ​ຕ້າວ່າ
ການ​ປຸກລະດົມ​ເພື່ອ​ກັນພະຍາດ​ຕິດ​ຕໍ່​ຕ່າງໆ​ຢູ່​ໃນ​ລາວ​ໄດ້​ຮັບ
​ຜົນ​ສໍາ​ເລັດ​ເປັນ​ຢ່າງ​ດີ. ​ໂດຍ​ສະ​ເພາະແມ່ນ​ການປ້ອງ​ກັນ​ພະ
ຍາດ​ຕິດ​ຕໍ່​ໃນ​ແມ່​ແລະ​ເດັກ​ນັ້ນ​ຖື​ເປັນ​ພາກສ່ວນ​ທີ່​ລັດຖະບານ
​ລາວ​ໄດ້​ໃຫ້ ຄວາມ​ສໍາຄັນ​ເປັນ​ບຸລິມະສິດ​ມາ​ໂດຍ​ຕະຫຼອດ
ຊຶ່ງ​ຈະ​ເຫັນ​ໄດ້​ຈາກ​ກໍລະນີ​ຂອງ​ການ​ປຸກລະດົມ​ເພື່ອ​ປ້ອງ​ກັນ
ພະຍາດໝາກ​ແດງ (Measles) ​ໃນ​ໄລຍະ​ຈາກ​ປີ 2009-
2011 ທ່ີ່ຜ່ານ​ມາ​ນັ້ນ ​ກໍ​ເຮັດ​ໃຫ້​ສາມາດ​ປ້ອງ​ກັນພະຍາດ​ດັ່ງ
ກ່າວ​ນີ້​ໄດ້ ເຖິງ 97% ຂອງ​ເດັກນ້ອຍ​ທີ່​ມີ​ອາຍຸ​ແຕ່ 9 ​ເດືອນ
​ເຖິງ​ 15 ປີ ທີ່​ມີ​ຢູ່​ເກືອບ 3 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ​. ພ້ອມ​ກັນ​
ນີ້ ການ​ທີ່​ລັດຖະບານ​ລາວ​ຍັງໄດ້​ໃຫ້​ບຸລິມະສິດ​ກັບ​ດ້ານ​ການ
​ອຶດຫິວ ການ​ຫລຸດອັດຕາ​ການ​ເສຍ​ຊີວິດ​ຂອງ​ແມ່ແລະ​ເດັກ
ການພັດທະນາ​ປັບປຸງ​ບໍລິການ​ດ້ານ​ສຸຂະພາບ​ອະ​ນາ​ໄມ​ຂອງ​
ແມ່ຍິງ ​ແລະ​ການ​ເສີມ​ສ້າງສະພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ກັບ​ແມ່​
ແລະ​ເດັກດ້ວຍ​ນັ້ນ ກໍ​ເຮັດ​ໃຫ້​ລັດຖະບານລາວ​ມີ​ຄວາມ​ໝັ້​ນ​
ໃຈວ່າ​ ຈະ​ສາມາດ​ບັນລຸ​ເປົ້າໝາຍ​ສະຫັດ​ສະ​ວັດ​ການ​ພັດທະ
ນາ (MDG) ດ້ານສຸຂະພາ​ບອະນາ​ໄມ​ໄດ້​ໃນ​ປີ 2015 ຢ່າງ​ ແນ່ນອນ.

ແມ່ແລະລູກນ້ອຍໃນເຂດຊົນນະບົດທີ່ທຸກຍາກແຫ່ງນຶ່ງຂອງລາວ
ແມ່ແລະລູກນ້ອຍໃນເຂດຊົນນະບົດທີ່ທຸກຍາກແຫ່ງນຶ່ງຂອງລາວ

​ແຕ່​ຢ່າງ​ໃດ​ກໍ​ຕາມ ອົງການ​ສະ​ຫະປະຊາ​ຊາດ​ເພື່ອ​ການ​ພັດທະ
ນາ (UNDP) ສໍານັກ ງານ​ປະ​ຈໍາ​ປະ​ເທດ​ລາວ​ ກໍ​ໄດ້​ຖະ​ແຫຼ​ງຢືນ
ຢັນ​ກ່ອນ​ໜ້າ​ນີ້​ວ່າ ການ​ທີ່​ລາວ​ຈະ​ຫລຸດ​ພົ້ນຈາກ​ສະພາບ​ດ້ອຍ
​ພັດທະນາ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ ກໍ​ມີ​ຄວາມ​ຈໍາ​ເປັນຢ່າງ​ຍິ່ງ​ທີ່​ທາງ​
ການລາວຈະ​ຕ້ອງ​ປະຕິບັດ​ໃຫ້​ໄດ້ 2 ​ໃນ 3 ​ເງື່ອນ​ໄຂ​ທີ່​ສໍາຄັນ.

ເງື່ອນ​ໄຂ​ທີ່​ນຶ່ງ​ກໍ​ແມ່ນ​ການ​ບັນລຸ​ເປົ້າໝາຍ​ກ່ຽວ​ກັບ​ລາຍ​ໄດ້​ປະ​ຊາ
​ຊາດ (GNI) ​ໂດຍ​ສໍາລັບ​ລາວ​ນັ້ນ ກໍ​ຈະ​ຕ້ອງ​ມີ​ລາຍ​ໄດ້​ປະຊາ​ຊາດ
​ທີ່​ສາມາດ​ຄິດ​ສະ​ເລ່ຍ​ເປັນລາຍ ​ໄດ້​ຂັ້ນ​ຕໍ່າ​ຂອງ​ປະຊາກອນ​ລາວ
​ໄດ້​ບໍ່​ຫລຸດ 1,190 ​ໂດ​ລາ ຕໍ່​ຄົນ​ສໍາລັບ​ໃນ​ທ້າຍ​ປີ 2012 ​ແລະ​ຈະ​ຕ້ອງ​ເພິ່ມຂຶ້ນທຸກ​ປີ​ດ້ວຍ ສ່ວນ​ເງື່ອນ​ໄຂ​ທີ່​ສອງ​ ກໍ​ຄື​ດັດຊະນີ​ວັດຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ ເຊັ່ນລະ
ດັບ​ການ​ສຶກສາ ອັດຕາ​ສະ​ເລ່ຍການຮູ້​ໜັງສື​ຂອງ​ປະຊາຊົນ ການ​ໄດ້​ຮັບ​ການ​ບໍລິ​ການ​ດ້ານ​ສຸຂະພາບ​ອະນາ​ໄມ ອັດ​ຕາ​ການ​ເສຍ​ຊີວິດຂອງ​ເດັກນ້ອຍ ​ແລະ​ແມ່ນ​ຍິງ​ທີ່​ຕັ້ງ​ທ້ອງ ແລະ
ອັດຕາ​ສະ​ເລ່ຍ ການ​ໄດ້ຮັບ​ສານ​ອາຫານ​ຂອງ​ເດັກນ້ອຍ​ຢ່າງ​ຄົບ​ຖ້ວນ​ເປັນ​ຕົ້ນ ຊຶ່ງ​ທັງ​ໝົດ​ນີ້​ກໍ​ຈະ​ຕ້ອງ​ປະຕິບັດ​ໃຫ້​ໄດ້​ຕາມ​ເກນ​ຂອງ​ສະຫະ​ປະຊາ​ຊາດ.

ສໍາລັບ​ເງື່ອນ​ໄຂ​ທີສາມ ກໍ​ຄື​ຄວາມເຂັ້ມ​ແຂງ​ຂອງ​ລະບົບ​ເສດຖະກິດ​ມະຫະພາກ ທີ່​ຈະຕ້ອງ​
ມີ​ການ​ຂະຫຍາຍຕົວ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ​ແລະ​ມີ​ຄວາມ​ອາດ​ສາມາດ​ທີ່​ຈະ​ຕ້ານທານກັບ​ບັນ
ຫາ ຫຼື​ຜົນ​ກະທົບ​ຕ່າງໆ​ໄດ້​ຢ່າ​ງຄັກ​ແນ່ ຕົວຢ່າງ​ກໍ​ຄື​ ຜົນ​ກະທົບ​ຈາກໄພພິບັດ​ທໍ​າມະ​ຊາດ ຫຼື​
ບັນຫາ​ວິ​ກິດ​ການ​ທາງ​ການ​ເງິນ​ຈາກ​ພາຍ​ນອກ​ປະ​ເທດ​ເປັນຕົ້ນ.

ເດັກນ້ອຍຈໍານວນນຶ່ງໃນເຂດຊົນນະບົດຂອງລາວ
ເດັກນ້ອຍຈໍານວນນຶ່ງໃນເຂດຊົນນະບົດຂອງລາວ
​ແຕ່​ຢ່າງ​ໃດ​ກໍ​ຕາມ ​ໂດຍ​ພິ​ຈາລະ​ນາ​ຈາກ​ຜົນ​ຂອງ​ການ​ປະຕິບັດ​
ຈັດ​ຕັ້ງ​ຂອງ​ທາງການ​ລາວ​ໃນ​ໄລຍະ​ນັບ​ຈາກ​ປີ 1996 ​ເປັນ​ຕົ້ນ
​ມາ ກໍ​ເຮັດ​ໃຫ້​ຜູ້​ຕາງ​ໜ້າ​ຂອງ UNDP ​ເຊື່ອ​ໝັ້ນ​ວ່າ ​ທາງ​ການ​
ລາວ​ມີ​ຄວາມ​ອາດ​ສາມາດ​ທີ່​ຈະ​ພັດທະນາ​ປະ​ເທດ​ໃຫ້​ຫລຸດ​ພົ້ນ
ຈາກສ​ະພາບ​ດ້ອຍ​ພັດທະນາ​ໄດ້​ໂດຍ​ພື້ນຖານ​ໃນ​ປີ 2018 ​ແລະ
ຫຼັງຈາກ​ນັ້ນ ກໍ​ຈະ​ຕ້ອງ​ໃຊ້​ເວລາ​ອີກ 3 ປີ ​ເພື່ອ​ກ້າວໄປ​ສູ່​ການ
​ຫລຸດ​ພົ້ນ​ຈາກ​ສະພາບ​ດ້ອຍ​ພັດທະນາ ຢ່າງ​ແທ້​ຈິງ.

ທາງ​ດ້ານ​ທ່ານ ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ ກໍ​ຍອມຮັບ​ວ່າ​ບໍ່​ແມ່ນ​ເລຶ່ອງ ທີ່​ງ່າຍ​ໆ ທີ່​ຈະ​ສາມາດ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ໄດ້​ຢ່າງ​ແທ້​ຈິງ ດັ່ງ​ທີ່​ທ່ານ​ໄດ້​ໃຫ້ການ ​ເນັ້ນ​ຢໍ້າວ່າ:

“ພວກ​ເຮົາ​ຈະ​ຕ້ອງ​ໄດ້​ເພີ່ມ​ທະວີ​ຄວາມ​ພະຍາຍາມ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ຮັບປະກັນ​
ໃຫ້​ບັນລຸ​ຄາດໝາຍ​ທີ່​ວາງ​ອອກ ຈະ​ຕ້ອງ​ສຸມ​ໃສ່​ຊຸກຍູ້​ການ​ຜະລິດ​ນາປີ ​ແລະ​ການ
​ຜະລິດ​ລະດູຝົນ ​ເອົາ​ໃຈ​ໃສ່​ຕິດຕາມ​ສະ​ພາບ​ກາ​ນປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ
ກະກຽມໃຫ້​ແກ່​ການ​ຕ້ານ ​ແລະ​ແກ້​ໄຂ​ໄພພິບັດ​ໃຫ້​ດີ​ໃຫ້​ໄວ​ ກວ່າ​ເກົ່າ.”


​ແຕ່​ຢ່າງ​ໃດ​ກໍ​ຕາມ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 9 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ກໍ​ໄດ້​ວາງ​
ເປົ້າໝາຍ​ທີ່​ຈະ​ພັດທະນາ​ເສດຖະກິດ​ໃນ​ໄລຍະ​ຈາກ​ປີ 2011-2015 ​ໃຫ້ຂະຫຍາຍຕົວ​ໃນ​
ອັດຕາ​ສະ​ເລ່ຍບໍ່​ຫລຸດ 8% ​ຕໍ່​ປີ ຊຶ່ງ​ຈະ​ເຮັດ​ໃຫ້​ອັດຕາ​ຄວາມທຸກຈົນ​ຂອງ​ປະຊາຊົນ​ລາວຫລຸດ
​ລົງເຫຼື​ອບໍ່​ເກີນ 10% ຂອງ​ປະຊາກອທັງ​ໝົດ​ໃນ​ປີ 2015 ​ເພື່ອ​ກ້າວ​ໄປ​ສູ່​ການ​ຫລຸດພົ້ນຈາກ
​ສະ​ພາບ​ດ້ອຍ​ພັດທະນາ​ໃນ​ປີ 2020 ຕາມ​ລໍາດັບ.
XS
SM
MD
LG