ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ​ໄດ້​ດຸນ​ການ​ຄ້າ ກັບ​ຕ່າງ​ປະ​ເທດ​ ໃນ 3 ໄຕ​ມາດ ​ຂອງ​ປີ 2019


ເງິນ​ກີບ​ລາວ ໃບແສນ​ກີບ
ເງິນ​ກີບ​ລາວ ໃບແສນ​ກີບ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍື​ນ​ຢັນ​ວ່າ ລາວ​ໄດ້​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ​ໃນ 3 ໄຕ​ມາດ​ຂອງ​ປີ 2019 ຫາກ​ແຕ່​ຍັງ​ປະ​ເຊີນ​ກັບ​ບັນ​ຫາ​ຂາດ​ດຸນ​ການ​ຊຳ​ລະ​ບັນ​ຊີ ເພາະ​ເງິນ​ຕາ​ຕ່າງ​ປະ​ເທດ ບໍ່​ໄດ້​ໂອນ​ເຂົ້າ​ມາ​ລາວ.


ທ່ານ​ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ລັດ​ຖະ​ມົນ​ຕີ​ວ່າ​ການ ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ ຖະ​ແຫລງ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ ຄັ້ງ​ທີ 8 ຂອງ​ສະ​ພາ​ແຫ່ງ​ຊາດ​ລາວ ທີ່​ດຳ​ເນີນກອງ​ປະ​ຊຸມ ໃນ​ວັນ​ທີ 7 ພະ​ຈິກ ຫາ ທີ 6 ທັນ​ວາ 2019 ວ່າ ການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ລາວ ໃນ​ໄລ​ຍະ 3 ໄຕ​ມາດຫຼື 9 ເດືອນ​ຂອງ​ປີ 2019 ມີ​ມູນ​ຄ່າ​ລວມ 8,582 ລ້ານ​ໂດ​ລາ ໃນ​ນີ້​ເປັນ​ການ​ສົ່ງ​ອອກ 4,380 ລ້ານ​ໂດ​ລາ ແລະ​ການ​ນຳ​ເຂົ້າ 4,202 ລ້ານ​ໂດ​ລາ ຈຶ່​ງ​ເຮັດ​ໃຫ້​ລາວ ໄດ້​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ​ໃນ​ມູນ​ຄ່າ 178 ລ້ານ​ໂດ​ລາ ຫາກ​ແຕ່​ວ່າ ດ້ວຍ​ການ​ສົ່ງ​ອອກ ແລະ​ນຳ​ເຂົ້າ​ສ່ວນ​ໃຫຍ່​ເປັນ​ການ​ຊຳ​ຫຼະ​ບັນ​ຊີ​ຢູ່​ໃນ​ຕ່າງ​ປະ​ເທດ ຈຶ່ງບໍ່​ໄດ້​ໂອນ​ເງິນ​ຕາ​ຕ່າງ​ປະ​ເທດ​ເຂົ້າ​ມາ​ໃນ​ລາວ ດັ່ງ​ທີ່ ທ່ານ​ສອນ​ໄຊ ໄດ້​ຖະ​ແຫລງ​ຢືນ​ຢັນ​ວ່າ:

“ເຖິງວ່າ ສະ​ພາບ​ການ​ຄ້າ ຈະ​ເກີນ​ດຸນ ແຕ່​ວ່າ ການ​ໂອນ​ເງິນ​ຕາ​ເຂົ້າ​ປະ​ເທດ​ຕົວ​ຈິງ ບໍ່​ໄດ້​ຕາມ​ມູນ​ຄ່າ​ທີ່​ສົ່ງ​ອອກ ເພາະ​ວ່າ ສິນ​ຄ້າ​ບາງ​ປະ​ເພດ​ຂາ​ອອກ ບໍ່​ໄດ້​ໂອນ​ເງິນ​ເຂົ້າ​ມາ​ໃນ​ປະ​ເທດ ຍ້ອນ​ວ່າ ມີ​ຂໍ້​ຜູກ​ພັນ​ທາງ​ສັນ​ຍາ​ກັບ​ຜູ້​ລົງ​ທຶນ ນອກ​ຈາກນັ້ນ ບາງ​ໝວດ​ສິນ​ຄ້າ​ນຳ​ເຂົ້າ​ປະ​ເທດ ເພື່ອ​ສົ່ງ​ອອກ​ຄືນ ສະ​ນັ້ນ ຈຶ່ງບໍ່​ມີ​ກາ​ນ​ຊຳຫຼະ​ສະ​ສາງ​ຄ່າ​ອຸ​ປະ​ກອນ ຄ່າ​ວັດ​ຖຸ​ດິບ ໃນ​ເວ​ລາ​ນຳ​ເຂົ້າ​ມາ.”

ໂດຍ​ໃນ​ປີ 2019 ລັດ​ຖະ​ບານ​ລາວ ໄດ້​ວາງ​ຄາດ​ໝາຍ​ການ​ຄ້າ​ຕ່າງ​ປະ​ເທດ​ໄວ້​ໃນ​ມູນ​ຄ່າ 11,292 ລ້ານ​ໂດ​ລາ ໃນ​ນີ້​ແບ່ງ​ເປັນ​ການ​ສົ່ງ​ອອກ​ໃຫ້​ໄດ້​ເຖິງ 5,516 ລ້ານ​ໂດ​ລາ ແລະ​ຄວບ​ຄຸມ​ການ​ນຳ​ເຂົ້າ​ໃຫ້​ບໍ່​ເກີນ 5,776 ລ້ານ​ໂດ​ລາ ເພື່ອ​ເຮັດ​ໃຫ້​ຂາດ​ດຸນ​ການ​ຄ້າບໍ່​ເກີນ 260 ລ້ານ​ໂດ​ລາ ຫາກ​ແຕ່​ກໍ​ບໍ່​ແມ່ນ​ເລື້ອງ​ງ່າຍ ເພາະ​ວ່າ ໃນ​ປີ 2018 ລາວ ມີ​ມູນ​ຄ່າ​ການ​ຄ້າ​ລວມ 11,258 ລ້ານ​ໂດ​ລາ ໃນ​ນີ້​ເປັນ​ການ​ສົ່ງ​ອອກ 5,410 ລ້ານ​ໂດ​ລາ ແລະ​ນຳ​ເຂົ້າ 5,848 ລ້ານ​ໂດ​ລາ ທຽບ​ໃສ່​ປີ 2017 ເພິ່ນ​ຂຶ້ນ 10.9 ເປີ​ເຊັນ ແລະ 21 ເປີ​ເຊັນ ຕາມ​ລຳ​ດັບ ອັນ​ເຮັດ​ໃຫ້​ລາວ​ຂາດ​ດຸນ​ການ​ຄ້າ​ໃນ​ມູນ​ຄ່າ 438 ລ້ານ​ໂດ​ລາ ທັງ​ຍັງ​ຖື​ເປັນ​ປັດ​ໄຈ​ສຳ​ຄັນ​ທີ່​ເຮັດ​ໃຫ້​ທຶນ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ບານ​ລາວຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ.

ທັງ​ນີ້ ຜູ້​ຊ່ຽວ​ຊານ​ດ້ານ​ການ​ເງິນ​ຂອງ​ທະ​ນາ​ຄານ​ໂລກ​ປະ​ຈຳ​ລາວ ຢືນ​ຢັນ​ວ່າ ທຶນ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ບານ​ລາວ ມີ​ມູນ​ຄ່າ​ຕ່ຳ​ກວ່າ 1,000 ລ້ານ​ໂດ​ລາ ຊຶ່ງ​ທຽບ​ໄດ້​ກັບ​ການ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຕ່າງ​ປະ​ເທດ ບໍ່​ເຖິງ 2 ເດືອນ ເພາະ​ວ່າ ລາວ​ນຳ​ເຂົ້າ​ສິນ​ຄ້າໃນ​ມູນ​ຄ່າ​ສະ​ເລ່ຍ​ເຖິງ 490 ລ້ານ​ໂດ​ລາ ຕໍ່​ເດືອນ ພາຍ​ໃຕ້​ສະ​ພາ​ບການດັ່ງ​ກ່າວ ກໍ​ຍັງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ ປະ​ເຊີນ​ກັບ​ການ​ເປັນ​ໜີ້​ເພີ້ມ​ຂຶ້ນ​ດ້ວຍ ເພາະ​ຕ້ອງ​ກູ້​ຢືມ​ເງິນ​ຈາກ​ຕ່າງ​ປະ​ເທດ​ເພື່ອ​ດຸນ​ດຽງ​ລາຍ​ຈ່າຍທີ່​ສູງກວ່າ​ລາຍ​ຮັບ ໂດຍ​ປີ 2018 ໜີ້​ສິນ​ຂອງ​ລັດ​ຖະ​ບານ​ລາວ ມີ​ມູນ​ຄ່າ​ເກີນກວ່າ 12,104 ລ້ານ​ໂດ​ລາ ຄິດ​ເປັນ 65.3 ເປີ​ເຊັນ ຂອງຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ແລະ​ຄາດ​ວ່າ ຈະ​ເພີ້ມ​ຂຶ້ນເປັນ 13,491 ລ້ານ​ໂດ​ລາ ຄິດ​ເປັນ 68 ເປີ​ເຊັນ ຂອງ GDP ໃນ​ປີ 2019 ທັງ​ຍັງ​ມີ​ທ່າ​ອຽງ​ທີ່​ຈະ​ເພີ້ມ​ຂຶ້ນ​ເປັນ​ເກີນກວ່າ 70 ເປີ​ເຊັນ ຂອງ GDP ໃນ​ປີ 2020 ອີກ​ດ້ວຍ.

ທາງ​ດ້ານ ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງກອງ​ທຶນ​ການ​ເງິນ​ສາ​ກົນ ຫຼື IMF ປະ​ຈຳ​ອາ​ຊຽນ ເປີດ​ເຜີຍ​ວ່າ ການ​ຂາດ​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ລາວ ຍັງ​ເຮັດ​ໃຫ້​ເງິນ​ກີບ​ອ່ອນ​ຄ່າ​ລົງ​ອີກ​ດ້ວຍ ໂດຍ​ໃນ​ໄລ​ຍະ 11 ເດືອນ​ຂອງປີ 2019 ກໍ​ປາ​ກົດ​ວ່າ ເງິນ​ກີບ​ໄດ້​ອ່ອນ​ຄ່າ​ລົງ 3.2 ເປີ​ເຊັນ​ ທຽບ​ໃສ່​ດອນ​ລາ​ສະ​ຫະ​ລັດ ແລະ 6.7 ເປີ​ເຊັນ ທຽບ​ໃສ່​ເງິນບ​າດ ຊຶ່ງ​ກໍ​ເຮັດ​ມໃຫ້​ສິນ​ຄ້າທຸກ​ຊະ​ນິດ​ທີ່​ລາວ​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໄດ້​ມີ​ການ​ປັບ​ລາ​ຄາ​ສູງ​ຂຶ້ນ ລວມ​ເຖິງ​ເຂົ້າ​ສານ​ທີ່​ປັບ​ຕົວ​ສູງ​ຂຶ້ນ​ດ້ວຍ​ເຊັ່ນ​ກັນ ເນື່ອ​ງ​ຈາກ​ການ​ຜະ​ລິດ​ເຂົ້າ​ທີ່​ໄດ້​ຕ່ຳ​ກວ່າແຜນ​ການທີ່​ວາງ​ໄວ້​ເຖິງ 2 ລະ​ດູ​ ທີ່​ເປັນ​ຜົນກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ ແລະ​ໄພ​ແຫ້ງ​ແລ້ງ​ໃນ​ປີ 2018 ແລະ​ໃນ​ປີ 2019 ນີ້.

ທັງ​ນີ້ ທ່ານ​ສົ​ມ​ຈິດ ອິນ​ທະ​ມິດ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ການ​ຄ້າ ຢືນ​ຢັນ​ວ່າ ໃນ​ສ່ວນ​ກ່ຽວ​ກັບ​ການ​ປັບ​ລາ​ຄາ ຈຳ​ໜ່າຍ​ນ້ຳ​ມັນ​ເຊື້ອ​ໄຟ​ໃນ​ລາວ ຕາມ​ການ​ປັບ​ລາ​ຄາ​ຂຶ້ນ​-ລົງ​ຂອງ​ລາ​ຄາ​ນ້ຳ​ມັນ​ໃນ​ຕະຫຼາດ​ໂລກນັ້ນ ກໍ​ເປັນອີກປັດ​ໄຈ​ນຶ່ງ ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ລາ​ຄາ​ສິນ​ຄ້າ​ໃນ​ລາວ ເພາະ​ລາວ​ຕ້ອງ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ​ຈາກ​ຕ່າງ​ປະ​ເທດ​ທັງ 100 ເປີ​ເຊັນ ຂອງ​ການ​ຊົມ​ໃຊ້​ທັງ​ໝົດ.

XS
SM
MD
LG