ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາດວ່າ ການກໍ່ສ້າງ ເຂື່ອນໄຟຟ້າ ​ຢູ່​ລາວ ຈະ​ແລ້ວສຳເລັດ 38 ໂຄງການ ພາຍໃນປີ 2020


ພາບຕົວແບບຈຳລອງ ຂອງເຂື່ອນນ້ຳຂອງ ທີ່ບໍລິສັດຈາກ ປະເທດຫວຽດນາມ ເປັັນຜູ້ໄດ້ຮັບສຳປະທານ ໂຄງການກໍ່ສ້າງ.
ພາບຕົວແບບຈຳລອງ ຂອງເຂື່ອນນ້ຳຂອງ ທີ່ບໍລິສັດຈາກ ປະເທດຫວຽດນາມ ເປັັນຜູ້ໄດ້ຮັບສຳປະທານ ໂຄງການກໍ່ສ້າງ.

ໃນປັດຈຸບັນ ມີການກໍ່ສ້າງເຂື່ອນຢູ່ໃນລາວຈຳນວນ 38 ໂຄງ
ການ ທີ່ຄາດວ່າຈະກໍ່ສ້າງແລ້ວສຳເລັດທັງໝົດໃນປີ 2020
ສ່ວນທີ່ກຳລັງສຶກສາ ແລະ ອອກແບບກໍ່ສ້າງນັ້ນ ກໍມີຢູ່ເຖິງ
100 ໂຄງການ.

ທ່ານດາວົງ ພອນແກ້ວ ຫົວໜ້າກົມນະໂຍບາຍ ແລະແຜນພະລັງງານ ກະຊວງພະລັງງານ ແລະບໍ່ແຮ່ ຖະແຫລງລາຍງານວ່າ ໃນປັດຈຸບັນນີ້ ມີເຂື່ອນໄຟຟ້າ ທີ່ກໍ່ສ້າງແລ້ວສຳເລັດ
ແລະ ໄດ້ຜະລິດກະແສໄຟຟ້າແລ້ວ ຈຳນວນ 24 ໂຄງການ. ສ່ວນທີ່ກຳລັງຢູ່ໃນລະຫວ່າງ
ດຳເນີນການກໍ່ສ້າງນັ້ນ ມີຈຳນວນ 38 ໂຄງການ ແລະ ອີກ 100 ໂຄງການນັ້ນ ຢູ່ໃນຂັ້ນ
ຕອນຂອງການສຶກສາ ສຳຫລວດອອກແບບ ຫຼືສະແຫວງຫາເງິນທຶນ ທີ່ຈະນຳໃຊ້ໃນການ
ກໍ່ສ້າງຕໍ່ໄປ.

ພິທີເປີດ ການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ເຊຂະໝານ 3 ຂອງບໍລິສັດຈາກປະເທດຫວຽດນາມ.
ພິທີເປີດ ການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ເຊຂະໝານ 3 ຂອງບໍລິສັດຈາກປະເທດຫວຽດນາມ.

ທັງນີ້ໂດຍຈາກການສຶກສາ ໃນລະຍະທີ່ຜ່ານມາ ພົບວ່າ ການກໍ່ສ້າງ ເຂື່ອນໃນລາວຢ່າງເຕັມກຳລັງນັ້ນ ຈະເຮັດໃຫ້ສາມາດຜະລິດພະລັງ
ງານໄຟຟ້າໄດ້ ລວມກັນລະຫວ່າງ 28,000 ເຖິງ 30,000 ເມກະວັດ
ທັງກໍຍັງຈະສົ່ງຜົນດີ ຕໍ່ການພັດທະນາ ເພື່ອລົບລ້າງບັນຫາຄວາມຍາກ ຈົນຂອງປະຊາຊົນລາວ ບັນດາເຜົ່າ ທີ່ຢູ່ເຂດຊົນນະບົດອີກດ້ວຍ ດັ່ງທີ່
ທ່ານດາວົງ ໄດ້ໃຫ້ການຊີ້ແຈງວ່າ:

“ເວລາເຮົາພັດທະນາເຂື່ອນໄຟຟ້ານ້ຳຕົກ ມັນຊ່ວຍໃນ
ການພັດທະນາ ເຂດຊົນນະບົດ ເພາະວ່າໂຄງການໄຟຟ້າ
ນ້ຳຕົກນີ້ ສິໄປຕັ້ງຢູ່ຊົນນະບົດ ຫ່າງໄກສອກຫລີກ ສະນັ້ນ
ຄັນມີໂຄງການຢູ່ຈຸດໃດ ຜົນພອຍໄດ້ກໍຕາມມາ ເພາະວ່າເຮົາບໍ່ໄດ້ແຕ່ໄຟຟ້າ ເຮົາສິໄດ້ຖະໜົນຫົນທາງ ຮັກສາແຫລ່ງນ້ຳໄວ້ໃຊ້ໃນລະດູແລ້ງ ສາມາດ
ລ້ຽງປາ ໄດ້ເປັນແຫລ່ງອາຫານຫຼືວ່າ ເປັນເຂດທ່ອງທ່ຽວ.”

ພິທີວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ນ້ຳທາ 1 ຂອງບໍລິສັດຈາກປະເທດຈີນ.
ພິທີວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ນ້ຳທາ 1 ຂອງບໍລິສັດຈາກປະເທດຈີນ.

ກ່ອນໜ້ານີ້ ກະຊວງພະລັງງານແລະບໍ່ແຮ່ລາຍງານວ່າ ບັນດາ
ໂຄງການທີ່ຈະກໍ່ສ້າງ ແລ້ວສຳເລັດພາຍໃນປີ 2015-2016
ມີຢູ່ 20 ໂຄງການດ້ວຍກັນ ໂດຍໃນນີ້ກໍເປັນການກໍ່ສ້າງເຂື່ອນ
19 ໂຄງການ ແລະ ໂຮງງານຜະລິດກະແສໄຟຟ້າຈາກຖ່ານລິກໄນ
ນຶ່ງ ໂຄງການ ຊຶ່ງຈະເຮັດໃຫ້ຄວາມອາດສາມາດ ໃນການຜະລິດ
ພະລັງງານໄຟຟ້າ ໃນລາວເພີ້ມຂຶ້ນຈາກ 3,000 MW ໃນປັດຈຸບັນ
ເປັນຫຼາຍກວ່າ 7,000 MW.

ໂດຍໂຄງການທີ່ຄາດໝາຍວ່າຈະກໍ່ສ້າງແລ້ວສຳເລັດພາຍໃນປີ 2014-2015 ກໍປະກອບດ້ວຍເຂື່ອນຫ້ວຍລຳພັນຂະໜາດ 88 MW ໃນແຂວງຫລວງນ້ຳທາ ເຂື່ອນນ້ຳຄານ 2 ຂະໜາດ 130 MW ໃນ ແຂວງຫລວງພະບາງ ເຂື່ອນເຊນ້ຳນ້ອຍ 1 ຂະໜາດ 15 MW ເຂື່ອນນ້ຳງຽບ 3A ຂະໜາດ 44 MW ເຂື່ອນນ້ຳກົງ 2 ແລະໂຮງຜະລິດ
ກະແສໄຟຟ້າຫົງສາລິກໄນຕ໌ ຂະໜາດ 1,800 MW ໃນແຂວງໄຊຍະບູລີ ສ່ວນທີ່ຈະ
ກໍ່ສ້າງໃຫ້ແລ້ວສຳເລັດໃນປີ 2016 ກໍປະກອບດ້ວຍ ເຂື່ອນນ້ຳອູ 5 ຂະໜາດ 240 MW
ເຂື່ອນນ້ຳອູ 6 ຂະໜາດ 180 MW ໃນແຂວງຫລວງພະບາງ ແລະ ເຂື່ອນນ້ຳງຽບ 1
ຂະໜາດ 180 MW ໃນແຂວງວຽງຈັນ.

ໂຮງຜະລິດກະແສໄຟຟ້າຫົງສາລິກໄນຕ໌ ຂະໜາດ 1,800 MW ໃນແຂວງໄຊຍະບູລີ.
ໂຮງຜະລິດກະແສໄຟຟ້າຫົງສາລິກໄນຕ໌ ຂະໜາດ 1,800 MW ໃນແຂວງໄຊຍະບູລີ.

ນອກຈາກນັ້ນ ກໍມີເຂື່ອນເຊຂະໝານ 1 ຂະໜາດ 322 MW
ເຂື່ອນນ້ຳອູ 2 ຂະໜາດ 120 MW ເຂື່ອນນ້ຳຄານ 3 ຂະໜາດ
60 MW ຢູ່ໃນແຂວງຫລວງພະບາງ ກໍຈະກໍ່ສ້າງແລ້ວສຳເລັດ
ໃນປີ 2016-2017 ແລະ ໂຄງການເຂື່ອນໄຊຍະບູລີ ເທິງແນວ
ແມ່ນ້ຳຂອງໃນເຂດ ແຂວງໄຊຍະບູລີ ຊຶ່ງຈະສາມາດຜະລິດ
ພະລັງງານໄຟຟ້າໄດ້ເຖິງ 1,280 MW ນັ້ນ ກໍມີກຳນົດການ
ກໍ່ສ້າງໃຫ້ແລ້ວສຳເລັດໃນປີ 2019.

ທາງດ້ານທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການ ກະຊວງ
ພະລັງງານ ແລະບໍ່ແຮ່ ກໍຖະແຫລງຢືນຢັນວ່າ ການພັດທະນາ ດ້ານພະລັງງານ ໃນລາວ
ທີ່ສ່ວນໃຫຍ່ ເປັນການກໍ່ສ້າງ ເຂື່ອນໄຟຟ້ານ້ຳຕົກນັ້ນ ຖືເປັນພະລັງງານ ທາງເລືອກ ແລະ
ພະລັງງານທົດແທນສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມທຳມະຊາດ ທັງກໍຍັງຈະສົ່ງ
ຜົນກະທົບຕໍ່ສັງຄົມ ໃນລະດັບທີ່ຕ່ຳຫຼາຍອີກດ້ວຍ.

ຍິ່ງໄປກວ່ານັ້ນ ການກໍ່ສ້າງເຂື່ອານໄຟຟ້ານ້ຳຕົກກໍຍັງຈະສົ່ງຜົນດີ ຕໍ່ການພັດທະນາ ທາງ
ເສດຖະກິດ ເພື່ອຍົກລະດັບຄຸນນະພາບ ຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ດີຂຶ້ນ
ເທື່ອລະກ້າວ ເນື່ອງຈາກລາວ ສາມາດທີ່ຈະສ້າງລາຍຮັບຈາກການຂາຍກະແສໄຟຟ້າ
ແລະ ໃນຂະນະດຽວກັນ ການຕອບສະໜອງ ກະແສໄຟຟ້າ ໄປໃຫ້ປະຊາຊົນລາວໄດ້ຊົມ
ໃຊ້ຢ່າງກວ້າງຂວາງຫຼາຍຂຶ້ນນັບມື້ນັ້ນ ກໍຍັງໄດ້ປະກອບສ່ວນ ຢ່າງສຳຄັນເຂົ້າໃນການ
ພັດທະນາພາກການຜະລິດຕ່າງໆໄດ້ເປັນຢ່າງດີ.

ທັງນີ້ໂດຍກະຊວງພະລັງງານແລະບໍ່ແຮ່ ໄດ້ວາງແຜນການ ທີ່ຈະເພີ້ມລະດັບ ຄວາມອາດ
ສາມາດ ໃນການຜະລິດພະລັງງານໄຟຟ້າ ຈາກ 3,200 MW ໃນປັດຈຸບັນ ເປັນບໍ່ນ້ອຍກວ່າ
12,500 MW ໃນປີ 2020 ຊຶ່ງການທີ່ຈະສາມາດ ບັນລຸເປົ້າໝາຍດັ່ງກ່າວໄດ້ ຢ່າງແທ້ຈິງ
ນັ້ນ ກໍຈະຕ້ອງດຳເນີນການກໍ່ສ້າງເຂື່ອນ ແລະ ໂຮງງານໄຟຟ້າໃຫ້ໄດ້ເຖິງ 39 ໂຄງການ.

XS
SM
MD
LG