ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ຈະມີໂຄງການເຂື່ອນໄຟຟ້າ ເພີ່ມຂຶ້ນອີກ 12 ແຫ່ງ ທີ່ຈະກໍ່ສ້າງແລ້ວສຳເລັດ ໃນທ້າຍປີ 2020 ນີ້


​ສະ​ຖານ​ທີ່ກໍ່​ສ້າງ​ເຂື່ອນ​ນ້ຳ​ເທີນ 2
​ສະ​ຖານ​ທີ່ກໍ່​ສ້າງ​ເຂື່ອນ​ນ້ຳ​ເທີນ 2

ລາວຈະມີໂຄງການເຂື່ອນໄຟຟ້າເພີ່ມຂຶ້ນອີກ 12 ແຫ່ງທີ່ຈະກໍ່ສ້າງແລ້ວສຳເລັດໃນທ້າຍປີ 2020 ນີ້ ຊຶ່ງຈະເຮັດໃຫ້ ລາວ ມີແຫຼ່ງຜະລິດໄຟຟ້າເຖິງ 90 ແຫ່ງ ມີກຳລັງຕິດຕັ້ງລວມເກືອບເຖິງ 11,000 ເມກະວັດ.


ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ຖະແຫຼງວ່າໃນປັດຈຸບັນ ລາວ ມີແຫຼ່ງຜະລິດໄຟຟ້າ 78 ແຫ່ງ ມີກຳລັງຕິດຕັ້ງລວມ 9,972 ເມກະວັດ ໂດຍໃນນີ້ກໍໄດ້ສົ່ງອອກໄປຂາຍໃຫ້ກັບ ໄທ 5,620 ເມກະວັດ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 7,000 ເມກະວັດໃນປີ 2022 ສ່ວນໃນທ້າຍປີ 2020 ນີ້ກໍຈະມີໂຄງການເຂື່ອນໄຟຟ້າອີກ 12 ແຫ່ງທີ່ຈະກໍ່ສ້າງແລ້ວສຳເລັດ ອັນຈະເຮັດໃຫ້ ລາວ ມີແຫຼ່ງຜະລິດໄຟຟ້າເພີ່ມຂຶ້ນເປັນ 90 ແຫ່ງ ມີກຳລັງຕິດຕັ້ງລວມເກືອບເຖິງ 11,000 ເມກະວັດ ໃນນີ້ສ່ວນໃຫຍ່ເປັນການລົງທຶນຂອງຕ່າງປະເທດ ດັ່ງທີ່ທ່ານ ຄຳມະນີ ຢືນຢັນວ່າ

“ປັດຈຸບັນນີ້ ພວກເຮົາໄດ້ບັນລຸການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າໄດ້ເຖິງ 78 ແຫ່ງ ອັນນີ້ແມ່ນເປັນບາດກ້າວການຂະຫຍາຍຕົວຈະແຈ້ງທີ່ສຸດ ຄາດວ່າໃນທ້າຍປີນີ້ຫຼືວ່າຕົ້ນປີ 2021 ພວກເຮົາຈະສຳເລັດຕື່ມອີກ 12 ໂຄງການໃນ 12 ໂຄງການນີ້ແມ່ນເປັນໂຄງການທີ່ບັນດານັກລົງທຶນຂອງຕ່າງປະເທດ ແລະ ຂອງພາຍໃນເປັນຜູ້ລົງທຶນ ແລະ ຄາດວ່າພະລັງງານຂອງພວກເຮົານີ້ກຳ ລັງຕິດຕັ້ງທັງໝົດໃນທ້າຍປີນີ້ຈະມີເກືອບ 11,000 ເມກະວັດ.”

ທ່ານ ຄຳມະນີ ຢືນຢັນດ້ວຍວ່າ ລາວ ຈະມີແຫຼ່ງຜະລິດໄຟຟ້າເພີ່ມຂຶ້ນເປັນ 100 ແຫ່ງ ທີ່ມີກຳລັງຕິດຕັ້ງລວມເກີນກວ່າ 13,000 ເມກະວັດ ຊຶ່ງສາມາດຜະລິດໄຟຟ້າໄດ້ເຖິງ 67,000 ລ້ານ kwh ໃນປີ 2021 ສ່ວນການຊົມໃຊ້ໄຟຟ້າໃນ ລາວ ນັ້ນກໍມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນຫຼັງການເປີດເດີນລົດໄຟ ລາວ-ຈີນ ໃນທ້າຍປີ 2021 ກໍຄາດວ່າການໃຊ້ໄຟຟ້າໃນ ລາວ ຈະເພີ່ມ ຂຶ້ນ 2​ ເທົ່າກໍຄືຈາກ 1,800 ເມກະວັດໃນປີ 2020 ເປັນ 3,600 ເມກະວັດໃນປີ 2022 ຊຶ່ງຈະເຮັດໃຫ້ ລາວ ມີພະລັງງານໄຟຟ້າເກີນຄວາມຕ້ອງການໃນປະເທດເກືອບ 10,000 ເມກະວັດ ຊຶ່ງຈະຕ້ອງສົ່ງອອກໄປຕ່າງປະເທດທີ່ບໍ່ແມ່ນປະເທດ ໄທ ເພາະວ່າ ໄທ ມີພະລັງງານໄຟຟ້າສຳຮອງເກີນຄວາມຕ້ອງການໃນປະເທດ ຄິດເປັນປະລິມານລວມເຖິງ 19,000 ເມກະວັດໃນປັດຈຸບັນ ຈຶ່ງບໍ່ມີຄວາມຈຳເປັນທີ່ຈະຕ້ອງຊື້ໄຟຟ້າຈາກ ລາວ ເພີ່ມຂຶ້ນໃນໄລຍະ 6-7 ປີຕໍ່ໄປນີ້ ຫາກແຕ່ວ່າ ໄທ ຈະພັດທະນາໄປເປັນສູນກາງການເຊື່ອມຕໍ່ລະບົບສາຍສົ່ງໄຟຟ້າແຮງສູງຂອງອາຊຽນ ດ້ວຍການຮັບແລະ ສົ່ງໄຟຟ້າ ລາວ ໄປຂາຍໃຫ້ກັບ ມາເລເຊຍ ແລະ ສິງກະໂປ ດັ່ງທີ່ທ່ານ ກຸລິດ ສົມບັດສິຣິ ຜູ້ບໍລິຫານກະຊວງພະລັງງານຂອງ ໄທ ຢືນຢັນວ່າ

“ຄວາມເຊື່ອມໂຍງໂຄງຂ່າຍໄຟຟ້າ ອາເຊຽນ ກໍຄືຊື້ໄຟຈາກ ສປປ ລາວ ຊຶ່ງເປັນໄຟຟ້າພະລັງນໍ້າສົ່ງຜ່ານປະເທດ ໄທ ໄປຍັງປະເທດ ມາເລເຊຍ ຈາກ 100 ເມກະວັດເປັນ 300 ເມກະວັດ ໃນປີນີ້ໃນເດືອນພະຈິກນີ້ ເຮົາກໍຈະຂະຫຍາຍໄປເຖິງປະເທດ ສິງກະໂປ ດ້ວຍຈາກ 300 ເມກະວັດກໍຈະເພີ່ມອີກ 100 ເມກະວັດໄປຍັງປະເທດສິງກະໂປ ກໍຈະຂະຫຍາຍກຳລັງສາຍສົ່ງຈາກ 115 KV ເປັນ 230-500 KV.”

ສ່ວນທ່ານ ດາວວົງ ພອນແກ້ວ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກໍຖະແຫຼງວ່າການຮ່ວມທຶນສ້າງຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ລາວ ລະຫວ່າງລັດວິສາຫະກິດໄຟຟ້າ ລາວ ກັບລັດວິສາຫະກິດຕາໜ່າງໄຟຟ້າພາກໃຕ້ຂອງ ຈີນ ເມື່ອເດືອນກັນ 2020 ທີ່ຜ່ານມາ ມີເປົ້າໝາຍສຳ ຄັນຄືການພັດທະນາລະບົບໂຄງຂ່າຍສາຍສົ່ງໄຟຟ້າແຮງສູງໃນ ລາວ ໃຫ້ທັນສະໄໝ ເພື່ອຈະເຊື່ອມຕໍ່ ແລະ ຕອບສະໜອງໄຟຟ້າໃຫ້ກັບບັນດາປະເທດໃນ ອາຊຽນ ໃຫ້ໄດ້ຢ່າງທົ່ວເຖິງ ດ້ວຍການສະໜັບສະໜູນທັງໃນດ້ານການເງິນ ແລະ ເທັກໂນໂລຈີຈາກ ຈີນ ເປັນສຳຄັນ.

ໃນປີ 2020-2022 ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ລາວ ຈະລົງທຶນ 2,000 ລ້ານໂດລາເພື່ອກໍ່ ສ້າງຕາໜ່າງສາຍສົ່ງໄຟຟ້າແຮງສູງ 500 KV ໃນ ລາວ ເຊື່ອມຕໍ່ກັບຕາໜ່າງສາຍໄຟຟ້າແຮງສູງໃນແຂວງ ຢຸ່ນໜານ ຂອງ ຈີນ ທັງຍັງຈະກໍ່ສ້າງຕາໜ່າງສາຍສົ່ງໄຟຟ້າແຮງສູງ 500 KV ຈາກພາກໃຕ້ຂອງ ລາວ ເພື່ອເຊື່ອມຕໍ່ ແລະ ຕອບສະໜອງໄຟຟ້າໃຫ້ກັບ ກຳປູເຈຍ 1,700 ເມກະວັດ ພາຍໃນປີ 2022 ທັງນີ້ໂດຍບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ລາວ ຈະໄດ້ຮັບຜົນປະໂຫຍດຈາກການສົ່ງໄຟຟ້າຜ່ານຕາໜ່າງສາຍສົ່ງໄຟຟ້າແຮງສູງດັ່ງກ່າວໝາຍຄວາມວ່າ ຕາໜ່າງສາຍສົ່ງໄຟຟ້າແຮງສູງໃນ ລາວ ຂະໜາດຕັ້ງແຕ່ 230 KV ຂຶ້ນໄປຈະຖືກໂອນໄປຢູ່ໃນການຄຸ້ມຄອງຂອງບໍລິສັດສາຍສົ່ງໄຟ ຟ້າແຫ່ງຊາດ ລາວ ທັງໝົດນັ້ນເອງ.

XS
SM
MD
LG