ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວໃຫ້ບໍລິສັດຈີນ ສຳປະທານ ການຄຸ້ມຄອງຕາຂ່າຍໄຟຟ້າຂອງຕົນເປັນເວລາ 25 ປີ


ທ້າວ ພູມເງິນ ຈັນທະສອນຢືນເບິ່ງ ຢູ່ໃນສະຖານີສົ່ງໄຟຟ້າຢູ່ໃນໂຄງການເຂື່ອນນໍ້າເທີນ 2 ຢູ່ໃກ້ເຂດເມືອງມະຫາໄຊໃຕ້ ຂອງລາວ (ພາບຖ່າຍວັນທີ 22 ຕຸລາ, 2010)
ທ້າວ ພູມເງິນ ຈັນທະສອນຢືນເບິ່ງ ຢູ່ໃນສະຖານີສົ່ງໄຟຟ້າຢູ່ໃນໂຄງການເຂື່ອນນໍ້າເທີນ 2 ຢູ່ໃກ້ເຂດເມືອງມະຫາໄຊໃຕ້ ຂອງລາວ (ພາບຖ່າຍວັນທີ 22 ຕຸລາ, 2010)

ລາວ ແລະບໍລິສັດທີ່ຈີນເປັນເຈົ້າຂອງສ່ວນໃຫຍ່ໄດ້ເຊັນສັນຍາສຳປະທານ 25 ປີ ທີ່ອະນຸຍາດໃຫ້ບໍລິສັດດັ່ງກ່າວ ສ້າງ ແລະຄຸ້ມຄອງຕາຂ່າຍໄຟຟ້າຂອງຕົນ, ລວມທັງການສົ່ງອອກກະແສໄຟຟ້າ ໄປຫາປະເທດເພື່ອນບ້ານທັງຫລາຍ, ອີງຕາມເຈົ້າໜ້າທີ່ລັດຖະບານທ່ານນຶ່ງ ຢູ່ໃນປະເທດ ທີ່ກ່າວຕໍ່ວິທະຍຸເອເຊຍເສຣີ ຫລື RFA.

ບໍລິສັດ, Électricité du Laos Transmission Company ຈໍາກັດ ຫລື EDLT ໄດ້ເປີດຕົວໃນວັນທີ 1 ກັນຍາທີ່ຜ່ານມາ ເມື່ອບໍລິສັດໄຟຟ້າລາວ ຫລື Électricité du Laos ແລະ ບໍລິສັດ China Southern Power Grid ໄດ້ເຊັນສັນຍາຮຸ້ນສ່ວນນໍາກັນ, ເຊິ່ງເຮັດໃຫ້ບໍລິສັດ China Southern ຖືຮຸ້ນສ່ວນໃຫຍ່.

ວິທະຍຸ RFA ໄດ້ລາຍງານໃນເວລານັ້ນວ່າ ລັດຖະບານກ່າວວ່າ ຫົວໜ່ວຍທຸລະກິດໃໝ່ແມ່ນມີຄວາມຈຳເປັນ ຍ້ອນໜີ້ສິນອັນຫລວງຫລາຍຂອງບໍລິສັດພາຍໃນປະເທດ, ແຕ່ພວກຕໍານິກ່າວວ່າ ທາງບໍລິສັດ ໄດ້ຍອມຍົກການຄວບຄຸມຕາໜ່າງໄຟຟ້າຂອງລາວ ໃຫ້ແກ່ລັດຖະບານຕ່າງປະເທດຫຼາຍເກີນໄປ.

ໂດຍທີ່ມີເຂື່ອນໄຟຟ້ານໍ້າຕົກຫຼາຍສິບແຫ່ງໄດ້ສ້າງຂຶ້ນແລ້ວ ຫຼືບໍ່ກໍກຳລັງກໍ່ສ້າງຢູ່ໃນແມ່ນໍ້າຂອງ ແລະສາຂາຕ່າງໆຂອງແມ່ນໍ້າຂອງ, ລາວໄດ້ກ້າວໄປສູ່ຍຸດທະສາດດ້ານເສດຖະກິດ ທີ່ມີການໂຕ້ແຍ້ງກັນນັ້ນໂດຍທັງໝົດ ເພື່ອໃຫ້ກາຍເປັນ “ໝໍ້ໄຟແຫ່ງຂົງເຂດເອເຊຍຕາເວັນອອກສຽງໃຕ້” ໂດຍຫວັງວ່າ ຈະຂາຍໄຟຟ້າໃຫ້ແກ່ບັນດາປະເທດເພື່ອນບ້ານ. ແຕ່ໂດຍທີ່ EDLT ໄດ້ຄວບຄຸມ ທຸກສິ່ງທຸກຢ່າງທີ່ຕົນເອົາມາເພີ່ມໃສ່ຕາຂ່າຍໄຟຟ້າ, ບາງຄົນເປັນຫ່ວງວ່າ ຈີນຈະສາມາດໄດ້ຜົນກຳໄລຈາກການຫຼີ້ນເກມນັ້ນຂອງລາວ.

“EDLT ຈະລົງທຶນ 2 ຕື້ໂດລາ ເພື່ອສ້າງ, ຄຸ້ມຄອງ ແລະຄວບຄຸມຕາຂ່າຍໄຟຟ້າຂອງລາວ ໃນໄລຍະເວລາສຳປະທານ 25 ປີ. ຫຼັງຈາກ 25 ປີ, ທຸລະກິດຈະຖືກໂອນ ໃຫ້ເປັນຂອງລັດຖະບານລາວ,” ນັ້ນຄືຄໍາເວົ້າຂອງເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ຂອງລາວທີ່ກ່າວຕໍ່ພະແນກພາສາລາວ ຂອງ RFA ໃນວັນທີ 12 ມີນາຜ່ານມາ.

ເຈົ້າໜ້າທີ່ທ່ານນັ້ນກ່າວວ່າ ບໍລິສັດ EDLT ຈະຄວບຄຸມພຽງແຕ່ເຄືອຂ່າຍສາຍສົ່ງໄຟຟ້າແຮງສູງ, ໃນຂອບເຂດທີ່ສູງກ່ວາ 230 ກິໂລໂວນ, ໃນຂະນະທີ່ ບໍລິສັດໄຟຟ້າລາວ ຍັງຮັກສາການຄວບຄຸມສາຍໄຟຟ້າທີ່ໜ້ອຍກວ່າ 230 ກິໂລໂວນ.

"ຍ້ອນສະພາບເສດຖະກິດຕົກຢູ່ໃນປັດຈຸບັນ ແລະໜີ້ສິນທີ່ໜັກໜ່ວງ, ລັດຖະ ບານລາວບໍ່ມີຄວາມສາມາດໃນການຄຸ້ມຄອງ ແລະດຳເນີນການປະຕິບັດງານ ຂອງຕາຂ່າຍສາຍໄຟຟ້າ, ສະນັ້ນ ພວກເຂົາເຈົ້າຈຶ່ງຕັດສິນໃຈອະນຸຍາດໃຫ້ຊາວຈີນ, ຜູ້ທີ່ມີການເງິນ, ຄວາມສາມາດດ້ານເຕັກໂນໂລຈີ ແລະແຮງງານນັ້ນ ໃຫ້ເອົາໄປ," ນັ້ນຄືຄໍາເວົ້າຂອງເຈົ້າໜ້າທີ່ທ່ານນັ້ນ.


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG