ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວ່າ ຕົນຈະຂາດດຸນ ງົບປະມານ ຫຼາຍກວ່າ 480 ລ້ານໂດລາ


ກອງປະຊຸມບັ້ນນຶ່ງ ຂອງສະພາແຫ່ງຊາດລາວ
ກອງປະຊຸມບັ້ນນຶ່ງ ຂອງສະພາແຫ່ງຊາດລາວ

ລັດຖະບານ​ລາວ​ວ່າ ຕົນຈະ​ປະ​ເຊີນ ​ກັບ​ການ​ຂາດ​ດຸນ​ງົບປະມານ ຫລາຍກວ່າ 480 ລ້ານ​ໂດ​ລາ ​ໃນ​ແຜນການ​ປີ 2012-2013 ຫຼື​ເກືອບຮອດ 5% ຂອງຍອດ​ຜະລິດ​ຕະພັນ ​ລວມພາຍ​ໃນ​ປະ​ເທດ.

ທ່ານ​ພູ​ເພັດ ຄໍາ​ພູນ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ
ໄດ້ຖະ​ແຫຼ​ງຍອມຮັບວ່າ​ ໃນ​ແຜນການ​ປະ​ຈໍາປີ 2012-2013
ທີ່​ຈະ​ເລີ່​ມລົງ​ມືຈັດ​ຕັ້ງປະຕິບັດ ​ນັບ​ຈາ​ກ ​ເດືອນ​ຕຸລາ 2012 ​ໄປ
​ເຖິງ​ທ້າຍ​ເດືອນ​ກັນ​ຍາ 2013 ນັ້ນ ສະພາ​ແຫ່ງ​ຊາດ​ໄດ້ອະນຸມັດ
​ງົບປະມານ​ລາຍ​ຈ່າຍໃຫ້​ກັບ​ລັດຖະບານ​ລາວ ​ໃນ​ວົງ​ເງິນ​ລວມ
23,385 ຕື້ ກີບ ​ແລະ​ໃນ​ຂະນະ​ດຽວ​ກັນ ລັດຖະບານ​ລາວ​ກໍ​ຄາດ
​ວ່າ​ຈະ​ສາມາດ​ຈັດ​ເກັບ​ລາຍຮັບ​ເຂົ້າງົບປະມານໄດ້ ​ໃນ​ມູນ​ຄ່າ​ລວມບໍ່​ເກີນ 19,543 ຕື້​ກີບ ຊຶ່ງ​ຈະເປັນ​ຜົນ​ເຮັດ​ໃຫ້ລັດຖະບານ​ລາວ​ຕ້ອງ​ປະ​ເຊີນ​ກັບ​ການ​ຂາດ​ດຸນ​ງົບປະມານ ​ຄິດ​ເປັນ​ມູນ​ຄ່າ​ລວມ ບໍ່​ໜ້ອຍ​ກວ່າ 3,842 ຕື້​ກີບ ຫຼື​ປະມານ 480 ລ້ານ​ໂດ​ລາ.

ການ​ຂາດ​ດຸນ​ດ້ານ​ງົບປະມານ​ໃນ​ມູນ​ຄ່າ​ດັ່ງກ່າວ ຄື​ເປັນ​ການ​ຂາດ​ດຸນ​ທີ່​ເພີ່ມ​ຂຶ້ນຈາກ​ແຜນການ​ປະ​ຈໍາປີ 2011-2012 ​ໃນ​ລະດັບ​ທີ່​ສູງ​ພໍ​ສົມຄວນ ຊຶ່ງມີ​ສາ​ເຫດ ມາ​ຈາກ​ການ​ທີ່​ລັດຖະບານ​ລາວ​ສາມາດ​ດໍາລົງ​ຊີບ​ຢູ່​ໄດ້​ໃນ​ທ່າມກາງ​ສະພາວະ​ຄ່າ ຄອງ​ຊີບ​ທີ່​ປັບ​ຕົວ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ພູ​ເພັດ ກໍ​ຢືນຢັນ​ວ່າການ​ທຂາດ​ດຸນ​ງົບປະມານ​ໃນ​ລະດັບ ດັ່ງກ່າວ​ນີ້ ຍັງ​ບໍ່​ຖື​ວ່າ​ຢູ່​ໃນ​ລະດັບ​ຂັ້ນ​ອັນຕະລາຍ ​ເພາະວ່າ​ຕາມ​ຫຼັກການ​ສາກົນ ​ແລ້ວ​ລັດຖະບານ​ຂອງ​ແຕ່ລະ​ປະ​ເທດ​ຈະ​ສາມາດ​ຂາດ​ດຸນ​ດ້ານ​ງົບ​ປະມານ​ໄດ້​ໃນ​ລະ ດັບ​ບໍ່​ເກີນ 5% ຂອງ​ຍອດ​ຜະລິດ​ຕະພັນ​ລວມພາຍ​ໃນ (GDP) ຫາກ​ແຕ່​ສໍາລັບ​ການ​ຂາດ​ດຸນ​ງົບປະມານ​ຂອງ​ລັດຖະບານ​ລາວ​ດັ່ງກ່າວ​ນີ້​ກໍ​ຍັງ​ທຽບ​ໄດ້​ກັບ 4.7% ​ເທົ່າ​ນັ້ນ ຈຶ່ງ​ຖື​ວ່າ​ຍັງ​ຄົງ​ຢູ່​ໃນ​ເກນ​ມາດຕະຖານ​ນັ້ນ​ເອງ.

ຫາກແຕ່​ວ່າ​ກໍລະນີ ທີ່​ໜ້າ​ເປັນ​ຫ່ວງ​ສໍາລັບ​ລັດຖະບານ​ລາວ​ໃນ​ເວລາ​ນີ້ ກໍ​ຄື​ການຈັດ​ເກັບ​ລາຍ​ຮັບເຂົ້າງົບປະມານ​ທີ່​ບໍ່​ເປັນ​ໄປ​ຕາມ​ແຜນການ​ທີ່​ວາງ​ເອົາ​ໄວ້ ​ໂດຍ​ສໍາລັບ ໃນ​ໄລຍະ 8 ​ເດືອນ​ທີ່​ຜ່ານ​ມາ​ຂອງ​ແຜນການ​ປີ 2011-2012 ນີ້ ລັດຖະບານ​ລາວ​ສາມາດ​ຈັດ​ເກັບ​ລາຍ​ຮັບ​ຈາກ​ພາສີ​ອາກອນ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ​ໄດ້​ໃນ​ອັດຕາ​ສະ​ເລ່ຍ 80.36% ຫຼື​ຕໍ່າ​ກວ່າ​ເປົ້າໝາຍ​ທີ່​ວາງ​ໄວ້​ເກືອບ 20% ຊື່​ງມີ​ສາ​ເຫດ​ສໍາຄັນ​ປະການ ນຶ່ງມາ​ຈາກ​ການ​ຫຼົບ​ຫຼີກການ​ຊໍາລະ​ພາສີ​ອາກອນ​ເກີດ​ຂຶ້ນຢ່າງ​ກວ້າງຂວາງ.

ທັງ​ນີ້​ໂດຍ ທ່ານ ພູ​ເພັດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ​ໃນ​ບັນດາ​ວິ​ສາ​ຫະກິດ​ທັງ​ໝົດ​ທີ່ ດໍາ​ເນີນ​ທຸລະ​ກິດ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ​ໃນ​ລາວ​ໃນ​ປັດຈຸບັນ​ນີ້ ກໍ​ຄິດ​ເປັນ​ສັດ ສ່ວນ​ເຖິງ 90% ທີ່​ໄດ້​ແຈ້ງ​ຂໍ້​ມູນ​ການ​ຄ້າ​ທີ່​ບໍ່​ເປັນ​ຈິງ ດ້ວຍ​ຫວັງ​ວ່າ​ຈະ​ເຮັດ​ໃຫ້ມີ ຜົນ​ກໍາ​ໄລ​ຫຼາຍ​ຂຶ້ນ ​ແລະ​ການ​ທີ່​ບັນດາ​ວິ​ສາ​ຫະກິດ​ຕ່າງໆ​ສາມາດ​ແຈ້ງ​ຂໍ້​ມູນ​ທີ່​ເປັນ ຈິງ​ດັ່ງກ່າວໄດ້​ໂດຍ​ບໍ່​ຢ້ານ​ກົວ​ຕໍ່​ຄວາມ​ຜິດ​ນັ້ນ ກໍ​ຍ້ອນ​ວ່າ​ໄດ້​ຮັບ​ການ​ຮ່ວມ​ມື​ກັບ ບັນດາ​ພະນັກງານ​ລັດ​ທີ່​ຫວັງ​ຜົນ​ປະ​ໂຫຍ​ດຕອບ​ແທນ​ເປັນ​ການ​ສ່ວນ​ຕົນ​ນັ້ນ​ເອງ ດັ່ງ​ທີ່​ທ່ານພູ​ເພັດ ​ໄດ້​ຢືນ​ຢັນ​ວ່າ:

ທ່ານພູເພັດ ຄໍາພູນວົງ ລັດຖະມົນຕີວ່າການກະຊວງການເງິນ
ທ່ານພູເພັດ ຄໍາພູນວົງ ລັດຖະມົນຕີວ່າການກະຊວງການເງິນ

“ກົນ​ໄກ​ການ​ຄຸ້ມ​ຄອງ​ຍັງ​ບໍ່​ທັນ​ຮັດກຸມ​ເທົ່າ​ທີ່​ຄວນ ​ເປັນ​
ຕົ້ນ​ການ​ຄຸ້ມ​ຄອງ​ມູນ​ຄ່າ​ການ​ແຈ້ງ​ພາສີ​ບໍ່​ເປັນ​ໄປ​ຕາມ​
ລາຄາ​ຕົວ​ຈິງ ຈຶ່ງ​ເຮັດ​ໃຫ້ການ​ເກັບ​ອາກອນ​ຕ່າງໆ​ຢູ່​ໃນ
ຂອດ​ການ​ນໍາ​ເຂົ້າກໍ​ຕົກ​ເຫ່ຍ​ເສຍ​ຫາຍ​ໄປ​ນໍາ ນອກ​ຈາກ
​ນັ້ນ ​ກໍ​ຍັງ​ມີ​ການ​ລັກລອບ ຫຼົບ​ຫຼີກພາສີທັງ​ໃນ​ດ້ານ​ແລະ
​ທັງ​ນອກ​ດ້ານ​ການ​ລະເມີດ​ກົດໝາຍ​ ແລະ​ລະບຽບ​ການ
ພາສີ​ຍັງ​ມີ​ມີ​ຫຼວງ​ຫຼາຍ ຊຶ່ງ​ສະ​ແດງ​ອອກ​ໃນ​ປັດຈຸບັນ​ນີ້​
ມີ​ຄະດີ​ກ່ຽວ​ກັບ​ພາສີ​ ມີ​ຈໍາ ນວນ​ທັງ​ໝົດ 2,014 ຄະດີ.


ພ້ອມ​ກັນ​ນີ້ ທ່ານ​ພູ​ເພັດ ຍັງ​ຍອມຮັບ​ດ້ວຍ​ວ່າ​ລັດຖະບານ​ລາວ​ສາມາດ​ຈັດ​ເກັບ​ລາຍຮັບ​ຈາກ​ພາສີ​ທີ່​ດິນ​ໄດ້​ຕໍ່າ​ກວ່າ​ເປົ້າໝາຍ​ເຊ່ນ​ດຽວ​ກັນ ກໍ​ຄື​ໃນ​ຂະນະ​ທີ່​ລັດຖະ ບານ​ລາວ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ຈັດ​ເກັບ​ລາຍ​ຮັບ​ຈາກ​ພາສີ​ທີ່​ດິນ ​ໃນ​ຕະຫຼອດ​ແຜນ ການ​ປີ 2011-2012 ທີ່​ຈະ​ສິ້ນ​ສຸດ​ລົງ​ໃນ​ທ້າຍ​ເດືອນ​ກັນ​ຍາ​ນີ້ ລັດຖະບານ​ລາວ​ຍັງ ສາມາດ​ຈັດ​ເກັບ​ລາຍ​ຮັບ​ຈາກ​ພາສີ​ທີ່​ດິນ​ໄດ້​ພຽງ 52.8 ຕື້​ກີບ ຫຼື​ທຽບ​ໄດ້​ກັບ 40% ຂອງ​ແຜນການ​ຕະຫຼອດ​ປີ​ເທົ່າ​ນັ້ນ.
XS
SM
MD
LG