ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວາງແຜນການ ພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ສະບັບທີ 8


ສະຖານທີ່ຕັ້ງຂອງ ບໍລິສັດຂຸດຄົ້ນບໍ່ແຮ່ ພູເບ້ຍ
ສະຖານທີ່ຕັ້ງຂອງ ບໍລິສັດຂຸດຄົ້ນບໍ່ແຮ່ ພູເບ້ຍ
ລັດຖະບານລາວມອບໝາຍໃຫ້ກະຊວງແຜນການ ແລະການ
ລົງທຶນເປັນພາກສ່ວນທີ່ຮັບຜິດຊອບໃນການວາງແຜນການ
ພັດທະນາເສດຖະກິດ-ສັງຄົມແຫ່ງຊາດສະບັບທີ 8 ເພື່ອຈັດ
ຕັ້ງປະຕິບັດໃນປີ 2016-2020.

ກອງປະຊຸມຄະນະລັດຖະບານລາວ ພາຍໃຕ້ການເປັນປະທານ
ຂອງທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ໄດ້ມີມະຕິຕົກ ລົງເພື່ອມອບໝາຍໃຫ້ກະຊວງແຜນການ ແລະການລົງທຶນເປັນ
ພາກສ່ວນທີ່ຮັບຜິດຊອບໃນການຮ່າງແຜນການ ພັດທະນາທາງ
ເສດຖະກິດແລະສັງຄົມແຫ່ງຊາດສະບັບທີ 8 ສໍາລັບບັງຄັບໃຊ້ ແລະຈັດຕັ້ງປະຕິບັດໃນໄລຍະນັບຈາກປີ 2016 ຈົນເຖິງປີ 2020 ຢ່າງເປັນ ທາງການເມື່ອບໍ່ດົນມານີ້.

ໂດຍອີງຕາມການມອບໝາຍດັ່ງກ່າວນີ້ ລັດຖະບານລາວຍັງໄດ້ວາງຄາດໝາຍໄວ້ດ້ວຍວ່າ
ເສດຖະກິດຂອງລາວຈະຕ້ອງມີການຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍລະຫວ່າງ
8.5% ຫາ 9% ໃນແຕ່ລະປີ ຊຶ່ງກໍຈະເຮັດໃຫ້ມູນຄ່າຜະລິດຕະ ພັນລວມພາຍໃນຫຼື GDP
ຂອງລາວຄິດສະເລ່ຍເປັນລາຍຮັບຂອງປະຊາຊົນ ລາວໄດ້ເຖິງ 3,200 ໂດລາຕໍ່ຄົນ
ໃນປີ 2020 ແລະເປັນການຮັບປະກັນວ່າລາວ ໄດ້ຫຼຸດພົ້ນຈາກການເປັນປະເທດດ້ອຍ
ພັດທະນາແລ້ວນັ້ນເອງ.

ທາງດ້ານທ່ານລີເບີ ລີບົວປາວ ຜູ້ອໍານວຍການສະຖາບັນວິໄຈເສດຖະກິດແຫ່ງຊາດ
ລາວ ກໍໄດ້ສະແດງຄວາມເຊື່ອໝັ້ນວ່າເສດຖະກິດຂອງລາວມີຄວາມອາດສາມາດທີ່
ຈະຂະຫຍາຍຕົວເພີ່ມຂຶ້ນໄດ້ໃນອັດຕາສະເລ່ຍທີ່ເກີນກວ່າ 9% ຕໍ່ປີ ຖ້າຫາກວ່າໂຄງ
ການກໍ່ສ້າງທາງລົດໄຟຄວາມໄວສູງທີ່ເຊື່ອມຕໍ່ຈາກລາວໄປຈີນໄດ້ເກີດຂຶ້ນຢ່າງເປັນຮູບ
ປະທໍາ.
ດິນທີ່ຖືກທໍາລາຍປ່າ
ດິນທີ່ຖືກທໍາລາຍປ່າ

ຫາກແຕ່ວ່າຈົນເຖິງປັດຈຸບັນນີ້ ກໍຍັງຄົງບໍ່ມີຄວາມຊັດເຈນ
ວ່າໂຄງການດັ່ງກ່າວນີ້ ຈະສາມາດເລີ່ມລົງມືດໍາເນີນ
ການກໍ່ສ້າງໄດ້ເມື່ອໃດແທ້ ເນື່ອງຈາກຍັງຕ້ອງລໍຖ້າ ການເຈລະຈາລະຫວ່າງທາງການລາວກັບຈີນກ່ຽວກັບ
ເງິນທຶນໃນມູນຄ່າ 7,000 ລ້ານໂດລາ ທີ່ທາງການລາວ
ຈະຂໍກູ້ຢືມຈາກທາງການຈີນສໍາລັບນໍາມາໃຊ້ຈ່າຍ
ໃນການກໍ່ສ້າງຕໍ່ໄປ.

ສ່ວນກ່ຽວກັບແຜນການພັດທະນາເສດຖະກິດ ແລະສັງຄົມ
ແຫ່ງຊາດທີ່ລັດຖະ ບານລາວກໍາລັງປະຕິບັດຈັດຕັ້ງຢູ່ໃນເວລານີ້ ກໍແມ່ນສະບັບທີ 7 ຊຶ່ງ
ໄດ້ເລີ່ມລົງມືປະຕິບັດນັບແຕ່ປີ 2011 ເປັນຕົ້ນມາແລ້ວ ແລະກໍຍັງຄົງປະຕິບັດຈັດຕັ້ງ
ໄປຈົນເຖິງປີ 2015 ໂດຍໃນໄລຍະຂອງການປະຕິບັດແຜນການທີ່ຜ່ານມາກໍປາກົດວ່າ
ເສດຖະກິດໃນລາວໄດ້ຂະຫຍາຍຕົວເພີ່ມຂຶ້ນຈາກ 8.1% ໃນແຜນການປີ 20102011
ເປັນ 8.3% ໃນແຜນການປີ 2011-2012 ແລະກໍຍັງຈະຂະ ຫຍາຍຕົວເພີ່ມຂຶ້ນອີກຢ່າງ
ຕໍ່ເນື່ອງໃນແຜນການປີ 2012-2013 ນີ້ ດັ່ງທີ່ທ່ານ ພູເພັດ ຄໍາພູນວົງ ລັດຖະມົນຕີວ່າ
ການກະຊວງການເງິນໄດ້ໃຫ້ການຢືນຢັນວ່າ:

“ສູ້ຊົນຕອບສະໜອງຄວາມຕ້ອງການໃຊ້ຈ່າຍບໍລິຫານ ເພື່ອສ້າງເງື່ອນໄຂ
ບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາໃນປີ 2015 ຮັບປະກັນ
ສະຖຽນລະພາບທາງດ້ານເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງເຮັດ
ໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງໃນລະດັບ 8.3% ອັດຕາເງິນເຟີ້ໃຫ້ຢູ່
ໃນລະດັບຕໍ່າກວ່າອັດຕາຂະຫຍາຍຕົວທາງເສດຖະກິດແກ້ໄຂຄວາມທຸກ
ຍາກຂອງປະຊາຊົນໃຫ້ໄດ້ຕາມຄາດໝາຍທີ່ກໍານົດໄວ້.”


ກ່ອນໜ້ານີ້ ທະນາຄານໂລກກໍໄດ້ສະເໜີລາຍງານວ່າ ເສດຖະກິດຂອງລາວຂະຫຍາຍ
ຕົວເພີ່ມຂຶ້ນໃນອັດຕາສະເລ່ຍເຖິງ 8.2% ໃນປີ 2012 ຊຶ່ງສອດຄ່ອງກັນ ກັບລາຍງານ
ຂອງທະນາຄານພັດທະນາເອເຊຍ ຫຼື ADB ທັງຍັງຖືເປັນການຂະຫຍາຍຕົວທາງເສດ
ຖະກິດທີ່ສູງສຸດໃນເອເຊຍແລະຍັງໄດ້ແຊງໜ້າປະເທດຈີນ ເປັນປີທີ່ສອງຕິດຕໍ່ກັນອີກດ້ວຍ.

ສໍາລັບປັດໄຈສໍາຄັນທີ່ຊຸກຍູ້ໃຫ້ເສດຖະກິດໃນລາວມີການຂະຫຍາຍຕົວເພີ່ມຂຶ້ນດັ່ງກ່າວ
ນັ້ນກໍແມ່ນການຂະຫຍາຍຕົວຂອງການຜະລິດໃນພາກອຸດສາຫະກໍາຂຸດຄົ້ນແຮ່ທາດ ທີ່
ສົມທົບດ້ວຍການຜະລິດໃນພາກພະລັງງານ ຊຶ່ງກໍາລັງມີການກໍ່ ສ້າງເຂື່ອນຜະລິດໄຟຟ້າ
ຫຼາຍໂຄງການຢູ່ໃນລາວເວລານີ້.

ແຕ່ຢ່າງໃດກໍຕາມ ທັງທະນາຄານໂລກ ແລະ ADB ກໍໄດ້ເຕືອນວ່າການພັດທະນາ
ເສດຖະກິດຂອງລາວທີ່ມີການຂຸດຄົ້ນຊັບພະຍາກອນທໍາມະຊາດໄປຢ່າງຫຼວງຫຼາຍ
ຈະບໍ່ສົ່ງຜົນດີຕໍ່ການພັດທະນາເສດຖະກິດໃນໄລຍະຍາວ ເພາະບໍ່ພຽງແຕ່ຈະເຮັດໃຫ້
ຊັບພະຍາກອນທໍາມະຊາດຕ້ອງລົດນ້ອຍລົງໄປເລື້ອຍໆເທົ່ານັ້ນ ຫາກແຕ່ກໍຍັງຈະສົ່ງ
ຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດໃນລາວອີກດ້ວຍ.
XS
SM
MD
LG