ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ລາວວາງແຜນ ຫລຸດໜີ້ສິນ ລົງໃຫ້ໄດ້ 25% ພາຍໃນປີ 2020


ທ່ານ ພູເພັດ ຄໍາພູນວົງ ລັດຖະມົນຕີ ກະຊວງການເງິນຂອງລາວ
ທ່ານ ພູເພັດ ຄໍາພູນວົງ ລັດຖະມົນຕີ ກະຊວງການເງິນຂອງລາວ
ລັດຖະບານລາວວາງແຜນການທີ່ຈະລົດມູນຄ່າໜີ້ສິນສາທາ
ລະນະລົງສູ່ລະດັບບໍ່ເກີນ 25%​ ຂອງຍອດຜະລິດຕະພັນລວມ
ພາຍໃນປະເທດ (GDP) ໃຫ້ໄດ້ ພາຍໃນປີ 2020.
ລິງໂດຍກົງ

ທ່ານພູເພັດ ຄໍາພູນວົງ ລັດຖະມົນຕີວ່າການກະຊວງການເງິນ
ຖະແຫຼງຢືນຢັນ ເມື່ອບໍ່ດົນມານີ້ວ່າ ລັດຖະບານລາວໄດ້ວາງ
ແຜນການທີ່ຈະຫຼຸດຜ່ອນການເປັນໜີ້ສິນສາທາລະນະລົງໃຫ້
ຢູ່ໃນສັດສ່ວນທີ່ບໍ່ເກີນ 25% ຂອງຍອດຜະລິດຕະພັນລວມພາຍໃນ ຫຼື GDP ໃຫ້ໄດ້
ພາຍໃນປີ 2020 ດ້ວຍການຊໍາລະຄືນໜີ້ສິນໃນຮູບແບບຂອງການຊໍາລະມີສ່ວນຫຼຸດ
ແລະການຊໍາລະດ້ວຍພັນທະບັດຂອງລັດຖະບານຄຽງຄູ່ກັນໄປ.

ການຊໍາລະໜີ້ໃນຮູບແບບດັ່ງກ່າວນີ້ ລັດຖະບານລາວໄດ້ເລີ່ມປະຕິບັດຈັດຕັ້ງ ມາແຕ່ປີ
2012 ເປັນຕົ້ນມາແລ້ວ ຊຶ່ງກໍໄດ້ເປັນຜົນເຮັດໃຫ້ໜີ້ສິນສາທາລະນະຂອງລັດຖະບານລາວ
ຫລຸດລົງຢ່າງຫຼວງຫຼາຍ ທັງກໍຍັງເຮັດໃຫ້ລັດຖະບານລາວ ສາມາດປະຢັດລາຍຈ່າຍໄດ້
ເປັນຢ່າງດີອີກດ້ວຍ ໂດຍຈະເຫັນໄດ້ຈາກການຊໍາລະໜີ້ນັບແຕ່ປີ 2012 ເຖິງໄລຍະ 6
ເດືອນທໍາອິດຂອງແຜນການປີ 2012-2013 ນີ້ ລັດຖະບານລາວໄດ້ຊໍາລະໜີ້ໄປແລ້ວເຖິງ
10,521 ຕື້ກີບ ຊຶ່ງແບ່ງເປັນການ ຊໍາລະດ້ວຍພັນທະບັດ ໃນມູນຄ່າ 4,421 ຕື້ກີບ ແລະ
ການຊໍາລະທີ່ມີສ່ວນຫຼຸດໃນມູນຄ່າ 6,100 ຕື້ກີບ ໂດຍເຮັດໃຫ້ລັດຖະບານລາວປະຢັດລາຍ
ຈ່າຍໄດ້ເຖິງ 1,682 ຕື້ກີບ ດັ່ງທີ່ທ່ານພູເພັດ ໄດ້ຖະແຫຼງຢືນຢັນວ່າ:

ຈໍານວນເງິນທີ່ໄດ້ຮັບພິດຈາລະນາອອກຂໍ້ຕົກລົງຊໍາລະແລ້ວ ມີຈໍານວນທັງໝົດ 1,415 ໂຄງການ ເປັນມູນຄ່າທັງໝົດ 10,521 ຕື້ກີບ ໃນນີ້ກໍໄດ້ຊໍາລະດ້ວຍຮູບ
ແບບມີສ່ວນຫຼຸດນັ້ນ ມີ 1,161 ໂຄງການ ເປັນມູນຄ່າ 6,100 ຕື້ກີບ.”


ພິທີເຊັນສັນຍາ ການຊ່ວຍເຫລືອຂອງທະນາຄານໂລກ ແກ່ລາວ ໃນດ້ານການປົກປັກຮັກສາປ່າໄມ້
ພິທີເຊັນສັນຍາ ການຊ່ວຍເຫລືອຂອງທະນາຄານໂລກ ແກ່ລາວ ໃນດ້ານການປົກປັກຮັກສາປ່າໄມ້

ຍິ່ງໄປກວ່ານັ້ນ ການຊໍາລະໜີ້ດ້ວຍຮູບແບບດັ່ງກ່າວ ຍັງເຮັດ
ໃຫ້ໜີ້ສິນສາທາລະນະຂອງລັດຖະບານລາວລົດລົງມາຢູ່ທີ່
ລະດັບ 29.8% ຂອງມູນຄ່າ GDP ໃນ ປັດຈຸບັນນີ້ ອີກດ້ວຍ ແລະກໍຖືວ່າເປັນພາລະໜີ້ສິນທີ່ຍັງບໍ່ເກີນລະດັບມາດຕະຖານ
ສາກົນ ທີ່ກໍານົດໄວ້ໃນອັດຕາບໍ່ເກີນ 40% ຂອງມູນຄ່າ GDP
ແລະຖ້າຫາກວ່າ ລັດຖະບານລາວຍັງຄົງສາມາດຮັກສາການ
ຊໍາລະໜີ້ໄດ້ໃນລະດັບດັ່ງກ່າວນີ້ຕໍ່ໄປ ຈຶ່ງມີຄວາມເປັນໄປໄດ້
ສູງທີ່ ຈະສາມາດບັນລຸເປົ້າໝາຍໃນປີ 2020 ດັ່ງກ່າວໄດ້ຢ່າງ
ເປັນຮູບປະທໍາ.

ແຕ່ຢ່າງໃດກໍຕາມ ທະນາຄານແຫ່ງຊາດລາວ ກໍໄດ້ສະເໜີລາຍງານປະຈໍາປີ 2012 ທີ່ຜ່ານ
ມາວ່າ ສະພາວະໜີ້ສິນຕ່າງປະເທດຂອງລັດຖະບານລາວ ຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງ
ຈົນເຖິງທ້າຍເດືອນກັນຍາປີຜ່ານມາ ຊຶ່ງກໍເປັນໄລຍະສິ້ນສຸດຂອງແຜນການປະຈໍາປີ 2011
-2012 ນັ້ນ ກໍປາກົດວ່າລັດຖະບານລາວ ມີໜີ້ເງິນກູ້ຕ່າງປະເທດ ຄິດເປັນມູນຄ່າລວມເກີນ
ກວ່າ 3,500 ລ້ານໂດລ່າ ຫຼືເທົ່າ ກັບ 35% ຂອງມູນຄ່າ GDP.

ໜີ້ສິນຕ່າງປະເທດຂອງລັດຖະບານລາວ ໄດ້ມີມູນຄ່າເພີ່ມຂຶ້ນຫຼາຍທີ່ສຸດນັບແຕ່ປີ 2006
ເປັນຕົ້ນມາ ທັງນີ້ກໍເນື່ອງຈາກວ່າລັດຖະບານລາວໄດ້ກູ້ຢືມເງິນທຶນຈາກຕ່າງປະເທດເພີ່ມ
ຂຶ້ນທຸກປີ ໂດຍສະເພາະແມ່ນໃນປີ 2007 ນັ້ນ ລັດຖະບານລາວໄດ້ກູ້ຢືມເງິນທຶນຈາກຕ່າງ
ປະເທດເພິ່ມຂຶ້ນເຖິງ 15.46% ທຽບໃສ່ປີ 2006 ແລະເຮັດໃຫ້ໜີ້ສິນຕ່າງ ປະເທດຂອງ
ລັດຖະບານລາວມີມູນຄ່າສະສົມເຖິງ 3,000 ລ້ານໂດລ່າ ເປັນຄັ້ງທໍາອິດ ໃນປີ 2011 ທີ່
ຜ່ານມາ.

ຍິ່ງໄປກວ່ານັ້ນ ເມື່ອປະກອບກັບໃນໄລຍະຂອງແຜນການປະຈໍາປີ 2011-2012 ທີ່ສິ້ນ
ສຸດແຜນການລົງໃນທ້າຍເດືອນກັນຍາປີຜ່ານມາ ຊຶ່ງລັດຖະບານລາວໄດ້ຮັບການຊ່ວຍ
ເຫຼືອລ້າ ແລະກໍຢືມຈາກຕ່າງປະເທດຄິດເປັນມູນຄ່າລວມເກີນກວ່າ 700 ລ້ານໂດລານັ້ນ
ຈຶ່ງເຮັດໃຫ້ໜີ້ສິນຕ່າງປະເທດຂອງລັດຖະບານລາວມີມູນຄ່າລວມຫຼາຍກວ່າ 3,500 ລ້ານ
ໂດລາ ໃນແຜນການປີດັ່ງກ່າວນັ້ນເອງ.

ແຕ່ຢ່າງໃດກໍຕາມ ລາຍງານດັ່ງກ່າວຂອງທະນາຄານແຫ່ງຊາດລາວ ກໍໄດ້ລະບຸວ່າ ໜີ້ສິນ
ຕ່າງປະເທດຂອງລັດຖະບານລາວຄິດເປັນສັດສ່ວນທີ່ຫລຸດຕໍ່າລົງເມື່ອທຽບໃສ່ມູນຄ່າ
GDP ທີ່ເພີ່ມຂຶ້ນທຸກໆປີ ໂດຍຈະເຫັນໄດ້ຈາກສະພາວະໜີ້ສິນຕ່າງປະເທດຂອງລັດຖະ
ບານລາວ ໃນປີ 2006 ທີ່ຄິດເປັນສັດສ່ວນທີ່ສູງເຖິງ 71.21%​ ຂອງ GDP ນັ້ນ ໄດ້ຫລຸດ
ລົງມາເປັນ 38.52% ຂອງ GDP ໃນປີ 2011 ແລະ 35%​ ຂອງ GDP ໃນປີ 2012 ແລະ
29.8%​ ຂອງ GDP ໃນປັດຈຸບັນນີ້ຕາມລໍາດັບ.
XS
SM
MD
LG