ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະ ຜະລິດເຂົ້າ ສົ່ງອອກ ໃຫ້ໄດ້ ເກືອບ 1 ລ້ານໂຕນ ໃນປີ 2015


ການຜະລິດເຂົ້າຂອງຊາວນາທີ່ລາວ
ການຜະລິດເຂົ້າຂອງຊາວນາທີ່ລາວ
ລັດຖະບານລາວວາງແຜນການເພີ່ມຜົນຜະລິດເຂົ້າເພື່ອສົ່ງ
ອອກໃຫ້ໄດ້ ລະຫວ່າງ 5 ແສນເຖິງ 1 ລ້ານໂຕນ ໃນປີ 2015 ແລະເພີ່ມຂຶ້ນເປັນບໍ່ໜ້ອຍກວ່າ 1.5 ລ້ານໂຕນ ໃນປີ 2020
ຕາມລໍາດັບ.
ລິງໂດຍກົງ

ທ່ານຕີ ພົມມະສັກ ລັດຖະມົນຕີຊ່ວຍວ່າການກະຊວງກະສິກໍາ-
ປ່າໄມ້ ຖະແຫຼງຢືນຢັນ ເມື່ອບໍ່ດົນມານີ້ວ່າ ຄະນະລັດຖະບານລາວ
ໄດ້ວາງແຜນການທີ່ຈະສົ່ງເສີມການຜະລິດເຂົ້າຈ້າວ ເພື່ອສົ່ງອອກໄປຕ່າງປະເທດໃຫ້ໄດ້
ຫຼາຍຂຶ້ນຢ່າງຕໍ່ເນື່ອງ ນັບແຕ່ລະດູການ 2013-2014 ນີ້ເປັນຕົ້ນໄປ.

ພາຍໃຕ້ແຜນການດັ່ງກ່າວນີ້ ລັດຖະບານລາວຈະໃຫ້ການຊຸກຍູ້ໃນເຂດທີ່ມີເງື່ອນໄຂ
ກ່ອນ ກໍຄືເຂດທົ່ງພຽງໃນແຂວງຄໍາມ່ວນ ແລະແຂວງສະຫວັນນະເຂດ ແລ້ວຈຶ່ງຈະຍ້າຍ
ໄປສູ່ເຂດອື່ນໆອີກຕໍ່ໄປ ທັງນີ້ກໍເພື່ອວ່າ ຈະເຮັດໃຫ້ສາມາດເພີ່ມຜົນຜະລິດເຂົ້າຈ້າວ
ໄດ້ຢ່າງມີປະສິດທິພາບ ພາຍໃຕ້ເປົ້າໝາຍທີ່ຈະສົ່ງເສີມການສົ່ງອອກເຂົ້າຈ້າວ ໃຫ້ໄດ້
ລະຫວ່າງ 5 ແສນໂຕນ ເຖິງ 1 ລ້ານໂຕນ ພາຍໃນປີ 2015 ແລະເພີ່ມຂຶ້ນໃຫ້ ໄດ້ເຖິງ
1.5 ລ້ານໂຕນ ພາຍໃນປີ 2020 ຕາມລໍາດັບ ດັ່ງທີ່ທ່ານຕີ ໄດ້ຖະແຫຼງຢືນຢັນວ່າ:

ເດັກນ້ອຍລູກຊາວນາລາວ ຮຽນດໍານາ
ເດັກນ້ອຍລູກຊາວນາລາວ ຮຽນດໍານາ

ພວກເຮົາຈະສູ້ຊົນການຜະລິດເຂົ້າເປັນສິນຄ້າ ແຕ່ນີ້
ຮອດປີ 2015 ໃຫ້ໄດ້ປະມານ 5 ແສນເຖິງ 1 ລ້ານໂຕນ
ແລ້ວກະຮອດປີ 2020 ປະມານ 1.5 ລ້ານ ໂຕນ ສ່ວນ
ເຂດພາກກາງ-ພາກໃຕ້ບ່ອນທີ່ມີເງື່ອນໄຂຮອງຮັບນີ້
ແມ່ນເຮົາຊຸກຍູ້ ສົ່ງເສີມການຜະລິດເຂົ້າເປັນສິນຄ້າ ໃນ
ເບື້ອງຕົ້ນກໍແມ່ນທົ່ງພຽງຄໍາມ່ວນ ແລະສະຫວັນນະເຂດ
ອັນນີ້ ແມ່ນຈະສຸມໃສ່ຊຸກຍູ້ສົ່ງເສີມການປູກເຂົ້າຈ້າວ.”


ແຕ່ຢ່າງໃດກໍຕາມ ທ່ານສົມດີ ດວງດີ ລັດຖະມົນຕີວ່າການ
ກະຊວງແຜນການ ແລະການລົງທຶນ ກໍຖະແຫຼງຍອມຮັບກ່ອນໜ້ານີ້ວ່າການຜະລິດ
ເຂົ້າປະຈໍາລະດູການ 2012-2013 ນີ້ ຈະບໍ່ສາມາດຈັດຕັ້ງປະຕິບັດເພື່ອໃຫ້ບັນລຸຕາມ
ເປົ້າໝາຍ ແຜນການທີ່ວາງເອົາໄວ້ໃນປະລິມານລວມເຖິງ 3.8 ລ້ານໂຕນຢ່າງແນ່ນອນ
ໂດຍມີສາເຫດມາຈາກການ ທີ່ກະເສດຕະກອນລາວໄດ້ພາກັນລົດພື້ນທີ່ປູກເຂົ້າແລະ
ຫັນໄປປູກພື້ນເສດຖະກິດ ຊະນິດອື່ນໆຫຼາຍຂຶ້ນ.

ສ່ວນສາເຫດທີ່ເຮັດໃຫ້ກະເສດຕະກອນລາວໄດ້ພາກັນຫັນໄປປູກພືດຊະນິດອື່ນໆ ແທນເຂົ້າຫຼາຍຂຶ້ນນັ້ນ ກໍຍ້ອນວ່າຕົ້ນທຶນໃນການປູກເຂົ້າໄດ້ປັບຕົວສູງຂຶ້ນ ໂດຍສະ
ເພາະແມ່ນລາຄາປຸ໋ຍ ລາຄານໍ້າມັນ ແລະຄ່າແຮງງານ ທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ແຕ່
ລາຄາເຂົ້າກັບບໍ່ໄດ້ເພີ່ມຂຶ້ນເລີຍ ຈຶ່ງເຮັດໃຫ້ກະເສດຕະກອນລາວໄດ້ພາກັນຫັນໄປ
ປູກພືດຊະນິດອື່ນທີ່ເຫັນວ່າມີລາຍຮັບດີກວ່ານັ້ນເອງ.

ທ່ານສົມດີ ໄດ້ປະເມີນສະພາບການວ່າ ການຜະລິດເຂົ້າປະຈໍາລະດູການ 2012-
2013 ນີ້ ຈະໄດ້ຜົນຜະລິດທັງໝົດ 3.54 ລ້ານໂຕນ ຫຼືຄິດເປັນ 93% ຂອງແຜນການ
ປີ ໂດຍຈະເປັນຜົນຜະລິດເຂົ້ານາປີໃນປະລິມານ 2.85 ລ້ານໂຕນ ຜົນຜະລິດເຂົ້າ
ຈາກເຂດເນີນສູງ 195,000 ໂຕນ ແລະຜົນຜະລິດເຂົ້ານາແຊງ 5 ໂຕນ ໂດຍໃນສ່ວນ
ຂອງຜົນຜະລິດເຂົ້ານາແຊງດັ່ງກ່າວກໍຍັງທຽບໄດ້ກັບ 66%​ ຂອງແຜນການເທົ່ານັ້ນ ທັງນີ້ກໍເນື່ອງຈາກວ່າຫຼາຍໆພື້ນທີ່ຕ້ອງປະສົບກັບໄພແຫ້ງແລ້ງ ແລະຄອງຊົນລະປະທານ
ຫຼາຍແຫ່ງ ກໍເປ່ເພ ນໍາອີກ.

ທາງດ້ານທ່ານວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກໍາ-ປ່າໄມ້ ກໍ ຍອມ
ຮັບວ່າ ໄພທໍາມະຊາດຍັງເປັນປັດໄຈທີ່ສົ່ງຜົນກະທົບຕໍ່ແຜນການເພີ່ມຜົນຜະລິດເຂົ້າ
ໃນລາວນັບຈາກໄພພິບັດທໍາມະຊາດໃນປີ 2008 ເປັນຕົ້ນມາ ໂດຍສະເພາະແມ່ນໄພ
ນໍ້າຖ້ວມຄັ້ງໃຫຍ່ໃນເຂດແຂວງພາກໃຕ້ ທີ່ເກີດຈາກພາຍຸໂຊນຮ້ອນເກດສະໜາ ໃນປີ
2010 ຕິດຕາມດ້ວຍພາຍຸໂຊນຮ້ອນໄຫໝາ ແລະພາຍຸນົກເຕັນ ໃນປີ 2011 ລວມເຖິງ
ປະລິມານນໍ້າຝົນທີ່ຕົກລົງມາຢ່າງຫຼວງຫຼາຍໃນ ທ້າຍປີ 2012 ກໍໄດ້ເຮັດໃຫ້ພື້ນທີ່ປູກ
ເຂົ້າຂອງກະເສດຕະກອນລາວເສຍຫາຍໄປຄິດເປັນພື້ນທີ່ລວມກັນຫຼາຍແສນເຮັກຕ້າ
ຊຶ່ງຖ້າຫາກຄິດໄລ່ຈາກປະສິດທິພາບການຜະລິດໃນລາວ ກໍຈະໄດ້ວ່າຜົນຜະລິດເຂົ້າ
ທີ່ເສຍຫາຍໄປເພາະໄພນໍ້າຖ້ວມທີ່ເກີດຂຶ້ນນັ້ນ ມີປະລິມານລວມກັນຫຼາຍກວ່າ 7​ ແສນ
ໂຕນ.

ນອກຈາກນັ້ນ ຖ້າຫາກວ່າລາວຍັງບໍ່ສາມາດທີ່ຈະຕຽມພ້ອມຮັບມືກັບໄພພິບັດທໍາມະ
ຊາດໄດ້ຄືກັບໃນລະຍະທີ່ຜ່ານມາ ກໍຍັງຈະສົ່ງຜົນກະທົບຕໍ່ເປົ້າໝາຍສະຫັດສະວັດ
ການພັດທະນາຂອງລັດຖະບານລາວທີ່ຈະຮັບປະກັນການຜະລິດດ້ານສະບຽງອາຫານ
ໃຫ້ໄດ້ພຽງພໍກັບການບໍລິໂພກຂອງປະຊາຊົນ ແລະເພີ່ມການສົ່ງອອກສິນຄ້າໄປຕ່າງ
ປະເທດໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນການເພີ່ມຜົນຜະລິດເຂົ້າໃຫ້ບັນລຸເຖິງ 4.2
ລ້ານໂຕນ ໃນປີ 2015 ອີກດ້ວຍ.

ທາງດ້ານກະຊວງອຸດສາຫະກໍາແລະການຄ້າ ກໍລາຍງານວ່າໃນແຜນການປີ 2011-
2012 ທີ່ຜ່ານມາລາວມີລາຍຮັບຈາກການສົ່ງອອກເຂົ້າໄປຕ່າງປະເທດໃນມູນຄ່າ
ລວມ 10 ລ້ານໂດລາ.
XS
SM
MD
LG