ລັດຖະບານລາວ ວາງແຜນການຈະຊຸກຍູ້ ການປູກຕົ້ນໄມ້ ໃນ
ທົ່ວປະເທດ ໃຫ້ໄດ້ໃນພື້ນທີ່ 30,000 ເຮັກຕາ ໃນຕະຫຼອດປີ
2014 ນີ້ ຫາກແຕ່ໃນຊ່ວງກວ່າ 4 ເດືອນມານີ້ປະຕິບັດໄດ້ພຽງ
6,000 ກວ່າເຮັກຕາເທົ່ານັ້ນ.
ທ່ານ ບຸນລ້ຽງ ສິນວິຈິດ ຮອງຫົວໜ້າພະແນກ ສົ່ງເສີມການປູກໄມ້
ແລະລົງທຶນປ່າໄມ້ໃນກົມປ່າໄມ້ ກະຊວງກະສິກຳແລະປ່າໄມ້
ຖະແຫລງ ຢືນຢັນວ່າກະຊວງກະສິກຳແລະປ່າໄມ້ ໄດ້ວາງຄາດໝາຍສູ້ຊົນປູກຕົ້ນໄມ້
ໃນຕະຫຼອດປີ 2014 ນີ້ໃຫ້ໄດ້ 30,000 ເຮັກຕາໃນທົ່ວປະເທດ ໂດຍໄດ້ມອບໝາຍໃຫ້
ອຳນາດການປົກຄອງ ໃນແຕ່ລະແຂວງເປັນເຈົ້າການ ໃນການຈັດຕັ້ງປະຕິບັດ ໃນເຂດ
ແຂວງຂອງຕົນ ໃຫ້ໄດ້ຕາມແຜນການ ທີ່ໄດ້ຮັບມອບໝາຍດັ່ງກ່າວ.
ທັງນີ້ໂດຍແຂວງອັດຕະປື ໄດ້ຮັບການມອບໝາຍ ໃຫ້ປູກຕົ້ນໄມ້ໃຫ້ໄດ້ຫຼາຍທີ່ສຸດ ກໍຄື
ໃນພື້ນທີ່ບໍ່ນ້ອຍກວ່າ 6,000 ເຮັກຕາ ຕິດຕາມດ້ວຍແຂວງຫຼວງພະບາງ ແລະ ສະຫວັນ
ນະເຂດ ທີ່ຈະຕ້ອງປູກຕົ້ນໄມ້ ໃຫ້ໄດ້ແຂວງລະ 3,000 ເຮັກຕາ ສ່ວນແຂວງອື່ນໆ ທີ່
ເຫຼືອນັ້ນ ກໍຈະຕ້ອງປູກຕົ້ນໄມ້ໃຫ້ໄດ້ໃນພື້ນທີ່ຕັ້ງແຕ່ 500-2,000 ເຮັກຕາ ໂດຍມີພຽງ
ນະຄອນຫຼວງວຽງຈັນເທົ່ານັ້ນ ທີ່ໄດ້ຮັບການມອບໝາຍ ໃຫ້ປູກຕົ້ນໄມ້ໃຫ້ໄດ້ໃນພື້ນທີ່
ພຽງແຕ່ 300 ເຮັກຕາເທົ່ານັ້ນ.
ແຕ່ຢ່າງໃດກໍຕາມ ທ່ານບຸນລ້ຽງ ກໍຍອມຮັບວ່າ ການທີ່ຈະຈັດຕັ້ງ
ປະຕິບັດໃຫ້ໄດ້ ຕາມແຜນການດັ່ງກ່າວນີ້ ກໍບໍ່ແມ່ນເລື້ອງງ່າຍ
ເພາະວ່າ ໃນລະຍະກວ່າ 4 ເດືອນທີ່ຜ່ານມາຂອງປີນີ້ ທົ່ວປະເທດ
ປູກຕົ້ນໄມ້ໄດ້ ໃນພື້ນທີ່ລວມພຽງ 6,100 ກວ່າເຮັກຕາເທົ່ານັ້ນ
ຊຶ່ງໃນນີ້ ກໍເປັນການປູກຕົ້ນໄມ້ ໂດຍພາກລັດພຽງໃນພື້ນທີ່ 231
ເຮັກຕາເທົ່ານັ້ນ ສ່ວນທີ່ເຫຼືອ ເປັນຕົ້ນໄມ້ທີ່ປູກໂດຍ ບໍລິສັດ
ເອກະຊົນລາວ ແລະ ຕ່າງຊາດ.
ກ່ອນໜ້ານີ້ ທ່ານວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງ
ກະສິກຳປ່າໄມ້ ຖະແຫລງວ່າການຟື້ນຟູສະພາບປ່າໄມ້ໃນທົ່ວ
ປະເທດລາວ ໄດ້ເນັ້ນໜັກການປະຕິບັດໃນ 5 ແຜນງານດ້ວຍກັນ
ໂດຍທີ່ ສຳຄັນກໍຄືການສຳຫຼວດ ແລະ ສ້າງແຜນຈັດສັນປ່າຜະລິດ
ໃນ 41 ເຂດຂອງເນື້ອທີ່ 273,160 ເຮັກຕາ ການຟື້ນຟູປ່າຜະລິດໃຫ້ໄດ້ 60,00 ເຮັກຕາ
ແລະ ການປູກຕົ້ນໄມ້ໃຫ້ໄດ້ໃນເນື້ອທີ່ 30,000 ເຮັກຕາໃນແຕ່ລະປີ.
ໂດຍການປະຕິບັດ ຈັດຕັ້ງແຜນງານເຫຼົ່ານີ້ ກໍເພື່ອເປັນການ
ຕອບສະໜອງຕໍ່ແຜນການ ແລະ ເປົ້າໝາຍທີ່ລັດຖະບານລາວ
ຈະເພີ້ມຄວາມໜາແໜ້ນຂອງປ່າໄມ້ໃຫ້ປົກຫຸ້ມເຖິງ 60 ເປີເຊັນ
ແລະ 70 ເປີເຊັນ ຂອງເນື້ອທີ່ທັງໝົດໃນລາວ ໃຫ້ໄດ້ໃນປີ 2015
ແລະປີ 2020 ຕາມລຳດັບ ຫາກແຕ່ທາງການລາວ ກໍຍອມຮັບວ່າ
ການທີ່ຈະສາມາດ ບັນລຸເປົ້າໝາຍດັ່ງກ່າວນີ້ ໄດ້ຢ່າງແທ້ຈິງນັ້ນ
ກໍບໍ່ແມ່ນເລື້ອງງ່າຍ.
ຍິ່ງໄປກວ່ານັ້ນ ປະສິດທິພາບ ໃນການຟື້ນຟູປ່າໄມ້ ຂອງພາກ
ລັດຖະບານລາວ ກໍຍັງຕ່ຳກວ່າພາກເອກະຊົນ ໃນທຸກໆ ດ້ານ
ອີກດ້ວຍ ໂດຍສະເພາະ ແມ່ນການປູກຕົ້ນໄມ້ ໃນລະຍະທີ່ຜ່ານ
ມານັ້ນ ກໍປະກົດວ່າ ຕົ້ນໄມ້ທີ່ປູກໂດຍພາກເອກະຊົນ ມີອັດຕາ
ການລອດ 80-100 ເປີເຊັນ ຂະນະທີ່ຕົ້ນໄມ້ທີ່ປູກໂດຍພາກລັດຖະບານມີອັດຕາການ
ລອດພຽງ 65-70 ເປີເຊັນ ຂອງຈຳນວນຕົ້ນໄມ້ທີ່ປູກທັງໝົດ ໃນແຕ່ລະປີເທົ່ານັ້ນ.
ທັງນີ້ກໍເນື່ອງຈາກ ການມີງົບປະມານຢ່າງຈຳກັດ ປະກອບກັບການທີ່ທາງການລາວຍັງ
ຕ້ອງສົ່ງເສີມໃຫ້ຕ່າງຊາດ ເຂົ້າມາລົງທຶນ ທີ່ຈະຕ້ອງມີການນຳໃຊ້ພື້ນທີ່ ຫຼາຍຂຶ້ນນັບມື້
ດ້ວຍນັ້ນ ຈຶ່ງເຮັດໃຫ້ຈຳເປັນ ຕ້ອງມີການທົບທວນ ແຜນການຟື້ນຟູສະພາບປ່າໄມ້ດ້ວຍ
ເຊັ່ນກັນ ດັ່ງທີ່ທ່ານວິໄລວັນ ໄດ້ໃຫ້ການຢືນຢັນວ່າ:
“ຕົວເລກທີ່ໄດ້ຄົ້ນຄວ້າສະໜອງໃຫ້ແກ່ ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ ຍັງເປັນ
ຕົວເລກສືບຕໍ່ພິຈາລະນາ ຍົກເປັນຕົວຢ່າງ ມີບາງບໍລິເວນທີ່ພວກເຮົາກຳນົດໃຫ້
ເປັນປ່າປ້ອງກັນຫຼືປ່າຟື້ນຟູ ແຕ່ວ່າການລົງທຶນ ມັນຕ້ອງມີເນື້ອທີ່ກວ້າງຂວາງ
ຈັ່ງຊັ້ນ ອີງໃສ່ບັນດາບົດຮຽນ ຂອງປະເທດເພື່ອນບ້ານນີ້ ເຂົາເຈົ້າກໍມີການຈັດສັນ
ຄືນໃໝ່ອັນນີ້ເຮັດໃຫ້ມັນດຸ່ນດ່ຽງລະຫວ່າງການປົກຫຸ້ມກັບການພັດທະນານີ້ບໍ່ໃຫ້
ມີຄວາມຂັດແຍ້ງກັນ.”
ທັງນີ້ກໍເນື່ອງຈາກການສຳຫຼວດນັບແຕ່ປີ 1992 ເປັນຕົ້ນມາ ພົບວ່າສະພາບປ່າໄມ້ຂອງລາວ ໄດ້ລົດຄວາມໜາແໜ້ນລົງຕໍ່ເນື່ອງ ກໍຄືລົດລົງຈາກ 47 ເປີເຊັນ ໃນປີ 1992 ມາເປັນ 42 ເປີເຊັນ ໃນປີ 2002 ແລະເຊື່ອວ່າເຫຼືອຢູ່ຕ່ຳກວ່າ 40 ເປີເຊັນ ຂອງພື້ນທີ່ທັງໝົດໃນລາວໃນປັດຈຸບັນນີ້ ໂດຍສາເຫດສຳຄັນປະການໜຶ່ງທີ່ເຮັດໃຫ້ເກີດສະພາບການດັ່ງກ່າວນີ້ ກໍຄືການລັກລອບຕັດໄມ້ເພື່ອການຄ້າເຖື່ອນນັ້ນເອງ.