ລັດຖະບານລາວວາງເປົ້າໝາຍທີ່ຈະດຶງດູດເອົາການລົງທຶນ
ຈາກຈີນໃຫ້ເຂົ້າມາໃນ ລາວໃຫ້ໄດ້ຫຼາຍຂຶ້ນ ທັງຍັງຈະສົ່ງເສີມ
ການຄ້າສອງຝ່າຍໃຫ້ມີມູນຄ່າເພີ່ມຂຶ້ນເປັນສອງເທົ່າພາຍໃນ
ປີ 2015 ໃຫ້ໄດ້ອີກດ້ວຍ.
ທ່ານບຸນທະວີ ສີສຸພັນທອງ ລັດຖະມົນຕີຊ່ວຍວ່າການກະຊວງ
ແຜນການ ແລະການລົງທຶນໄດ້ຢືນຢັນຕໍ່ກອງປະຊຸມພົບປະ
ແລກປ່ຽນຄັ້ງທີ 3 ລະຫວ່າງກະຊວງແຜນການ ແລະ ການ
ລົງທຶນຂອງລາວ ກັບສະພາການຄ້າແຫ່ງສາທາລະນະລັດປະ
ຊາຊົນຈີນ ຊຶ່ງໄດ້ຈັດຂຶ້ນ ຢ່າງເປັນທາງການເມື່ອບໍ່ດົນມານີ້
ຢູ່ນະຄອນວຽງຈັນວ່າ ລັດຖະບານລາວໄດ້ໃຫ້ຄວາມສໍາຄັນ ຢ່າງຍິ່ງຕໍ່ການສົ່ງເສີມການລົງທຶນຈາກຈີນໃຫ້ເຂົ້າມາໃນລາວ ຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ.
ທັງນີ້ກໍເນື່ອງຈາກວ່າ ພາຍໃຕ້ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 7 ນັບ ຈາກປີ 2011-2015 ນັ້ນ ລັດຖະບານລາວມີຄວາມຕ້ອງການທາງດ້ານເງິນທຶນ ຄິດເປັນ ມູນຄ່າລວມເຖິງ 15,000 ລ້ານໂດລາ ຊຶ່ງໃນນີ້ກໍຈະຕ້ອງເປັນເງິນລົງທຶນຈາກຕ່າງປະເທດ
ຄິດເປັນມູນຄ່າລວມບໍ່ໜ້ອຍກວ່າ 8,500 ລ້ານ ໂດລາ ຫຼືຄິດເປັນ 56% ຂອງເງິນທຶນທັງ
ໝົດ ຊຶ່ງກໍໝາຍຄວາມວ່າລັດຖະບານລາວຈະຕ້ອງດຶງດູດເອົາການລົງທຶນຈາກຕ່າງປະເທດ
ໃຫ້ໄດ້ໃນມູນຄ່າສະເລ່ຍບໍ່ຕໍ່າກວ່າ 1,700 ລ້ານໂດລາແຕ່ລະປີນັ້ນເອງ.
ດ້ວຍເຫດນີ້ ເມື່ອປະກອບກັບການທີ່ລາວກັບຈີນເປັນຮຸ້ນສ່ວນ
ຍຸທະສາດການ ພັດທະນາຢ່າງຮອບດ້ານຮ່ວມກັນ ແລະທາງຝ່າຍ
ຈີນ ກໍຍັງມີເງິນທຶນຢ່າງຫຼວງ ຫຼາຍອີກດ້ວຍແລ້ວ ຈຶ່ງເຮັດໃຫ້ລັດ
ຖະບານລາວຄາດຫວັງວ່າຈະສາມາດດຶງດູດເອົາການລົງທຶນ
ຈາກຈີນ ເຂົ້າມາໃນລາວໄດ້ເປັນຢ່າງດີ ດັ່ງຈະເຫັນໄດ້ຈາກການ
ທີ່ຈີນມີມູນຄ່າລົງທຶນສະສົມໃນລາວເກືອບ 4,000 ລ້ານ ໂດລາ ໃນປັດຈຸບັນນີ້.
ແຕ່ຢ່າງໃດກໍຕາມ ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິ
ກໍາ-ປ່າໄມ້ກໍໄດ້ໃຫ້ ການຍອມຮັບວ່າທາງລົງທຶນຂອງຈີນທີ່ເພີ່ມ
ຂຶ້ນນັບມື້ ເຖິງແມ່ນວ່າຈະເປັນຜົນດີຕໍ່ ການພັດທະນາທາງເສດ
ຖະກິດໃນລາວກໍຕາມ ແຕ່ໃນຂະນະດຽວກັນກໍຈະສົ່ງຜົນກະທົບດ້ານລົບຕໍ່ສະພາບແວດ ລ້ອມທໍາມະຊາດ ແລະຊີວິດຄວາມເປັນຢູ່ຂອງປະຊາຊົນລາວຢ່າງກວ້າງຂວາງດ້ວຍເຊັ່ນ ກັນ.
ທັງນີ້ກໍເນື່ອງຈາກວ່າ ບັນດາບໍລິສັດຈາກຈີນທີ່ລົງທຶນຢູ່ໃນລາວ ໂດຍສະເພາະແມ່ນການ ລົງທຶນໃນພາກກະສິກໍາທີ່ມີການເຊົ່າທີ່ດິນເປັນບໍລິເວນກວ້າງເພື່ອປູກພືດເສດຖະກິດ ເຊັ່ນ ຢາງພາລາ ໄມ້ວິກ ຫຼືຢູຄາລິບຕັສ ມັນຕົ້ນ ອ້ອຍ ສາລີ ແລະຖົ່ວຕ່າງໆນັ້ນ ກໍປາກົດວ່າ
ບັນດາບໍລິສັດຈາກຈີນເຫຼົ່ານີ້ຕ້ອງໄດ້ພາກັນຕັດໄມ້ທໍາລາຍ ປ່າຢູ່ໃນລາວຢ່າງກວ້າງຂວາງ
ອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ລາວ ໄດ້ຍົກຕົວຢ່າງເຖິງສະພາບການທີ່ເກີດຂຶ້ນໃນ ແຂວງພົງ
ສາລີວ່າ:
“ແຂວງພົງສາລີນີ້ ກໍລະນີທີ່ປະຊາຊົນໄດ້ສະເໜີການຮຽກ
ຮ້ອງມາຫຼາຍກວ່າໝູ່ນັ້ນ ກໍແມ່ນບັນຫາການຕັດໄມ້ ເພາະ
ວ່າການຕັດໄມ້ນີ້ ເຖິງແມ່ນວ່າທີ່ອອກໜ້າສ່ວນຫຼາຍ ຈະ
ເປັນບໍລິສັດຂອງຄົນລາວກໍຕາມ ຫາກແຕ່ວ່າຜູ້ຕັດນັ້ນກໍ
ແມ່ນຈີນ ບັດນີ້ເຂົາຢາກສິຕັດບ່ອນໃດເຂົາກໍຕັດ ຈຶ່ງເຮັດ
ໃຫ້ປະຊາຊົນຢາກຮູ້ເຫດຜົນວ່າຕັດເພື່ອຫຍັງ ຫລືຕັດເພື່ອ
ຊໍາລະຫຍັງ ຈຶ່ງຕ້ອງຕັດຫຼາຍແທ້ ບ່ອນທີ່ບໍ່ຄວນຕັດ ຮອດ
ດິນ ແລະບ່ອນທີ່ປະຊາຊົນ ຄຸ້ມຄອງກໍຍັງຕັດ.”
ທາງດ້ານເຄືອຂ່າຍອະນຸລັກຊັບພະຍາກອນທໍາມະຊາດໃນເຂດລຸ່ມແມ່ນໍ້າຂອງໄດ້ ລາຍ ງານວ່າການລັກລອບຕັດໄມ້ໃນລາວ ກາຍເປັນບັນຫາທີ່ໃຫຍ່ຂຶ້ນນັບມື້ ໂດຍເຂດທີ່ມີ ການລັກລອບຕັດໄມ້ເພື່ອການຄ້າໄມ້ເຖື່ອນຫຼາຍທີ່ສຸດໃນລາວນັ້ນ ກໍແມ່ນເຂດຊາຍແດນ ຕິດກັບຫວຽດນາມ ຈີນ ແລະໄທ ຊຶ່ງປະມານການວ່າໄດ້ມີການລັກລອບຕັດໄມ້ ແລະຂົນ ສົ່ງໄມ້ອອກຈາກລາວໄປຍັງ 3 ປະເທດດັ່ງກ່າວນີ້ ໃນປະລິມານຫຼາຍກວ່າ 200,000 ເມັດກ້ອນໃນແຕ່ລະປີ.
ແຕ່ຢ່າງໃດກໍຕາມ ການລົງທຶນຂອງຈີນໃນລາວກໍຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະເຖິງ ແມ່ນວ່າ ມູນຄ່າການລົງທຶນລວມຈະເປັນອັນດັບ 2 ຮອງຈາກຫວຽດນາມກໍຕາມ ແຕ່ກໍ ເຊື່ອ ວ່າຈະແຊງຫວຽດນາມຂຶ້ນມາ ເປັນອັນດັບທີ 1 ໃນໝໍ່ໆນີ້ ຊຶ່ງກໍເຊັ່ນດຽວກັນກັບ ການຄ້າ ລະຫວ່າງລາວກັບຈີນ ທີ່ຈະມີມູນຄ່າລວມເຖິງ 2,000 ລ້ານໂດລາ ຫຼືເພີ່ມຂຶ້ນ ຈາກປັດຈຸບັນ ເປັນສອງເທົ່າໃນປີ 2015 ນັ້ນເອງ.