ລັດຖະບານລາວ ມີທຶນສຳຮອງເງິນຕາຕ່າງປະເທດ ເພີ້ມຂຶ້ນ
ເປັນ 994 ລ້ານໂດລາ ຫຼືເທົ່າກັບການນຳສິນຄ້າເຂົ້າ ຈາກ
ຕ່າງປະເທດ ເປັນເວລາກວ່າ 6 ເດືອນ ແຕ່ລາວກໍຍັງປະເຊີນ
ກັບບັນຫາຂາດດຸນການຄ້າຢູ່ເລື້ອຍມາ.
ທ່ານສົມພາວ ໄພສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຖະແຫລງຢືນຢັນວ່າ
ທຶນສຳຮອງເງິນຕາຕ່າງປະເທດໃນລາວ ມີມູນຄ່າລວມ 994 ລ້ານໂດລາ ໃນທ້າຍເດືອນ
ສິງຫາ ທີ່ຜ່ານມາ ຊຶ່ງທຽບໄດ້ກັບມູນຄ່າ ການນຳສິນຄ້າເຂົ້າຈາກຕ່າງປະເທດ ເປັນເວລາ
ກວ່າ 6 ເດືອນ ທັງຍັງເກີນລະດັບຄາດໝາຍທີ່ວາງໄວ້ ກ່ອນໜ້ານີ້ ທີ່ລະດັບຂອງການນຳ
ສິນຄ້າເຂົ້າຈາກຕ່າງປະເທດ ເປັນເວລາ 5 ເດືອນນັ້ນ.
ພ້ອມກັນນີ້ ທະນາຄານແຫ່ງສປປ ລາວ ຍັງສາມາດຄວບຄຸມ
ເງິນເຟີ້ ໃຫ້ຢູ່ໃນອັດຕາ ສະເລ່ຍພຽງແຕ່ 1.88 ເປີເຊັນ ເທົ່ານັ້ນ
ຈຶ່ງເຮັດໃຫ້ຄ່າເງິນກີບ ມີສະຖຽນລະພາບ ໃນຂະນະທີ່ອັດຕາ
ແລກປ່ຽນ ກໍມີຄວາມສະຫງົບ ຊຶ່ງກໍເປັນຜົນໂດຍກົງ ທີ່ເຮັດໃຫ້
ທຶນສຳຮອງເງິນຕາຕ່າງປະເທດໃນລາວ ມີຄວາມໝັ້ນທ່ຽງ
ຫຼາຍຂຶ້ນ ໂດຍຄາດໝາຍວ່າ ທຶນສຳຮອງເງິນຕາ ຕ່າງປະເທດ
ຈະເພີ້ມຂຶ້ນເປັນ ຫຼາຍກວ່າ 1,000 ລ້ານໃນແຜນການປີ 2015
-2016 ຫຼືເທົ່າກັບ ການນຳສິນຄ້າເຂົ້າຈາກຕ່າງປະເທດ ເປັນ
ເວລາເກີນກວ່າ 6 ເດືອນເຄິ່ງນັ້ນເອງ.
ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງ ສປປ ລາວ ກໍຍອມຮັບວ່າ
ປັດໄຈທີ່ກະທົບຕໍ່ທຶນສຳຮອງເງິນຕາຕ່າງປະເທດ ຂອງລັດຖະບານລາວຫຼາຍທີ່ສຸດ
ໃນເວລານີ້ ກໍຄືການທີ່ລັດຖະບານລາວ ກຳລັງປະເຊີນກັບບັນຫາການມີໜີ້ ສາທາ
ລະນະ ເພີ້ມສູງຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນໜີ້ ທີ່ເກີດຈາກການກູ້ຢືມເງິນທຶນ
ຈາກຕ່າງປະເທດນັ້ນ ໄດ້ເພີ້ມຂຶ້ນຈາກ 4,700 ກວ່າລ້ານໂດລາ ຄິດເປັນ 47.43
ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP) ໃນປີ 2014 ເປັນຫຼາຍກວ່າ 5,600
ລ້ານໂດລາ ຄິດເປັນ 54 ເປີເຊັນ ຂອງ GDP ໃນປີ 2015.
ຍິ່ງໄປກວ່ານັ້ນ ລັດຖະບານລາວກໍຍັງມີໜີ້ ສາທາລະນະ ທີ່ເກີດຈາກການກູ້ຢືມພາຍ
ໃນ ແລະ ໂຄງການພັດທະນາຕ່າງໆ ທີ່ບັນດາບໍລິສັດເອກະຊົນໃນລາວເປັນຝ່າຍ ທີ່ໄດ້
ອອກທຶນໃຫ້ກ່ອນ ຄິດເປັນມູນຄ່າລວມກັນເກີນກວ່າ 18,000 ຕື້ກີບ ຫຼື ປະມານ 2,250
ລ້ານໂດລາ ດ້ວຍນັ້ນ ຈຶ່ງເຮັດໃຫ້ລັດຖະບານລາວມີໜີ້ສາທາລະນະ ລວມເກີນກວ່າ
7,850 ລ້ານ ຫຼືຫຼາຍກວ່າ 69 ເປີເຊັນ ຂອງ GDP ໃນປີ 2015 ແລ້ວນັ້ນເອງ.
ພາຍໃຕ້ສະພາບການດັ່ງກ່າວນີ້ ບໍ່ພຽງຈະຖືເປັນໜີ້ສາທາລະນະ ທີ່ເກີນລະດັບມາດຕະ
ຖານເຖິງ 24 ເປີເຊັນ ເນື່ອງຈາກວ່າ ລັດຖະບານຂອງແຕ່ລະປະເທດ ຈະຖືກຈຳກັດໃຫ້
ກູ້ຢືມເງິນທຶນຈາກຕ່າງປະເທດໄດ້ໃນອັດຕາທີ່ ບໍ່ເກີນ 45 ເປີເຊັນ ຂອງມູນຄ່າ GDP
ທັງໝົດຂອງແຕ່ລະປະເທດເທົ່ານັ້ນ ແຕ່ຍັງເຮັດໃຫ້ລັດຖະບານລາວ ຈະຕ້ອງດຳເນີນ
ມາດຕະການເຂັ້ມງວດ ເພື່ອຄວບຄຸມການຖືຄອງເງິນຕາ ຕ່າງປະເທດຂອງບັນດາທະ
ນາຄານ ແລະສະຖາບັນການເງິນໃນລາວອີກດ້ວຍ ດັ່ງທີ່ ທ່ານສົມພາວ ໄດ້ຖະແຫລງ
ຢືນຢັນວ່າ:
“ສຳຫລັບກົນໄກຢູ່ໃນລະບົບທະນາຄານ ທະນາຄານແຫ່ງ ສປປ ລາວ ຈະປະຕິບັດ
ມາດຕະການຢ່າງເຂັ້ມງວດ ຕໍ່ການຖືຄອງ ຖານະເງິນຕາຕ່າງປະເທດ ຂອງບັນດາ
ທະນາຄານທະລະກິດ ຖ້າວ່າ ທະນາຄານທຸລະກິດໃດ ມີຖານະເກີນດຸນເງິນຕາ
ຕ່າງປະເທດ ຕ້ອງໄດ້ຂາຍອອກ ແລະຖ້າທະນາຄານທຸລະກິດໃດ ທີ່ມີຖານະຂາດ
ດຸນ ຕ້ອງໄດ້ຊື້ເງິນຕາຕ່າງປະເທດ ແລະຕໍ່ບັນຫາດັ່ງກ່າວນີ້ ທະນາຄານແຫ່ງ
ສປປ ລາວ ກໍຈະເປັນຜູ້ແຊກແຊງແຫລ່ງສຸດທ້າຍ.”
ທາງດ້ານ IMF ລາຍງານວ່າ ໜີ້ຕ່າງປະເທດຂອງລັດຖະບານລາວ ໄດ້ເພີ້ມຂຶ້ນເປັນຫຼາຍ
ກວ່າ 49 ເປີເຊັນ ຂອງ GDP ໃນປີ 2014 ຈຶ່ງເຮັດໃຫ້ລັດຖະບານລາວຕ້ອງປະເຊີນກັບ
ວິກິດການດ້ານງົລປະມານ ຢ່າງສົມບູນແບບແລ້ວ ໃນປັດຈຸບັນນີ້ ສ່ວນມາດຕະການແກ້
ໄຂບັນຫາ ໃນລະຍະສະເພາະໜ້າ ກໍມີພຽງການຈັດເກັບ ລາຍຮັບໃຫ້ໄດ້ຕາມເປົ້າໝາຍ
ແລະຄວບຄຸມລາຍຈ່າຍໃຫ້ໄດ້ຕາມແຜນການ ທີ່ວາງໄວ້ຢ່າງແທ້ຈິງ ລວມໄປເຖິງການ
ຮ້ອງຂໍການຊ່ວຍເຫຼືອຈາກຕ່າງປະເທດ ໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້ອີກດ້ວຍ.
ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະການລົງທຶນ ຖະແຫລງ
ວ່າແຜນການພັດທະນາ ເສດຖະກິດ ແລະສັງຄົມ ໃນຊ່ວງປີ 2016-2020 ທີ່ຈະເລີ້ມ
ການຈັດຕ້ອງປະຕິບັດ ນັບແຕ່ເດືອນຕຸລາ 2015 ເປັນຕົ້ນໄປ ຈົນເຖິງເດືອນກັນຍາ 2020
ລັດຖະບານລາວ ໄດ້ວາງຄາດໝາຍທີ່ຈະສູ້ຊົນ ເພື່ອຍາດແຍ່ງເອົາຄວາມຊ່ວຍເຫຼືອຈາກ
ຕ່າງປະເທ ໃຫ້ໄດ້ໃນມູນຄ່າລວມເຖິງ 3,500 ລ້ານໂດລາ ຫຼືບໍ່ໃຫ້ຫລຸດ 700 ລ້ານໂດລາ
ໃນແຕ່ລະປີ ແລະຄິດເປັນ 12.5 ເປີເຊັນ ຂອງການລົງທຶນ ໃນພາກລັດຖະບານທັງໝົດ.