ລັດຖະບານລາວຈະດຶງດູດເອົາເງິນຕາຕ່າງປະເທດເຂົ້າໃນລະບົບທະນາຄານພາຍໃນປະເທດໃຫ້ໄດ້ບໍ່ຫລູດ 70% ຂອງມູນຄ່າການສົ່ງອອກທັງໝົດ ແຕ່ນັກທຸລະກິດສ່ວນຫຼາຍຍັງຖືຄອງເງິນຕາຕ່າງປະເທດສ່ວນໃຫຍ່ໄວ້ກັບຕົນເອງ.
ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຖະແຫລງຍືນຍັນວ່າ ມີຄວາມເປັນໄປໄດ້ສູງທີ່ລັດຖະບານລາວ ຈະສາມາດບັນລຸເປົ້າໝາຍການດຶງດູດເງິນຕາຕ່າງປະເທດເຂົ້າລະບົບທະນາຄານໃນປະເທດໄດ້ ຕາມແຜນການທີ່ວາງໄວ້ ກໍຄືບໍ່ຫລຸດ 70% ຂອງມູນຄ່າການສົ່ງອອກທັງໝົດໃນຕະຫຼອດປີ 2024 ນີ້ ເນື່ອງຈາກວ່າ ໃນໄລຍະທີ່ຜ່ານມາສາມາດປະຕິບັດໄດ້ແລ້ວກວ່າ 60% ເຊິ່ງເມື່ອສົມທົບກັບໃນໄຕມາດທີ 4 ປີນີ້ ຈະເປັນໄລຍະທີ່ສາມາດຂຸດຄົ້ນແຮ່ທາດສົ່ງອອກໄປຕ່າງປະເທດໄດ້ຫຼາຍຂື້ນດ້ວຍ ແລ້ວຈຶ່ງເຊື່ອຫມັ່ນວ່າ ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແນ່ນອນ, ດັ່ງທີ່ ທ່ານສອນໄຊ ໄດ້ໃຫ້ການຢືນຢັນວ່າ:
“ການສົ່ງອອກນີ້ກະເກີນດຸນການຄ້າ ແຕ່ຕົວເລກເງິນຕາພວກເຮົາຂາດດຸນການຊຳ ລະ ແຕ່ແນວໃດກະຕາມ ຕາມຄາດຫມາຍທີ່ສະພາໄດ້ກຳນົດວ່າ ໃນປີ 2024 ນີ້ໃຫ້ລັດຖະບານຄຸ້ມຄອງເງິນຕາຈາກການສົ່ງອອກໃຫ້ໄດ້ 70% ເຊິ່ງມາໃນປັດຈຸບັນນີ້ ກະໄດ້ກວ່າ 60% ຄາດວ່າໃນໄຕມາດທີ 3 ທີ 4 ໃນທ້າຍປີນີ້ ຈະມີການສົ່ງອອກຜະລິດຕະພັນກະສິກຳຫຼາຍ ແລະກ້າວເຂົ້າສູ່ລະດູແລ້ງ ການຂົນສົ່ງແຮ່ທາດຕ່າງໆ ກໍຈະສະດວກຂື້ນຄິດວ່າ ຕົວເລກການຄຸ້ມຄອງເງິນຕາຈະໄດ້ຕາມທີ່ສະພາໄດ້ຄາດຫມາຍໃຫ້.”
ແຕ່ຍ່າງໃດກໍຕາມ ປະລິມານເງິນຕາຕ່າງປະເທດທີ່ໝູນວຽນຢູ່ໃນລະບົບທະນາຄານລາວໃນປັດຈຸບັນ ຄິດເປັນສັດສ່ວນຫຼາຍກວ່າ 70% ຂອງມູນຄ່າທັງໝົດນັ້ນ ກໍຄືເງິນ ຕາທີ່ຝາກໂດຍບັນດາບໍລິສັດຕ່າງປະເທດ ແລະນັກທຸລະກິດຊາວຕ່າງຊາດທີ່ດຳເນີນທຸລະກິດການຄ້າ ແລະລົງທຶນຢູ່ໃນລາວ ໝາຍຄວາມວ່າ ໃນລະບົບເສດຖະກິດຂອງລາວ ທີ່ຕິດພັນກັບການຊໍາລະເງິນຕາຕ່າງປະເທດ ສາມາດເພິ່ງພາຕົນເອງໄດ້ບໍ່ເຖິງ 30% ເທົ່ານັ້ນ.
ໂດຍໃນປີ 2023, ສປປ ລາວ ປະເຊີນກັບບັນຫາການຂາດດຸນບັນຊີການຊໍາລະເງິນຕາຕ່າງປະເທດ ຄິດເປັນມູນຄ່າເກີນກວ່າ 1.2 ຕື້ໂດລາ ເຖິງແມ່ນວ່າ ລາວຈະເກີນດຸນການຄ້າຕ່າງປະເທດກໍຕາມ ແຕ່ຍ້ອນວ່າ ລາຍຮັບຈາກການສົ່ງອອກໄຟຟ້າທັງໝົດ 2,382 ລ້ານໂດລາສະຫະລັດນັ້ນ ສ່ວນໃຫຍ່ຈະຕ້ອງໃຊ້ຊຳລະຄືນເງິນກູ້ຈາກຕ່າງປະເທດ ຈຶ່ງເຫລືອລາຍຮັບພຽງແຕ່ສ່ວນໜ້ອຍທີ່ຖືກໂອນເຂົ້າລະບົບທະນາຄານໃນລາວ ແລະເຮັດໃຫ້ທະນາຄານຂອງລາວ ມີເງິນຕາຕ່າງປະເທດຍ່າງຈຳກັດ ຈຶ່ງບໍ່ສາມາດຕອບສະຫນອງຄວາມຕ້ອງການເງິນຕາຕ່າງປະເທດຂອງບັນດາຫົວໜ່ວຍທຸລະກິດໃນລາວ ໄດ້ຢ່າງພຽງພໍ ແລະບັນຫາທີ່ຕິດຕາມມາ ກໍຄືການແລກປ່ຽນເງິນຕາຢູ່ນອກລະບົບທະນາຄານ ແລະກໍໄດ້ກາຍເປັນຄວາມບໍ່ເຊື່ອຫມັ່ນຕໍ່ຄ່າເງິນກີບຂອງລາວ ໃນປັດຈຸບັນນີ້. ດັ່ງທີ່ນັກຊ່ຽວຊານດ້ານການເງິນແລະການທະນາຄານໃນອາຊຽນ ໄດ້ໃຫ້ທັດສະນະວ່າ:
“ປະເດັນສຳຄັນຂອງ ສປປ ລາວ ທີ່ມັນມີບັນຫາຫລາຍນັ້ນ ກໍຄືເປັນປະເທດທີ່ຄົນບໍ່ເຊື່ອຫມັ່ນໃນການໃຊ້ເງິນກີບ ເວລາບໍຣິສັດຕ່າງປະເທດເຂົ້າໄປລົງທຶນໃນ ສປປ ລາວ ກໍບໍ່ໃຊ້ເງິນກີບ ຊື້ຂາຍກັນເອງ ຄົນລາວເອງ ກໍບໍ່ໃຊ້ເງິນກີບ ເພາະສະນັ້ນ, ໃນເມື່ອເຈ້າກໍບໍ່ຫມັ່ນໃຈ ບໍ່ໃຊ້ສະກຸນເງິນຂອງຕົນເອງ ນັ້ນກໍເທົ່າກັບລັດຖະບານ ບໍ່ມີເຄື່ອງມືກໍຄືນະໂຍບາຍການເງິນໃຫ້ໃຊ້ແລ້ວ ຈະປັບປະລິມານເງິນກີບໄປແນວໃດ, ມັນກໍບໍ່ສົ່ງຜົນກະທົບຫຍັງ ເພາະວ່າ ທຸກຄົນຖືເປັນເງິນໂດລາ, ເປັນເງິນເອີໂຣ, ເງິນຢວນ, ເງິນບາດ. ສະນັ້ນ, ເທົ່າກັບເຈົ້າບໍ່ມີອຳນາດອະທິປະໄຕໃນເລື່ອງຂອງການເງິນ.”
ສ່ວນນັກທຸລະກິດລາວ ໃຫ້ທັດສະນະວ່າ ການຂະຫຍາຍອັດຕາແລກປ່ຽນເງິນຕາໃນທະນາຄານທຸລະກິດໃຫ້ກວ້າງຂຶ້ນ ເພື່ອຈະດຶງເອົາເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໃຫ້ໄດ້ຫຼາຍຂຶ້ນນັ້ນ ບໍ່ສາມາດແກ້ໄຂບັນຫາການຕົກຕໍ່າຂອງຄ່າເງິນກີບໄດ້ ເນື່ອງຈາກວ່າ ປັດໄຈຕົ້ນຕໍທີ່ເຮັດໃຫ້ຄ່າເງິນກີບຫຼຸດລົງແມ່ນຕະຫຼາດການເງິນບໍ່ເຊື່ອໃນຄວາມໝັ້ນຄົງຂອງຄ່າເງິນກີບ ຍ້ອນການຂາດດຸນການຄ້າກັບຕ່າງປະເທດ, ຈຶ່ງເຮັດໃຫ້ລາວປະເຊີນກັບການຂາດດຸນການຊໍາລະເງິນຕາຢ່າງຮຸນແຮງ ແລະຕ້ອງປະເຊີນກັບການຂາດແຄນເງິນຕາຕ່າງປະເທດຢ່າງໜັກໜ່ວງ ເນື່ອງຈາກວ່າ ບັນດານັກທຸລະກິດບໍ່ຍອມຮັບອັດຕາແລກປ່ຽນທີ່ທະນາຄານແຫ່ງຊາດກໍານົດ ຈຶ່ງພາກັນແລກປ່ຽນເງິນຕານອກລະບົບທະນາຄານເປັນດ້ານຫລັກ ເຖິງແມ່ນວ່າ ຮ້ານແລກປ່ຽນເງິນຂອງເອກະຊົນທັງໝົດໄດ້ປິດໄປແລ້ວກໍຕາມ ແຕ່ກໍຍັງຄງມີການລັກລອບແລກປ່ຽນຜິດກົດໝາຍເລື່ອຍມາ
ພ້ອມກັນນັ້ນ, ປະຊາຊົນລາວຍັງໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກອັດຕາເງິນເຟີ້ທີ່ສູງກວ່າ 24% ແລະ ດັດຊະນີລາຄາການຊມໃຊ້ທີ່ສູງເກິນກວ່າ 240% ນັບແຕ່ເດືອນກັນຍາ 2023 ເປັນຕົ້ນມາ ໃນຂະນະທີ່ປະຊາຊົນລາວຜູ້ຫນຶ່ງຈະຕ້ອງມີລາຍໄດ້ບໍ່ຫລຸດ 4 ລ້ານກີບ ຈຶ່ງຈະສາມາດດຳເນີນຊີວິດປະຈຳວັນໄດ້ໃນແຕ່ລະເດືອນ. ຂະນະທີ່ອັດຕາຄ່າຈ້າງຂັ້ນຕໍ່າຂອງແຮງງານໃນລາວ ຍັງຍູ່ທີ່ລະດັບ 2.5 ລ້ານກີບຕໍ່ເດືອນເທົ່ານັ້ນ.
ຟໍຣັມສະແດງຄວາມຄິດເຫັນ