ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ຍັງສືບຕໍ່ຫລຸດລົງ ຍ້ອນການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ທັງເຮັດໃຫ້ມີງົບປະມານນຳໃຊ້ເພື່ອພັດທະນາປະເທດຢ່າງຈຳກັດ.
ຜູ້ຊ່ຽວຊານທາງດ້ານເສດຖະກິດໃນອາຊຽນ ໃຫ້ທັດສະນະວ່າ ການຂາດດຸນການຄ້າຕ່າງປະເທດ ແລະ ການຂາດດຸນການຊໍາລະດ້ານບັນຊີເງິນຕາຕ່າງປະເທດທີ່ມີມູນຄ່າຫຼາຍກວ່າ 1,043 ລ້ານໂດລາສະຫະລັດ ໃນປີ 2024 ທີ່ຜ່ານມາ ໄດ້ເຮັດໃຫ້ສະຖານະທາງດ້ານທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ສືບຕໍ່ຫລຸດລົງໄປອີກ ໂດຍປະມານການວ່າ ມີມູນຄ່າທັງຫມົດບໍ່ເກີນ 1,300 ລ້ານໂດລາສະຫະລັດ ຫລືເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ພຽງ 2 ເດືອນກວ່າເທົ່ານັ້ນ ໃນຂະນະທີ່ມາດຕະຖານຂັ້ນຕ່ໍາ ຕ້ອງຢູ່ໃນລະດັບ 4-6 ເດືອນ, ຈຶ່ງຖືວ່າ ເປັນພາວະທີ່ບໍ່ມີສະຖຽນລະພາບດ້ານທຶນສຳຮອງເງິນຕາຕ່າງປະເທດຢ່າງຮຸນແຮງ ທັງຍັງສົ່ງຜົນກະທົບຕໍ່ເນື່ອງເຮັດໃຫ້ບັນດານັກທຸລະກິດໃນລາວ ບໍ່ມີຄວາມຫມັ້ນໃຈຕໍ່ສະຖຽນລະພາບຂອງຄ່າເງິນກີບອີກດ້ວຍ ດັ່ງທີ່ ຜູ້ຊ່ຽວຊານ ໄດ້ໃຫ້ການຢືນຢັນວ່າ “ປັດຈຸບັນນີ້ ສປປ ລາວ ມີເງິນທຶນສຳຮອງບໍ່ເກີນ 1,300 ລ້ານໂດລາສະຫະລັດ ເທົ່ານັ້ນ ສາມາດຈະໃຊ້ນໍາເຂົ້າສິນຄ້າ ແລະການບໍລິການໄດ້ປະມານ 2 ເດືອນ ຖືວ່າ ຕໍ່າກວ່າມາດຕະຖານ ເພາະວ່າປົກກະຕິແລ້ວມາດຕະຖານໂລກນັ້ນ. ສໍາລັບປະເທດຂະຫນາດນ້ອຍ ເຂົາວາງເອົາໄວ້ປະມານ 4 ຫາ 6 ເດືອນ ມີການປະມານການກັນວ່າ ຄົນທີ່ສົ່ງອອກທີ່ໄດ້ເງິນໂດລາມາ 100 ໂດລາ ແມ່ນຈະເກັບຮັກສາໄວ້ 2/3 ເຮັດໃຫ້ບັນຫາຢ່າງຫນຶ່ງທີ່ຊໍ້າເຮື້ອຂອງ ສປປ ລາວ ກໍຄືການທີ່ບໍ່ເຊື່ອໝັ້ນຕໍ່ເງິນຕາທີ່ເປັນສະກຸນເງິນຂອງປະເທດຕົນເອງ ເຮັດໃຫ້ ສປປ ລາວ ຂາດເຂີນເງິນຕາຕ່າງປະເທດ.”
ນອກຈາກນັ້ນ, ການມີພາລະໜີ້ສິນສາທາລະນະທີ່ສູງກວ່າ 100% ຂອງມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ກໍຍັງໄດ້ສົ່ງຜົນກະທົບເຮັດໃຫ້ລັດຖະບານລາວມີງົບປະມານຢ່າງຈຳກັດ ສຳລັບນຳໃຊ້ເຂົ້າໃນການພັດທະນາປະເທດອີກດ້ວຍ ເພາະວ່າ 20% ຂອງງົບປະມານລາຍຈ່າຍທັງໝົດຈະຕ້ອງນຳໃຊ້ເພື່ອຊຳລະດອກເບ້ຍເງິນກູ້ທັງພາຍໃນ ແລະ ຕ່າງປະເທດ ຈຶ່ງເຮັດໃຫ້ມີງົບປະມານພຽງແຕ່ 12% ເທົ່ານັ້ນ ເພື່ອຕອບສະໜອງໃຫ້ກັບບັນດາໂຄງການພັດທະນາຢູ່ເຂດຊົນນະບົດໃນທົ່ວປະເທດ ທັງຍັງມີຂໍ້ຈໍາກັດກ່ຽວກັບການສ້າງຫນີ້ສິນໃຫມ່ອີກດ້ວຍ.
ທັງນີ້ເພື່ອຄວບຄຸມການຂາດດຸນທາງດ້ານງົບປະມານລາຍຈ່າຍບໍ່ໃຫ້ເກີນ 3% ຂອງມູນຄ່າ GDP ໃນປີ 2025 ດັ່ງທີ່ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຖະແຫລງຢືນຢັນວ່າ “ກະຊວງການເງິນ ມີທິດທາງ ແລະ ມາດຕະການ ເພື່ອຈັດຫາແຫລ່ງດຸ່ນດ່ຽງງົບປະມານ ແລະການຊອກແຫຼ່ງເພື່ອດຸ່ນດ່ຽງງົບປະມານໃນຕໍ່ຫນ້າ ດັ່ງນີ້ ຫນຶ່ງກະແມ່ນວ່າພວກເຮາຈະໄດ້ພະຍາຍາມເປັນເຈ້າຕົນເອງຫັ່ນແຫລະ ເພື່ອນໍາໃຊ້ແຫຼ່ງທຶນພາຍໃນໂດຍສະເພາະແມ່ນການສ້າງແຜນລາຍຮັບພາຍໃນໃຫ້ກຸ້ມກັບລາຍຈ່າຍພາຍໃນແລະມີສ່ວນເຫລືອເພື່ອຊຳລະຫນີ້ ສະເພາະໃນປີ 2025 ເຮາກໍໄດ້ກຳຫນົດປະມານ 9,150 ຕື້ກີບ, ອັນທີສອງກໍແມ່ນຈະໄດ້ເກັບກູ້ຄືນເງິນກູ້ຢືມຕໍ່ຈາກບັນດາລັດວິສາຫະກິດມີມູນຄ່າປະມານ 100 ກວ່າລ້ານໂດລາສະຫະລັດ ອັນທີສາມມາ ກໍແມ່ນພັນທະບັດພາຍໃນໂດຍຜ່ານຕະຫຼາດຫຼັກຊັບ ອັນທີສີ່ມາ ກໍຄືກູ້ຢືມຈາກທະນາຄານພາຍໃນ ດ້ວຍການອອກພັນທະບັດຄັງເງິນ.”
ທັ້ງນີ້ໂດຍຄາດຫມາຍວ່າໜີ້ສິນສາທາລະນະຂອງລັດຖະບານລາວ ຈະເພີ່ມຂຶ້ນເປັນຫຼາຍກວ່າ 130% ຂອງຍອດຜະລິດຕະພັນພາຍໃນ (GDP) ໃນປີ 2025, ຕົ້ນຕໍແມ່ນມາຈາກການກູ້ຢືມຈາກຕ່າງປະເທດ ເພື່ອນຳໃຊ້ເຂົ້າໃນການພັດທະນາໂຄງລ່າງພື້ນຖານ ທີ່ກວມເອົາ 60% ຂອງໜີ້ສິນທັງໝົດ, ເຮັດໃຫ້ລັດຖະບານລາວ ມີພາລະທີ່ຈະຕ້ອງຈ່າຍຄືນເງິນກູ້ເພິ່ມຂື້ນນັບມື້ ໂດຍສະເພາະໜີ້ສິນທີ່ກູ້ຢືມຈາກລັດຖະບານຈີນ ທີ່ມີມູນຄ່າຫຼາຍກວ່າ 9,800 ລ້ານໂດລາສະຫະລັດ ຫຼື ຫຼາຍກວ່າ 50% ຂອງໜີ້ສິນຕ່າງປະເທດທັງໝົດຂອງລາວໃນປັດຈຸບັນ.
ຟໍຣັມສະແດງຄວາມຄິດເຫັນ