ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການຜະລິດດ້ານສະບຽງອາຫານ ບໍ່ສາມາດຕອບສະໜອງຄວາມຕ້ອງການພາຍໃນ ຈຶ່ງເຮັດໃຫ້ລາວ ຕ້ອງເພິ່ງພາການນຳເຂົ້າຈາກຕ່າງປະເທດ


ຕະຫຼາດຜັກສົດໃນນະຄອນຫຼວງວຽງຈັນ
ຕະຫຼາດຜັກສົດໃນນະຄອນຫຼວງວຽງຈັນ

ການຜະລິດດ້ານສະບຽງອາຫານ ແລະເຄື່ອງອຸບປະໂພກ-ບໍລິໂພກ ທີ່ບໍ່ສາມາດຕອບສະໜອງຄວາມຕ້ອງການພາຍໃນໄດ້ຢ່າງພຽງພໍນັ້ນ ໄດ້ເຮັດໃຫ້ລາວ ຕ້ອງເພິ່ງພາການນຳເຂົ້າ ຈາກຕ່າງປະເທດເພີ້ມຂຶ້ນນັບມື້ ຊຶ່ງຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງພາຍໃນກົມການຄ້າຕ່າງປະເທດຂອງໄທ ເປີດເຜີຍວ່າ ກະຊວງການຄ້າຂອງໄທ ໄດ້ວາງເປົ້າໝາຍການຂະຫຍາຍຕົວຂອງການສົ່ງສິນຄ້າປະເພດສະບຽງອາຫານ ແລະເຄື່ອງອຸບປະໂພກບໍລິໂພກໄປຕ່າງປະເທດໃນປີ 2023 ໄວ້ ທີ່ອັດຕາສະເລ່ຍ 15 ເປີເຊັນ ທຽບໃສ່ປີ 2022 ຊຶ່ງໃນນີ້ ກໍລວມເຖິງການສົ່ງສິນ ຄ້າດັ່ງກ່າວນີ້ ໄປລາວດ້ວຍ ເນື່ອງຈາກລາວ ຍັງບໍ່ສາມາດຜະລິດໄດ້ຢ່າງພຽງພໍກັບຄວາມຕ້ອງການຕົວຈິງ ໂດຍເມື່ອສົມທົບກັບການເປີດປະເທດ ເພື່ອຮອງຮັບເອົານັກທ່ອງທ່ຽວຕ່າງຊາດຢ່າງກວ້າງຂວາງດ້ວຍນັ້ນ ກໍຍິ່ງເຮັດໃຫ້ຈະຕ້ອງນຳເຂົ້າສິນຄ້າອຸບປະໂພກ-ບໍລິໂພກ ແລະສະບຽງອາຫານເພີ້ມຂຶ້ນອີກ ເພື່ອຕອບສະໜອງໃຫ້ກັບບັນດານັກທ່ອງທ່ຽວຕ່າງຊາດ ໃຫ້ໄດ້ຢ່າງພຽງພໍດ້ວຍ ຊຶ່ງລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະດຶງດູດນັກທ່ອງທ່ຽວຕ່າງຊາດໃຫ້ໄດ້ 1 ລ້ານ 4 ແສນຄົນ ແລະສົ່ງເສີມການທ່ອງທ່ຽວພາຍໃນ ຫຼືລາວທ່ຽວລາວໃຫ້ໄດ້ 1 ລ້ານ 2 ແສນຄົນ ເພື່ອສ້າງລາຍຮັບໃນພາກບໍລິການ ໃຫ້ໄດ້ 340 ລ້ານໂດລາ ກັບ 1 ພັນ 3 ຮ້ອຍລ້ານກີບໃນປີ 2023 ນີ້.

ໂດຍສາເຫດທີ່ລາວ ບໍ່ສາມາດຜະລິດສະບຽງອາຫານແລະເຄື່ອງອຸບປະໂພກບໍລິ ໂພກໄດ້ຢ່າງພຽງພໍ ກັບຄວາມຕ້ອງການພາຍໃນປະເທດນັ້ນ ເພາະວ່າ ຊາວກະສິກອນລາວ ສ່ວນໃຫຍ່ຍັງຂາດແຄນທັງໃນດ້ານເງິນທຶນ ແລະເທັກນິກການຜະລິດທີ່ທັນສະໄໝ ໃນຂະນະທີ່ພາກລັດຖະບານລາວເອງ ກໍໃຫ້ການສະໜັບສະໜຸນສົ່ງເສີມໄດ້ຢ່າງຈຳກັດ ໂດຍສະເພາະແມ່ນຫົວໜ່ວຍການຜະລິດຂອງຊາວກະສິ ກອນລາວ ໃນເຂດຕ່າງແຂວງນັ້ນ ຍັງຖືເປັນພາກສ່ວນທີ່ໄດ້ຮັບການຊ່ອຍເຫຼືອນ້ອຍທີ່ສຸດ ຈາກລັດຖະບານລາວ ດັ່ງທີ່ນັກທຸລະກິດລາວ ໃນແຂວງບໍລິຄຳໄຊ ໄດ້ໃຫ້ການອະທິບາຍເຖິງສະພາບການຕົວຈິງທີ່ເກີດຂຶ້ນໃນແຂວງບໍລິຄຳໄຊ ໃນປັດຈຸບັນນີ້ວ່າ:

“ແຂວງບໍລິຄຳໄຊ ມັນມີດ່ານປາກຂັນ-ບຶງການ ແລ້ວກະມີດ່ານນ້ຳພາວ-ເກົ່າກ້ຽວ ຊຶ່ງວ່າ ໃນສອງດ່ານນີ້ ເຮົາມາເບິ່ງຂໍ້ມູນການນຳເຂົ້າ ສ່ວນຫຼາຍ ກະຈະເປັນອາ ຫານສັດ ສ່ວນປະສົມອາຫານສັດ ອາຫານທະເລ ອາຫານແປຮູບ ສະນັ້ນອັນນີ້ໜິ ມັນໄດ້ບົ່ງບອກວ່າ ແຂວງໄທເຮົາຫຼືປະເທດເຮົານີ້ ແມ່ນມີຄວາມບອບບາງໃນ 2 ດ້ານ ຄື ດ້ານການລ້ຽງສັດແລ້ວ ກະແນວພັນສັດອັນນີ້ ກະເປັນຈຸດນຶ່ງທີ່ເຮົາສາ ມາດສ້າງຄວາມເຂັ້ມແຂງພາຍໃນຂອງເຮົາ ແຕ່ຄວາມບອບບາງທີ່ໄທເຮົາໄດ້ສັງ ເກດເຫັນວ່າ ດ້ານອາຫານແມ່ນເຮົາຍັງຈະຕ້ອງໄດ້ລົງແຮງຢ່າງໜັກກັບແນວພັນສັດຈຳນວນນຶ່ງນີ້.”

ໃນປີ 2022 ຊາວກະສິກອນລາວສາມາດຜະລິດເຂົ້າໄດ້ທັງໝົດ 3.78 ລ້ານໂຕນ ແລະຜະລິດຊີ້ນສັດ ປາ ແລະໄຂ່ໄດ້ຫຼາຍກວ່າ 5 ແສນໂຕນ ຊຶ່ງຖືເປັນປະລິມານທີ່ພຽງພໍກັບຄວາມຕ້ອງການໃນປະເທດ ແຕ່ກໍມີລາຄາສູງຂຶ້ນນັບມື້ ດັ່ງທີ່ ທ່ານເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳແລະປ່າໄມ້ ຢືນຢັນວ່າ:

“ການຜະລິດສະບຽງອາຫາປີ 2022 ຫັ້ນເນື້ອທີ່ປູກເຂົ້າລວມ 959,404 ເຮັກຕາ ຜະລິດ 3.78 ລ້ານໂຕນ ລື່ນຄາດໝາຍ 2 ເປີເຊັນ ແລະສາມາດສະໜອງບໍລິ ໂພກ 260 ກິໂລຕໍ່ຄົນຕໍ່ປີ ແມ່ນພວກເຮົາສາມາດກຸ້ມກິນ ແລະຜະລິດຊີ້ນ-ປາ-ໄຂ່ ໄດ້ 507,644 ໂຕນ ແລະສາມາດສະໜອງ ຊີ້ນ-ປາ-ອາຫານກຸ້ມກິນ ແລະກໍພຽງພໍ ແຕ່ລາຄາຈະແພງກວ່າເກົ່າ.”

ຍິ່ງໄປກວ່ານັ້ນ ການຕົກຕ່ຳລົງຢ່າງຮຸນແຮງຂອງຄ່າເງິນກີບ ນັບແຕ່ເດືອນເມສາ 2022 ເປັນຕົ້ນມາຈົນ ເຖິງປັດຈຸບັນນີ້ ນອກຈາກຈະເຮັດໃຫ້ຫົວໜ່ວຍທຸລະກິດ ໄດ້ພາກັນຢຸດກິດຈະການເພີ້ມຂຶ້ນຢ່າງຕໍ່ເນື່ອງແລ້ວ ຍັງໄດ້ສົ່ງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງກວ້າງຂວາງອີກດ້ວຍ ເພາະການຕົກຕ່ຳລົງຂອງຄ່າເງິນກີບ ໄດ້ເຮັດໃຫ້ອຳນາດການຊື້ສິນຄ້າ ແລະບໍລິການຕ່າງໆ ຂອງປະຊາຊົນລາວ ລົງເກີນກວ່າ 58 ເປີເຊັນໃນປັດຈຸບັນ ເມື່ອທ່ຽບໃສ່ເດືອນກຸມພາ 2022 ຜ່ານມາ ແລະສະພາບການຍັງມີທ່າອຽງທີ່ຈະສືບຕໍ່ໄປອີກ ຖ້າຫາກວ່າ ທາງການລາວ ຍັງບໍ່ສາມາດຈະຄວບຄຸມອັດຕາແລກປ່ຽນລະຫວ່າງເງິນກີບກັບເງິນຕາຕ່າງປະເທດໄດ້ຢ່າງມີປະສິດທິພາບ ໃນຂະນະທີ່ການຜະລິດສິນຄ້າກໍຍັງບໍ່ສາມາດຕອບສະໜອງຄວາມຕ້ອງການພາຍໃນໄດ້ຢ່າງພຽງພໍ ຈຶ່ງຕ້ອງນຳເຂົ້າຈາກຕ່າງປະເທດເປັນດ້ານຫຼັກ.

ສ່ວນກະຊວງອຸດສາຫະກຳແລະການຄ້າຂອງລາວ ລາຍງານວ່າ ການຄ້າຕ່າງປະເທດຂອງລາວ ໃນປີ 2022 ມີມູນຄ່າລວມ 12,699 ລ້ານໂດລາ (ບໍ່ລວມການສົ່ງອອກພະລັງງານໄຟຟ້າ) ໃນນີ້ແບ່ງເປັນການສົ່ງສິນຄ້າ ອອກໄປຕ່າງປະເທດ 5,895 ລ້ານໂດລາ ແລະນຳເຂົ້າສິນຄ້າຈາກຕ່າງປະເທດ 6,804 ລ້ານໂດລາ ຈຶ່ງເຮັດໃຫ້ລາວ ຂາດດຸນການຄ້າຕ່າງປະເທດໃນມູນຄ່າ 909 ລ້ານໂດລາ ແຕ່ຖ້າຫາກວ່າ ຄິດລວມການສົ່ງອອກພະລັງງານໄຟຟ້າໃນມູນຄ່າ 1,760 ລ້ານໂດລາ ເຂົ້າດ້ວຍນັ້ນ ກໍຈະເຮັດໃຫ້ລາວ ເປັນຝ່າຍທີ່ໄດ້ປຽບດຸນການຄ້າຕ່າງປະເທດຄິດເປັນມູນຄ່າລວມ 851 ລ້ານໂດລາ ແຕ່ເນື່ອງຈາກວ່າ ລາຍຮັບທີ່ໄດ້ຈາກການສົ່ງອອກໄຟຟ້ານັ້ນ ຕ້ອງໃຊ້ຊຳລະໜີ້ຕ່າງປະເທດ ຈຶ່ງບໍ່ມີການໂອນລາຍຮັບດັ່ງກ່າວເຂົ້າມາລາວ ແຕ່ຢ່າງໃດ.

XS
SM
MD
LG